ລາວ,ກັມພູຊາ ຊາຍແດນ ບໍ່ລົງຮອຍ
2018.05.31

ໃນປວັດແຫ່ງການພົວພັນຣະຫວ່າງສອງປະເທສ ຊາຍແດນ ລາວ-ກຳພູຊາ ບໍ່ເຄີຍມີບັນຫາ ຂັດແຍ່ງກັນຮຸນແຮງ ຄືກັນກັບສມັຍ ທີ່ພວກ ຜູ້ນຳຄອມມິວນິສລາວ ແລະພວກຜະເດັດການ ກຳພູຊາກຳອຳນາດມານີ້ ເປັນຕົ້ນນັບຕັ້ງແຕ່ປີກາຍມາຄວາມ ຂັດແຍ່ງ ນັ້ນຍິ່ງຮຸນແຮງຂຶ້ນ, ຈົນມາເຖິງປັດຈຸບັນ ກໍຍັງບໍ່ສາມາດແກ້ໄຂໄດ້ ຍ້ອນທັງສອງຝ່າຍມີທັສນະແຕກຕ່າງກັນ ກ່ຽວກັບເສັ້ນຊາຍແດນ ຢູ່ບໍຣິເວນແກ້ງຕໍມໍຄອຍ -ຫ້ວຍຕະເງົາ ທີ່ແຕ່ລະຝ່າຍຕ່າງກໍອີງໃສ່ເອກກະສານແລະແຜນທີ່ ທີ່ມີຂໍ້ມູນຕ່າງກັນ ຄືແຜນທີ່ທີ່ຝັ່ງເສດແຕ້ມຂຶ້ນ ສມັຍສອງປະເທສນີ້ ເປັນເມືອງຂຶ້ນ ແລະແຜນທີ່ ທີ່ສະຫະຣັຖອາເມຣິກາ ແຕ້ມຂຶ້ນຕາມຫລັງ.
ເຖິງຈະມີການເຈຣະຈາແກ້ໄຂບັນຫາຊາຍແດນ ທີ່ວ່ານັ້ນຫລາຍຄັ້ງ ທັງຣະດັບຣັຖບາລ ແລະຣະດັບທ້ອງຖິ່ນ ຂອງສອງປະເທສ ສປປລາວ -ກຳພູຊາ ແຕ່ຄວາມຂັດແຍ່ງນີ້ ຍັງບໍ່ມີທາງທີ່ຈະແກ້ໄຂໄດ້ງ່າຍ ໃນເມື່ອຝ່າຍກໍາພູຊາຖືວ່າ “ການເຈຣະຈາເປັນພຽງ ການເຈຣະຈາ, ແຕ່ການ ເຄື່ອນຍ້າຍທັບ ຂອງກໍາພູຊາ ຢູ່ໃນເຂດແດນຂອງກໍາພູຊາ ຈໍາເປັນຕ້ອງມີການດໍາເນີນໄປຕາມແຜນການ”. ຕາມຄໍາເວົ້າ ຂອງທາງການ ກໍາພູຊາ ຂຽນເອົາໄວ້ຢູ່ໃນປຶ້ມປວັດສາຍພົວພັນ ຣະຫວ່າງກໍາພູຊາ ແລະ ລາວ.
ແຕ່ຍັງບໍ່ຮູ້ວ້າ ເຂດແດນຂອງກໍາພູຊາ ທີ່ທາງການກໍາພູຊາກໍານົດເອົາຄືທີ່ວ່ານັ້ນ ກວມເອົາທັງເຂດທີ່ຍັງມີການຂັດແຍ່ງ ກັບລາວຢູ່ບໍ ຫລືບໍ່ ຊຶ່ງຂນະນີ້ ກອງກໍາລັງທະຫານ ກໍາພູຊາປະຈໍາການຢູ່. ແລະທາງຝ່າຍລາວ ຖືວ່າຝ່າຍກໍາພູຊາ ກໍາລັງເຄື່ອນໄຫວ ເລິກເຂົ້າໄປໃນບໍຣິເວນ ທີ່ຍັງມີການຂັດແຍ່ງກັນ ໂດຍໄຊ້ກົນອຸບາຍ ຈົງໃຈຫລອກລວງ ໃນການເຈຣະຈາ ເພື່ອສ້າງທ່າດີ ໃຫ້ແກ່ຕົນເອງນັ້ນຢູ່.
