ທາງການຢືນຢັນປ່ອຍຕົວ ຄຣິສຕຽນ 3 ຄົນ

ອະວາຣີ
2019.04.19
F-Kang-Mai ບ້ານກາງໃໝ່ ບ່ອນທີ່ ທັງ 3 ຄົນ ຖືກເຈົ້າໜ້າທີ່ຕໍາຣວດຈັບ ຖ່າຍໂດຍ RFA ວັນທີ 16 ເມສາ 2019
RFA/VD

ຊາວອະເມຣິກັນສາມຄົນ ທີ່ຖືກຈັບແລະກັກຕົວ ຍ້ອນແຈກຢາຍ ເອກກະສານ ເຜີຍແຜ່ສາສນາຄຣິສຕຽນ ຢູ່ແຂວງຫລວງນ້ຳທາ ໄດ້ຖືກ ເນຣະເທດອອກຈາກ ປະເທດລາວ ແລະປັດຈຸບັນໄດ້ເດີນທາງໄປເຖິງ ປະເທດໄທ ແລ້ວ, ອີງຕາມການເປີດເຜີຍ ຂອງອົງການຄຣິສຕຽນ ອົງການນຶ່ງ ໃນສະຫະຣັດ ອະເມຣິກາ.

ທ່ານ Eric Blievernicht ສະມາຊິກອົງການຄຣິສຕຽນນັ້ນ ທີ່ມີຊື່ເປັນພາສາອັງກິດວ່າ The Vision Beyond Borders ໄດ້ອີແມວ ເຖິງວິທຍຸເອເຊັຽເສຣີ ໃນວັນທີ 18 ເດືອນ ເມສາ ປີ 2019 ນີ້ ແລະໃຫ້ຣາຍລະອຽດ ກ່ຽວກັບການເນຣະເທດ ຊາວອະເມຣິກັນ ທັງສາມຄົນນັ້ນຕື່ມວ່າ:

“ອາສາສມັກຂອງພວກເຮົາຄື ທ້າວ Wayne, ນາງ Autumn ແລະ ທ້າວ Joseph ທີ່ຖືກກັກຕົວຢູ່ລາວ ນັບແຕ່ວັນທີ່ 8 ເດືອນເມສາ ນີ້ໄດ້ຖືກ ເນຣະເທດ ແລະໄດ້ເດີນທາງໄປເຖິງປະເທດໄທແລ້ວ ເມື່ອບໍ່ດົນຜ່ານມາ. ຄຳໄຫວ້ວອນຂໍໃຫ້ ພວກເຂົາຖືກ ປ່ອຍຕົວ ໄດ້ເກີດ ຜົນເປັນຈິງແລ້ວ ແລະພວກເຂົາຈະກັບບ້ານມາ ຮ່ວມສລອງບຸນ Easter ໃນໄວໆນີ້.”

ຊາວອະເມຣິກັນທັງສາມ ຖືກຈັບແລະກັກຕົວແນວໃດ ແລະ ມື້ໃດ? ເມື່ອອາທິດທີ່ແລ້ວ ທ່ານ Blievernicht ຕອບຄຳຖາມນັ້ນໃນເວລາ ໃຫ້ສຳພາດກັບ ວິທຍຸເອເຊັຽເສຣີ ໃນວັນທີ່ 11 ເມສາ 2019 ນີ້ວ່າ:

“ພວກເຂົາຊາວອະເມຣິກັນທັງສາມ ຖືກຈັບຢູ່ບ້ານນຶ່ງໃນພາກເໜືອຂອງລາວ ແລະຖືກກັກຕົວຢູ່ບ້ານພັກຢູ່ລາວ ນັບແຕ່ວັນຈັນ ເປັນຕົ້ນມາ.”

ເປັນຫຍັງຊາວອະເມຣິກັນທັງສາມຈຶ່ງຖືກຈັບແລະກັກຕົວ? ຊາວອະເມຣິກັນ ທັງສາມ ຖືກເຈົ້າໜ້າທີ່ຕໍາຣວດ ເມືອງສິງ ແຂວງຫລວງນ້ຳທາ ຈັບຢູ່ບ້ານກາງໃໝ່ ໃນວັນຈັນ ວັນທີ 8 ເມສາ ຍ້ອນເຂົາເຈົ້າເຂົ້າມາແຈກຢາຍ ເອກກະສານເຜີຍແຜ່ ສາສນາ ຄຣິສຕຽນ ໂດຍບໍ່ໄດ້ຮັບ ອະນຸຍາດຈາກ ເຈົ້າໜ້າທີ່ທາງການ; ດັ່ງເຈົ້າໜ້າຕໍາຣວດທ້ອງຖິ່ນ ທ່ານນຶ່ງ ຜູ້ທີ່ບໍ່ປະສົງອອກຊື່ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນວັນທີ 15 ເມສາ ນີ້ວ່່າ:

