ທ.ທອງລຸນ ທ.ຮຸນເຊນ ສືບຕໍ່ ເຈຣະຈາ

ຈໍາປາທອງ
2017.09.04
f-l-c ນາຍົກຣັຖມົນຕຣີ ສປປລາວ ໄປ ກຳພູຊາ ຕາມການເຊີນ ຂອງນາຍົກຣັຖມົນຕຣີ ຮຸນເຊນ ໃນວັນທີ 1 ກັນຍາ 2017
Screen captured FB video

ໂດຍຕອບສນອງຄຳເຊີນຂອງ ທ່ານ ຮຸນ ເຊນ ນາຍົກຣັຖມົນຕຣີ ກຳພູຊາ, ທ່ານ ທອງລຸນ ສີສຸລິດ ນາຍົກຣັຖມົນຕຣີລາວ ໄດ້ເດີນທາງ ໄປກຸງພະນົມເປັນ ໃນມື້ວັນທີ 1 ກັນຍາ 2017 ເພື່ອເຈຣະຈາ ແກ້ໄຂບັນຫາ ຊາຍແດນຫລາຍຈຸດ ເປັນຕົ້ນແມ່ນ ເລັ່ງໃສ 4 ຈຸດ ທີ່ຈະ ຕ້ອງໄດ້ ແກ້ໄຂ ກ່ອນຈະແກ້ໄຂບັນຫາ ໃນເຂດ ຫ້ວຍຕາເງົາ;

ທັງສອງຝ່າຍຈະຮ່ວມກັນສົ່ງຈົດໝາຍ ເຖິງ ປະທານາທິບໍດີ ປະເທດຝຣັ່ງເສດ ເພື່ອຂໍເອກກະສານ ຕ່າງໆທີ່ຈຳເປັນ ໃນການແກ້ໄຂບັນຫາ ເປັນຕົ້ນ ແຜນທີ່ ທີ່ກ່ຽວຂ້ອງ ກັບ ຊາຍແດນ ກໍາພູຊາ-ລາວ. ແລະ ການເຈຣະຈາກັນ ທີ່ນະຄອນຫລວງວຽງຈັນ ໃນມື້ວັນທີ 12 ສິງຫາ 2017 ນັ້ນ ແມ່ນເລັ່ງໃສ່ ການຖອນທະຫານ ຂອງແຕ່ລະຝ່າຍ ອອກຈາກ ເຂດຊາຍແດນ ທີ່ມີການຂັດແຍ່ງກັນ.

ນາຍົກຣັຖມົນຕຣີສອງປະເທສ ໄດ້ເຈຣະຈາກັນ ເພື່ອຫາທາງ ແກ້ໄຂບັນຫາ ຊາຍແດນ ທີ່ມີການ ຂັດແຍ່ງກັນແຮງນັ້ນ ດ້ວຍວິທີທາງ ການທູດ ພາຍຫລັງ ທີ່ມີການຜະເຊີນໜ້າ ກັນທາງທະຫານ ມາເປັນເວລານານ ພໍສົມຄວນ ແຕ່ທາງການ ຂອງ 2 ປະເທສ ບໍ່ອອກຂ່າວ ໃຫ້ສາທາຣະນະຊົນຮູ້, ມີແຕ່ໜັງສືພິມ ເຊັ່ນ, The Cambodia Daily, ສຳນັກຂ່າວ Freshnewsasia ຂອງກຳພູຊາ ແລະ ວິທຍຸ ເອເຊັຍເສຣີ ອອກຂ່າວ ທີ່ວ່ານັ້ນ ໃຫ້ພາຍນອກ ຮວມທັງ ປະຊາຊົນລາວ ແລະ ຊາວກຳພູຊາຮູ້.

