ການກັກຂັງຜູ້ຕ້ອງຫາ ເກີນ ກຳນົດ

ອຸ່ນແກ້ວ ສຸກສະຫວັນ
2018.12.06
f-justice ກະຊວງຍຸຕິທັມ ສປປລາວ
Public domain

ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 30 ພຶສຈິກາ ທີ່ຜ່ານມາ ໄດ້ມີການຣາຍງານ ແລະຕີລາຄາ ວຽກງານຍຸຕິທັມ, ໃນນັ້ນ ບັນຫາທີ່ພົ້ນເດັ່ນ ບັນຫານຶ່ງ ກໍຄື ການກັກຂັງຜູ້ຕ້ອງຫາ ເກີນກຳນົດກົດໝາຍຣະບຸໄວ້.

ຂ້າພະເຈົ້າ ໄດ້ມີໂອກາດສຳພາດ ອະດີດຜູ້ຕ້ອງຫາ ຄະດີຄວາມຈຳນວນນຶ່ງ ທີ່ຖືກເຈົ້າໜ້າທີ່ຕຳຣວດຈັບຂັງຄຸກ ໂດຍ ບໍ່ມີຄຳສັ່ງຂອງສານ.

ກໍຣະນີ ທີ 1: ແມ່ນ ທ່າວ ແພງ ຢູ່ເມືອງຫລວງພຣະບາງ ແຂວງຫລວງພະບາງ ຖືກເຈົ້າໜ້າທີ່ຕຳຣວດ ຈັບຂັງຄຸກປະມານ 1 ເດືອນ ໃນກາງປີ 2017 ທີ່ຜ່ານມາ ໃນຂໍ້ຫາວ່າ ຜູ້ກ່ຽວມີສ່ວນຮູ້ເຫັນ ກັບການຫາຍຕົວໄປຂອງນັກທ່ອງທ່ຽວ ຊາວເກົາຫລີໃຕ້.

ກໍຣະນີ ທີ 2: ແມ່ນຜູ້ຍິງ ຖືກເຈົ້າໜ້າທີ່ຕຳຣວດ ຈັບຂັງຄຸກຫລາຍເດືອນ ເມື່ອ 10 ປີ ຜ່ານມາ.

ກໍຣະນີ ທີ 3: ແມ່ນຄະດີການຈັບກຸມຊາວບ້ານຢຶບ ເມືອງທ່າແຕງ ແຂວງເຊກອງ 14 ຄົນ ໃນຂໍ້ຂັດແຍ່ງທີ່ດິນ ນັບແຕ່ກາງປີ 2017 ໃນນັ້ນເສັຽຊີວິດ 1 ຄົນ ແລະປ່ອຍອອກມາແລ້ວ 3 ຄົນ, ປັດຈຸບັນ 10 ຄົນ ທີ່ຖືກຈັງຄຸກຢູ່ ແລະ ຍັງບໍ່ທັນມີການປ່ອຍຕົວ.

ກ່ຽວກັບເລື້ອງນີ້ ສະມາຊິກສະພາແຫ່ງຊາດ ກໍສະແດງຄວາມເປັນຫ່ວງ ຢູ່ໃນກອງປະຊຸມສໄມສາມັນ ເທື່ອທີ 6 ຂອງສະພາແຫ່ງຊາດ ຊຸດທີ 8 ໃນວັນທີ 30 ພຶສຈິກາ ຜູ້ຕ້ອງຫາຖືກກັກຂັງ ເກີນກຳນົດຍັງມີຢູ່ຫຼວງຫລາຍ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.