ຣັຖບານລາວຖືກບັງຄັບເຣື້ອງ ສິດທິ ມະນຸດ

ຈໍາປາທອງ
2015.02.10
F-mekong ນໍ້າຂອງຍາມແລງ
RFA

ສປປລາວ ເປັນ ປະເທສ ນຶ່ງ ໃນ ຈໍານວນ 14 ປະເທສ ທີ່ ຕົກເປັນ ເປົ້າ ຂອງ ການ ທົບທວນ ການ ປະຕິບັດ ສິດທິ ມະນຸດ ຮວມທັງ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຊຶ່ງ ສະພາ ສິດທິ ມະນຸດ ສະຫະ ປະຊາຊາດ ເລັ່ງໃສ່ ຢູ່ ໃນ ກອງ ປະຊຸມ ຄັ້ງທີ 2 ທີ່ ນະຄອນ ເຈນີວາ ເມື່ອ ວັນທີ 20 ມົກກະຣາ 2015.

ການ ປະຕິບັດ ສິດທິ ມະນຸດ ເວົ້າ ສະເພາະ ຢູ່ ສປປ ລາວ ນັ້ນ ເປັນເຣຶ່ອງ ສໍາຄັນ ທີ່ສຸດ ສໍາລັບ ປະຊາຊົນ ລາວ ເພາະ ມີການ ຣະເມີດ ຢ່າງ ຮຸນແຮງ ຈົນ ສົ່ງຜົລ ກະທົບ ໂດຍກົງ ໃສ່ ຊີວິດ ການ ເປັນຢູ່ ແລະ ການທໍາມາ ຫາກິນ ຂອງ ປະຊາຊົນ, ໃສ່ ການ ພັທນາ ເສຖກິດ ສັງຄົມ ຂອງຊາດ ທີ່ ຍັງທຸກຍາກ ຂາດເຂີນ ຢູ່ນີ້. ດັ່ງນັ້ນ ປະເທສ ປະຊາ ທິປະຕັຍ ທີ່ ຈະເຣີນ ຮວມທັງ ສະຫະຣັຖ ອະເມຣິກາ ຈຶ່ງ ມີຄວາມ ເປັນຫ່ວງ ນໍາ ປະຊາຊົນ ລາວ ທີ່ ມີຊີວິດ ຢູ່ໃນ ສະພາບ ຂາດ ສິດ ເສຣີພາບ ແລະ ປະຊາ ທິປະຕັຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.