ກອງປະຊຸມ "ໄອປາ" ຄັ້ງທີ 35
2014.09.16

ກອງປະຊຸມ ຣັຖສະພາ ຣະຫວ່າງ ຊາດ ຂອງ 10 ປະເທສ ສະມາຊິກ ສະມາຄົມ ບັນດາ ປະເທສ ເອເຊັຽ ຕາເວັນອອກ ສ່ຽງໃຕ້ ຫລື AIPA ຄັ້ງທີ 35 ຊຶ່ງ ກໍາລັງ ດໍາເນີນ ໄປຢູ່ໃນ ຂນະນີ້ ທີ່ ນະຄອນ ຫຼວງ ວຽງຈັນ ຈະເຮັດໃຫ້ ລາວ ໄດ້ຮັບ ຜົລປະໂຫຍດ ຫຽັງແດ່, ຈະສົມກັບ ການທຸ້ມເທ ສະຕິ ປັນຍາ ແລະ ເຮື່ອແຮງ ຢ່າງ ຫຼວງຫຼາຍ ຂອງຄນະ ກະຕຣຽມ ແລະ ດໍາເນີນ ກອງປະຊຸມ ນັ້ນ ຫລືບໍ່; ຈະຄຸ້ມຄ່າ ກັບ ການລົງທຶນ ທີ່ ເກັບມາ ຈາກພາສີ ແລະ ອາກອນ ຂອງ ປະຊາຊົນ ເປັນ ຈໍານວນ ຫຼວງຫຼາຍ ນັ້ນ ຫລືບໍ່ ຊຶ່ງມີການ ວິພາກ ວິຈານກັນ ວ່າ ສ່ວນໃຫຍ່ ຄົງຈະໄດ້ ແຕ່ ຜົລປະໂຫຍດ ດ້ານການເມືອງ ສໍາລັບ ຜູ້ນໍາພັກ ປະຊາຊົນ ປະຕິວັດ ລາວ ທີ່ ກໍາອໍານາດ ຢູ່ ສາທາຣະນະຣັຖ ປະຊາທິປະຕັຍ ປະຊາຊົນ ລາວ ແລະ ຜູກຂາດ ອໍານາດ ມາໄດ້ 39 ປີ ແລ້ວນັ້ນ.
ແຕ່ ເຖິງຢ່າງໃດ ກໍຕາມ ຄນະນໍາ ສະພາ ແຫ່ງຊາດ ສປປລາວ ກໍວ່າ ກອງປະຊຸມ ຣັຖສະພາ ຣະຫວ່າງ ຊາດ ອາຊຽນ ຄັ້ງທີ 35 ທີ່ ລາວ ໄດ້ຮັບກຽດ ເປັນ ເຈົ້າພາບ ແລະ ດໍາເນີນ ໄປແຕ່ວັນ ທີ 14 ເຖິງ ວັນທີ 20 ກັນຍາ 2014 ນີ້ ຈະ ເຮັດໃຫ້ ລາວ ໄດ້ຮັບ ຜົລປະໂຫຍດ ຫລາຍຢ່າງ. ດຣ. ກຸແກ້ວ ອັກຄະມົນຕີ ປະທານ ກັມມາທິການ ການ ຕ່າງປະເທສ ຂອງ ສະພາ ແຫ່ງຊາດ, ກັມມະການ ຄນະຊີ້ນໍາ ການກະຕຣຽມ ກອງປະຊຸມ AIPA-35 ຣະດັບຊາດ ໄດ້ກ່າວ ຕໍ່ ສື່ມວນຊົນ ວ່າ ສະພາ ແຫ່ງຊາດ ໄດ້ ຄາດຄະເນ ຜົລ ທີ່ ຈະໄດ້ຮັບ ຈາກ ກອງປະຊຸມ ສາກົນ ຄັ້ງນີ້ ມີ 5 ຢ່າງ ຊຶ່ງພໍ ສລຸບໄດ້ ດັ່ງນີ້:
1. ເພື່ອ ໂຄສະນາ ເຜີຍແພ່ ແນວທາງ ນະໂຍບາຍ ຂອງພັກ ແລະຣັຖ ທາງ ດ້ານ ການເມືອງ, ເສຖກິດ ສັງຄົມ ໂດຍສະເພາະ ແມ່ນ ວຽກງານ ການ ດຶງດູດ ການ ລົງທຶນ ແລະ ການ ທ່ອງທ່ຽວ.
