2 ສະພາແກ້ບັນຫາໄດ້ ເຄິ່ງດຽວ

ຈໍາປາທອງ
2017.05.09
f-nas ພາຍໃນຫ້ອງປະຊຸມ ສະພາແຫ່ງຊາດ
Screen captured LNTV

ຕໍ່ກອງປະຊຸມສະໄໝສາມັນ ເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8, ຍານາງ ສີໃສ ລືເດດມູນສອນ ຮອງປະທານ, ຄນະປະຈຳ ສະພາ ແຫ່ງຊາດລາວ ໄດ້ຣາຍງານ ໃນມື້ວັນທີ 3 ພຶສພາ 2017 ກ່ຽວກັບ ການປັບປຸງ ກົນໄກແກ້ໄຂ ຄຳຮ້ອງທຸກ ຂອງປະຊາຊົນລາວ ຣະຫວ່າງ ສະພາແຫ່ງຊາດ ກັບ ສະພາປະຊາຊົນ ຂັ້ນແຂວງ ໃຫ້ມີຄວາມສອດຄ່ອງ ຕາມກົດໝາຍ ວ່າດ້ວຍການແກ້ໄຂ ຄຳຮ້ອງທຸກ ຂນະທີ່ສະພາ ແຫ່ງຊາດ ແລະ ສະພາຂັ້ນແຂວງ ສປປລາວ ໄດ້ຮັບຄຳຮ້ອງທຸກ ຈາກ ປະຊາຊົນ 1,300 ປາຍເຣຶ່ອງ ແຕ່ແກ້ໄຂໄດ້ພຽງເຄິ່ງດຽວ ຂນະທີ່ ປະຊາຊົນລາວ ຢູ່ພາຍໃນປະເທສ ເວົ້າຕໍ່ ວິທຍຸເອເຊັຍເສຣີ ໃນຕົ້ນເດືອນ ພຶສພາ ນີ້ວ່າ ຄວາມຂັດຂ້ອງໝອງໃຈ ຂອງ ປະຊາຊົນລາວ ຕໍ່ ບັນຫາອັນທີ່ບໍ່ພຶງປາຖນາຕ່າງໆ ຊຶ່ງເກີດຂຶ້ນ ຢູ່ໃນສັງຄົມລາວ ແມ່ນມີຫຼາຍ ແຕ່ບໍ່ມີໃຜ ກ້າເວົ້າກ້າວ່າ ຫຍັງຫລາຍ: ສຽງ…

ແຕ່ເຖິງຢ່າງໃດກໍຕາມ ຍານາງ ສີໃສ ກໍເວົ້າວ່າ ນັບຕັ້ງແຕ່ສະພາແຫ່ງຊາດ ຊຸດທີ 8 ໄດ້ປະຕິບັດ ພາລະໜ້າທີ່ ວຽກງານມານີ້ ຢູ່ສະພາ ແຫ່ງຊາດ ໄດ້ຮັບຄຳຮ້ອງທຸກ 501 ເຣຶ່ອງ ແລະແກ້ໄຂໄດ້ 149 ເຣຶ່ອງ; ຢູ່ທ້ອງຖິ່ນໄດ້ຮັບ 842 ເຣຶ່ອງ ແລະແກ້ໄຂໄດ້ 518 ເຣຶ່ອງ, ດັ່ງທີ່ຍານາງ ເວົ້າວ່າ: ສຽງ...

ກ່ຽວກັບເຣຶ່ອງທີ່ວ່ານີ້ ເພື່ອຮູ້ຣາຍຣະອຽດຕື່ມ ວິທຍຸເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງ ກົມຮັບຜິດຊອບ ຄໍາຮ້ອງ ຂໍຄວາມເປັນທັມ ຂອງສະພາ ແຫ່ງຊາດ ໃນມື້ວັນທີ 8 ພຶສພາ 2017 ແຕ່ບໍ່ໄດ້ຮັບ ຄໍາຕອບ. ການທີ່ວ່າ ແກ້ໄຂຄໍາຮ້ອງ ຂໍຄວາມເປັນທັມ ໄດ້ພຽງເທົ່ານັ້ນ ສາເຫດສຳຄັນ ກໍຍ້ອນວ່າ ຣະບຽບກົດໝາຍ ຢູ່ ສປປລາວ ບໍ່ສັກສິດ ພໍເທົ່າໃດ ເຖິງຈະມີກົດໝາຍ ຮອດ 120 ສະບັບ ກໍຕາມ. ແມ່ນແຕ່ ທ່ານ ຈູມມາລີ ໄຊຍະສອນ ອະດີດຜູ້ນຳ ສູງສຸດ ສປປລາວ ທີ່ຍັງເຄື່ອນໄຫວ ຢູ່ໃນປັດຈຸບັນນີ້ ກໍໄດ້ຮັບຮູ້ຢູ່ ໃນກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງພັກ ປະຊາຊົນ ປະຕິວັດລາວ ວ່າ:

