ພິທີສລອງວັນຄົບຮອບທີ່ສລົດໃຈ
2014.05.18
ພິທີ ສລອງ ວັນ ຄົບຮອບ 55 ປີ ກອງພັນ ທີ 2 ຂອງ ”ກອງກຳລັງ ທະຫານ ແນວລາວ ຮັກຊາດ” ທີ່ໄດ້ຜ່າ ວົງລ້ອມ ຂອງ ກອງທັບ ແຫ່ງ ຣາຊອານາຈັກ ລາວ 3 ກອງ ພັນ ໃນ ຄືນວັນ ທີ 18 ພຶສພາ 1959 ໄດ້ ສຳເຣັດ ຢ່າງປອດ ພັຍ ນັ້ນ ເຕັມໄປດ້ວຍ ຄວາມ ໂສກເສົ້າ ຍ້ອນ ຜູ້ນຳ ຣະດັບ ສູງ ຂອງ ກອງທັບ ປົດປ່ອຍ ປະຊາຊົນ ລາວ ຫລາຍ ທ່ານ ເສັຍຊິວິດ ຍ້ອນ ອຸບັດຕິເຫດ ເຣືອບິນ ຕົກ ຢູ່ ແຊວງ ຊຽງຂວາງ ໃນຂະນະ ທີ່ ເດີນທາງ ໄປຮ່ວມ ພິທີ ດັ່ງກ່າວ.
ງານສລອງ ວັນ ຄົບຮອບ 55 ປີ ທີ່ ກອງພັນທີ 2 ຂອງ ກອງທັບ ຣັຖບາລ ລາວ ຕໍ່ຕ້ານ ຫລື ກອງທັບ ແນວລາວ ຮັກຊາດ ຜ່າວົງ ລ້ອມ ຂອງ ກອງທັບ ແຫ່ງ ຣາຊອານາຈັກ ລາວ 3 ກອງ ພັນ ໃນຄືນ ວັນທີ 18 ພຶສພາ 1959 ໄດ້ສໍາເຣັດ ຢ່າງ ປອດພັຍ ນັ້ນ ເຕັມໄປດ້ວຍ ຄວາມ ໂສກເສົ້າ ສລົດໃຈ ທັງຄອບຄົວ ຍາດ ພີ່ນ້ອງ ແລະ ທັງບັນດາ ຜູ້ນໍາ ພັກ ປະຊາຊົນ ປະຕິວັດ ລາວ ແລະ ຣັຖບາລ ສປປ ລາວ ຍ້ອນ ຜູ້ນໍາ ສູງສຸດ ຂອງ ກອງກໍາລັງ ປະກອບ ອາອຸດ ທັງ ກອງທັບ ປະຊາຊົນ ລາວ, ກອງກໍາລັງ ຮັກສາ ຄວາມສງົບ, ຫົວໜ້າ ຄະນະ ໂຄສະນາ ອົບຮົມ, ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ແລະ ນາຍ ທະຫານ ອີກຫລາຍ ທ່ານ ເສັຍຊີວິດ ຍ້ອນ ອຸບັດຕິເຫດ ເຮືອບິນ ຕົກ ຢູ່ ແຂວງ ຊຽງຂວາງ ຂະນະທີ່ ເດີນທາງ ໄປຮ່ວມ ພິທີ ສລອງ. ມີຜູ້ ເສັຍຊີວິດ 14 ຄົນ ແລະ ບາດເຈັບ ສາຫັດ 3 ຄົນ. ເຮືອບິນ ອານ 74 TK 300 ຂອງ ກອງທັບ ອາກາດ ລາວ ເກີດ ອຸບັດຕິເຫດ ຕົກ ໃນຕອນເຊົ້າ ຂອງວັນທີ 17 ພຶສພາ 2014 ເວລາ ປະມານ 6 ໂມງເຄິ່ງ ໃນເວລາ ບິນ ໄປ ແຂວງ ຊຽງຂວາງ ຊຶ່ງ ມາຮອດ ຂະນະນີ້ ກໍຍັງ ບໍ່ທັນມີ ຣາຍງານ ເຖິງ ສາເຫດ ຂອງ ເຮືອບິນຕົກ ນັ້ນເທື່ອ. ແຕ່ຊາວ ນະຄອນ ຫລວງ ວຽງຈັນ ທີ່ຕິດ ຕາມເຣື່ອງ ນີ້ຢູ່ ຕລອດນັ້ນ ເວົ້າວ່າ ມີຂ່າວວ່າ ເຫັນ ໄຟໄໝ້ ເບື້ອງຫາງ ກ່ອນຍົນ ລໍານັ້ນ ຈະຕົກລົງ ແລະ ມີຜູ້ຄົນ ໄປເດີ່ນ ບິນ ເວລາ ຮັບສົບ ຜູ້ເສັຍ ຊີວິດ ນັ້ນຫຼາຍ ສົມຄວນ.
