ລາວຈີນສລອງຄວາມສັມພັນ

ໃນໂອກາດ ປີໃໝ່ ຈີນ ນີ້ ລາວແລະຈີນ ສລອງ ບາດກ້າວ ກະໂດດ ຂອງຜົນງານ ການຮ່ວມມື ແບບບໍ່ເຄີຽ ມີມາ ຊຶ່ງ ທາງການລາວ ເອີ້ນວ່າ ຄວາມສັມພັນ ແບບ ເພື່ອນມິດ ທະວີຂຶ້ນ ນັບມື້.

ລາວ-ຈີນສລອງຄວາມສັມພັນ RFA

 

ໃນໂອກາດປີໃໝ່ຈີນ ນີ້ ລາວແລະຈີນ ສລອງ ບາດກ້າວກະໂດດ ຂອງຜົນງານການຮ່ວມມື ແບບບໍ່ເຄີຽ ມີມາ ຊຶ່ງ ທາງການລາວ ເອີ້ນວ່າ ຄວາມສັມພັນ ແບບ ເພື່ອນມິດ ທະວີຂຶ້ນ ນັບມື້.

ໃນວັນທີ່ 31 ມົກກະຣາ ປີ 2014 ທີ່ຈະມາເຖິງນີ້ ເປັນວັນເລີ້ມຕົ້ນ ຂອງ ປີມະເມັຽ ຫລືປີມ້າ ຕາມປະຕິທິນ ຂອງຈີນ ທຸຣະກິດ ໂຮງແຮມ ການທ່ອງທ່ຽວ ຮ້ານອາຫານຂອງຊາວຈີນໃນຫລາຍປະເທດ ໄດ້ເລີ້ມປະກອບພິທີ ສລອງປີໃໝ່ ນີ້ແລ້ວ.

ໃນວັນເສົາ ວັນທີ 25 ຜ່ານມານີ້ ຢູ່ ສປປ ລາວ ທາງການລາວ ກັບຈີນ ໄດ້ຈັດພິທີສລອງປີໃໝ່ຈີນແບບຍິ່ງໃຫ່ຽທີ່ບໍ່ເຄີຽມີມາ ຊຶ່ງທາງການ ລາວ ຖືເອົາໂອກາດການສລອງດັ່ງກ່າວນີ້ວ່າ ເປັນການສແດງອອກ ເຖິງຜົນສໍາເຣັດທີ່ຍິ່ງໃຫ່ຽ ຂອງ ການພັທນາ ສັງຄົມ-ເສຖກິດ ຣະຫ່ວາງ ລາວກັບຈີນ.

ຕາມລາຍງານ ໜັງສືພິມ ທາງການລາວ. ລາຍງານວ່າ ພິທີສລອງປີໃໝ່ ຈີນ ປີ 2014 ຣະຫ່ວາງ ລາວກັບຈີນ ນີ້ຖືກຈັດຂຶ້ນ ໂດຍ ກະຊວງ ໂຄສະນາ ວັທນະທັມ ແລະທ່ອງທ່ຽວ ຮ່ວມກັບກົມໂຄສະນາການ ຂອງ ກັມມະການ ພັກ ຄອມມູຍນິສຈີນ ປະຈໍາແຂວງ ຢຸນນານ ແລະຈັດຂຶ້ນຢູ່ທີ່ ສູນປະຊຸມແຫ່ງຊາຕ ທີ່ ນະຄອນຫລວງວຽງຈັນ ໂດຍມີການ ນໍາເອົາກອງສແດງ ວັນນະຄະດີ ຂອງປະເທດຈີນ ແລະຂອງລາວ ຂຶ້ນມາສແດງເທິງເວທີ່ ໃຫ້ເຈົ້າໜ້າທີ່ທາງການ ແລະນັກທຸຣະກິດ ທັງສອງຝ່າຍໄດ້ເບິ່ງແລະຊົມ. ຜູ້ເຂົ້າຮ່ວມ ພິທີສລອງນີ້ ຮ່ວມທັງເອກ ອັຄຣັຖທູຕວຽດນາມ ປະຈໍາລາວ ກໍຮ່ວມນໍາດ້ວຍ. ພິທີສລອງໄດ້ເປີດຂຶ້ນ ໂດຍການສແດງ ຟ້ອນສິງໂຕຕາມປະເພນີການສລອງປີໃໝ່ຂອງຈີນ.

