ປັບປຸງກົດໝາຍແຕ່ບໍ່ນໍາໃຊ້
ສະພາ ແຫ່ງຊາດ ລາວ ຊຸດທີ 7 ຮັບຜ່ານ ຣັຖທັມມະນູນ ສະບັບ ປັບປຸງ ແລະ ກົດໝາຍ ຫຼາຍຂໍ້ ແຕ່ ຈະນໍາໄປ ປະຕິບັດ ຢ່າງ ເຄັ່ງຄັດ ເຂັ້ມງວດ ໄດ້ຊໍ່າໃດ?ແລ້ວ ທຸກຄົນ ຈະ ຢູ່ພາຍໃຕ້ ກົດໝາຍ ຫຼືບໍ່ ກໍຍັງເປັນ ບັນຫາ ຊໍາເຮື້ອ ຂອງ ສປປ ລາວ.
-
ຈໍາປາທອງ
2015-12-29 -
-
-
ພາຍໃນຂອງ ສະພາແຫ່ງຊາດ ສປປ ລາວ
Screen captured from LNTV News video
Your browser doesn’t support HTML5 audio
ກອງປະຊຸມ ສມັຍສາມັນ ເທື່ອທີ 10 ຄື ເທື່ອສຸດທ້າຍ ຂອງ ສະພາ ແຫ່ງຊາດ ສປ ປລາວ ຊຸດທີ VII ຊຶ່ງ ໄດ້ ດໍາເນີນມາ ແຕ່ວັນທີ 7 ທັນວາ 2015 ນັ້ນ ໄດ້ ປິດລົງ ໃນ ວັນທີ 25 ທັນວາ ນີ້. ກອງປະຊຸມ ໄດ້ຮັບຜ່ານ ຫຼາຍ ເອກກະສານ ຮວມທັງ ຣັຖທັມມະນູນ ສະບັບ ປັບປຸງ ແລະ ກົດໝາຍ 11 ສະບັບ.