ຄະນະນໍາ ພັກ-ຣັຖ ທີ່ ເສັຍຊີວິດ ໃນ ເຫດການ ຄັ້ງນີ້ ມີ ພົນໂທ ດວງໃຈ ພິຈິດ ກັມການ ກົມການເມືອງ ສູນກາງພັກ, ຣັຖມົນຕຣີ ກະຊວງ ປ້ອງກັນ ປະເທດ, ທ່ານ ທອງບັນ ແສງອາພອນ ເລຂາທິການ ສູນກາງພັກ, ຣັຖມົນຕຣີ ກະຊວງ ປ້ອງກັນ ຄວາມສງົບ, ທ່ານ ສຸກັນ ມະຫາລາດ ເລຂາທິການ ສູນກາງພັກ, ເຈົ້າຄອງ ນະຄອນ ຫລວງ ວຽງຈັນ ແລະ ທ່ານ ເຈືອງ ສົມບູນຂັນ ເລຂາທິການ ສູນກາງພັກ, ຫົວໜ້າ ຄະນະ ໂຄສະນາ ອົບຮົມ ສູນກາງພັກ ຊຶ່ງ ຖືວ່າ ເປັນບຸກຄົນ ສໍາຄັນ ຂອງ ພັກ ແລະ ມີ ອະນາຄົດ ເປັນຜູ້ນໍາ ສູງ ຂອງລາວ ສໍາລັບ ທ່ານ ດວງໃຈ ພິຈິດ ໃນກອງ ປະຊຸມ ໃຫຍ່ ຄັ້ງທີ 10 ຂອງ ພັກ ປະຊາຊົນ ປະຕະວັດ ລາວ ທີ່ ຈະມາ ເຖິງນີ້.
ເພື່ອຈາຣຶກ ຄຸນງາມ ຄວາມດີ ຂອງ 4 ທ່ານ ດັ່ງກ່າວ ທາງການ ລາວ ໄດ້ ຈັດຕັ້ງ ພິທີ ຊາປະນະກິດສົບ ແລະ ພິທີ ໄວ້ອາໄລ ຢ່າງ ສົມກຽດ ເປັນ ເວລາ 3 ວັນ ຄື ແຕ່ວັນທີ 17 ຫາ ວັນທີ 19 ພຶສພາ 2014. ສໍາລັບ ພົນໂທ ດວງໃຈ ພິຈິດ ພິທີ ຊາປະນະກິດສົບ ຈັດຂຶ້ນ ທີ່ ເດີ່ນ ພຣະ ທາດຫລວງ ເວລາ 13:00 ໂມງຂອງ ວັນທີ 19 ພຶສພາ 2014 ແລະ ທ່ານອື່ນໆ ກໍຈັດຂຶ້ນ ໃນເວລາ ດຽວກັນ ຢູ່ວັດ ເທພນິມິດ (ທາດຝຸ່ນ) ແລະ ວັດຕານ ມີໄຊ.
