ສະພາເຮັດວຽກຕາມແຜນ ຂອງພັກ

ສະພາແຫ່ງຊາດ ເຄື່ອນໄຫວວຽກງານ ແຕ່ກອງປະຊຸມ ສະພາແຫ່ງຊາດ ເທື່ອທີ 2 ແລະ ເທື່ອທີ 3 ແລະ ທິດທາງ ແຜນການ 9 ເດືອນ ປະຈໍາປີ 2017 ແມ່ນເຮັດຕາມ ການຊີ້ນຳ ຂອງພັກ ປະຊາຊົນ ປະຕິວັດລາວ

ສະຖາບັນສູງສຸດ ສະພາແຫ່ງຊາຕ ສປປລາວ ທີ່ ນະຄອນຫຼວງວຽງຈັນ Public Domain

ບົດຣາຍງາຍຕໍ່ກອງປະຊຸມ ສມັຍສາມັນເທື່ອທີ 3 ຂອງສະພາແຫ່ງຊາດ ຊຸດທີ 8 ຊຶ່ງຍານາງ ສີໄສ ລືເດດມູນສອນ ຮອງປະທານ ສະພາ ແຫ່ງຊາດ, ຄນະປະຈໍາສະພາແຫ່ງຊາດ ໄດ້ກ່າວ ໃນມື້ວັນທີ 3 ພຶສພາ 2017 ນັ້ນ ແມ່ນໝາກຜົນ ຫລືວ່າ ຜົລສໍາເຣັດ ແລະຄວາມບົກ -ຜ່ອງ ຂອງການເຄື່ອນໄຫວວຽກງານ ຂອງສະພາແຫ່ງຊາດ ສປປລາວ ແຕ່ກອງປະຊຸມ ເທື່ອທີ 2 ຫາກອງປະຊຸມ ເທື່ອທີ 3 ແລະການ ວາງທິດທາງແຜນການ 9 ເດືອນ ຂອງສະພາ ແຫ່ງຊາດ ປະຈໍາປີ 2017 ນັ້ນລ້ວນແຕ່ ເປັນການ ປະຕິບັດ ຕາມແນວທາງ, ແຜນນະໂຍ ບາຍ ແລະການຊີ້ນໍາ ຢ່າງຈົດຈໍ່ ຂອງພັກ ປະຊາຊົນ ປະຕິວັດລາວ. ສິ່ງດັ່ງກ່າວ ສະແດງອອກ ຢູ່ໃນຄໍາເວົ້າຂອງ ຍານາງ ສີໃສ ຜູ້ຕາງ -ໜ້າ ສະພາແຫ່ງຊາດຕອນນຶ່ງວ່າ: ສຽງ...

ໃນຣາຍງານຂອງຍານາງນັ້ນ ໄດ້ເວົ້າເຖິງຫລາຍບັນຫາ ທີ່ພົວພັນກັບ ການສ້າງ ແລະປັບປຸງ ກົດໝາຍ ຊຶ່ງກອງປະຊຸມ ເທື່ອທີ 2 ໄດ້ຮັບ ຮອງເອົາ ຮ່າງກົດໝາຍ 14 ສະບັບ ແລະໄດ້ຖືກ ປະກາດໃຊ້ແລ້ວ, ໄດ້ພິຈາຣະນາ ສົນທິສັນຍາ ແລະສັນຍາສາກົນ ທີ່ ສປປລາວ ເປັນ ພາຄີ ຕາມການສະເໜີ ຂອງຣັຖບາລ 3 ສະບັບ ແລະໃນກອງປະຊຸມ ເທື່ອທີ 3 ນີ້ກໍມີ ຮ່າງກົດໝາຍໃໝ່ ແລະກົດໝາຍ ສະບັບປັບປຸງ ຕື່ມອີກ 14 ສະບັບ.

ພ້ອມກັນນັ້ນ ກໍໄດ້ກ່າວເຖິງ ການຕິດຕາມກວດກາ ການປະຕິບັດ ແຜນການພັທນາ ເສຖກິດ-ສັງຄົມ ແລະແຜນງົບປະມານ ແຫ່ງຣັຖປີ 2017 ຂອງຣັຖບາລ, ອົງການກວດສອບແຫ່ງຣັຖ ແລະອົງການຕຸລາການ ສານປະຊາຊົນສູງສຸດ ແລະອັຍການ ປະຊາຊົນສູງສຸດ ແລະ ທັງວ່າໄດ້ ພິຈາຣະນາ ບັນຫາອື່ນໆ ຕື່ມອີກ. ດັ່ງທີ່ຍານາງ ສີໃສ ກ່າວບາງຕອນວ່າ: ສຽງ...