ຜົນງານຂອງການຮ່ວມມືຣະຫ່ວາງ ລາວກັບຈີນ ຕຣອດປີ 2013 ຜ່ານມາ ມີຄືແນວໃດແດ່ ທີ່ສແດງອອກເຖິງການຮ່ວມມືທີ່ທາງການ ທັງ ສອງປະເທດ ຕີຣາຄາວ່າເປັນການຮ່ວມມືອັນຍິ່ງໃຫ່ຽ ແລະຄວາມສາມັກຄີ ຣະຫ່ວາງສອງພັກ ສອງຣັຖ ແລະປະຊາຊົນ ຂອງສອງຊາຕ?

• ເຮົາມາເບິ່ງຄືນວ່າ ໃນປີ 2013 ຜ່ານມາ ການຢ້ຽມຢາມລະຫ່ວາງ ເຈົ້າໜ້າທີ່ຣະດັບສູງຂອງສອງປະເທດ ມີຂຶ້ນຢ່າງຕໍ່ເນື່ອງ. ເວົ້າສະເພາະ ນັບແຕ່ເດືອນ ສິງຫາ ມາຮອດທ້າຍປີ 2013 ຄື ຣະຫ່ວາງວັນທີ່ 26-30 ກັນຍາ ທ່ານ ຈູມມາລີ ໄຊຍະສອນ ປະທານປະເທດ ສປປ ລາວ ແລະເລຂາທິການພັກ ປະຊາຊົນ ປະຕິວັດລາວ ໄດ້ເດີນທາງໄປ ຢ້ຽມຢາມ ປະເທດຈີນ ແລະ ພົບປະກັບ ປະທານປະເທດ ຈີນ ທ່ານ ສີ ຈິນປິງ. ສອງຝ່າຍໄດ້ອອກຖແຫລງການ ຮ່ວມກັນ ແລະ ສັນຍາວ່າ ຈະເຮັດໃຫ້ຍຸທສາຕ ການຮ່ວມມືຮອບດ້ານ ແລະ ເປັນຄູ່ພາຄີພັທນາ ທີ່ຕົກລົງກັນ ໃນປີ 2009 ນັ້ນ ຂຶ້ນສູ່ຣະດັບສູງ.

ສອງຝ່າຍຕົກລົງ ໃຫ້ມີການຕິດຕໍ່ພົວພັນກັນ ຢ່າງເປັນປະຈໍາ ແລະແລກປ່ຽນການຢ້ຽມຢາມ ຣະຫ່ວາງຄະນະຜູ້ນໍາຂອງສອງພັກ ແລະສອງຣັຖ ເພື່ອແລກປ່ຽນຄວາມຄິດຄວາມເຫັນ ໃນບັນຫາຕ່າງໆ ຕາມເວລາທີ່ກໍານົດໄວ້.

ສອງຝ່າຍຕົກລົງເພີ້ມການຮ່ວມມືຣະຫ່ວາງ ສະຖາບັນນິຕິບັນຍັດຂອງ ສອງປະເທດ ແລະຣະຫ່ວາງ ສະພາທີ່ປຶກສາທາງການເມືອງປະຊາຊົນ ຂອງຈີນ ກັບແນວໂຮມສ້າງຊາຕຂອງລາວ.

ສອງຝ່າຍຕົກລົງໃຫ້ມີການຮ່ວມມືຣະຫ່ວາງພັກການເມືອງ ກ່ຽວກັບການສ້າງພັກໃຫ້ເຂັ້ມແຂງ ເພື່ອກ້າວຂຶ້ນສູ່ສັງຄົມນິຍົມ.

