ກອງປະຊຸມສະພາແຫ່ງຊາດ ເທື່ອທີ 4

ຈໍາປາທອງ
2017.10.17
F-NAS ສະພາແຫ່ງຊາດ ສປປລາວ ຊຸດທີ 8 ເປີດກອງປະຊຸມສະໄໝສາມັນ ເທື່ອທີ 4 ໃນວັນທີ 16 ຕຸລາ ແລະຈະດໍາເນີນໄປຮອດວັນທີ 17 ພຶສຈິກາ 2017
Screen captured LNTN video

ສະພາແຫ່ງຊາດ ສປປລາວ ຊຸດທີ 8 ເປີດກອງປະຊຸມສະໄໝສາມັນ ເທື່ອທີ 4 ຢູ່ສູນປະຊຸມແຫ່ງຊາດ ຫລັກ 6 ນະຄອນຫລວງວຽງຈັນ ໃນວັນທີ 16 ຕຸລາ ແລະຈະດໍາເນີນໄປຮອດວັນທີ 17 ພຶສຈິກາ 2017 ນີ້.

ໃນພິທີເປີດ ກອງປະຊຸມເທື່ອນີ້ມີ ທ່່ານ ບຸນຍັງ ວໍລະຈິດ ເລຂາທິການໃຫຍ່ ຄະນະບໍຣິຫານງານ ສູນກາງພັກ ປະຊາຊົນ ປະຕິວັດລາວ, ປະທານປະເທສ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ແລະຄະນະຣັຖບາລ ສປປລາວ ເຂົ້າຮ່ວມ. ຍານາງ ປານີ ຢາທໍ່ຕູ້ ປະທານ ສະພາແຫ່ງຊາດ ໄດ້ກ່າວເປີດກອງປະຊຸມ ຕອນນຶ່ງວ່າ:

“ຂ້າພະເຈົ້າປະກາດໄຂກອງປະຊຸມ ສມັຍສາມັນເທື່ອທີ 4 ຂອງສະພາແຫ່ງຊາຕຊຸດທີ 8 ຢ່າງເປັນທາງການ ນັບແຕ່ເວລານີ້ ເປັນຕົ້ນໄປ ຂໍຂອບໃຈ".

ເວົ້າເຖິງຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ທີ່ເກີດມີຢູ່ ສປປລາວ ຍາງນາງ ເວົ້າວ່າ:

ພ້ອມກັນນັ້ນ ຍານາງກໍຮຽກຮ້ອງໃຫ້ທຸກພາກສ່ວນ ພະຍາມຮ່ວມມືກັນ ມຸ້ງໝັ້ນໄປສູ່ ຄວາມສໍາເຣັດ ຫລາຍຂຶ້ນ ໃນການພັທນາ ເສຖກິດ- ສັງຄົມ ແຫ່ງຊາດ ໃນຫລາຍປີ ຂ້າງໜ້າ ຖ່າມກາງສິ່ງທ້າທາຍຕ່າງໆ. ເຖິງແມ່ນວ່າ ຈະມີຜົລງານໃນປີ 2017 ນີ້ແຕ່ ເສຖກິດລາວກໍຍັງ ຜະເຊີນກັບ ຄວາມຫຍຸ້ງຍາກ ແລະສິ່ງທ້າທາຍ ຫລາຍຢ່າງ ທີ່ຈະຕ້ອງໄດ້ແກ້ໄຂ.

ຍານາງ ປານີ ເວົ້າວ່າ ການລົງທຶນຂອງຣັຖ ໃນບາງກໍຣະນີ ໄດ້ຣະເມີດກົດໝາຍ ທີ່ກ່ຽວຂ້ອງ ແລະຣະບຽບວິນັຍ ທາງການເງິນ ແລະການ ວາງແຜນການ. ໃນຂະນະດຽວກັນ ກໍຕ້ອງໄດ້ເຮັດວຽກ ໜັກເພື່ອແກ້ໄຂບັນຫາ ຫຍຸ້ງຍາກ ທາງສັງຄົມ ແລະບັນຫາ ທີ່ກ່ຽວຂ້ອງ ຮວມທັງ ການບໍຣິຫານຈັດການ ຊັພຍາກອນ ທັມຊາດ ແລະ ສິ່ງແວດລ້ອມ ໃຫ້ດີຂຶ້ນ.

