ສປປລາວ ສົ່ງເສີມ ປົກປ້ອງ ສິດທິ ແມ່ຍິງ,ເດັກນ້ອຍ
2017.12.11
ເຈົ້າໜ້າທີ່ທາງການລາວ ໄດ້ສ້າງຂະບວນການເພື່ອຕ້ານ ການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ, ແຕ່ເປັນຫຍັງ ຈຶ່ງຍັງມີ ແມ່ຍິງ ແລະເດັກນ້ອຍ ຖືກໃຊ້ຄວາມຮຸນແຮງ ທັງທາງກົງ ແລະທາງອ້ອມ.
ໃນວັນທີ 25 ພຶສຈິກາ ຄະນະກັມມະການແຫ່ງຊາດ ເພື່ອຄວາມກ້າວໜ້າຂອງແມ່ຍິງ ແມ່ແລະເດັກ ແລະສູນກາງ ສະຫະພັນແມ່ຍິງລາວ ໄດ້ຈັດງານລະນຶກວັນສາກົນ ດ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ຢູ່ນະຄອນຫລວງວຽງຈັນ. ພິທີດັ່ງກ່າວມີ ເຈົ້າໜ້າທີ່ຈາກ ສະຫະພັນແມ່ຍິງລາວ, ບັນດາຣັຖມົນຕຼີ, ຮອງຣັຖມົນຕຼີ, ທູຕານຸທູດ, ຕາງໜ້າ ໃຫ້ອົງການຈັດຕັ້ງ ມະຫາຊົນ, ອົງການຈັດຕັ້ງສາກົນ, ແລະ ນັກຮຽນ ນັກສຶກສາ ເຂົ້າຮ່ວມ ພາຍໃຕ້ຫົວຂໍ້ ທີ່ມີຊື່ວ່າ: “ບໍ່ປະໃຜໄວ້ເບື້ອງຫລັງ ຍຸຕິການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກຍິງ.”
ໃນກອງປະຊຸມດັ່ງກ່າວ ໄດ້ເວົ້າເຖິງຄວາມພຍາຍາມ ໃນການຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ, ດັ່ງໂທຣະພາບ ແຫ່ງຊາດລາວ ໄດ້ຣາຍງານໃນວັນທີ 25 ພຶສຈິກາ ຕອນນຶ່ງ ວ່າ:
"ສະເພາະຢູ່ ສາທາຣະນະຣັດ ປະຊາທິປະໄຕ ປະຊາຊົນລາວ ຕລອດໄລຍະ ທີ່ຜ່ານມາ ຣັຖບານໄດ້ສົມທົບ ກັບທຸກຊັ້ນຄົນໃນສັງຄົມ ອອກແຮງເຄື່ອນໄຫວ ຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກຍິງ ທຸກຮູບແບບ."
ແຕ່ໃນຕົວຈິງ ບັນຫາທີ່ເກີດຂຶ້ນຄຽງຄູ່ກັບ ການສລອງວັນສາກົນ ຕ້ານການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງແລະເດັກນ້ອຍ ກໍຄື ມີແມ່ຍິງ ແລະ ເດັກນ້ອຍ ຫລາຍຄົນໄດ້ຮັບຄວາມຮຸນແຮງ ທາງກົງແລະທາງອ້ອມ ຈາກການໃຊ້ອຳນາດ ຂອງເຈົ້າໜ້າທີ່ຣັຖ.
ເຫດການທີ່ເກີດຂຶ້ນ ມີ ນາງ ນີ (ນາມສົມມຸດ) ອາຍຸ 15 ປີ ຊາວບ້ານຢຶບ ເມືອງທ່າແຕງແຂວງເຊກອງ ເປັນນັກຮຽນມັທຍົມ ຖືກເຈົ້າໜ້າທີ່ ທາງການແຂວງເຊກອງ ຈັບໂຕພ້ອມກັບຊາວບ້ານອີກ 13 ຄົນ ໃນວັນທີ 25 ກໍຣະກະດາ ຍ້ອນຂໍ້ຂັດແຍ່ງທີ່ດິນ ກັບບໍຣິສັດຂອງວຽດນາມ ທີ່ເຂົ້າມາຍຶດທີ່ດິນຂອງເຂົາເຈົ້າ ແລະຈົນມາເຖິງປັດຈຸບັນ ເດັກຍິງຄົນນັ້ນ ກໍຍັງບໍ່ທັນ ໄດ້ຮັບການປ່ອຍໂຕ ແລະ ເຈົ້າໜ້າທີ່ ຍັງບໍ່ທັນໄດ້ ໃສ່ຂໍ້ຫາ ໃນການຈັບກຸມຄັ້ງນີ້.