2. ຈະໄດ້ ປຶກສາຫາລື ແລກປ່ຽນ ຄໍາຄິດ ຄໍາເຫັນ ຊຶ່ງກັນ ແລະກັນ ກ່ຽວກັບ ການຈັດຕັ້ງ ປະຕິບັດ ວຽກງານ ການຮ່ວມມື ໃນຂົງເຂດ ຕ່າງໆ ເພື່ອ ການພັທນາ ສົ່ງເສີມ ສິນຄ້າ ການ ລົງທຶນ ແລະ ແກ້ໄຂ ຄວາມທຸກຍາກ ຂອງ ປະຊາຊົນ.
3. ສົ່ງເສີມ ການທ່ອງທ່ຽວ ແລະ ຊຸກຍູ້ ເສຖກິດ ຂນາດນ້ອຍ ແລະ ຂນາດ ກາງ.
4. ຈະໄດ້ ບົດຮຽນ ແລະ ປະສົພການ ໃນການ ເຄື່ອນໄຫວ ວຽກງານ ການ ຕ່າງປະເທສ ໂດຍສະເພາະ ແມ່ນ ວຽກງານ ການພັທນາ ຊັພຍາກອນ ມະນຸດ.
5. ຖແລງການ ຮ່ວມ ຂອງ ກອງປະຊຸມ ຈະເປັນສິ່ງ ທີ່ສເນີໃຫ້ ຣັຖບາລ ຂອງ ປະທສ ສະມາຊິກ ແລະ ພາກສ່ວນ ທີ່ກ່ຽວຂ້ອງ ທົບທວນຄືນ ບັນຫາ ຕ່າງໆ ໃນ ການຈັດຕັ້ງ ປະຕິບັດ ວຽກງານ ໃນຂົງເຂດ ອາຊຽນ ຕໍ່ໄປ.
ທີ່ຜ່ານມາ ແລະ ປັດຈຸບັນ ວຽກງານ ໄດ້ດໍາເນີນໄປ ແບບຊັກຊ້າ ແລະ ຂາດການ ກວດກາ ດັ່ງທີ່ທ່ານ ຈູມມະລີ ໄຊຍະສອນ ເລຂາທິການ ໃຫຍ່ ຄນະ ບໍຣິຫານ ສູງກາງພັກ ໄດ້ກ່າວຢູ່ ໃນ ກອງປະຊຸມ ໃຫຍ່ຄັ້ງທີ 9 ຂອງ ພັກ ຊຶ່ງ ປັດຈຸບັນ ທຸກພາກ ສ່ວນໃນ ສັງຄົມລາວ ຕ້ອງໄດ້ ປະຕິບັດ ຕາມນັ້ນວ່າ:
"ການ ຜັນຂຍາຍ ແລະ ຈັດຕັ້ງ ປະຕິບັດ ຂໍ້ຕົກລົງ ໃນດ້ານ ຕ່າງໆ ກັບຕ່າງ ປະເທສ ຍັງຊ້າ ຂາດການ ຕິດຕາມ ກວດກາ ແລະສລຸບ ຕີຣາຄາ ທີ່ ເປັນຣະບົບ".
ໃນຣະຫວ່າງ ກອງປະຊຸມ ຣັຖສະພາ ຣະຫວ່າງ ຊາດ ອາຂຽນ AIPA-35 ນີ້ ມີ ກອງປະຊຸມ ຄົບຄນະ ເທື່ອທີ 1 ແລະ ເທື່ອທີ 2 ກອງປະຊຸມ ຄນະ ບໍຣິຫານ ງານ AIPA ແລະ ກອງປະຊຸມ ບັນດາ ຄນະ ກັມມາທິການ ຕ່າງໆຄື: ກອງປະຊຸມ ສະມາຊິກ ຣັຖສະພາ ເພດຍິງ WAIPA, ກັມມາທິການ ການເມືອງ ກັມມາທິການ ເສຖກິດ ກັມມາທິການ ສັງຄົມ ກັມມາທິການ ການຈັດຕັ້ງ ແລະ ກິຈການ ພາຍໃນ ຂອງ AIPA, ກອງປະຊຸມ ຮ່ວມກັບ ບັນດາ ຜູ້ ສັງເກດການ ຂອງ ປະເທສ ຕ່າງໆ ແລະ ຈະມີ ຖແລງການ ຮ່ວມ ນໍາດ້ວຍ.
ຫົວຂໍ້ສໍາຄັນ ຂອງ ກອງປະຊຸມ ຄັ້ງນີ້ ແມ່ນ ”ປັບປຸງ ການຮ່ວມມື ຣັຖສະພາ ໃຫ້ເຂັ້ມແຂງ ເພື່ອສ້າງ ປະຊາຄົມ ອາຊຽນ” ແລະ ຈະມີການ ພິຈາຣະນາ ຫຼາຍບັນຫາ ຢູ່ໃນ ກອງປະຊຸມ ຄນະ ກັມມາທິການ ຕ່າງໆ.
