ລົມເຣື້ອງຂ່າວ-Laotalk-09-27-2015

ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ. (RFA)

0:00 / 0:00

ຫວຍ ພັທນາ ຢູ່ ສປປ ລາວ ທີ່ ບໍຣິຫານ ໂດຍ ນາຍທຶນ ມີຜົນ ໃນ ທາງລົບ ຕໍ່ ປະຊາຊົນ ຫຼາຍກວ່າ ແລະ ຊາວລາວ ຢາກເຫັນ ຄວາມ ໂປ່ງໄສ ຫຼາຍ ກວ່ານີ້ ໃນການ ອອກ ຫວຍ.

ຜ່ານມາ ກໍມີ ຫາງສຽງ ວ່າ, ການອອກ ຫວຍ ພັທນາ ລາວ ບໍ່ ໂປ່ງໄສ, ມີການ ລ໊ອກ ຫວຍ, ໃນ ເວລາ ອອກ ຫວຍ ກໍບໍ່ມີ ການ ຖ່າຍທອດ ສົດ ໃຫ້ ຄົນທົ່ວໄປ ໄດ້ເຫັນນໍາ ແລະ ນອກຈາກ ນີ້ ຍັງມີການ ຫລິ້ນ ຫວຍ ທວຍບານ. ອີງຕາມ ຣາຍງານ ຂອງ ໜັງສືພິມ ລາວ ພັທນາ ຂອງລາວ ໄດ້ ຣາຍງານວ່າ: ໃນ ເຣື້ອງນີ້ ທາງ ສັງຄົມ ກໍເຄີຍ ສະເໜີ ຜ່ານ ສາຍດ່ວນ ສະພາ ແຫ່ງຊາດ, ເພື່ອໃຫ້ ມີການ ກວດກາ ຄວາມ ໂປ່ງໄສ ໃນການ ອອກຫວຍ ແຕ່ລະ ຄັ້ງ.