ແຕ່ເຖິງຢ່າງໃດກໍຕາມ ຣັຖບາລຂອງທັງ 2 ປະເທສ: ສປປລາວ ແລະ ກຳພູຊາ ກໍໄດ້ຕົກລົງກັນ ຂຽນຈັດໝາຍ ເຖິງປະທານາທິບໍດີ ຝຣັ່ງເສດ ເພື່ອສເນີໃຫ້ຣັຖບາລ ຝຣັ່ງເສສ ຊ່ວຍແລະສນອງແຜນທີ່ ແລະເອກສານອື່ນໆ ທີ່ກ່ຽວຂ້ອງ ກັບການກຳນົດ ເສັ້ນຊາຍແດນ ຣະຫວ່າງ ລາວແລະກຳພູຊາ ເພື່ອນຳໃຊ້ເປັນຂໍ້ມູນ ແລະຫລັກຖານໃນການແກ້ໄຂບັນຫາຊາຍແດນ ຣະຫວ່າງສອງປະເທສ ຊຶ່ງອາຈລວມ ທັງແຜນທີ່ ມາດຕຣາສ່ວນ 1/100000 ທີ່ຝຣັ່ງເສສ ແຕ້ມໃນສມັຍທີ່ລາວ ແລະກຳພູຊາ ເປັນເມືອງຂຶ້ນ.
ສາເຫດສໍາຄັນ ທີ່ເຮັດໃຫ້ເກີດມີການຂັດແຍ່ງກັນຮຸນແຮງ ຣະຫວ່າງ 2 ປະເທສ ນີ້ ຍ້ອນວ່າແຕ່ລະຝ່າຍຕ່າງມີທັສນະ ແຕກຕ່າງກັນ ໃນບັນຫາການກໍານົດ ເຂດຊາຍແດນ ແລະກ່າວຫາຊຶ່ງກັນແລະກັນວ່າ ເປັນຜູ້ລະເມີດເຂດນໍ້າດິນແດນ ຂອງຕົນ.
ຝ່າຍ ກໍາພູຊາ ກ່າວຫາວ່າ ກອງທັບລາວ ໄດ້ຂຸດຫລຸມກໍ້າບັງ ຫລືບັງເກີ ແລະ ໄດ້ຕຽມພ້ອມສູ້ຮົບ ໃນເຂດ O Alai ມາຕັ້ງແຕ່ເດືອນເມສາ ປີ 2017 ແລະວ່າ ການກະທໍາຄືດັ່ງກ່າວ ແມ່ນຂັດກັບກົດບັດ ສະຫະປະຊາຊາດ ແລະກົດບັດຂອງ ອາຊຽນ ຊຶ່ງລາວ ແລະກໍາພູຊາ ເປັນ ສະມາຊິກຄືກັນ. ແລະທັງເວົ້າວ່າ ຝ່າຍ ລາວໃຊ້ກອງທັບ ທີ່ປະກອບອາວຸດເບົາທຸກຢ່າງ ເຂົ້າໄປໃນດິນແດນ ກໍາພູຊາ ໂດຍບໍ່ໄດ້ຮັບ ອະນຸຍາດ ຈາກກໍາພູຊາ ຊຶ່ງເປັນປະເທສ ທີ່ມີອະທິປະໄຕ ແລະຜືນແຜ່ນດິນອັນຄົບຖ້ວນ. ຕາມຄໍາເວົ້າ ໃນເອກກສານ ທາງການຂອງ ກຳພູຊາ.
ພ້ອມກັນນັ້ນ ຝ່າຍກໍາພູຊາກໍເວົ້າວ່າ ຝ່າຍລາວທັກທ້ວງຝ່າຍກໍາພູຊາວ່າ ໄດ້ສ້າງທາງເຂົ້າໄປໃນດິນແດນລາວ ຊຶ່ງເປັນເຂດຂັດແຍ່ງ ທີ່ຍັງບໍ່ທັນໄດ້ມີການ ຕັດແບ່ງກັນຢ່າງເປັນທາງການເທື່ອ. ແລະວ່າ ຝ່າຍລາວກ່າວຫາກໍາພູຊາວ່າ ຣະເມີດອະທິປະໄຕ ຂອງຕົນ, ແຕ່ບໍ່ໄດ້ອ້າງອີງໃສ່ ຫຍັງເປັນພື້ນຖານ ຫລືອ້າງອີງໃສ່ແຜນທີ່ອັນໃດ.