ນອກຈາກ ຄະນະນໍາ ສູງສຸດ ຂອງລາວ ເຂົ້າ ວາງ ພວງມາລາ ໄວ້ ອາໄລ ແລ້ວ ກໍມີ ຄະນະ ຈາກ ສະຖານທູດ ປະເທສ ຕ່າງໆ ປະຈໍາລາວ ໄດ້ເຂົ້າຮ່ວມ ວາງພວງ ມາລາ ນໍາດ້ວຍ. ພ້ອມກັນ ນັ້ນ ນາຍົກ ຣັຖມົນຕຣີ ກໍາພູຊາ ກໍໄດ້ ສົ່ງສານ ສະແດງ ຄວາມເສົ້າ ສລົດໃຈ ເຖິງ ນາຍົກ ຣັຖມົນຕີ ສປປລາວ ໃນວັນ ທີ 17 ພຶສພາ ແລະ ວັນທີ 18 ພຶສພາ ຜູ້ນໍາພັກ ຄອມມິວນິສ ວຽດນາມ ແລະ ຣັຖ ວຽດນາມ ກໍໄດ້ ສົ່ງສານ ສະແດງ ຄວາມເສົ້າ ສລົດໃຈ ເຖິງຜູ້ນໍາ ພັກ ແລະຣັຖ ສປປລາວ ໂດຍ ເຊື່ອໝັ້ນ ວ່າ ພັກ, ຣັຖ ແລະ ປະຊາຊົນ ລາວ ຈະຜ່ານຜ່າ ຄວາມ ທຸກໂສກ ແລະ ການສູນ ເສັຍ ອັນໃຫຍ່ ຫລວງ ນີ້, ສຶບຕໍ່ ພາຣະກິດ ປົກປັກ ຮັກສາ, ສ້າງສາ ແລະ ພັທນາ ປະເທສຊາດ.
ອຸບັດຕິເຫດ ເຮືອບິນ ກອງທັບ ລາວ ຕົກ ທີ່ເຮັດໃຫ້ ຜູ້ນໍາ ຄົນສໍາຄັນ ຫຼາຍທ່ານ ເສັຍຊີວິດ ຄື ທີ່ວ່ານັ້ນ ເຮັດໃຫ້ ວັນຄົບຮອບ ທີ່ ກອງພັນທີ 2 ຂອງ ກອງທັບ ແນວລາວ ຮັກຊາດ ຜ່າ ວົງລ້ອມ ຂອງ ກອງ ກໍາລັງ ຂອງ ກອງທັບ ແຫ່ງ ຣາຊອານາຈັກ ລາວ ເມື່ອ 55 ປີ ກ່ອນນັ້ນ ງຽບເຫງົາ ເຖິງແມ່ນວ່າ ຈະໄດ້ ຫ້າງຫາ ກະກຽມ ສລອງກັນ ຢ່າງຄຶກຄຶ້ນ ກໍຕາມ.
ກອງພັນທີ 2 ເປັນກອງພັນ ນຶ່ງ ໃນ 2 ກອງພັນ ຂອງ ກອງທັບ ຣັຖບາລ ລາວ ຕໍ່ຕ້ານ ຫລື ກອງທັບ ແນວລາວ ຮັກຊາດ ທີ່ີ ຮັກສາໄວ້ ຕາມສັນຍາ ເຊີແນວ ກ່ຽວກັບ ອິນດູຈີນ ວັນທີ 21 ກໍຣະກະດາ 1954 ຊຶ່ງຮັບຮູ້ ເອກກະຣາດ, ອະທິປະຕັຍ ແລະ ຜືນແຜ່ນດິນ ອັນຄົບຖ້ວນ ຂອງ 3 ປະເທສ: ລາວ, ວຽດນາມ ແລະ ກໍາພູຊາ. 2 ກອງພັນ ທີ່ວ່ານັ້ນ ກອງພັນທີ 1 ຕັ້ງຢູ່ ຊຽງເງິນ ແຂວງ ຫລວງພຣະບາງ ແລະ ກອງພັນ ທີ 2 ຕັ້ງຢູ່ ເຂດທົ່ງ ໄຫຫີນ ແຂວງ ຊຽງຂວາງ.