ເວົ້າສະເພາະ ກອງ ປະຊຸມ ຂອງ ຄນະ ກັມມາທິການ ວຽກງານ ສະມາຊິກ ຣັຖສະພາ ເພດຍິງ ກໍມີການ ປຶກສາ ຫາລື ກັນ ແລະ ໄດ້ມີການ ຮັບຜ່ານ 3 ມະຕິ ຊຶ່ງ ດຣ. ບຸນຍົງ ບຸບຜາ ຮອງ ປະທານ ກັມມາທິການ ການຕ່າງ ປະເທສ ຫົວໜ້າ ອະນຸ ກັມການ ກອງເລຂາ AIPA ແຫ່ງຊາດ ຄັ້ງທີ 35 ໄດ້ກ່າວຕໍ່ ສື່ມວນຊົນ ຕອນນຶ່ງວ່າ:
"ທຸກມະຕິ ທີ່ໄດ້ຮັບຜ່ານ ການ ສົນທະນາ ແລະ ກະໄດ້ ຖືກຮັບຮອງ ເອົານັ້ນ ຄືມະຕິທີ 1 ວ່າດ້ວຍ ການປັບປຸງ ບົດບາດ ຂອງ ສະມາຊິກ ຣັຖສະພາ ເພດຍິງ ອາຊຽນ ໃນການ ສ້າງ ສະມາຄົມ ອາຊຽນ ໃຫ້ເຂັ້ມແຂງ, ມະຕິທີ 2 ແມ່ນ ເພິ່ມທະວີ ຄວາມ ພຍາຍາມ ໃນການ ສະກັດກັ້ນ ທຸກຮູບແບບ ການຈໍາແນກ ແລະ ໃຊ້ຄວາມ ຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ຢູ່ໃນ ອາຊຽນ ແລະກະ ມະຕິ ທີ 3 ແມ່ນເວົ້າເຖິງ ແມ່ຍິງ ທີ່ ມີພາວະ ເປັນຜູ້ນໍາ ຢູ່ໃນ ເອເຊັຽ ຕາເວັນອອກ ສ່ຽງໃຕ້"
ສະພາ ແຫ່ງຊາດ ສປປລາວ ຖືກ ຮັບເຂົ້າ ເປັນ ສະມາຊິກ ຂອງ ອົງການ ໄອໂປ ຊຶ່ງເປັນ ອົງການ ຣັຖສະພາ ຣະຫວ່າງ ຊາດ ອາຊຽນ ທີ່ ໄດ້ຖືກ ຈັດຕັ້ງ ຂຶ້ນ ໃນປີ 1977. ໃນປີ 2007 ອົງການ ໄອໂປ ໄດ້ຖືກປ່ຽນ ຊື່ ມາເປັນ ໄອປາ ຣັຖສະພາ ຣະຫວ່າງ ຊາດ ອາຊຽນ ຊຶ່ງ ປັດຈຸບັນ ມີ ສະມາຊິກ 10 ປະເທສ ໃນເອເຊັຽ ຕາເວັນອອກ ສ່ຽງໃຕ້ ຄື: ລາວ ວຽດນາມ ກໍາພູຊາ ໄທ ພະມ້າ ມາເລເຊັຍ ສິງກະໂປ ອິນໂດເນເຊັຍ ຟີລິບປິນ ແລະ ບຣູໄນ.
ພ້ອມກັນ ນັ້ນ ກໍຍັງມີ ຣັຖສະພາ ປະເທສ ຜູ້ ສັງເກດການ ອີກຫລາຍ ປະເທສ ຄື: ອອສເຕຣເລັຽ ເບຣາຣຸສ ຄານາດາ ອິນເດັຽ ຍີ່ປຸ່ນ ເກົາຫລີໃຕ້ ຈີນ ນິວ ຊີແລັນ ປາປົວ ນິວ ກີນີ ຣັດເຊັຍ ຕີມໍ-ແລັສເຕ ມົງໂກເລັຍ ຣັຖສະພາ ຢູໂຣບ ແລະ ທັງກອງ ເລຂາ ອາຊຽນ ອົງການ ອະນຸຮັກ ສັດປ່າ ເອເຊັຍ ເວທີ ປຶກສາຫາລື ຂອງ ເພດຍິງ ກ່ຽວກັບ ກົດໝາຍ ແລະ ການ ພັທນາ ອົງການ ຮ່ວມມື ສາກົນ ເຢັຽຣະມັນ ອົງການ ສະຫະ ປະຊາຊາດ ເພື່ອ ຍຸທສາດ ການ ຫລຸດຜ່ອນ ພັຍພິບັດ ສາກົນ ກໍມາ ເຂົ້າຮ່ວມ ກອງປະຊຸມ ໃຫຽ່ ຂອງ ໄອປາ ຄັ້ງນີ້ ນໍາ ດ້ວຍ.