“ການຄຸ້ມຄອງຣັຖ, ຄຸ້ມຄອງສັງຄົມ ມີຫຼາຍດ້ານບໍ່ທັນ ສັກສິດ, ເຂັ້ມງວດຕາມທີ່ ຣະບຸໄວ້ໃນກົດໝາຍ, ການສນອງການ ບໍຣິການ ຂອງ ອົງການຣັຖ ຕ່າງໆ ໃຫ້ແກ່ພົລເມືອງ ບໍ່ທັນສະດວກ ວ່ອງໄວ, ຣະບົບການຈັດຕັ້ງ ກົງຈັກ ກໍຄືຣະບຽບການ ແລະກົນໄກ ການເຄື່ອນໄຫວ ໃນບາງດ້ານ ມີລັກສນະ ອາດຍາສິດ, ບໍ່ໂປ່ງໃສ ແລະທັງເປັນຊ່ອງວ່າງ ໃຫ້ແກ່ການ ສວຍໂອກາດ ສໍ້ຣາດບັງຫລວງ”.

ໃນກອງປະຊຸມສະພາແຫ່ງຊາດ ຍານາງ ສີໃສ ກໍເວົ້າເຖິງ ຂໍ້ຂາດຕົກບົກຜ່ອງ ໃນການປະຕິບັດ ໜ້າທີ່ວຽກງານ ຂອງສະພາ ແຫ່ງຊາດ ດັ່ງມີບາງຕອນວ່າ: ສຽງ...

ແຕ່ເຖິງຢ່າງໃດກໍຕາມ ຍານາງ ກໍວ່າ ຄນະປະຈຳສະພາແຫ່ງຊາດ ແລະສະພາ ປະຊາຊົນຂັ້ນແຂວງ ໄດ້ຈັດຕັ້ງ ປະຕິບັດ ສິດ, ໜ້າທີ່ ໃນການຮັບ, ພິຈາຣະນາ ແລະແກ້ໄຂ ຄຳຮ້ອງ ຂໍຄວາມເປັນທັມ ຂອງປະຊາຊົນ ອັນເປັນການ ຢັ້ງຢືນເຖິງການ ປະຕິບັດ ສິດ, ໜ້າທີ່ ເປັນຕົວແທນ ຂອງປະຊາຊົນ ໃນການຈັດຕັ້ງ ປະຕິບັດ ຕາມຣັຖທັມນູນ ແລະກົດໝາຍ ໃນການແກ້ໄຂ ບັນຫາຕ່າງໆ ແລະ ຮັບປະກັນ ຄວາມຍຸຕິທັມ ຢູ່ໃນສັງຄົມ ແລະທັງວ່າ ໃນຕໍ່ໜ້າ ສະພາແຫ່ງຊາດ ຈະປັບປຸງ ພາລະບົດບາດ ຂອງຕົນ ໃຫ້ສູງຂຶ້ນຕື່ມ, ດັ່ງທີ່ຍານາງ ກ່າວຢູ່ໃນ ກອງປະຊຸມ ສະພາແຫ່ງຊາດ ບາງຕອນວ່າ: ສຽງ...

ຄໍາຮ້ອງຂໍຄວາມເປັນທັມເປັນ 1 ໃນ 3 ປະເພດ ຂອງຄໍາຮ້ອງທຸກ ຕາມມາດຕຣາ 2 ແລະມາດຕຣາ 3 ຂອງກົດໝາຍ ວ່າດ້ວຍການ ແກ້ໄຂຄໍາຮ້ອງທຸກ ທີ່ບຸກຄົນ ຫຼືວ່າການຈັດຕັ້ງ ທີ່ຍື່ນຄໍາຮ້ອງ ຂໍຄວາມເປັນທັມ ຂອງຕົນ ຕໍ່ຄນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງ ຫລື ຄນະປະຈໍາ ສະພາແຫ່ງຊາດ.