ສອງຝ່າຍຕົກລົງ ໃຫ້ມີການຮ່ວມມືໂຕຈິງໃນທຸກຂົງເຂດວຽກງານ ໂດຍສຸມໃສ່ຂແນງການບູຣິມະສິດໂຄງຮ່າງພື້ນຖານ 10 ຢ່າງຄື: ການກະສິກັມ ການປຸງແຕ່ງ ຊັພຍາກອນ ທັມະຊາດ ພລັງງານ ບໍ່ແຮ່ ການທ່ອງທ່ຽວ ການຫລຸດຜ່ອນ ຄວາມທຸກຍາກ ຂອງປະຊາຊົນ ໂທຣະຄົມະນາຄົມ ບໍຣິສັດ ຂນາດນ້ອຍ ແລະກາງ ແລະຊັພຍາກອນມະນຸດ. ການຮ່ວມມື ໃນດ້ານອື່ນໆ ກໍມີ ການຍົກຣະດັບ ການປ້ອງກັນຊາຕ ຕຸລາການ ເຈົ້າໜ້າທີ່ ປະຕິບັດກົດໝາຍ ການສຶກສາ ສາທາຣະນະສຸຂ ແລະກິລາ. ໃນດ້ານການຮ່ວມມື ໃນເວທີການຕ່າງປະເທດນັ້ນ ສອງຝ່າຍ ຕົກລົງເຮັດວຽກ ຮ່ວມກັນ ຢູ່ໃນຂອບຂອງເວທີ ນານາຊາຕ ຮ່ວມທັງ ການຮ່ວມມື ຈີນ- ອາຊຽນ ແລະ ອາຊຽນບວກສາມ. ຍັງບໍ່ເທົ່ານັ້ນ ສອງຝ່າຍ ຢໍ້າຕື່ມວ່າ ຈະຊຸກຍູ້ ຊຶ່ງກັນ ແລະກັນ ໃນການສ້າງ ແລະ ປັບປຸງ ນະໂຍບາຍ ຣະບອບ ສັງຄົມ ນິຍົມ ໃຫ້ມີຄວາມ ກ້າວໜ້າ.

ໃນລະຍະການຢ້ຽມຢາມເປັນເວລາ 5 ວັນ ນັ້ນ ທ່ານ ຈູມມາລີ ນອກຈາກ ໄດ້ພົບປະ ສົນທະນາ ຫລາຍໆ ບັນຫາ ກັບທ່ານ ຊີ ຈິນປິງ ແລ້ວ ຍັງໄດ້ພົບປະກັບ ທ່ານ ລີ ເກກຽງ ນາຍົກ ຣັຖມົນຕຣີ ເພື່ອ ສົນທະນາ ການຮ່ວມມື ໂຕຈິງ ຫລາຍ ໂຄງການ. ໃນເວລານັ້ນ ທ່ານ ຈູມມາລີ ໄດ້ຮຽກຮ້ອງ ໃຫ້ ເຈົ້າໜ້ນາທີ່ ທັງສອງ ປະເທດ ເລັ່ງລັດ ການຮ່ວມມື ໂຄງການ ສ້າງທາງ ຣົດໄຟ ຄວາມໄວສູງ ລາວ-ຈີນ, ໂຄງການ ໃຫ່ຽໆຂອງຈີນ ໃນລາວ ແລະຮຽກຮ້ອງ ໃຫ້ນັກ ທຸຣະກິດ ຈີນ ເຂົ້າໄປ ລົງທຶນ ໃນລາວ ຫລາຍຂຶ້ນ.