ກອງປະຊຸມ ດັ່ງກ່າວ ຣັຖບາລ ລາວ ໃຫ້ຄວາມ ສໍາຄັນ ຫລາຍ, ໄດ້ ຣະດົມ ໃຫ້ ສື່ມວນຊົນ ອອກຂ່າວ ສົ່ງ ເຈົ້າໜ້າທີ່ ທີ່ ກ່ຽວຂ້ອງ ລົງເຜີຍແຜ່ ເພື່ອໃຫ້ ປະຊາຊົນ ມີ ສ່ວນຮ່ວມ ໃນການ ຮັກສາ ຄວາມສງົບ ແລະ ຄວາມເປັນ ຣະບຽບ ຮຽບຮ້ອຍ. ໃນຂນະ ດຽວກັນ ກໍຍັງມີ ປະຊາຊົນ ຈໍານວນນຶ່ງ ບໍ່ຮູ້ ກ່ຽວກັບ ກອງປະຊຸມ ຄັ້ງນີ້. ດັ່ງ ຊາວ ນະຄອນ ຫລວງ ວຽງຈັນ ເວົ້າວ່າ:
"ເພີ່ນເອົາທຸງ ຫລັກຫຍັງ ໄວ້ຕາມ ແຄມຖອກ ແຄມທາງ ບໍ່ຮູ້ເຣຶ່ອງ ວ່າມີ ມື້ໃດ ບໍ່ຈັກຊໍ້າ ທັມດາ ລົງມາແລ້ວ ຕາມບ້ານ ຕາມເມືອງ ປະກາດໃຫ້ ປະຊາຊົນ ຮູ້ ມີສະຕິ ຣະວັງຕົວ ອີ່ຫຍັງ ຫັ້ນແຫລະ ຣະວັງ ການໄປ ການມາ ອັນນີ້ ບໍ່ເຫັນວ່າ ຫຍັງ".
ອົງການ ໄອປາ ມີ ຈຸດປະສົງ ແລະ ເປົ້າໝາຍ ສົ່ງເສີມ ການຮ່ວມມື ຣະຫວ່າງ ຣັຖສະພາ ຂອງ ບັນດາ ປະເທສ ສະມາຊິກ ອາຊຽນ ເພື່ອຮັດແໜ້ນ ສາຍພົວພັນ ແລະ ການຮ່ວມມື ກັບ ຣັຖສະພາ ໃນພາກພື້ນ ແລະ ໃນໂລກ, ເພື່ອ ປຶກສາຫາລື ແລະ ໃຫ້ ຄໍາແນະນໍາ ກ່ຽວກັບ ການແກ້ໄຂ ບັນຫາ ຕ່າງໆ ທີ່ ທຸກຝ່າຍ ມີຄວາມ ສົນໃຈ ແລກປ່ຽນ ຂໍ້ມູນ ຂ່າວສານ ກ່ຽວກັບ ຜົລສໍາເຣັດ ຂອງ ຣັຖສະພາ ແຕ່ ລະ ປະເທສ ສົ່ງເສີມ ສິດ ທິມະນຸດ ແລະ ປະຊາທິ ປະຕັຍ ເພື່ອ ສັນຕິພາບ ແລະ ຄວາມ ສົມບູນ ພູນສຸກ ຂອງ ອາຊຽນ ພາຍໃຕ້ ກົດບັດ ອາຊຽນ ທີ່ ມີຢູ່ນີ້.
ສະພາ ແຫ່ງຊາດ ສປປລາວ ໄດ້ເປັນ ເຈົ້າພາບ ກອງປະຊຸມ ໄອໂປ ທີ່ ປ່ຽນຊື່ ມາເປັນ ໄອປາ ຄັ້ງທີ ທໍາອິດ ຄັ້ງທີ 26 ເມື່ອປີ 2005. ຄັ້ງທີ 35 ນີ້ ເປັນ ຄັ້ງທີ 2 ທີ່ກໍານົດ ດໍາເນີນໄປ ແຕ່ວັນທີ 14 ຫາ ວັນທີ 20 ກັນຍາ 2014 ນີ້.