ໃນຂນະດຽວກັນ ທາງການ ສປປລາວ ກໍເວົ້າວ່າ ນັບແຕ່ປີ 1975 ເປັນຕົ້ນມາ ບໍຣິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ຢູ່ພາຍໃຕ້ການກວດກາ ລາດຕະເວນຢ່າງເປັນປົກກະຕິ ຂອງກອງພັນ 21 ທະຫານແຂວງອັດຕະປື ແລະໄດ້ຕັ້ງຄ້າຍຢູ່ຈຸດຕ່າງໆ ໃນເຂດນັ້ນ ໂດຍທີ່ຝ່າຍກຳພູຊາ ກໍຮັບຮູ້ ແລະບໍ່ເຄີຍຂັດຄ້ານ ຫລືມີການ ປະທະກັນແຕ່ຢ່າງໃດ. ຕາມເອກກະສານທາງການ ສປປລາວ.
ຝ່າຍລາວກ່າວຫາຝ່າຍກຳພູຊາວ່າ ເຖິງວ່າໄດ້ຕົກລົງກັບຝ່າຍລາວແລ້ວວ່າ ບໍຣິເວນແກ້ງຕໍມໍຄອຍ-ຫ້ວຍຕະເງົາ ເປັນບໍຣິເວນຄົງຄ້າງ ແລະ ຫ້າມບໍ່ໃຫ້ ມີການດຳເນີນກິຈກັມ ຢູ່ບໍຣິເວນນີ້ ແຕ່ຝ່າຍກຳພູຊາ ບໍ່ໄດ້ເຄົາຣົບ, ບໍ່ປະຕິບັດ ແລະຍັງຝ່າຝືນຄຳຕົກລົງ ຊຶ່ງເປັນສາເຫດ ໃຫ້ເກີດສະພາບການເຄັ່ງຕຶງ ຕາມບໍຣິເວນຊາຍແດນ.
ຝ່າຍລາວກ່າວຫາຕື່ມອີກວ່າ ເລີ້ມແຕ່ຕົ້ນເດືອນກຸມພາ 2017 ກອງທະຫານຊ່າງແສງ ກະຊວງປ້ອງກັນປະເທສກຳພູຊາ ໄດ້ກໍ່ສ້າງເສັ້ນທາງ ລຽບຕາມເຊກອງ ຫຍັບເຂົ້າໄປຫາບໍຣິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ ແລະໄດ້ຈັດວາງກຳລັງ ໄປພ້ອມ ເປັນຈຸດໆໄປ ຊຶ່ງຝ່າຍລາວ ກໍໄດ້ທັກທ້ວງ ແລະທວງໃຫ້ມີການແກ້ໄຂບັນຫາ ນີ້ໂດຍສັນຕິວິທີ.
ແຕ່ຕໍ່ໆມາ ທະຫານກຳພູຊາກໍບໍ່ຟັງ ຍັງສືບຕໍ່ສ້າງເສັ້ນທາງເຖິງ ບໍຣິເວນຫ້ວຍອາໄລ ຊຶ່ງຢູ່ໃນເຂດແກ້ງຕໍມໍຄອຍ-ຫ້ວຍຕະເງົາ ທີ່ເປັນບໍຣິເວນ ຄົງຄ້າງ. ເມື່ອເປັນຄືແນວນັ້ນ ຝ່າຍລາວກໍໄດ້ສົ່ງ ກອງທະຫານຂອງຕົນ ໄປທັກທ້ວງ ແລະສະກັດກັ້ນບໍ່ໃຫ້ ກອງທະຫານກຳພູຊາ ສ້າງເສັ້ນທາງນັ້ນຕໍ່ໄປ. ຈົນມາເຖິງວັນທີ 5 ວັນທີ 6 ກໍຣະກະດາ 2017 ຈຶ່ງມີຄນະກັມການຊາຍແດນຮ່ວມສອງຝ່າຍ ຂອງ ສອງປະເທສ ໄປກວດກາພື້ນທີ່ຕົວຈິງ. ແຕ່ກໍບໍ່ສາມາດ ແກ້ໄຂບັນຫາໄດ້.