ຕໍ່ມາ 2 ກອງພັນ ທີ່ວ່ານີ້ ຕົກຢູ່ ໃນວົງ ປິດລ້ອມ ຂອງ ກອງທັບ ແຫ່ງ ຣາຊອານາຈັກ ລາວ ຂະນະທີ່ ມີການ ເຈຣະຈາກັນ ຢູ່ ຣະຫວ່າງ ຜູ້ແທນ ຂອງ ກອງທັບ ແນວລາວ ຮັກຊາດ ກັບກອງທັບ ແຫ່ງ ຣາຊອານາຈັກ ລາວ ກ່ຽວກັບ 2 ກອງພັນ ທີ່ຈະເອົາ ເຂົ້າຮ່ວມ ໃນ ກອງທັບ ແຫ່ງຊາດ ແລະ ເຣື່ອງການ ກໍານົດ ຍົດ ທະຫານ ທີ່ ນະຄອນ ຫລວງ ວຽງຈັນ. ແຕ່ຕົກລົງ ກັນບໍ່ໄດ້ ເປັນຕົ້ນ ແມ່ນເຣື່ອງ ການໃຫ້ 2 ກອງພັນ ນີ້ ປົດ ອາວຸດ.
ຕາມການ ບອກເລົ່າ ຂອງ ນາຍພົນ ສິງກະໂປ ສີໂຄດ ຈຸນນະມາລີ ຜູ້ທີ່ໄດ້ ເສັຍ ຊີວິດ ແລ້ວ ຊຶ່ງເມື່ອ 55 ປີ ກ່ອນນີ້ ທ່ານໄດ້ ຖືກແຕ່ງຕັ້ງ ໃຫ້ເປັນ ຜູ້ແທນ ຂອງ ກອງທັບ ແນວລາວ ຮັກຊາດ ທີ່ເວລາ ນັ້ນ ພັກຢູ່ ເຮືອນ ຮັບຮອງ ຂ້າງຄ້າຍ ໂພນເຄັງ. ທ່ານໄດ້ ຖືກຝ່າຍ ກອງທັບ ແຫ່ງ ຣາຊອານາຈັກ ລາວ ຮຽກຕົວ ໄປພົບ ເພື່ອ ເຈຣະຈາ ໃນເຣື່ອງ ດັ່ງກ່າວ ໂດຍໃຫ້ ທະຫານ 2 ກອງພັນ ນັ້ນ ປົດອາວຸດ ແລ້ວ ເກັບເຂົ້າ ສາງ ທັງໝົດ ແລະວ່າ ຈະມອບ ຍົດທະຫານ ໃຫ້ ທ່ານ ໃນຂັ້ນ ພັນເອກ, ໃຫ້ ທ່ານ ຕູ້ ເປັນ ພັນໂທ ແລະ ທ່ານ ເກ ເປັນພັນຕຣີ. ແຕ່ພວກ ທ່ານ ບໍ່ຮັບ. ແລະ ໃນທີ່ສຸດ ທ່ານ ສິງກະໂປ ກໍຖືກຝ່າຍ ກອງທັບ ຣາຊອານາຈັກ ຈັບ ເຂົ້າຄຸກ ໂພນເຄັງ ເປັນຄົນ ທໍາອິດ ໃນວັນທີ 11 ພຶສພາ 1958 ແລະ ຕໍ່ມາ ຄະນະ ນໍາ ຂອງຝ່າຍ ແນວລາວ ຮັກຊາດ ຈໍານວນ 15 ຄົນ ຮວມທັງ ເຈົ້າສຸພານຸວົງ ກໍຖືກ ຈັບເຂົ້າຄຸກ ໂພນເຄັງ ຕື່ມອີກ.
ທ່ານ ສິງກະໂປ ວ່າ ກອງພັນທີ 2 ທີ່ ມີທ່ານ ຕູ້ ເປັນຜູ້ ບັນຊາການ ທີ່ ທົ່ງໄຫຫີນ ໄດ້ສ້າງ ວິຣະກັມ ອັນກ້າຫານ, ເລັດລອດ ໜີອອກ ຈາກ ວົງລ້ອມ ໄດ້ທັງ ກອງພັນ ຍ້ອນທ່ານ ມີຄວາມ ຊໍານານ ແລະ ຮູ້ຈັກ ພູມີ ປະເທສ ເປັນຢ່າງດີ ເຮັດໃຫ້ ຝ່າຍ ກົງກັນຂ້າມ ທີ່ ປິດລ້ອມ ຢູ່ນັ້ນ ບໍ່ຮູ້ສຶກ ຕົວ ແລະ ຕິດຕາມ ໄປດັບສູນ ກໍບໍ່ທັນ ຂະນະທີ່ ກອງພັນທີ 2 ຊຶ່ງຜ່າ ວົງລ້ອມ ອອກໄປ ໄດ້ນັ້ນ ກໍແຍກກັນ ເປັນຈຸ ເປັນ ໜ່ວຍ, ຕີ ຝ່າຍ ກົງກັນຂ້າມ ຕາມ ຍຸທວິທີ ທີ່ເອີ້ນວ່າ ຕີໄວ ໜີໄວ, ຕີນໍາ ຖອຍນໍາ ຈາກ ທົ່ງໄຫຫີນ ຈົນເຖິງ ທີ່ໝັ້ນ ຊໍາເໜືອ ສໍາເຣັດ.