ພາຍຫລັງໄດ້ມີການເຈຣະຈາກັນແລ້ວ ນາຍົກຣັຖມົນຕຣີ 2 ປະເທດ ທີ່ຮູ້ຈັກກັນ ມາໄດ້ 30 ປາຍປີແລ້ວນັ້ນ ກໍໄດ້ຖແລງຂ່າວ ຮ່ວມກັນ ຊຶ່ງໃນນັ້ນ ທ່ານ ຮຸນ ເຊນ ກ່າວວ່າ ສອງ ນາຍົກຣັຖມົນຕຣີ ຈະສາມາດ ແກ້ໄຂບັນຫາ ຂັດແຍ່ງຊາຍແດນ ຣະຫວ່າງ ສອງປະເທດ ກັມພູຊາ-ລາວ ນີ້ໄດ້ ແລະ ຈະສາມາດ ແກ້ໄຂບັນຫາ ໄດ້ທຸກຢ່າງ.

ທ່ານກ່າວວ່າ ພາຍຫລັງໄດ້ໂອ້ລົມກັບ ທ່ານ ທອງລຸນ ພຽງລຳພັງສອງຄົນ ໄດ້ຕົກລົງກັນ 4 ຂໍ້ ຕາມທີ່ມີຢູ່ ໃນຈົດໝາຍ ທີ່ທ່ານໄດ້ສົ່ງ ໄປໃຫ້ ທ່ານ ທອງລຸນ ແລະ ທ່ານ ທອງລຸນ ກໍໄດ້ຕົກລົງ ແກ້ໄຂ 4 ຂໍ້ນັ້ນແລ້ວ. ທ່ານເວົ້າວ່າ ຈຸດທີ 1 ທີ່ຈະຕ້ອງໄດ້ ຮັບການແກ້ໄຂ ນັ້ນ ຄືຫລັກຊາຍແດນ ດັ່ງທີ່ທ່ານໄດ້ກ່າວ ໂດຍມີລ່າມ ແປເປັນພາສາລາວວ່າ:

"ແລະຈຸດທີນຶ່ງ ທີ່ວ່າຕ້ອງແກ້ໄຂນັ້ນ ກໍຄືຫລັກ ຊາຍແດນ ໝາຍເລກ 033 ໝາຍເລກ 017 ແລະ ພື້ນທີ່ໂອສະວ້າຍ ແລະ ຫລັກ 032 ທີ່ນຶ່ງ ທີ່ຂ້າພະເຈົ້າ ແລະ ທ່ານ ທອງລຸນ ໄດ້ຕົກລົງກັນ ຈະແກ້ໄຂ".

ນາຍົກຣັຖມົນຕຣີກໍພູຊາ ກ່າວຕໍ່ໄປວ່າ 4 ຈຸດ ທີ່ວ່ານັ້ນ ຕ້ອງໄດ້ຮັບການແກ້ໄຂ ກ່ອນຈະມີການ ແກ້ໄຂບັນຫາ ຂັດແຍ່ງ ຢູ່ເຂດຫ້ວຍຕາເງົາ ເພາະວ່າພື້ນທີ່ ນີ້ມີຄວາມ ຫຍຸ້ງຍາກ ທີ່ຈະເຂົ້າໄປໄດ້. ທ່ານເວົ້າວ່າ ທັງສອງຝ່າຍ ໄດ້ຕົກລົງກັນວ່າ ໃຫ້ຄະນະກຳມະການ ຊາຍແດນຮ່ວມ ຂອງສອງປະເທດ ພົບພໍ້ກັນ ແລະລົງໄປເຂດ ຫ້ວຍຕາເງົາ ເພື່ອແກ້ໄຂ ບັນຫາ ແລະວ່າ ຈຸດໃດທີ່ຕົກລົງ ກັນໄດ້ ກໍໃຫ້ປັກຫລັກໝາຍ ຊາຍແດນໄວ້.

ທັງສອງ ນາຍົກຣັຖມົນຕຣີ ໄດ້ຕົກລົງມອບໃຫ້ ກະຊວງການ ຕ່າງປະເທດ ຂອງ ສອງປະເທດ ເປັນຜູ້ຮ່າງ ຈົດໝາຍ ໃຫ້ພວກທ່ານ ເຊັນ ແລ້ວສົ່ງເຖິງ ປະທານາທິບໍດີ ປະເທດຝຣັ່ງເສດ ເພື່ອຂໍເອກກະສານ ຕ່າງໆ ທີ່ຈຳເປັນ ໂດຍຂໍແຜນ ທີ່ມາດ ຕຣາສ່ວນ 1 ສ່ວນແສນ (1/100,000) ແລະແຜນທີ່ ມາດຕຣາສ່ວນ 1 ສ່ວນຫ້າສິບພັນ (1/50,000) ແລະເອກກະສານ ອື່ນໆທີ່ກ່ຽວຂ້ອງ ກັບຊາຍແດນ ກໍາພູຊາ-ລາວ.

