6 ປີ ຣັຖບານລາວເມີນເສີຍ ເຣື້ອງ ທ.ສົມບັດ
ອຸ່ນແກ້ວ ສຸກສະຫວັນ
2018.12.12
2018.12.12

ທ່ານ ສົມບັດ ສົມພອນ ນັກພັທນາ ອາວຸໂສ ດີເດັ່ນຂອງລາວ ເຈົ້າຂອງລາງວັນແມັກໄຊໄຊ ປີ 2005 ໃນສາຂາການພັທນາຊຸມຊົນ, ທ່ານ ໄດ້ຖືກລັກຖາຕົວໄປ ໃນວັນທີ 15 ທັນວາ ປີ 2012 ຢູ່ຕໍ່ໜ້າປ້ອມຍາມຕຳຣວດ ໃກ້ກັບໂຮງຮຽນການຊ່າງ ລາວ-ເຢັຽຣະມັນ ຖະໜົນທ່າເດືອ ເມືອງສີສັດຕະນາກ ນະຄອນຫລວງວຽງຈັນ.
ມາຮອດປັດຈຸບັນ ເວລາໄດ້ຜ່ານໄປ 6 ປີ ທີ່ ທ່ານ ສົມບັດ ສົມພອນ ຍັງຫາຍສາບສູນ, ແຕ່ ການສືບສວນ ສອບສວນ ການຊອກຫາ ທ່ານ ສົມບັດ ກໍຍັງບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດ ແລະຄອບຄົວຂອງ ທ່ານ ກໍຍັງລໍຖ້າຟັງຂ່າວ ຈາກທາງການລາວ ຢູ່. ເຊີນທ່ານຮັບຟັງການ ສຳພາດ ຍານາງ ຊຸຍເມັງ ພັລຍາ ຂອງ ທ່ານ ສົມບັດ ສົມພອນ ເບິ່ງວ່າເປັນແນວໃດ.