ຮ້າຍແຮງໄປກວ່ານັ້ນ ຝ່າຍກຳພູຊາຍັງກ່າວຫາວ່າ ຝ່າຍລາວລ່ວງລ້ຳ ອະທິປໄຕຂອງຕົນ ແລະທັງສົ່ງກຳລັງທະຫານ ເຂົ້າມາປະຈຳການ ເພີ້ມຂຶ້ນຕື່ມອີກ. ແລະ ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີ ກຳພູຊາເອງ ກໍໄດ້ຍື່ນຄຳຂາດ ໃນມື້ວັນທີ 11 ສິງຫາ 2017 ໃຫ້ຣັຖບາລ ສປປລາວ ຖອນກຳລັງທະຫານ ອອກຈາກຈາກເຂດ ອະທິປະໄຕຂອງກຳພູຊາ ນັ້ນພາຍໃນ 6 ມື້ ຄືໃນມື້ວັນທີ 17 ສິງຫາ, ບໍ່ດັ່ງນັ້ນ ຈະດຳເນີນ ການທາງທະຫານ ອັນອາຈໝາຍເຖິງ ຈະບຸກໂຈມຕີນັ້ນເອງ.
ຕໍ່ຄຳສເນີຂອງກຳພູຊາທີ່ວ່ານັ້ນ ກອງກຳລັງທະຫານຝ່າຍລາວ ກໍໄດ້ຖອນອອກຈາກຫ້ວຍອາໄລ ແຕ່ກົງກັນຂ້າມຝ່າຍກຳພູຊາບໍ່ພຽງແຕ່ ບໍ່ຖອນກອງກຳລັງຂອງຕົນອອກຈາກເຂດທີ່ໄດ້ ບຽດຍຶດເຂົ້າມາເທົ່ານັ້ນ ແຕ່ຍັງໄດ້ມີການສລອງໄຊຊະນະ ໃນບໍຣິເວນນັ້ນອີກ.
ໃນການແບ່ງເຂດແດນຣະຫວ່າງ 2 ປະເທສ ທັງສອງຝ່າຍເຫັນດີເປັນເອກກະພາບນໍາກັນ ຢ່າງເຕັມສ່ວນໃນການຍອມຮັບ ຫຼັກການທີ່ບໍ່ ປ່ຽນແປງ ຂອງເສັ້ນຊາຍແດນ ຕາມແຜນທີ່ ທີ່ພວກລ່າເມືອງຂຶ້ນຝຣັ່ງເສສ ແຕ້ມເອົາໄວ້. ຕາມຄໍາເວົ້າຢູ່ໃນເອກສານ ທາງການກໍາພູຊາ.
ແຕ່ເຖິງຢ່າງໃດກໍຕາມ ທາງການ ສປປລາວ ກໍຍັງເວົ້າຢູ່ໃນເອກກະສານ ທາງການຂອງຕົນວ່າ ມາເຖິງປັດຈຸບັນ ຝ່າຍກຳພູຊາ ນອກຈາກ ບໍ່ປະຕິບັດຕາມ ຄໍາຕົກລົງຂອງສອງ ນາຍົກຣັຖມົນຕຣີແລ້ວ ຍັງໄດ້ດໍາເນີນການເຄື່ອນໄຫວ ຢູ່ບໍຣິເວນຈຸດ ຄົງຄ້າງ ແກ້ງຕໍມໍຄອຍ -ຫ້ວຍຕະເງົາ ຢ່າງແຂງຂັນ ແລະຕໍ່ເນື່ອງ ອັນໄດ້ເຮັດໃຫ້ ສະພາບຢູ່ຕາມບໍຣິເວນ ດັ່ງກ່າວ ມີຄວາມເຄັ່ງຕຶງ.