ເຣຶ່ອງຄຳຮ້ອງຂໍຄວາມເປັນທັມ ຂອງປະຊາຊົນລາວ ຊຶ່ງຫລາຍຄົນເວົ້າວ່າ ມີຢ່າງຫລວງຫລາຍ ເປັນຕົ້ນບັນຫາ ທີ່ດິນ ຂອງປະຊາຊົນທີ່ ຖືກທາງການ ສປປລາວ ຍຶດເອົາໃຫ້ ບໍຣິສັດຕ່າງປະເທສ ເປັນຕົ້ນ ວຽດນາມແລະຈີນ ລົງທຶນ ໃນໂຄງການຕ່າງໆ ຮວມທັງໂຄງການ ສ້າງເຂື່ອນໄຟຟ້າ, ໂຄງການປູກຕົ້ນ ຢາງພາລາ, ປູກກ້ວຍ ທີ່ມີການໃຊ້ ສານພິດເຄມີ ແບບຊະຊາຍ ເກີນຂອບເຂດ ທີ່ເປັນພັຍຕໍ່ສິ່ງ ແວດລ້ອມ ແລະຜູ້ຄົນ ຊຶ່ງ ຍານາງ ສີໃສ ລືເດດມູນສອນ ເວົ້າເຖິງ ຜົລກະທົບ ຂອງສານເຄມີ ນັ້ນວ່າ: ສຽງ...

ເວົ້າເຖິງຄຳຮ້ອງຂໍຄວາມເປັນທັມ ຂອງປະຊາຊົນລາວ ສະພາແຫ່ງຊາດ ເວົ້າວ່າ ໄດ້ຮັບທັງໝົດ 500 ປາຍເຣຶ່ອງ ແລະ ພິຈາຣະນາ ແກ້ໄຂໄດ້ແລ້ວ 149 ເຣຶ່ອງ, ສໍາລັບ ຢູ່ທ້ອງຖິ່ນ ໄດ້ຮັບ 840 ປາຍເຣຶ່ອງ ແລະແກ້ໄຂໄດ້ແລ້ວ ເກືອບ 520 ເຣຶ່ອງການ ຕ່າງປະເທສ ກໍວ່າ ສະພາແຫ່ງຊາດ ສປປລາວ ມີການພົວພັນ ຮ່ວມມືສອງຝ່າຍ ແລະ ຫລາຍຝ່າຍ.

ຍານາງ ປານີ ຢາທໍ່ຕູ້ ປະທານ ສະພະແຫ່ງຊາດ ໄດ້ໄປຢ້ຽມຢາມ ວຽດນາມ ຊຶ່ງໃນນັ້ນ ໄດ້ມີການລົງນາມ ໃນບົດບັນທຶກ ຮ່ວມມື ຣະຫວ່າງ 2 ສະພາ ແຫ່ງຊາດ ວຽດນາມ-ລາວ ແຕ່ປີ 2017 ຫາປີ 2021 ທີ່ລະບຸເຖິງ ການແລກປ່ຽນ ການຢ້ຽມຢາມ ຄນະຜູ້ແທນ ຊຶ່ງກັນແລະກັນ, ການຈັດ ກອງປະຊຸມ ສັມມະນາ, ການຝຶກອົບຮົມ, ການກໍ່ສ້າງ ແລະບຳລຸງ ພະນັກງານ ເພື່ອເຮັດໃຫ້ ເປັນໄປຕາມ ຂໍ້ຕົກລົງ ຂອງກົມການເມືອງ ສູນກາງພັກ ຄອມມິວນິສ ວຽດນາມ ແລະພັກ ປະຊາຊົນ ປະຕິວັດລາວ.

ສຳລັບການແລກປ່ຽນ ການຢ້ຽມຢາມ ຄນະຜູ້ແທນ ຊຶ່ງກັນແລະກັນ, ການຈັດກອງປະຊຸມ ສັມມະນາ ແລະການ ຝຶກອົບຮົມ ທີ່ວ່ານັ້ນ ຫລາຍຄົນເວົ້າວ່າ ເນື້ອແທ້ແລ້ວ ເປັນວິທີການ ຂອງວຽດນາມ ໃນການ ໃຫ້ຂໍ້ມູນ ແລະທິດຊີ້ນຳ ການເຄື່ອນໄຫວ ວຽກງານ ແກ່ສະພາ ແຫ່ງຊາດ ສປປລາວ ໃຫ້ ປະຕິບັດຕາມ.

