ກອງປະຊຸມການປ່ຽນແປງ ຂອງ ດິນຟ້າ ອາກາດ
2017.11.22
ກອງປະຊຸມສຸດຍອດ ຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ຖືກຈັດຂຶ້ນ ທີ່ເມືອງບອນ ປະເທສ ເຢັຍຣະມັນ ແຕ່ມື້ວັນທີ 6 ເຖິງວັນທີ 17 ພຶສຈິກາ 2017, ມີຜູ້ເຂົ້າຮ່ວມ ປະມານ 27,000 ຄົນ ຈາກທົ່ວມຸມໂລກ ຮວມທັງ ຄະນະ ຜູ້ແທນຈາກ 195 ປະເທສ ທັງ ສປປລາວ, ມີນັກວິທຍາສາດ, ນັກປົກປ້ອງສິ່ງແວດລ້ອມ ແລະອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບຣັ ຖບາລ.
ກອງປະຊຸມຄັ້ງນີ້ ເປັນບາດກ້າວຕໍ່ໄປຂອງຣັຖບາລ ປະເທສຕ່າງໆໃນໂລກ ໃນການປະຕິບັດ ສັນຍາປາຣີ ປີ 2015 ກ່ຽວກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ໄປສູ່ການພັທນາທີ່ຍືນຍົງ ແລະປອດໄພ. ສັນຍາປາຣີ ກຳນົດການ ດຳເນີນການ ສະເພາະ ແລະເປົ້າໝາຍ ເພື່ອລົດການປ່ອຍແກັສ ເຮືອນແກ້ວ ແລະປັບຕົວໃຫ້ເຂົ້າ ກັບຜົລກະທົບ ຈາກການປ່ຽນແປງ ຂອງສະພາບ ດິນຟ້າອາກາດ, ຈຳກັດໃຫ້ ອຸນນະພູມ ເພີ້ມຂຶ້ນ 1,5 ອົງສາເຊລ ຊຽສ ຫລືສູງສຸດບໍ່ໃຫ້ເກີນ 2 ອົງສາເຊລຊຽສ ເມື່ອເຖິງ ທ້າຍສັຕວັດນີ້.
ແລະກອງປະຊຸມທີ່ເມືອງບອນ 2017 ຄັ້ງນີ້ມີການອະທິບາຍເພີ້ມຕື່ມ ກ່ຽວກັບຂອບເຂດ ຂອງການເຮັດວຽກ ເພື່ອເຮັດໃຫ້ ຂໍ້ຕົກລົງຕ່າງໆ ບັນລຸເປົ້າໝາຍການປ່ຽນແປງ ຂອງ ສະພາບ ດິນຟ້າອາກາດ ເພື່ອຢັບຢັ້ງອຸນນະພູມ ໂລກຮ້ອນ ທີ່ເປັນພັຍ ຕໍ່ມວນມະນຸດ.
ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ຜູ້ໄດ້ເຂົ້າຮ່ວມ ເວົ້າເຖິງກອງປະຊຸມນັ້ນວ່າ:
ກອງປະຊຸມສຸດຍອດຂອງສະຫະປະຊາຊາດ ກ່ຽວກັບການປ່ຽນແປງ ຂອງສະພາບດິນຟ້າອາກາດ ທີ່ເມືອງບອນ ປະເທສເຢັຍຣະມັນ ຄັ້ງນີ້ ມີຂຶ້ນໃນຂະນະທີ່ ສະພາບດິນຟ້າອາກາດ ຢູ່ ສປປລາວ ມີການປ່ຽນແປງ ໄປຢ່າງຫລວງຫລາຍ ມັກເກີດ ແຫ້ງແລ້ງ, ນໍ້າຖ້ວມ, ດິນເຈື່ອນ ເກືອບວ່າ ທຸກປີ ຍ້ອນມີການສ້າງ ເຂື່ອນຫຼາຍ ຕັດໄມ້ທໍາລາຍປ່າ ຢ່າງມະຫາສານ, ຂຸດຄົ້ນບໍ່ແຮ່ ແລະປູກພືດ ທີ່ໃຊ້ສານພິດເຄມີ ທໍາລາຍ ສິ່ງແວດລ້ອມ ອັນເປັນພິດພັຍຕໍ່ ສິ່ງທີມີຊີວິດ ທັງໃນປັດຈຸບັນ ແລະໃນຣະຍະຍາວ.