0:00 / 0:00
ກອງ ປະຊຸມ ສະຫະ ປະຊາຊາດ ເພື່ອ ທົບທວນ ເບິ່ງ ການ ນັບຖື ສິດທິ ມະນຸດ ຢູ່ ສປປລາວ ທີ່ ນະຄອນ ເຈນີວາ ປະເທສ ສວິຊແລັນ ໃນ ວັນທີ 20 ມົກກະຣາ ຊຶ່ງ ນັກຕໍ່ສູ້ ເພື່ອ ປະຊາ ທິປະໄຕ ເວົ້າວ່າ ຣາຍງານ ຂອງ ທາງການ ລາວ ກ່ຽວກັບ ການ ປະຕິບັດ ສິດ ເສຣີພາບ ຂອງ ພົລເມືອງ ລາວ ນັ້ນ ບໍ່ເປັນ ຄວາມຈິງ. ຈໍາປາທອງ ມີ ບົດ ສໍາພາດ ກັບ ນັກ ເຄື່ອນໄຫວ ເພື່ອ ສິດທິ ມະນຸດ 2 ທ່ານ: ທ່ານ ສົມຈິດ ສູວັນນະຄີລີ ແລະ ທ່ານ ສົມພອນ ແສນສີລິສຸກ ທີ່ ສະຫະຣັດ ອະເມຣິກາ ມາ ສເນີ ທ່ານ.