ເມື່ອກ່ອນ ໜ້ານັ້ນ ກອງພັນທີ 1 ທີ່ ຊຽງເງິນ ແຂວງ ຫລວງພຣະບາງ ທີ່ ຖືກປິດລ້ອມ ນັ້ນ ກໍໄດ້ ແຍກຍ້າຍກັນ ເລັດລອດ ອອກຈາກ ວົງລ້ອມ ຂອງ ກອງ ທະຫານ ຂອງ ກອງທັບ ແຫ່ງຊາດ ໄດ້ເຖິງນຶ່ງ ສ່ວນສາມ ຂອງ ກໍາລັງ ພົນ ທັງໝົດ ແລະ ໄດ້ຮວມ ກໍາລັງ ກັນທີ່ ຈຸດ ນັດໝາຍ ແລະ ທັງ ສູ້ທັງຖອຍ ໄປ ເຖິງທີ່ໝັ້ນ ຢູ່ຊໍາເໜືອ ແລະ ສ່ວນນຶ່ງ ກໍໄປ ຜົ້ງສາລີ, ຫຼວງພຣະບາງ ແລະ ທ້ອງຖິ່ນ ທີ່ໃກ້ຄຽງ ເພື່ອ ໂຮມກໍາລັງ ກັນ ໃໝ່.
ທັ້ງໝົດ ນັ້ນ ໝາຍຄວາມ ວ່າ ທະຫານ 2 ກອງພັນ ຂອງ ແນວລາວ ຮັກຊາດ ສາມາດ ຜ່າວົງລ້ອມ ຂອງ ກອງທະຫານ ແຫ່ງ ຣາຊອານາຈັກ ລາວ ທີ່ ມີກໍາລັງ ຢ່າງໜ້ອຍ 5 ກອງພັນ ກັບໄປ ຍຶດຄອງ ຊໍາເໜືອ ແລະ ຜົ້ງສາລີ ໄດ້ ຕາມເດີມ.
ການຜ່າ ວົງລ້ອມ ທີ່ທຸລະ ກັນດານ ແຕ່ເຕັມໄປ ດ້ວຍຄວາມ ສໍາເຣັດນັ້ນ ມາຮອດ ປີນີ້ ກໍເປັນປີ ທີ 55 ທີ່ ທາງການລາວ ຖືວ່າເປັນວັນ ປວັດສາດ ຂອງຊາດ ທີ່ສໍາຄັນ ແລະສຸມໃສ່ ຫ້າງຫາ ກະກຽມ ການສເລີມ ສລອງ ວັນ ດັ່ງກ່າວ ຢ່າງຄຶກຄື້ນ ໃຫ້ ສົມກຽດ. ແຕ່ແລ້ວ ກໍບໍ່ເປັນ ຈັ່ງວ່າ ຍ້ອນເຫດ ການ ເຮືອບິນ ກອງທັບ ລາວ ຕົກ ເຮັດໃຫ້ຜູ້ນໍາ ຂັ້ນສູງ ຫລາຍຄົນ ເສັຍຊີວິດ ຮວມທັງ ຜູ້ທີ່ຄາດ ກັນວ່າ ຈະໄດ້ ເປັນ ຜູ້ສືບທອດ ຜູ້ນໍາ ສູງສຸດ ຂອງລາວ ຄົນຕໍ່ໄປ ຄື ພົນໂທ ດວງໃຈ ພິຈິດ ນັ້ນນໍາ ດ້ວຍ.