ຝ່າຍ ສປປລາວ ທ່ານ ທອງລຸນ ກໍໄດ້ກ່າວວ່າ ໃນການພົບພໍ້ຫາລືກັນນັ້ນ ທັງສອງຝ່າຍ ໄດ້ເປັນເອກກະພາບກັນ ຕົກລົງ 4 ຂໍ້ ຕາມທີ່ ທ່ານ ຮຸນ ເຊນ ກ່າວມານັ້ນ ທັ່ງທີ່ທ່ານ ກ່າວວ່າ:

"ຂ້າພະເຈົ້າເຫັນດີເຫັນພ້ອມ ກັບທັງໝົດ ການຖແລງ ຂອງທ່ານ ນາຍົກຣັຖມົຕຣີ ຮຸນ ເຊນ ແຫ່ງຜົລ ຂອງການພົບປະຫາລື ຂອງ ຂ້າພະເຈົ້າ ກັບທ່ານ ນາຍົກ ຣັຖມົຕຣີ ຮຸນ ເຊນ ມຶມື້ກີ້ນີ້ ແລະພວກເຮົາ ກໍໄດ້ຕົກລົງ ເປັນເອກພາບກັນ 4 ຂໍ້ ທີ່ມີຄວາມສໍາຄັນ ດັ່ງກ່າວ ນັ້ນ ທີ່ ພະນະທ່ານ ຮຸນແຊັນ ໄດ້ຖແລງໄປ ນັ້ນ 2 ນາຍົກ ໄດ້ຕົກລົງກັນວ່າ ຈະແກ້ໄຂ 4 ຈຸດ ທີ່ນາຍົກ ຮຸນແຊັນ ສເນີມານັ້ນ ໄປສະກ່ອນ ຈະເລີ່ມຕົ້ນໄດ້ ພາຍຫລັງທີ່ ທັງ 2 ຣັຖມົນຕຣີ ການຕ່າງປະເທດ ພົບປະຫາຣືກັນ ຄືສູນຈຸດ 33 ເສັ້ນຊາຍແດນ 0 ຈຸດ 17 ເວີນຄໍາ ໂອສະວ້າຍ ຫລືວ່າເຂດ 0 ຈຸດ 32 ທີ່ທາງທ່ານ ນາຍົກ ຮຸນແຊັນ ໄດ້ສເນີໄປ ໃຫ້ຂ້າພະເຈົ້ານັ້ນ ຈະເລີ່ມ ປຶກສາຫາຣື ແກ້ໄຂນໍາກັນ ໂດຍໄວ ເທົ່າທີ່ໄວໄດ້.

ເວົ້າເຖິງເຂດທີ່ມີບັນຫາຄົງຄ້າງ ຊຶ່ງທັງສອງຝ່າຍ ຈະຕ້ອງໄດ້ແກ້ໄຂ ໃຫ້ຕົກໄປນັ້ນ ທ່ານ ທອງລຸນ ກ່າວວ່າ:

"ເຂດຄົງຄ້າງທີ່ພວກເຮົາ ຈະຕ້ອງໄດ້ແກ້ໄຂນັ້ນຄື ເຂດຫ້ວຍຕາເງົາ ຊຶ່ງກະເຫັນດີ ນໍາກັນວ່າ ຈະລົງພື້ນທີ່ ໄປກວດພື້ນທີ່ ຕົວຈິງ ບ່ອນໃດເປັນເອກ ພາບກັນໄດ້ ກະປັກຫລັກໂລດ".

