ໂຮຈິມິນຈະຄືນຊີບຢູ່ລາວ
2014.11.06

ທາງການ ລາວ ແລະ ວຽດນາມ ຈະ ຮ່ວມມື ກັນ ສ້າງ ອະນຸສອນ ສະຖານ ຂອງ ໂຮຈິມິນ ຢູ່ ນະຄອນ ຫລວງ ວຽງຈັນ. ຊາວລາວ ມີ ຄຳຖາມ ວ່າ ເພິ່ນສ້າງ ເພື່ອຫຍັງ?
ໜັງສືພິມ ທາງການ ວຽດນາມ ຕອບ ຄຳຖາມ ນັ້ນວ່າ ຣັຖບານ ລາວ ແລະ ວຽດນາມ ຈະສ້າງ ອະນຸສອນ ສະຖານ ໂຮຈິມິນ ຂື້ນ ຢູ່ ນະຄອນ ຫລວງ ວຽງຈັນ ກໍ ເພື່ອສລອງ ວັນເກີດ ຄົບຮອບ 125 ປີ ຂອງທ່ານ ໂຮຈິມິນ ອາດີດ ຜູ້ນຳ ຄອມມຸຍນິສ ວຽດນາມ ແລະ ເພື່ອ ສລອງ ວັນ ຄົບຮອບ 85 ປີ ຂອງ ການສ້າງຕັ້ງ ພັກ ຄອມມຸຍນິສ ອິນດູຈິນ ຊຶ່ງ ປະທານ ໂຮຈິມິນ ເປັນຜູ້ ກໍ່ຕັ້ງຂື້ນ ແລະ ທີ່ ຄນະຜູ້ນຳ ແນວລາວ ຮັກຊາດ ເປັນ ສະມາຊິກ. ນອກຈາກ ນັ້ນ ພັກ ແລະ ຣັຖບານ ລາວ ແລະ ວຽດນາມ ຍັງມີ ຈຸດປະສົງ ເພື່ອ ເສີມສ້າງ ມິຕພາບ ທີ່ ພິເສດ ຢູ່ແລ້ວນັ້ນ ໃຫ້ ພິເສດ ຍິ່ງຂື້ນ ແລະ ເພື່ອ ຂຍາຍການ ຮ່ວມມື ທີ່ ຮອບດ້ານ ຢູ່ແລ້ວ ໃຫ້ ຍິ່ງ ເລິກເຊິ່ງ ແລະ ກວ້າງຂວາງ ອອກໄປ ເລື້ອຍໆ.
ແຕ່ ສື່ສັງຄົມ ອອນລາຍ ຫລາຍແຫ່ງ ຂຽນລົງວ່າ ຄນະຜູ້ນຳ ຄອມມຸຍນິສ ທຸກ ປະເທດ ຈະສ້າງ ອະນຸສອນ ສະຖານ ໂຮຈິມິນ ອະດີດ ຜູ້ນຳ ປະຕິວັດ ໄວ້ ເພື່ອ ຊຸກຍູ້ ສົ່ງເສີມ ໃຫ້ ປະຊາຊົນ ເຄົາຣົບ ບູຊາ ເມື່ອ ເຄົາຣົບ ບູຊາ ປະຊາຊົນ ຈະ ນິຍົມ ຊົມຊອບ ແລະ ເຊື່ອໝັ້ນ ໃນ ຣະບອບ ການ ປົກຄອງ ແບບ ຄອມມຸຍນິສ ສືບຕໍ່ໄປ ແລະ ໃນຂນະ ດຽວກັນ ຄນະຜູ້ນຳ ພັກ-ຣັດ ກໍ ຈະ ສາມາດ ກຳ ອຳນາດ ສືບຕໍ່ໄປ ເລື້ອຍໆ ເຊັ່ນກັນ. ຕົວຢ່າງ ເກົາຫລີ ເໜືອ ກໍສ້າງ ຮູບປັ້ນ ຂອງ ສອງພໍ່ລູກ ກິມອິນຊຸງ ແລະ ກິມຈຸ່ງອິນ. ວຽດນາມ ກໍມີ ໂຮຈິມິນ ແລະ ສປປລາວ ກໍມີ ອະນຸສອນ ສະຖານ ໄກສອນ ພົມວິຫານ.