ນັບແຕ່ລາວ ແລະຈີນ ໄດ້ຕົກລົງ ສ້າງຄວາມ ສັມພັນໃໝ່ ບົນພື້ນຖານ ຍຸທສາຕ ການຮ່ວມມື ຮອບດ້ານ ແລະ ເປັນຄູ່ ພາຄີ ຮ່ວມພັທນາ ປີ 2009 ມານີ້ ສອງຝ່າຍ ໄດ້ຍຶດໝັ້ນ ຕາມຫລັການ ທີ່ຕົກລົງກັນ ມາຕຣອດ. ໃນປີ 2013 ນີ້ ທ່ານ ທອງສິງ ທັມມະວົງ ນາຍົກ ຣັຖມົນຕຣີ ຍານາງ ປານີ ຢາທໍຕູ ປະທານ ສະພາ ແຫ່ງຊາຕ ທ່ານ ທອງລຸນ ສີສຸລິດ ຣັຖມົນຕຣີ ຕ່າງປະເທດ ແລະ ຄະນະຜູ້ແທນ ພັກ ແລະຣັຖ ຫລາຍຣະດັບ ກໍໄດ້ໄປ ຢ້ຽມຢາມ ປະເທດຈີນ
ແລະ ແລກປ່ຽນ ບົດຮຽນກັນ. ໃນຂະນະ ດຽວກັນ ຄະນະ ຜູ້ແທນ ຂອງຝ່າຍຈີນ ກໍໄດ້ເດີນທາງ ມາຢ້ຽມຢາມ ລາວ ຢ່າງຕໍ່ເນື່ອງ ເຊັ່ນກັນ.

ເມື່ອວັນທີ 5 ເດືອນ ສິງຫາ ປີ 2013
ທ່ານ ວັງຢີ ຣັຖມົນຕຣີ ຕ່າງປະເທດ ຈີນ ກໍໄດ້ເດີນ ທາງມາ ຢ້ຽມຢາມ ລາວ ຫລາຍຄົນ ຄົງຍັງຈໍາໄດ້ ຮູບພາບນຶ່ງ ທີ່ຫນັງສືພິມ ທາງການລາວ ນໍາສະເໜີ ໃນຂ່າວນັ້ນ ທ່ານ ວັງຢີ ຍ່າງຄຽງຂ້າງ ທ່ານ ທອງລຸນ ແລະ ເອົາມື ກອດແຂນ ເບື້ອງຂວາ ຂອງ ທ່ານ ທອງລຸນໄວ້ ຊຶ່ງມັນສແດງ ເຖິງຄວາມ ໃກ້ຊິດ ຣະຫ່ວາງ ຜູ້ນໍາ ຂອງ ສອງ ປະເທດນີ້. ໃນເວລາ ນັ້ນ ທ່ານ ວັງ ຢີ ກ່າວຢໍ້າ ຕໍ່ ທາງການ ລາວ ວ່າ ຈີນ ສັນຍາວ່າ ຈະ ພຍາຍາມ ໃຫ້ໂຄງການ ທາງລົດໄຟ
ຄວາມໄວສູງ ລາວ-ຈີນ ນີ້ ເກີດເປັນ ຄວາມຈິງ. ພ້ອມນັ້ນ ຈີນ ໄດ້ຕົກລົງ ໃຫ້ເງິນກູ້ ແກ່ລາວ ເປັນຈໍານວນ ເງິນ 92 ລ້ານ 8 ແສນ ໂດລາ ສະຫະຣັຖ ເພື່ອຂຍາຍ ໂຄງການ ນໍ້າປະປາ ດົງໝາກຄາຍ.

ເມື່ອເດືອນ ກັນຍາ ຜ່ານມາ ໃນເວລາ ທ່ານ ທອງສິງ ທັມມະວົງ ໄປຮ່ວມງານ ສແດງສິນຄ້າ ອາຊຽນ-ຈີນ ຄັ້ງທີ່ 10 ຢູ່ ນະຄອນ ນານນິງ. ນາຍົກ ຣັຖມົນຕຣີ ຈີນ ທ່ານ ລີ ເກກຽງ ຕົກລົງ ໃຫ້ເງິນກູ້ ດອກເບັ້ຍຕໍ່າ ແກ່ລາວ ເປັນ ຈໍານວນ ເງິນ 49 ລ້ານ ໂດລາ. ຍັງບໍ່ເທົ່ານັ້ນ ຍັງໄດ້ ສົນທະນາ ກັນເຣື້ອງ ໂຄງການ ສ້າງທາງລົດໄຟ ຄວາມໄວສູງ ລາວ-ຈີນ ຊຶ່ງລາວ ຖືວ່າເປັນ ໂຄງການ ບູຣິມະສິດ. ທ່ານ ທອງສິງ ໄດ້ສະເໜີ ທ່ານ ລີເກກຽງ ວ່າ ໃຫ້ ເຈົ້າໜ້າທີ່ ກ່ຽວຂ້ອງ ທັງສອງຝ່າຍ ເລັ່ງລັດ ຂັ້ນຕອນ ຕ່າງໆ ເພື່ອກ້າວ ເຂົ້າສູ່ ການລົງນາມ ສັນຍາ ກັນ.

