ສໍາພາດນັກສຶກສາ ມະຫາ ວິທຍາໄລ ແຫ່ງຊາດ
2016.07.22

ວັນທີ 21 ກໍຣະກະດາ ເປັນມື້ທໍາອິດ ຂອງ ກອງປະຊຸມ ອາຊຽນ ຄັ້ງທີ 49 ໂດຍເລີ້ມຕົ້ນ ຈາກ ກອງປະຊຸມ ຄນະ ກັມມະການ ຜູ້ຕາງໜ້າ ຖາວອນ ປະຈໍາ ອາຊຽນ ຄັ້ງທີ 11 ຢູ່ທີ່ ຫໍປະຊຸມ ແຫ່ງຊາຕ ນະຄອນຫຼວງ ວຽງຈັນ ໄດ້ມີ ເຈົ້າໜ້າທີ່ ຫລາຍພາກສ່ວນ ຈໍານວນ ຫຼວງຫຼາຍ ເປັນຕົ້ນ ເຈົ້າໜ້າທີ່ ຮັກສາ ຄວາມປອດພັຍ ແລະ ຄວາມເປັນຣະບຽບ ຮຽບຮ້ອຍ ພາກສ່ວນ ຈັດແຈງ ອາຫານ ພາກສ່ວນ ຮັກສາ ຄວາມສະອາດ ພາກສ່ວນ ຕົກແຕ່ງ ສະຖານທີ່ ປະຊຸມ ພາກສ່ວນ ອໍານວຍ ຄວາມສະດວກ ໃນການຂົນສົ່ງ ພາກສ່ວນ ຮັບຕ້ອນແຂກ ພາກສ່ວນ ອໍານວຍ ຄວາມສະດວກ ແກ່ ນັກຂ່າວ ຕ່າງປະເທດ ແລະ ອື່ນໆ ໄດ້ພ້ອມກັນ ປະຕິບັດ ວຽກງານ ຈັດແຈງ ກອງປະຊູມ ຢ່າງຕັ້ງໜ້າ ໃນບັນຍາກາດ ປາສຈາກ ຄວາມເຄັ່ງຕຶງ ໃດໆໝົດ.
ສິ່ງທີ່ໜ້າ ປະທັບໃຈ ອັນນຶ່ງ ແມ່ນມີ ນັກສຶກສາ ຈາກ ມະຫາວິທຍາໄລ ແຫ່ງຊາຕ ຫຼາຍຄົນ ທັງຊາຍ ແລະຍິງ ໄດ້ປະກອບສ່ວນ ໃນວຽກງານ ຊ່ວຍດູແລ ເບິ່ງແຍງ ນັກຂ່າວ ຕ່າງປະເທດ ດ້ວຍຄວາມ ຍິ້ມແຍ້ມ ແຈ່ມໄສ ແບບດຽວກັບ ຫລາຍ ປະເທດ ສະມາຊິກ ອາຊຽນ ໄດ້ ປະຕິບັດກັນ ຊຶ່ງເປັນສິ່ງ ຊີ້ບອກ ເຖິງບາດກ້າວ ທີ່ໝັ້ນຄົງ ໄປໜ້າ ຂອງ ນັກສຶກສາ ລາວ.