ຕາມກົດໝາຍ ສປປລາວ ອົງການແກ້ໄຂຄໍາຮ້ອງຂໍ ຄວາມເປັນທັມ ແມ່ນ ຄນະສະມາຊິກ ສະພາແຫ່ງຊາດ ປະຈໍາເຂດ ເລືອກຕັ້ງ ຫລື ສະພາ ປະຊາຊົນທ້ອງຖິ່ນ ຄືສະພາ ປະຊາຊົນຂັ້ນແຂວງ, ກັມມາທິການ ທີ່ກ່ຽວຂ້ອງ ຂອງສະພາ ແຫ່ງຊາດ ແລະ ຄນະປະຈໍາ ສະພາ ແຫ່ງຊາດ ທີ່ມີສິດຕົກລົງ ຕາມມາດຕຣາ 36 2 ຢ່າງຄື: ຢັ້ງຢືນເອົາຕາມຂໍ້ຕົກລົງ ຂອງອົງການ ບໍຣິຫານ ຫລື ຄໍາຕັດສິນ ຂອງສານ ທີ່ໃຊ້ໄດ້ ຢ່າງເດັດຂາດແລ້ວ ແລະໃຫ້ອົງການ ອັຍການ ປະຊາຊົນ ສູງສຸດ ຫຼືອົງການ ຂອງຣັຖ ທີ່ກ່ຽວຂ້ອງ ພິຈາຣະນາ ຄືນໃໝ່.

ເວົ້າເຖິງກໍານົດເວລາ ຂອງການຍື່ນຄໍາຮ້ອງ ຂໍຄວາມເປັນທັມ ຕໍ່ອົງການທີ່ກ່ຽວຂ້ອງ, ມາດຕຣາ 30 ກໍານົດເອົາໄວ້ວ່າ ຄໍາຮ້ອງຂໍຄວາມ ເປັນທັມ ໃຫ້ຍື່ນຕໍ່ ຄນະສະມາຊິກ ສະພາ ແຫ່ງຊາດ ປະຈໍາເຂດ ເລືອກຕັ້ງ ຫລື ຄນະປະຈໍາ ສະພາ ແຫ່ງຊາດ ພາຍໃນກໍານົດ ເວລາ 1 ປີ ນັບແຕ່ວັນຊາບ ຂໍ້ຕົກລົງທີ່ມີຜົລສັກສິດ ທາງດ້ານກົດໝາຍ ຂອງອົງການບໍຣິຫານ ຫລືຄໍາຕົກລົງ ບໍ່ຮື້ຟື້ນຄະດີ ຂອງອົງການອັຍການ ປະຊາຊົນສູງສຸດ ຫລືຄໍາຕັດສິນ ຂອງສານ ທີ່ໃຊ້ໄດ້ ຢ່າງເດັດຂາດ ເປັນຕົ້ນໄປ ໃນກໍຣະນີ ທີ່ບໍ່ມີການ ຮ້ອງຂໍ ຮື້ຟື້ນຄະດີ ຊຶ່ງໃນ 1 ປີ ຜ່ານມານີ້ ຄືນັບແຕ່ ເດືອນເມສາ 2016 ຫາ ເດືອນມີນາ 2017 ນີ້ ທ່ານ ຄຳສານ ສຸວົງ ຫົວໜ້າອົງການ ອັຍການ ປະຊາຊົນສູງສຸດ ໄດ້ຣາຍງານຕໍ່ ກອງປະຊຸມ ສະພາ ແຫ່ງຊາດວ່າ ມີຄະດີ ອາຍາ ຂັ້ນຕົ້ນທັງໝົດ 8,876 ເຣຶ່ອງ, ໄດ້ແກ້ໄຂແລ້ວ 8,320 ເຣຶ່ອງ; ມີຄະດີແພ່ງ ທີ່ໄດ້ຮັບຈາກ ສານປະຊາຊົນ ເຂດແລະແຂວງ ທີ່ດຳເນີນຄະດີ ເປັນຂັ້ນຕົ້ນ 720 ເຣຶ່ອງ, ຄະດີແພ່ງ ຂັ້ນອຸທອນ 1,115 ເຣຶ່ອງ ແລະ ຄະດີຂັ້ນ ລົບລ້າງ 499 ເຣຶ່ອງ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.