ໃນ ເວັບໄຊ ຫລາຍໆ ແຫ່ງ ເວົ້າວ່າ ນອກຈາກ ຈະເປັນ ຣະບອບ ຜະເດັດການ ແລ້ວ ຣະບອບ ຄອມມຸຍນິສ ຍັງເປັນ ຣະບອບ ທີ່ ບູຊາ ສ່ວນຕົວ ບຸກຄົນ ສ່ວນຕົວ ອະດີດ ຜູ້ນຳ. ຢູ່ ວຽດນາມ ຣັຖບານ ໄດ້ສ້າງ ຮູບປັ້ນ ຂອງ ໂຮຈິມິນ ໄວ້ ຢູ່ ທຸກໆ ເມືອງ ແລະ ກໍຈັດໃຫ້ ເດັກນ້ອຍ ນັກຮຽນ ແລະ ປະຊາຊົນ ວຽດນາມ ອື່ນໆ ໄປ ສະແດງ ຄວາມເຄົາຣົບ ບູຊາ ເລື້ອຍໆ. ພິເສດ ຢູ່ ເມືອງນຶ່ງ ທາງການ ໄດ້ສ້າງ ຮູບປັ້ນ ໂຮຈິມິນ ໄວ້ ໃນ ວິຫານ ແລະ ປັກ ທູບທຽນ ດອກໄມ້ ບູຊາ ຢູ່ຕໍ່ໜ້າ ຮູບປັ້ນ ນັ້ນ ຕລອດ ເວລາ ຄື ກັບບູຊາ ພຣະ ພຸທຮູບ.
ສ່ວນອະດີດ ນັກການເມືອງ ລາວ ທ່ານນຶ່ງ ອະທິບາຍ ວ່າ ວຽດນາມ ຢາກສ້າງ ອະນຸສອນ ສະຖານ ໂຮຈິມິນ ໃນລາວ ກໍເພາະ ຜູ້ນຳ ວຽດນາມ ມີ ຈຸດປະສົງ ອັນເລິກລັບ ອີກ ຢ່າງນຶ່ງ ຄືເພື່ອໃຫ້ ຜູ້ນຳ ແລະ ປະຊາຊົນ ລາວ ເຄົາຣົບ ນັບຖື ອະດີດ ຜູ້ນຳ ວຽດນາມ ແລະ ເມື່ອ ເຄົາຣົບ ນັບຖື ແລ້ວ ວຽດນາມ ກໍຈະ ສາມາດ ຄວບຄຸມ ລາວ ໄດ້ງ່າຍຂື້ນ ແລະ ໄດ້ຫລາຍ ຂື້ນ. ສ່ວນຄນະ ຜູ້ນຳ ພັກ ແລະ ຣັຖບານ ລາວ ນັ້ນ ຍິນຍອມ ໃຫ້ ວຽດນາມ ສ້າງ ອະນຸສອນ ສະຖານ ໂຮຈິມິນ ຂຶ້ນຢູ່ ເມືອງຫລວງ ຂອງຕົນ ກໍເພື່ອ ເອົາໃຈ ວຽດນາມ ເພື່ອສະແດງ ຄວາມຮູ້ ບຸນຄຸນ ວຽດນາມ ຂັດຂືນ ວຽດນາມ ບໍ່ໄດ້.
ເຖິງຢ່າງໃດ ກໍຕາມ ຜູ້ນຳລາວ ກໍເຊື່ອວ່າ ຊາວລາວ ຈະ ເຄົາຣົບ ນັບຖື ອະນຸສອນ ສະຖານ ໂຮຈິມິນ ຄື ຊາວ ວຽດນາມ ແລະ ການ ເຄົາຣົບ ນັບຖື ນັ້ນ ຈະຊ່ວຍ ເສີມສ້າງ ຣະບອບ ການ ປົກຄອງ ຂອງ ພວກເຂົາ ໃຫ້ ທຸ່ນທ່ຽງ ແລະ ໝັ້ນຄົງ ຕລອດ ໄປ. ແຕ່ ຊາວລາວ ຫລາຍຄົນ ບໍ່ເຫັນດີ ເຫັນພ້ອມ ນຳການ ຈະສ້າງ ອະນຸສອນ ສະຖານ ໂຮຈິມິນ ໃນລາວ. ດັ່ງ ຊາວໜຸ່ມ ໄວລຸ້ນ ລາວ ທ່ານນຶ່ງ ໃນ ນະຄອນ ຫລວງ ວຽງຈັນ ເວົ້າວ່າ:
"ກະບໍ່ສົມຄວນ ແລ້ວອ້າຍ ເພາະວ່າ ໂຮຈິມິນ ເປັນ ຜູ້ນຳ ຂອງ ວຽດນາມ ບໍ່ແມ່ນ ຜູ້ນຳລາວ ບໍ່ສົມຄວນ ຈະ ໃຫ້ຄົນ ລາວ ນັບຖື ເຖິງຂັ້ນວ່າ ຈະໄປ ກົ້ມຫົວ ໃຫ້ເຂົາ."
ແຕ່ ເຈົ້າໜ້າທີ່ ທາງການ ລາວ ທ່ານນຶ່ງ ທີ່ ບໍ່ປະສົງ ອອກຊື່ ເວົ້າວ່າ ການສ້າງ ອະນຸສອນ ສະຖານ ໂຮຈິມິນ ຢູ່ ນະຄອນ ຫລວງ ວຽງຈັນ:
"ກະດີ ຫັ່ນແລ້ວ ເພາະວ່າ ມິຕພາບ ເດ໋ ມັນສາຍ ພົວພັນ ອັນດີງາມ ມາຕັ້ງແຕ່ ດົນນານ ແລ້ວ ວ່າຊັ່ນ ສະເນາະ ແຕ່ ເດິກດຳບັນ ມາ."