“ເຂົາເຈົ້າມາແບບບໍ່ໄດ້ຜ່ານທາງພາກສ່ວນກ່ຽວຂ້ອງ ເວົ້າເລື່ອງການເຜີຍແຜ່ສາສນາ ນີ້ກະຖືວ່າມີຄວາມຜິດຫັ້ນ ແລະອີກຢ່າງກະຜິດ ຮິດຄອງປະເພນີ ຂອງບ້ານເຮົາອີກ ທໍາມະດາການທີ່ຈະເຂົ້າມາແບບນີ້ ມັນກະຕ້ອງໄດ້ຜ່ານຫລາຍຂັ້ນຕອນ ບໍ່ແມ່ນວ່າ ເຈົ້າຊິມາເຮັດ ຕາມໃຈ ມັນເປັນໄປບໍ່ໄດ້.”

ໃນຂນະດຽວກັນຊາວບ້ານກາງໃໝ່ ຜູ້ເຫັນເຫດການ ໄດ້ເລົ່າໃຫ້ວິທຍຸເອເຊັຽເສຣີ ຟັງວ່າຕົນເອງເຫັນຄົນຕ່າງປະເທດ 3 ຄົນມາແຈກຢາຍ ເອກກະສານ ໃຫ້ຊາວບ້ານ ແຕ່ບໍ່ຮູ້ວ່າ ເປັນເອກກະສານ ຫຍັງ ແລະຫລັງຈາກນັ້ນ ບໍ່ດົນ ເຈົ້າໜ້າທີ່ຕໍາຣວດເມືອງສິງ ປະມານ 5 ຄົນ ກໍມາຈັບເອົາເຂົາເຈົ້າ ຂຶ້ນລົດໄປ.

ເຈົ້າໜ້າທີ່ຕຳຣວດເມືອງສິງ ໄດ້ນຳຊາວອະເມຣິກັນທັງສາມ ໄປສະຖານີຕຳຣວດເມືອງສິງ ແລ້ວກໍ່ສືບສວນສອບສວນ ຢູ່ທີ່ຫ້ອງການປ້ອງກັນ ຄວາມສງົບເມືອງສິງ ແລະ ຫລັງຈາກນັ້ນ ໃນມື້ດຽວກັນ ເຈົ້າໜ້າທີ່ຕຳຣວດ ເມືອງສິງ ກໍສົ່ງຊາວຄຣິສຕຽນ ອະເມຣິກັນ ທັງສາມໄປກອງ ບັນຊາການ ປກສ ແຂວງຫລວງນໍ້າທາ ໂດຍໃຫ້ເຫດຜົນໃນການສົ່ງນັ້ນວ່າ ເຣື່ອງນີ້ເປັນເຣື່ອງໃຫຍ່ ຕ້ອງສົ່ງໄປຫາຂັ້ນເທິງ.

ໃນມື້ນັ້ນ ເຈົ້າໜ້າທີ່ຕຳຣວດຫລື ປກສ ແຂວງຫລວງນ້ຳທາ ກໍສືບສວນແລະສອບປາກຄຳ ຊາວອະເມຣິກັນທັງສາມຕື່ມ ຍຶດໜັງສືຜ່ານແດນ ຂອງພວກເຂົາ ແລ້ວກໍປ່ອຍພວກເຂົາເຈົ້າ ໄປຢູ່ບ້ານພັກໃນເທສບານ ເມືອງຫລວງນ້ຳທາ ພ້ອມທັງບອກວ່າ ການດໍາເນີນການຕ່າງໆ ກ່ຽວກັບເລື້ອງນີ້ ຈະມີຂຶ້ນຫລັງຈາກ ປີໃໝ່ລາວ, ດັ່ງ ເຈົ້າໜ້າທີ່ຕໍາຣວດທ້ອງຖິ່ນ ທ່ານນີ້ ໄດ້ກ່າວ ຕໍ່ເອເຊັຽເສຣີ ອີກວ່າ:

“ຫລັງຈາກສອບສວນແລ້ວກະສົ່ງໃຫ້ແຂວງ ຕໍ່ເພາະວ່າຄະດີນີ້ມັນເປັນ ຄະດີໃຫຍ່ ຄິດວ່າຄືຊິແລ້ວ ບຸນປີໄໝ່ພຸ້ນຕິຈຶ່ງຊິຮູ້ນະ.”

