ວັນຄົບຮອບນັກສຶກສາລາວ 26 ຕຸລາ

ໂສມໜ້າຂອງຄນະອະດີດ ຜູ້ນໍານັກສຶກສາ 26 ຕຸລາ 1999 ທີ່ຕຣຽມການປະທ້ວງແບບສັນຕິ ແຕ່ຖືກທາງການລາວ ເຂົ້າຈັບກຸມຄຸມຂັງ ໄວ້ຕັ້ງແຕ່ນັ້ນມາ
ໂສມໜ້າຂອງຄນະອະດີດ ຜູ້ນໍານັກສຶກສາ 26 ຕຸລາ 1999 ທີ່ຕຣຽມການປະທ້ວງແບບສັນຕິ ແຕ່ຖືກທາງການລາວ ເຂົ້າຈັບກຸມຄຸມຂັງ ໄວ້ຕັ້ງແຕ່ນັ້ນມາ (Screen captured from fidh.org/fr/regions/asie/laos/page)

0:00 / 0:00

ການເຄື່ອນໄຫວ ປະທ້ວງ ແບບສັນຕິ ຂອງ ນັກສຶກສາລາວ 26 ຕຸລາ 1999 ຢູ່ ນະຄອນຫຼວງວຽງຈັນ ເພື່ອທວງໃຫ້ ຣັຖບານ ສປປລາວ ປະຕິຮູບ ການປົກຄອງ ໄປສູ່ ປະຊາທິປະໄຕ ມີຫຼາຍ ພັກການເມືອງ ແລະ ເຮັດໃຫ້ປະເທສ ເປັນເຈົ້າຕົນເອງ. ຈໍາປາທອງ ມີບົດສໍາພາດ ຍານາງ ນວມຄໍາ ຄໍາພິລາວົງ ຫົວໜ້າ ຂະບວນປະທ້ວງ ປັດຈຸບັນ ອາສັຍຢູ່ ສະຫະຣັຖ ອາເມຣິກາ.