ນອກຈາກນີ້ ຍັງມີຜູ້ຍິງ ແລະເດັກນ້ອຍ ທີ່ໄດ້ຮັບຜົນກະທົບ ແລະ ຖືກປະຖິ້ມໄວ້ເບື້ອງຫລັງ ນັບແຕ່ຜູ້ເປັນຜົວ ຫລືເປັນພໍ່ ທີ່ເປັນຫົວໜ້າ ຄອບຄົວ ຖືກຈັບ. ຕົວຢ່າງ ທ້າວ ສຸວັນ ປະຊາຊົນບ້ານຢຶບ ເມືອງທ່າແຕງ ແຂວງຊເກອງ ທີ່ຖືກເຈົ້າໜ້າທີ່ ທາງການ ຈັບໂຕ ກໍຣະນີ ດຽວກັນກັບ ນາງ ນີ (ນາມສົມມຸດ) ເຮັດໃຫ້ເມັຽຂອງລາວ ຕ້ອງລ້ຽງລູກ 4 ຄົນໂດຍລໍາພັງ ແລະບໍ່ຮູ້ວ່າ ຜູ້ເປັນຜົວ ຄື ທ້າວ ສຸວັນ ຈະຖືກປ່ອຍໂຕເມື່ອໃດ.
ອີກກໍຣະນີນຶ່ງ ກໍຄື ນາງ ອຶງ ຊຸຍ ເມັງ ກຳລັງຕູ້ສູ້ ຂໍຄວາມເປັນທັມ ໃນການທີ່ ສາມີຂອງນາງ ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສດີເດັ່ນຂອງລາວທີ່ຖືກລັກພາໂຕໄປ ໃນວັນທີ 15 ເດືອນທັນວາ ປີ 2012 ຢູ່ຕໍ່ໜ້າປ້ອມຍາມຕຳຣວດ ໃກ້ກັບໂຮງຮຽນ ການຊ່າງ ລາວ-ເຢັຽຣະມັນ ຢູ່ນະຄອນຫລວງວຽງຈັນ. ອີງຕາມຫລັກຖານ ຈາກກ້ອງວົງຈອນປິດ.
ການລັກພາຕົວ ທ່ານ ສົມບັດ ສົມພອນ ແມ່ນມີເຈົ້າໜ້າທີ່ຣັຖ ຈຳນວນນຶ່ງ ມີສ່ວນຮູ້ເຫັນໃນເຣື້ອງນີ້ ແລະປັດຈຸບັນ ນາງ ຊຸຍ ເມັງ ກໍຍັງຄົງທວງຖາມ ຄວາມຄືບໜ້າ ໃນການຊອກຫາໂຕ ທ່ານ ສົມບັດ ນຳທາງການລາວ, ແຕ່ກໍຍັງບໍ່ມີຄຳຕອບ ຈາກ ທາງການລາວ.
ປະເທດລາວ ມີກົດໝາຍວ່າດ່ວຍການຕ້ານ ແລະສະກັດກັ້ນການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະເດັກນ້ອຍ ຖືກປະກາດໃຊ້ ໃນວັນທີ 30 ມົກກະຣາ ປີ 2015. ປະເທດລາວ ມີກົດໝາຍວ່າດ້ວຍທະນາຍຄວາມ ສະບັບປັບປຸງ ຖືກປະກາດໃຊ້ ໃນວັນທີ 8 ທັນວາ ປີ 2016. ຂໍ້ທີ 1 ຂອງມາດຕາທີ່ 20 ໄດ້ເວົ້າກ່ຽວກັບສິດ ແລະໜ້າທີ່ ຂອງທະນາຍຄວາມ ໄດ້ລະບຸວ່າ: [ທະນາຍຄວາມສາມາດ] ພົບກັບລູກຄວາມ ຫລື ຜູ້ທີ່ເປັນລູກຄວາມ ຕາມການສະເໜີຂອງຜູ້ກ່ຽວ ພາຍຫລັງຖືກກັກຕົວ, ຈັບຕົວ ຫລືຖືກກັກຂັງ.
ແຕ່ການປະຕິບັດໂຕຈິງແລ້ວ ຍັງມີແມ່ຍິງ ແລະເດັກນ້ອຍຖືກໃຊ້ຄວາມຮຸນແຮງ ໂດຍທີ່ເຂົາເຈົ້າບໍ່ສາມາດເຂົ້າເຖິງ ການຊ່ວຍເຫລືອ ທາງ ດ້ານກົດໝາຍ. ໃນຂະນະທີ່, ທະນາຍຄວາມ ກໍບໍ່ສາມາດເຂົ້າໄປຊ່ວຍເຫລືອ ລູກຄວາມໄດ້ຕາມພາລະໜ້າທີ່ ຂອງຕົນເອງ ຍ້ອນວ່າການ ໃຊ້ອໍານາດ ຂອງເຈົ້າໜ້າທີ່ ຝ່າຍສືບສວນ-ສອບສວນ.