ສ່ວນ ຊາວລາວ ທັມມະດາ ສາມັນ ສ່ວນຫລາຍ ເມື່ອ ຖືກຖາມ ວ່າ ຄິດແນວໃດ ກ່ຽວກັບ ການ ສ້າງ ອະນຸສອນ ສະຖານ ໂຮຈິມິນ ຢູ່ລາວ ພວກເຂົາ ກໍ ຕອບຄ່ອຍໆ ແລະ ແບບ ສີ ຢ້ານໆວ່າ ກ່ຽວກັບ ເຣື່ອງນີ້ ບໍ່ກ້າ ອອກຄຳຄິດ ຄຳເຫັນ.
ເຖິງຢ່າງໃດ ກໍຕາມ ຊາວລາວ ຢູ່ ຕ່າງ ປະເທດ ສ່ວນຫລາຍ ແລ້ວ ບໍ່ເຫັນດີ ການສ້າງ ອະນຸສອນ ສະຖານ ໂຮຈິມິນ ຢູ່ລາວ ຕົວຢ່າງ ທ່ານ ປາກຽນ ວິຣະວົງ ນັກຮຽນຮູ້ ປັນຍາຊົນ ລາວ ທີ່ ປະເທດ ອອສເຕຣເລັຍ ເວົ້າວ່າ:
"ຂ້າພະເຈົ້າ ກໍໄດ້ຍິນ ຂ່າວ ໄດ້ຍິນ ຂ່າວ ແລ້ວ ກະທັງ ຢາກໃຫ້ ທັງ ຢາກຫົວ ຢາກໃຫ້ ເພາະວ່າ ເສົ້າສລົດໃຈ ນຳ ປະເທດ ລາວ ປະຊາຊົນ ລາວ ຜູ້ນຳ ປັດຈຸບັນ ນີ້ ບໍ່ມີກຽດ ແລະ ທີ່ຢາກຫົວ ນັ້ນກະ ບໍ່ເຄີຍເຫັນ ຈັກເທື່ອ ປະເທດ ນຶ່ງ ຈະມາສ້າງ ອະນຸສາວະຣີ ຜູ້ນຳ ຂອງ ຕົນເອງ ຢູ່ອີກ ປະເທດນຶ່ງ ເລນິນ ກໍສ້າງ ຢູ່ຫລາຍ ປະເທດ ໃນ ເອີຣົບ ເຂົາກໍ ທຸບມ້າງ ເພພັງ ໝົດແລ້ວ."
ຊາວລາວ ທີ່ ອາໄສ ຢູ່ ຕ່າງປະເທດ ອີກທ່ານນຶ່ງ ເວົ້າວ່າ ເປັນສິ່ງ ບໍ່ສົມຄວນ ທີ່ສຸດ ທີ່ ຄນະຜູ້ນຳ ລາວ ຈະສ້າງ ອະນຸສາວະຣີ ໂຮຈິມິນ ຫລືອະດີດ ຜູ້ນຳ ປະເທດໃດ ກໍຕາມ ຢູ່ລາວ ເພາະ ຈະຖືວ່າ ເປັນການ ສູນເສັຍ ກຽດ ສັກສີ ຄວາມ ເປັນ ເອກກະຣາດ ແລະ ອະທິປະໄຕ ຂອງຊາດ.
ກ່ອນນີ້ ວິທຍຸ ເອເຊັຽ ເສຣີ ກໍໄດ້ ອອກ ວິດີໂອ ກ່ຽວກັບ ຊີວະປວັດ ຫຍໍ້ ຂອງທ່ານ ໂຮຈິມິນ ວ່າ ຄນະຜູ້ນຳ ພັກ ຄອມມຸຍນິສ ວຽດນາມ ໂຄສະນາ ວ່າ ໂຮຈິມິນ ເກີດມາ ເພື່ອ ເຮັດການ ປະຕິວັດ ຢ່າງດຽວ ບໍ່ເຄີຍ ແຕ່ງງານ ບໍ່ສົນໃຈ ສົນໃຈ ຜູ້ແສ້ ຜູ້ສາວ ສລາດ ແລະ ຮຽນເກັ່ງ ທີ່ສຸດ.
ແຕ່ ຄວາມຈິງ ແລ້ວ ໂຮຈິມິນ ເຄີຍ ແຕ່ງງານ ສອງເທື່ອ ຄັ້ງ ທຳອິດ ເມື່ອປີ 1926 ກັບ ສາວຈີນ ແລະ ຄັ້ງທີ່ສອງ ເມື່ອປີ 1934 ກັບ ສາວ ວຽດນາມ. ສ່ວນເຣື່ອງ ຮຽນ ນັ້ນ ໂຮຈິມິນ ພຍາຍາມ ຮຽນ ພາສາຝຣັ່ງ ແລະ ພາສາ ຕ່າງ ປະເທດ ອື່ນໆ ແດ່ບໍ່ເກັ່ງ ເໝືອນດັ່ງ ຄຳ ໂຄສະນາ ຊວນເຊື່ອ.