ລົມເຣື້ອງຂ່າວ 10/30/16
ອຸ່ນແກ້ວ ສຸກສະຫວັນ
2016.10.30
2016.10.30

ຣັຖບານ ສປປ ລາວ ໄດ້ອອກ ນະໂຍບາຍ ໃຫ້ ທຸກພາກສ່ວນ ປະຢັດ ການໃຊ້ຈ່າຍ ແລະ ຕ້ານ ການຟຸມເຟືອຍ.
ອີງຕາມຂໍ້ມູນ ຈາກ ສຳນັກງານ ນາຍົກ ຣັຖມົນຕຼີ ໄດ້ຮູ້ວ່າ ກອງປະຊຸມ ໄດ້ ພິຈາຣະນາ ແລະ ເຫັນດີ ຮັບຮອງເອົາ ບົດຣາຍງານ ກ່ຽວກັບ ການຈັດຕັ້ງ ປະຕິບັດ ນະໂຍບາຍ ປະຢັດ ແລະ ຕ້ານ ການຟູມເຟືອຍ ແຫ່ງຊາດ. ຣັຖບານ ມີແຜນ ຈະເຜີຍແຜ່ ນະໂຍບາຍ ດັ່ງກ່າວ ໃຫ້ບັນດາ ກະຊວງ-ອົງການ ແລະ ທ້ອງຖິ່ນຕ່າງໆ ໄດ້ນໍາໄປ ຈັດຕັ້ງ ປະຕິບັດ ໃຫ້ ເປັນນິຕິກັມ ແລະ ຣະບຽບການ ຂອງຕົນ ຢ່າງຣະອຽດ ເປັນຕົ້ນ ຣະບຽບ ການໃຊ້ຈ່າຍ, ການນໍາໃຊ້ ພາຫະນະ, ລົງຮາກຖານ, ການຈັດ ກອງປະຊຸມ ສໍາມະນາ, ການຕ້ອນຮັບ ແຂກ, ການປະມູນ ໂຄງການ, ການຊໍາຣະ ສະສາງ ແລະ ອື່ນໆ.