ນາຍົກ ທອງລຸນ ໄປກຳພູຊາຄັ້ງນີ້ ມີຂຶ້ນພາຍຫລັງ ທີ່ນາຍົກ ຮຸນ ເຊນ ໄດ້ມາເຈຣະຈາ ກັບທ່ານ ທີ່ ນະຄອນຫລວງວຽງຈັນ ໃນມື້ວັນທີ 12 ສິງຫາ 2017 ເພື່ອຫາທາງ ແກ້ໄຂບັນຫາ ຂັດແຍ່ງ ທາງດ້ານຊາຍແດນ ຣະຫວ່າງ ສອງປະເທດ ສປປລາວ ແລະ ກຳພູຊາ ຄືບັນຫາ ດຽວກັນນັ້ນ.

ເວົ້າເຖິງການແກ້ໄຂຂໍ້ຂັດແຍ່ງ ຊາຍແດນ ຣະຫວ່າງ ລາວ ແລະກໍາພູຊາ ທາງຝ່າຍກໍາພູຊາ ທ່ານ ຮຸນ ເຊນ ໄດ້ເວົ້າຢູ່ໃນ ພິທີຈົບການສຶກສາ ຂອງໂຮງຮຽນ ມັຖຍົມໃນກຸງ ພນົມເປັນ ໃນຕອນເຊົ້າ ຂອງມື້ວັນທີ 11 ສິງຫາ 2017 ວ່າ ຈະໃຊ້ກຳລັງທະຫານ ເຂົ້າແກ້ໄຂ ສະຖານະການ ຂໍ້ຂັດແຍ່ງ ຕາມແນວຊາຍແດນ ລາວ-ກຳພູຊາ ຖ້າຈໍາເປັນ.

ທ່ານໄດ້ຮຽກຮ້ອງໄປຍັງ ທ່ານ ທອງລຸນ ສີສຸລິດ ໃຫ້ສັ່ງຖອນທະຫານລາວ ອອກຈາກພື້ນທີ່ ຂັດແຍ່ງກັນ ຕາມເຂດຊາຍແດນ ລາວ-ກຳພູຊາ ທີ່ຢູ່ໃກ້ກັບ ແຂວງອັດຕະປື ໂດຍຍື່ນ ຄຳຂາດໃຫ້ ຖອນທະຫານ ອອກພາຍໃນ 7 ມື້ ບໍ່ດັ່ງນັ້ນ ທ່ານຄົງ ບໍ່ມີທາງເລືອກອື່ນ ນອກຈາກ ຈະຕ້ອງໃຊ້ກຳລັງທະຫານ ເພື່ອແກ້ໄຂ ບັນຫານັ້ນ.

ທ່ານ ຮຸນ ເຊນ ໄດ້ສັ່ງໃນຄືນວັນດຽວກັນນັ້ນ ໃຫ້ກອງກຳລັງທະຫານ ຂອງຕົນຈໍານວນນຶ່ງ ເຄື່ອນໄປໃກ້ເຂດ ຊາຍແດນ ທີ່ມີການຂັດແຍ່ງກັນ. ແລະທ່ານໄດ້ໄປ ເຈຣະຈາກັບ ທ່ານ ທອງລຸນ ທີ່ນະຄອນຫຼວງວຽງຈັນ.ໃນຕອນເຊົ້າ ຂອງມື້ວັນທີ 12 ສິງຫາ.

ພາຍຫລັງການເຈຣະຈາ ສອງຝ່າຍ, ຕາມຄວາມເວົ້າຂອງ ທ່ານ ທອງລຸນ ໃນການຖແລງຂ່າວ ຮ່ວມກັນນັ້ນ, ຝ່າຍລາວຕົກລົງ ທີ່ຈະຖອນທະຫານ ຂອງຕົນອອກຈາກເຂດ ທີ່ມີ ຂໍ້ຂັດແຍ່ງກັນ ທັງໝົດ ບໍ່ເກີນມື້ວັນທີ 13 ສິງຫາ 2017 ພາຍຫຼັງທີ່ຝ່າຍ ກຳພູຊາ ໄດ້ສັ່ງໃຫ້ ຍຸຕິການ ກໍ່ສ້າງຖນົນ ໃນເຂດດັ່ງກ່າວ ເພື່ອຫຼີກເວັ້ນ ການປະເຊີນໜ້າ ກັນທາງທຫານ ແລະຝ່າຍກຳພູຊາ ກໍຕົກລົງ ທີ່ຈະຖອນກຳລັງ ທະຫານ ຂອງຕົນອອກຈາກເຂດນັ້ນ ເຊັ່ນກັນ.

