ລົມເຣື້ອງຂ່າວ 05-10-2015
ອຸ່ນແກ້ວ ສຸກສະຫວັນ ແລະ ຈໍາປາທອງ
2015.05.10
2015.05.10

ຂໍ້ຂັດແຍ່ງ ທີ່ດິນ ຣະຫວ່າງ ການ ປົກຄອງ ແຂວງ ກັບ ນັກ ທຸຣະກິດ ລາວ ທີ່ ເຊົ່າດິນ ຣັດ ເຮັດ ເປັນ ພັດຕາຄານ ເມືອງພວນ ບ້ານ ໂພນສະຫວັນ ເມືອງແປກ ແຂວງ ຊຽງຂວາງ.
ເຫດການ ເກີດຂຶ້ນ ຣະຫວ່າງ ນາງ ບົວພາ ພົມມະຈິດ ຜູ້ ສໍາປະທານ ກັບ ເຈົ້າໜ້າທີ່ ຂັ້ນ ແຂວງ. ກໍຣະນີ ຂໍ້ຂັດແຍ່ງ ທີ່ດິນ ທີ່ ມີ ເຈົ້າໜ້າທີ່ ຕໍາຣວດ ນໍາເອົາ ຣົດດຸດ ໄປ ມ້າງ ພັດຕາຄານ ໃນວັນທີ 7-11 ເມສາ 2015 ແລະ ໃນວັນທີ 5 ພຶສພາ ຈຶ່ງ ມີຜູ້ເອົາ ພາບ ຂອງ ເຫດການ ມາ ເຜີຍແພ່ ທາງ ເຟັສບຸກ.
ແຫລ່ງຂ່າວ ຢູ່ ແຂວງ ຊຽງຂວາງ ໄດ້ ຣາຍງານ ວ່າ ມີການນໍາ ຂອງ ແຂວງ ບາງ ທ່ານ ເຊັນຂາຍ ໃຫ້ ທະນາຄານ ກາງ ໃນ ມູນຄ່າ 2 ລ້ານ ໂດລາ ເພື່ອ ຈະສ້າງຕຶກ ທະນາຄານ ກາງ ສາຂາ 4 ປະຈໍາ ພາກເໜືອ.