ທະນາຍຄວາມ ທ່ານນຶ່ງ ຜູ້ທີ່ບໍ່ປະສົງສົງອອກຊື່ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 6 ທັນວາ ວ່າ: ເຈົ້າໜ້າທີ່ຕຳຣວດມັກຈະຈັບໂຕ ຜູ້ຕ້ອງສົງໃສ ໄປກັກຂັງໄວ້ໂລດ ໂດຍບໍ່ມີຄຳສັ່ງຂອງອັຍການ.
ແລະຍິ່ງໄປກວ່ານັ້ນ ທະນາຍຄວາມບໍ່ສາມາດເຮັດວຽກໄດ້ຢ່າງເປັນເອກກະຣາດ ແລະເຈົ້າໜ້າທີ່ຕຳຣວດ ກໍບໍ່ໃຫ້ສິດ ທະນາຍຄວາມ ມີສິດໃນການເຂົ້າຫາລູກຄວາມ ໄດ້ຕາມກົດໝາຍ ຊຶ່ງມັນແມ່ນການໃຊ້ອໍານາດ ຂອງເຈົ້າໜ້າທີ່ຕຳຣວດທະນາຍຄວາມ ກ່າວຢ້ຳວ່າ.
ການປະຕິບັດກົດໝາຍ ຂອງເຈົ້າໜ້າທີ່ກ່ຽວຂ້ອງ ຍັງບໍ່ທັນເປັນທີ່ໜ້າເຊື່ອຖື ຂອງປະຊາຊົນ ແລະປະຊາຊົນເອງ ກໍຕ້ອງການໃຫ້ຣັຖ ເຮັດແທ້-ທຳຈິງ. ດັ່ງພະນັກງານ ບຳນານ ທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນວັນທີ 6 ທັນວາ ວ່າ:
"ພະລາບົດບາດວ່າ ໃຫ້ຕ້ານຄວາມຮຸນແຮງ ລະຫວ່າງ ແມ່ຍິງ ກັບເດັກນ້ອຍ ທີ່ໄດ້ຍິນ ທ່ານ ຮອງນາຍົກ ນິ ທ່ານ ສອນໄຊ ສີພັນດອນ ເພິ່ນເວົ້ານັ້ນມື້ນັ້ນ ເຮົາເອງກະຟັງ ເຮົາເອງກະຟັງເນາະ ເພິ່ນວ່າ ຊິຕ້ານທຸກຮູບແບບ ທີ່ປະກົດການໃຊ້ຄວາມຮຸນແຮງ ຕໍ່ແມ່ຍິງ ແລະ ເດັກນ້ອຍ ອື້ ເພິ່ນເວົ້າ ຢູ່ໃນວິທະຍຸດອກ ເຮົາເອງກະຟັງ ອື້ ຂັ້ນເພິ່ມເຮັດແທ້ ມັນກະດີ."
ຈາກກໍຣະນີທີ່ກ່າວມາ ເປັນພຽງແຕ່ຕົວຢ່າງຈຳນວນນຶ່ງເທົ່ານັ້ນ ແຕ່ໃນຕົວຈິງ ຍັງມີອີກຫລາຍກໍຣະນີ ທີ່ເກີດຂຶ້ນ ທີ່ແມ່ຍິງ ແລະເດັກນ້ອຍ ຖືກໃຊ້ຄວາມຮຸນແຮງ ຍ້ອນການກະທຳ ຂອງເຈົ້າໜ້າທີ່ຣັຖ ແລະ ຍັງມີອີກຫລາຍກໍຣະນີ ທີ່ຍັງບໍ່ໄດ້ຖືກເປີດເຜີຍ. ບັນຫາດັ່ງກ່າວ ກຳລັງ ເກີດຂຶ້ນ ແລະ ປະຊາຊົນລາວ ກໍເຂົ້າໃຈບັນຫາດັ່ງກ່າວ ໃນຂະນະທີ່ປະເທດລາວ ກຳລັງຈະພັທນາ ໃຫ້ກາຍເປັນຣັຖແຫ່ງກົດໝາຍ ໃນປີ 2020. ແຕ່ຖ້າຍັງມີສະພາບການ ໃຊ້ຄວາມຮຸນແຮງຕໍ່ແມ່ຍິງ ແລະເດັກນ້ອຍ ຢູ່ແລ້ວເມື່ອໃດ ປະເທດລາວ ຈະກາຍເປັນຣັຖແຫ່ງກົດໝາຍ.