ພ້ອມກັນນີ້, ທັງສອງຝ່າຍ ກໍໄດ້ຕົກລົງ ທີ່ຈະສືບຕໍ່ ພົບພໍ້ກັນ ເພື່ອເຈຣະຈາ ບັນຫາ ຊາຍແດນ ຜ່ານກົລໄກ ການເຮັດວຽກ ຂອງຄະນະກັມມະການ ຊາຍແດນ ທີ່ຂຶ້ນກັບ ກະຊວງ ການຕ່າງປະເທສ ຂອງແຕ່ລະປະເທສ ໂດຍອີງໃສ່ ສົນທິສັນຍາ ແລະ ແຜນທີ່ ທີ່ມີເປັນພື້ນຖານ ໃນຂະນະທີ່ ຝ່າຍລາວ ອີງໃສ່ແຜນທີ່ ຂອງ ປະເທດຝຣັ່ງເສດ ແລະ ຝ່າຍກຳພູຊາ ຖືເອົາແຜນທີ່ ຂອງ ສະຫະຣັຖ ອະເມຣິກາ ຊຶ່ງແຜນທີ່ ສອງອັນນີ້ ມີຄວາມແຕກຕ່າງກັນ.

ເວົ້າເຖິງການແກ້ໄຂ ຂໍ້ຂັດແຍ່ງກັນນັ້ນ ເຈົ້າໜ້າທີ່ ຣະດັບສູງ ປກຊ-ປກສ ແຂວງຈຳປາສັກ ຜູ້ຂໍສງວນຊື່ ໄດ້ກ່າວຕໍ່ ວິທຍຸເອເຊັຽເສຣີ ໃນມື້ວັນທີ 14 ສິງຫາ 2017 ວ່າ ກຳລັງ ທະຫານ ທັງສອງຝ່າຍ ໄດ້ຖອນອອກຈາກ ພື້ນທີ່ ທີ່ມີການຂັດແຍ່ງກັນນັ້ນ ເປັນທີ່ ຮຽບຮ້ອຍແລ້ວ ພາຍຫຼັງທີ່ມີການ ຜະເຊີນໜ້າກັນ ຢູ່ຕາມຈຸດ ຊາຍແດນລາວ ທີ່ ຢູ່ເຂດຫ້ວຍ ຕະເງົາ, ເມືອງພູວົງ, ແຂວງອັດຕະປື ແລະ ເຂດໂອອາລັຍ ຄຸ້ມສັນຕິພາບ, ແຂວງຣັຕນະຄຣີ ຂອງກຳພູຊາ ມາຕັ້ງແຕ່ ມື້ວັນທີ 11 ສິງຫາ.

ແລະທ່ານ ເພັງສວັນ ແກ້ວປຣະເສີດ, ຫົວໜ້າຫ້ອງການ ຄະນະກັມມະການຊາຍແດນ ແຫ່ງຊາຕລາວ ທີ່ຂຶ້ນກັບ ກະຊວງການ ຕ່າງປະເທສ ໄດ້ກ່າວຕໍ່ ວຽງຈັນໄທມ໌ ເມື່ອວັນທີ 17 ສິງຫາ ທີ່ຜ່ານມາວ່າ ທັງສອງຝ່າຍ ຈະສືບຕໍ່ຮ່ວມກັນ ແກ້ໄຂບັນຫາ ການປັກຫຼັກໝາຍ ຊາຍແດນ ຣະຫວ່າງ ສອງປະເທສ ໃຫ້ສຳເຣັດ ໄວເທົ່າທີ່ຈະໄວໄດ້ ໂດຍສະເພາະ ແມ່ນຢູ່ໃນ ເຂດແກ້ງຕໍ ໝາກຄອຍ-ຫ້ວຍຕະເງົາ ເບື້ອງລາວ ແລະ ຫ້ວຍອາລັຍ ເບື້ອງກຳພູຊາ ທີ່ມີບັນຫາກັນ ໃນເດືອນ ສິງຫາ ນັ້ນ.

