ສໍາພາດ ທ.ໂສວັດ ທົງສວັດ
2017.06.20
ເວົ້າເຖິງການລະເມີດ ສິດທິມະນຸດຢູ່ລາວ ທ່ານ ຟຽວ ໂຣເບິດເຊິນ ຮອງຜູ້ອຳນວຍການ ອົງການສິ້ງຊອມ ສິດທິມະນຸດ ປະຈຳເຂດເອເຊັຽ ທີ່ມີສູນກາງຢູ່ ນະຄອນນິວຢັອກ ສະຫະຣັຖ ອະເມຣິກາ ໃຫ້ສໍາພາດ ຕໍ່ວິທຍຸເອເຊັຽເສຣີ ທີ່ ນະຄອນຫຼວງວໍຊິງຕັນ ໃນວັນທີ 14 ມີຖຸນາ ນີ້ວ່າ: ສຽງ...
ແລະເມື່ອກ່ອນນີ້ ຂ້າພະເຈົ້າ ຈໍາປາທອງ ວິທຍຸເອເຊັຍເສຣີ ມີໂອກາດ ສໍາພາດ ທ່ານ ໂສວັດ ທົງສວັດ ຮອງປະທານ ອົງການພັນທະມິດ ເພື່ອ ປະຊາທິປະໄຕໃນລາວ ປະຈຳ ປະເທສຝຣັ່ງເສສ ຊຶ່ງທ່ານເວົ້າເຖິງ ຫລາຍບັນຫາ ທີ່ພົວພັນເຖິງ ການລະເມີດ ສິດທິມະນຸດ ຮວມທັງ ການຄ້າມະນຸດ, ຢາເສບຕິດ, ການສ້າງເຂື່ອນ ແລະ ການໃຊ້ ສານພິດເຄມີ ຢູ່ ສປປລາວ ຊຶ່ງເບື້ອງຕົ້ນ ທ່ານໄດ້ກ່າວເຖິງ ບັນຫາການ ຄ້າມະນຸດ ວ່າ: ສຽງ...
ທ່ານ ໂສວັດ ທົງສວັດ ຮອງປະທານ ອົງການ ພັນທະມິດ ເພື່ອ ປະຊາທະປະໄຕ ໃນລາວ ປະຈຳປະເທສຝຣັ່ງເສສ ໃຫ້ສໍາພາດ ວິທຍຸ ເອເຊັຍເສຣີ ໃນໂອກາດ ພັນທະມິດ ເພື່ອ ປະຊາທິປະໄຕ ໃນລາວ ທີ່ມີສູນກາງ ຢູ່ປະເທສ ເຢັຍຣະມັນ ແລະ ຊຸມຊົນ ຊາວລາວ ທໍາການ ປະທ້ວງ ຜູ້ນໍາພັກ ແລະ ຣັຖບານ ສປປລາວ ທີ່ຣະເມີດ ສິດທິມະນຸດ ແລະ ປະຊາທິປະໄຕ ຂອງ ປະຊາຊົນລາວ ຢ່າງຮ້າຍແຮງ ແລະ ທວງໃຫ້ ລົບລ້າງ ສົນທິສັນຍາ ມິດຕະພາບ ແລະການຮ່ວມມື ຣະຫວ່າງ ສປປລາວ ແລະ ສສວຽດນາມ ປີ 1977 ຊຶ່ງພວກ ຄອມມິວນິສ ວຽດນາມ ຖືເອົາເປັນເຄື່ອງມື ໃນການປະຕິບັດ ນະໂຍບາຍ ຄອບຄອງລາວ ຢູ່ຕໍ່ໜ້າ ຣັຖສະພາຢູໂຣບ ທີ່ ເມືອງສະຕຣາສບວກ ປະເທສ ຝຣັ່ງເສສ ໃນມື້ວັນທີ 12 ມິຖຸນາ 2017 ນີ້.