ເວົ້າເຖິງກົດໝາຍສ້າງໃໝ່ ແລະກົດໝາຍປັບປຸງລວມກັນ 16 ສະບັບ ໃນຂົງເຂດເສຖກິດ-ສັງຄົມ ແລະຂົງເຂດປົກຄອງ ທີ່ຈະໄດ້ຮັບການ ພິຈາຣະນາ ແລະຮັບຮອງເອົາຢູ່ ໃນກອງປະຊຸມ ເທື່ອນີ້ ຊຶ່ງໃນນັ້ນ ມີຮ່່າງກົດໝາຍ ໃໝ່ 9 ສະບັບດັ່ງທີ່ ຍານາງກ່າວວ່າ:

ກົດໝາຍປັບປຸງ ທີ່ມີ 7 ສະບັບນັ້ນຄື ຮ່າງກົດໝາຍວ່າດ້ວຍ ການດໍາເນີນຄະດີອາຍາ, ກົດໝາຍວ່າດ້ວຍການ ກວດກາຣັຖ, ກົດໝາຍວ່າ ດ້ວຍຜັງເມືອງ, ກົດໝາຍວ່າດ້ວຍ ສັນຊາດ, ກົດໝາຍວ່າດ້ວຍ ອົງການກັມບານລາວ, ກົດໝາຍວ່າດ້ອຍ ແຮ່ທາດ ແລະກົດໝາຍວ່າດ້ວຍ ຊັພສິນທາງປັນຍາ.

ພາຍຫຼັງປະທານສະພາແຫ່ງຊາຕ ໄດ້ກ່າວເຖິງບັນຫາຕ່າງໆ ທີ່ຈະໄດ້ນໍາເຂົ້າພິຈາຣະນາ ແລະຕົກລົງ ໃນກອງປະຊຸມ ແລະກ່າວເປີດກອງ ປະຊຸມ ນັ້ນແລ້ວ ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີ ກໍໄດ້ຣາຍງານ ກ່ຽວກັບ ຜົລສໍາເຣັດ ແລະຂໍ້ຄົງຄ້າງ ໃນການຈັດຕັ້ງ ປະຕິບັດ ແຜນພັທນາ ເສຖກິດ-ສັງຄົມ ປີ 2017 ແລະ ການບໍຣິຫານ ປະເທສ 1 ປີເຄິ່ງ ຂອງຣັຖບານທີ່ວ່າໄດ້ເຮັດໃຫ້ ອັດຕຣາການເຕີບໂຕທາງ ເສຖກິດ 6.83% ເຖິງບໍ່ໄດ້ຕາມ ຄາດໝາຍ 7% ທີ່ວາງໄວ້ ແລະຄາດວ່າປີ 2017 ຈະມີ ຣາຍຮັບ ງົບປະານ ປະມານ 23,489 ຕື້ກີບ ແລະຣາຍຈ່າຍ 31,508 ຕື້ກີບ ແລະສໍາລັບປີ 2018 ກໍວ່າ ຣັຖບາລ ຈະສຸມໃສ່ 7 ວຽກງານທີ່ເປັນພື້ນຖານ ແລະຈະສູ້ຊົນ ໃຫ້ໄດ້ຣາຍ ຮັບງົບປະມານຕໍ່າສຸດ 25,452 ຕື້ກີບ ແລະງົບປະມານ ຣາຍຈ່າຍ 32,809 ຕື້ກີບ. ພ້ອມກັນນັ້ນ ທ່ານ ທອງລຸນ ກໍເວົ້າເຖິງ ຂໍ້ຄົງຄ້າງ ບາງອັນວ່າ:

ເວົ້າເຖິງບັນຫາທີ່ດິນ ທີ່ມີຜົລກະທົບ ຕໍ່ປະຊາຊົນຢ່າງຫລວງຫລາຍ ຢູ່ ສປປລາວ ທ່ານ ທອງລຸນ ກໍຮັບວ່າ:

ສິ່ງທີ່ທ່ານກ່າວມານັ້ນ ເປັນພຽງສ່ວນໜ້ອຍໆນຶ່ງ ໃນບົດຣາຍງານຂອງທ່ານ ຕໍ່ກອງປະຊຸມ ໃນມື້ທໍາອິດຂອງ ກອງປະຊຸມ ຄືໃນວັນທີ 16 ຕຸລາ ແລະມື້ຕໍ່ໆໄປ ກໍຈະມີກະຊວງ ແລະອົງການທຽບເທົ່າ ກະຊວງ ຮວມທັງອົງການ ກວດສອບແຫ່ງຣັຖ, ອົງການ ອັຍການ ປະຊາຊົນ ສູງສຸດ ແລະ ສານປະຊາຊົນ ສູງສຸດ ຂຶ້ນຣາຍງານ ຕໍ່ກອງປະຊຸມ ນໍາດ້ວຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.