ລົມເຣື້ອງຂ່າວ 10/16/16

ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ. (RFA)

0:00 / 0:00

ທາງການ ລາວ ອອກຄຳສັ່ງ ໃຫ້ ໂຮງງານ ອົບຂີ້ເບັຽ ທີີ່ ເປັນຂອງ ບໍຣິສັດ ບອນທູບີ ອາຄີເທັກ ຈຳກັດ ຢຸດການ ດຳເນີນງານ ຢ່າງ ເດັດຂາດ ຍ້ອນສົ່ງ ຜົນກະທົບ ຕໍ່ ສິ່ງແວດລ້ອມ ແລະ ຊຸມຊົນ.

ຄຳສັ່ງ ດັ່ງກ່າວ ມີຂຶ້ນ ໃນຕອນບ່າຍ ຂອງ ວັນທີ 11 ຕຸລາ ຜ່ານມາ ຫລັງຈາກ ທີ່ ທ່ານ ຈະເລີນ ເຢັຽປາວເຮີ ຣັຖມົນຕຼີ ປະຈຳ ສຳນັກງານ ນາຍົກ ຣັຖມົນຕຼີ ແລະ ເຈົ້າໜ້າທີ່ ກ່ຽວຂ້ອງ ໄດ້ລົງ ຕິດຕາມ ການ ດຳເນີນງານ ຂອງ ໂຮງງານ ດັ່ງກ່າວ ຢູ່ ບ້ານດຸງ ເມືອງ ໄຊເສດຖາ ນະຄອນຫຼວງ ວຽງຈັນ.