ເມື່ອວັນທີ 31 ເດືອນ ຕຸລາ ລາວ ແລະຈີນ ໄດ້ລົງນາມ ສັນຍາ ຂໍ້ຕົກລົງ 6 ຂໍ້ ກ່ຽວກັບ ການຮ່ວມມື ທາງດ້ານ ເສຖກິດ ແລະ ເທັກນິກ ທີ່ມີມູນຄ່າ 16 ລ້ານກັບ 4 ແສນ ໂດລາ ສະຫະຣັຖ ເພື່ອທົບທວນ ໂຄງການ ສ້າງສູນ ປະຊຸມໃຫ່ຽ ນານາຊາຕ ແລະ ປັບປຸງ ຖນົນເລກ 13 ພາກເໜືອ ຈາກບ້ານ ປາກມອງ ເມືອງນໍ້າບາກ ແຂວງ ຫລວງພຣະບາງ ໄປຫາ ດ່ານ ຊາຍແດນ ນາເຕີຽ ແຂວງ ຫລວງນໍ້າທາ. ຂໍ້ຕົກລົງ ອື່ນໆ ຮ່ວມມີ ການຮັບມອບ ຍົນ ໂດຍສານ  MA60 ສອງລໍາ ໃຫ້ລາວ ແລະ ມອບເງິນ 2 ແສນ ໂດລາ ສໍາລັບ ໂຄງການ ປ້ອງກັນ ພຍາດ ໄຂ້ເລືອດອອກ.

ຈີນ ເປັນປະເທດ ທີ່ລົງທຶນ ໃນລາວ ອັນດັບ ສອງ ຮອງລົງມາ ຈາກ ວຽດນາມ. ການຄ້າ ຣະຫ່ວາງກັນ ມີເຖິງ 1,728 ລ້ານໂດລາ ໃນປີ 2012 ຈີນ ລົງທຶນ ໃນລາວ 745 ໂຄງການ ຄິດເປັນ ມູນຄ່າ 5,000 ລ້ານ ໂດລາ. ນັກວິເຄາະ ການເມືອງ ຢູ່ລາວ ໃຫ້ ທັສນະວ່າ ຄວາມສັມພັນ ຣະຫ່ວາງ ລາວກັບຈີນ ຂຍາຍໂຕ ສູງຂຶ້ນ ເລື້ອຍໆ ບົນພື້ນຖານ ຄວາມສັມພັນ ຍຸທສາຕ ການຮ່ວມມື ຮອບດ້ານ ແລະ ເປັນຄູ່ ພາຄີ ການພັທນາ ຊຶ່ງມີ ລັກສນະ ຕ່າງຝ່າຍ ມີຄວາມ ເປັນ ເອກກະຣາຊ ບໍ່ຄືກັນ ກັບຄວາມ ສັມພັນ ແບບພິເສດ ລາວ-ວຽດນາມ ຊຶ່ງມີການ ຮ່ວມມືກັນ ທຸກຣະດັບ ວຽກງານ ໃນແຜນການ ແລະ ທິດທາງ ອັນດຽວກັນ ແລະ ມີການ ຣາຍງານ ການ ປະຕິບັດ ງານ ໃຫ້ກັນຊາບ ແຕ່ລະໄລຍະ.

ເຖິງຢ່າງໃດກໍດີ ນັກວິເຄາະ ໃຫ້ທັສນະ ຕື່ມວ່າ ນັບແຕ່ ລາວແລະຈີນ ມີການ ຮ່ວມມືກັນ ຫລາຍຂຶ້ນ ນີ້ ເຮັດໃຫ້ ຣາຍການ ພົບປະ ຣະຫ່ວາງ ລາວ ກັບວຽດນາມ ມີຫນ້ອຍລົງ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org