ຕໍ່ມາໃນວັນພະຫັດ ວັນທີ 18 ເມສາ, ຄນະກັມມາທິການເພື່ດສິດເສຣີພາບ ທາງດ້ານສາສນາ ແລະອົງການຄຣິສຕຽນ ໃນສະຫະຣັດ ອະເມຣິກາ ຮຽກຮ້ອງໃຫ້ຣັຖບານລາວ ປ່ອຍຕົວຊາວອະເມຣິກັນ ທັງສາມ.

ຄນະກັມມາທິການສະຫະຣັດເພື່ອສິດເສຣີພາບ ໃນການນັບຖືສາສນາ ຮຽກຮ້ອງໃຫ້ຣັຖບານລາວ ຍຸດຕິການຮາວີຣົບກວນ ຊາວຄຣິສຕຽນ ແລະຜູ້ນັບຖືສາສນາອື່ນໆ ໂດຍສະເພາະໃຫ້ສົ່ງໜັງສື ຜ່ານແດນຄືນໃຫ້ແກ່ ຊາວອະເມຣິກັນ ທັງສາມຄົນ ທີ່ຖືກກັກຕົວຢູ່ ໃນລາວ ໃຫ້ ພວກເຂົາສາມາດເດີນທາງ ອອກຈາກປະເທດລາວໄດ້.

ນາງ Kristina Arriaga ຄນະກັມມາທິການສະຫະຣັດ ເພື່ອສິດເສຣີພາບ ໃນການນັບຖືສາສນາ ນີ້ ຊີ້ິ້ແຈງທາງອີແມວຕອບຄຳຖາມ ຂອງນັກຂ່າວວິທຍຸເອເຊັຽເສຣີ ເມື່ອວັນທີ 17 ເດືອນເມສາ ປີ 2019 ນີ້ຕື່ມວ່າກົດໝາຍ ແລະນະໂຍບາຍ ຂອງຣັຖບານລາວ ທີ່ຄຸ້ມ ຄອງການນັບຖືສາສນາ ມີລັກສນະໃຊ້ສິດອາດຍະສິດ ຫລາຍເກີນໄປໂດຍທີ່ບໍ່ຈຳເປັນ, ປະກອບດ້ວຍຄຳເວົ້າທີ່ກວ້າງ ແລະຜິວເຜີຍ ແລະກໍເລືອກປະຕິບັດ.

ສ່ວນອົງການຄຣິສຕຽນອີກອົງການນຶ່ງ ຢູ່ສະຫະຣັດອະເມຣິກາ ທີ່ມີຊື່ວ່າ ອົງການເປັນຫ່ວງຊາວຄຣິສຕຽນ ຢູ່ໃນໂລກ ຫຼື International Christian Concern ກໍໍຮຽກຮ້ອງໃຫ້ທາງການລາວ ປ່ອຍຕົວຊາວຄຣິສຕຽນອະເມຣິກັນ ທັງສາມຄົນ ແລະຊີ້ແຈງວ່າ ຊາວອະເມຣິກັນ ເຫລົ່ານັ້ນ ເປັນພຽງແຕ່ ອາສາສມັກຄຣິສຕຽນ ເຂົ້າໄປປະເທດລາວ ກໍເພາະພວກເຂົາຮັກປະຊາຊົນລາວ ແລະພວກເຂົາບໍ່ໄດ້ເຮັດຫຍັງຜິດ ເຖິງຂັ້ນຖືກກັກຕົວ.

ຕໍ່ມາຫຼັງບຸນປີໃໝ່ລາວສິ້ນສຸດລົງ ຊາວຄຣິສຕຽນອະເມຣິກັນ ທັງສາມກໍໄດ້ເດີນທາງອອກ ຈາກປະເທດ ໄປເຖິງປະເທດໄທ ໃນວັນທີ 18 ເມສາ 2019 ນີ້. ປັດຈຸບັນ ທາງການລາວ ແລະ ທາງການສະຫະຣັດອະເມຣິກາ ຢືນຢັນ ການປ່ອຍຕົວ ຫລື ການ ເນຣະເທດຂອງຊາວ ອະເມຣິກັນ ທັງສາມແລ້ວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.