ໃນນັ້ນຝ່າຍ ກໍາພູຊາໄດ້ ນໍາໃຊ້ພາຫະນະຂົນສົ່ງເຄື່ອນຍ້າຍກໍາລັງທະຫານ, ອາວຸດ ແລະ ສະບຽງອາຫານຢ່າງເປັນປະຈໍາ ທັງທາງບົກ ແລະທາງນໍ້າ, ມີການເຄື່ອນຍ້າຍ ກໍາລັງທະຫານເຂົ້າ-ອອກ ບໍຣິເວນດັ່ງກ່າວ ເປັນຈໍານວນຫລວງຫລາຍ ແລະໄດ້ຈັດວາງ ກໍາລັງທະຫານ ຢູ່ແກ້ງ ຕໍມໍຄອຍ-ຫ້ວຍຕະເງົາ, ຝ່າຍກໍາພູຊາໄດ້ເຄື່ອນໄຫວ ລາດຕະເວນຫ້າມບໍ່ໃຫ້ ປະຊາຊົນລາວ ທໍາມາຫາກິນ ຢູ່ລໍານໍ້າເຊກອງ, ຫ້າມບໍ່ໃຫ້ໄປເກັບກ່ຽວ ຜົລຜລິດ ແລະລ້ຽງສັດຢູ່ບໍຣິເວນ ແກ້ງຕໍມໍຄອຍ-ຫ້ວຍຕະເງົາ, ຍິ່ງໄປກວ່ານີ້ ກໍາພູຊາຍັງໄດ້ບຸກເບີກ ແລະທໍາລາຍ ຮ່ອງຮອຍນາເຮື້ອ, ໄຮ່ເຮື້ອ ທີ່ເປັນຫລັກຖານຢັ້ງຢືນ ເຖິງເຂດທໍາມາຫາກິນ ຂອງປະຊາຊົນລາວ ຢູ່ບໍຣິເວນດັ່ງກ່າວ,
ຝ່າຍກໍາພູຊາໄດ້ນໍາເອົາພາຫະນະກົນຈັກໜັກ ເຂົ້າໄປເຂດແກ້ງ ຕໍມໍຄອຍ-ຫ້ວຍຕະເງົາແລະ ໄດ້ບຸກເບີກພູມີປະເທສຕົວຈິງ ເພື່ອກໍ່ສ້າງ ເສັ້ນທາງ ແຕ່ຫ້ວຍອາໄລ ຫາແກ້ງກະໂຕມ, ແຕ່ຫ້ວຍອາໄລ ຫາທິດໃຕ້ຂອງຫ້ວຍຕະເງົາ ແລະຫາຍອດຫ້ວຍຕະເງົາ, ໄດ້ສ້າງຂົວຂ້າມນໍ້າ ຢູ່ບໍຣິເວນດັ່ງກ່າວຈໍານວນ 5 ແຫ່ງ ແລຝ່າຍກໍາພູຊາ ໄດ້ໃຊ້ຍົນບໍ່ມີຄົນຂັບ ຫລື Drone ບິນເລິກເຂົ້າມາ ໃນດິນແດນລາວ ຢູ່ເຂດເມືອງ ສະໜາມໄຊ ແຂວງອັດຕະປື ຫລາຍຄັ້ງ.
ເພື່ອຄວາມກະຈ່າງແຈ້ງກ່ຽວກັບບັນຫາທີ່ວ່ານັ້ນ ວິທຍຸເອເຊັຍເສຣີ ໄດ້ພຍາຍາມຕິດຕໍ່ໄປຍັງ ຫ້ອງການຊາຍແດນແຫ່ງຊາດ, ກົມການຂ່າວ ແລະຜແນກຄົ້ນຄວ້າສັງລວມ ກະຊວງການຕ່າງປະເທສ ສປປລາວ ທີ່ນະຄອນຫລວງວຽງຈັນ ແລະ ກອງບັນຊາການ ທະຫານແຂວງ ແລະຜແນກພົວພັນຕ່າງປະເທສ ແຂວງອັດຕະປື, ແຕ່ບໍ່ສາມາດຕິດຕໍ່ໄດ້.
ດີແຕ່ມີປະຊາຊົນລາວ ຜູ້ຂໍສງວນຊື່ ແລະສຽງ ຜູ້ຕິດຕາມສະພາບການ ຊາຍແດນ ລາວ-ກໍາພູຊາ ບອກໃຫ້ວະທຍຸເອ ເຊັຍເສຣີ ຮູ້ໃນມື້ວັນທີ 30 ພຶສພາ ນີ້ວ່າ ປັດຈຸບັນ ສະພາບການໃນເຂດຊາຍແດນ ທີ່ມີການຂັດແຍ່ງກັນ ຣະຫວ່າງລາວ ແລະກໍາພູຊາ ນັ້ນ ຍັງເຄັ່ງຕຶງຢູ່. ແຕ່ກໍມີ ການເຈຣະຈາ ແກ້ໄຂບັນຫາ ມາຫລາຍຄັ້ງແລ້ວ ແຕ່ຍັງແກ້ໄຂກັນບໍ່ທັນໄດ້ ແລະຂນະນີ້ ກໍມີການກະກຽມ ເພື່ອການເຈຣະຈາກັນຕື່ມ.
ສໍາລັບເຣຶ່ອງການທະຫານນັ້ນ ຝ່າຍລາວກໍຢູ່ໃນທ່າກຽມພ້ອມ ແລະຢາກໃຫ້ມີຫານແກ້ໄຂບັນຫາໂດຍສັນຕິວິທີ.