ຄຽງຄູ່ໄປກັບຜົນສຳເຣັດ ທີ່ວ່ານັ້ນ ສະພາແຫ່ງຊາດ ກໍຍອມຮັບວ່າ ຕົນຍັງມີ ຂໍ້ຄົງຄ້າງ ອັນໝາຍເຖິງ ສິ່ງທີ່ ເຮັດບໍ່ໄດ້ ຫລາຍຢ່າງ ຊຶ່ງ ນອກຈາກ ການຮຽບຮຽງ ແລະ ກະກຽມ ຮ່າງກົດໝາຍ ໃຫ້ກອງປະຊຸມ ສະພາແຫ່ງຊາດ ຊັກຊ້າ ແລະ ບໍ່ສາມາດ ເຮັດໃຫ້ ກົດໝາຍ ໄດ້ຮັບການ ປະກາດໃຊ້, ການພິຈາຣະນາ ແກ້ໄຂຄຳຮ້ອງຂໍ ຄວາມເປັນທັມ ຂອງປະຊາຊົນລາວ ແລະບັນຫາອື່ນໆນັ້ນກໍແກ່ຍາວ ດັ່ງທີ່ ຮອງປະທານ ສະພາແຫ່ງຊາດ ກ່າວບາງຕອນວ່າ:

ເວົ້າເຖິງທິດທາງ ແລະແຜນການວຽກງານ ຕໍ່ໜ້າໃນປີ 2017 ສະພາແຫ່ງຊາດ ສປປລາວ ນອກຈາກ ເຣຶ່ອງການສ້າງ ກົດໝາຍໃໝ່ ແລະປັບປຸງ ກົດໝາຍເກົ່າແລ້ວ ຜູ້ຕາງໜ້າ ຄນະປະຈຳ ສະພາແຫ່ງຊາດ ກໍຍັງເວົ້າເຖິງ ຫລາຍບັນຫາ ທີ່ທາງສະພາ ຖືກຜູ້ນຳພັກ ປະຊາຊົນ ປະຕິວັດລາວ ກຳນົດໃຫ້ ປະຕິບັດ ເພື່ອຮັບໃຊ້ ແນວທາງ ແລະແຜນນະໂຍບາຍ ຂອງພັກວ່າ: ສຽງ...

ດ້ານການຕ່າງປະເທສ ກໍວ່າຈະພົວພັນ ຮ່ວມມືກັບ ປະເທສເພື່ອນມິດ ຍຸທສາດ ໃຫ້ກ້າວເຂົ້າສູ່ ລວງເລີກ ແລະທັງວ່າຈະໄປ ຢ້ຽມຢາມຈີນ, ໄປວຽດນາມ ເພື່ອເຂົ້າຮ່ວມ ງານສລອງປີ ສາມັກຄີ ມິຕພາບ ລາວ-ວຽດນາມ. ພ້ອມກັນນັ້ນ ກໍວ່າຈະ ສືບຕໍ່ ຍາດແຍ່ງ ຂໍການຊ່ວຍເຫລືອ ຈາກຕ່າງປະເທສ ຕື່ມອີກ: ສຽງ...

ພາລະກິດຂອງສະພາແຫ່ງຊາດ ທີ່ວ່ານັ້ນ ຫລາຍຄົນເວົ້າວ່າ ແມ່ນ ປະຕິບັດຕາມ ການຊີ້ນຳ ຂອງຜູ້ນໍາພັກ ປະຊາຊົນ ປະຕິວັດລາວ ດັ່ງທີ່ໄດ້ກໍານົດ ເອົາໄວ້ຢູ່ໃນ ມະຕິ ກອງປະຊຸມ ໃຫຍ່ຄັ້ງທີ 10 ຂອງພັກ ຊຶ່ງທີ່ຜ່ານມາ ໃຫ້ຮັບຮອງເອົາ ການປັບປຸງ ຣັຖທັມນູນ ສະບັບ ປັບປຸງປີ 2015, ໃຫ້ສ້າງ ແລະປັບປຸງ ກົດໝາຍ ຫຼາຍສະບັບ ທີ່ສອດຄ່ອງ ຕາມແນວທາງ ຂອງພັກ, ເປັນເຄື່ອງມື ຮັບປະກັນ ໃຫ້ແກ່ການ ຄຸ້ມຄອງຣັຖ, ຄຸ້ມຄອງ ສັງຄົມ ແລະ ການເຊື່ອມໂຍງ ກັບສາກົນ. ແລະ ໃນຊຸມປີ ຕໍ່ໄປນີ້ ຜູ້ນໍາພັກ ກໍກໍານົດໃຫ້ ສະພາແຫ່ງຊາດ ຍົກສູງ ຄຸນນະພາບ ແລະ ປະສິດທິຜົລ ໃນການຈັດຕັ້ງ ປະຕິບັດ ພາລະບົດບາດ ຂອງຕົນ ເປັນຕົ້ນ ຮັບປະກັນ ໃຫ້ກົດໝາຍ ຖືກຕ້ອງ ແລະ ສອດຄ່ອງກັບ ແນວທາງ ຂອງພັກ, ປັບປຸງ ກົນໄກ ການປະສານງານ ພາຍໃນ-ພາຍນອກ ໃຫ້ກົມກຽວ ເພື່ອໃຫ້ສາມາດ ປະຕິບັດ ໜ້າທີ່ ການເມືອງ ຣະຍະໃໝ່ ນີ້ໄດ້.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org