ມາເຖິງປະຈຸບັນ, ການປັກຫຼັກ ຊາຍແດນ ລາວ-ກຳພູຊາ ສຳເຣັດແລ້ວ 121 ຫຼັກໝາຍ ຄືໄດ້ 80 ປາຍສ່ວນຮ້ອຍ ຂອງແຜນການ ປັກຫຼັກໝາຍ ທັງໝົດ ໃນເຂດຊາຍແດນ ຣະຫວ່າງ ສອງປະເທສ ທີ່ມີຄວາມຍາວ 535 ກິໂລແມັດ ຢູ່ຣະຫວ່າງ ແຂວງຈຳປາສັກ ແລະ ອັດຕະປື ຂອງລາວ ແລະ ແຂວງພຣະວິຫານ, ແຂວງຊຽງແຕງ ແລະ ແຂວງຣັຕນະຄີຣີ ຂອງກຳພູຊາ.

ບັນຫາຂໍ້ຂັດແຍ່ງດ້ານຊາຍແດນ ຣະຫວ່າງ ລາວ ແລະ ກຳພູຊາ ໄດ້ເລີ້ມມີມາແຕ່ ປີກາຍ, ແຕ່ບໍ່ຮຸນແຮງ. ເມື່ອຕົກມາຮອດ ເດືອນກຸມພາ ແລະ ເດືອນມີນາ ຕໍ່ໃສ່ເດືອນເມສາ ປີນີ້ ເລີ້ມເຄັ່ງຕຶງຂຶ້ນ ໂດຍທີ່ຝ່າຍ ກຳພູຊາ ໄດ້ກ່າວຫາ ຝ່າຍລາວວ່າ ມາປຸກສ້າງ ຄ້າຍທະຫານ ໃສ່ເຂດຊາຍແດນ ທີ່ຍັງຕົກລົງກັນ ບໍ່ໄດ້ ຫຼືພື້ນທີ່ສີຂາວ ຣະຫວ່າງ ແຂວງຈຳປາສັກ ແລະ ແຂວງຊຽງແຕງ. ແລະທັງວ່າ ຝ່າຍລາວ ໄດ້ສົ່ງກຳລັງທະຫານ ຫຼາຍຮ້ອຍຄົນ ພ້ອມອາວຸດຄົບມື ເຂົ້າມາຂົ່ມຂູ່ ທະຫານ ວິສະວະກອນ ກຳພູຊາ ບໍ່ໃຫ້ ກໍ່ສ້າງຖນົນ ເມື່ອຕົ້ນປີນີ້ ຈົນເຮັດໃຫ້ ການກໍ່ສ້າງນັ້ນ ຍຸຕິລົງ ແລະຝ່າຍລາວ ໄດ້ປິດດ່ານຊາຍແດນ ປະເພນີນໍາ ດ້ວຍ.

ແລະເມື່ອບໍ່ນານມານີ້ ເພື່ອແກ້ໄຂບັນຫາ ດັ່ງກ່າວ ໄດ້ມີກອງປະຊຸມ ຣະຫວ່າງ ເຈົ້າແຂວງຈຳປາສັກ ແລະເຈົ້າແຂວງຊຽງແຕງ ທີ່ເປັນກົລໄກ ນຶ່ງໃນການ ແກ້ໄຂເພື່ອ ເຮັດໃຫ້ ສະພາບ ຊາຍແດນ ເປັນປກກະຕິ ແລະ ໄດ້ຕົກລົງກັນວ່າ ຈະປະຊຸມກັນ ຕື່ມອີກ ໃນເດືອນ ພຶສພາ 2017 ແຕ່ຊ້ຳພັດຖືກ ຍົກເລີກ ໂດຍທີ່ຝ່າຍ ກຳພູຊາ ບໍ່ ແຈ້ງເຫຕຜົລ ໃຫ້ຝ່າຍລາວ ຮູ້ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.