ລົມເຣື້ອງຂ່າວ 05-08-2016

ອຸ່ນແກ້ວ ສຸກສະຫວັນ
2016.05.08
F-talk-show2 ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
RFA

ໃນວັນທີ 29 ເມສາ ຜ່ານມາ ຢູ່ຫ້ອງການ ສຳນັກງານ ນາຍົກ ຣັຖມົນຕຼີ ທ່ານ ທອງລຸນ ສີສຸລິດ ນາຍົກ ຣັຖມົນຕຼີ ໄດ້ມີການ ຖະແຫລງ ເຖິງ ຜົນສຳເຣັດ ຂອງ ກອງປະຊຸມ ຄັ້ງ ປະຖົມມະລຶກ ຂອງ ຣັຖບານ ພ້ອມທັງ ເປີດໂອກາດ ໃຫ້ ສື່ມວນຊົນ ສອບຖາມ ບັນຫາ ຕ່າງໆ ຊຶ່ງ ໃນນັ້ນ ທ່ານ ນາຍົກ ໄດ້ເວົ້າເຖິງ ບັນຫາ ປາກທ້ອງ ຂອງ ພະນັກງານ ຣັຖກອນ ເງິນເດືອນ ໜ້ອຍ ບໍ່ກຸ້ມຢູ່ ກຸ້ມກິນ.

ບັນຫາ ປາກທ້ອງ ຂອງ ປະຊາຊົນ ບັນດາເຜົ່າ ເພາະວ່າ ປະຊາຊົນ ຢູ່ເຂດ ຊົນນະບົດ ຫ່າງໄກ ສອກຫລີກ ແລະ ການສ້າງ ຣາຍຮັບ ໃຫ້ຫຼາຍຂຶ້ນ ດຶງດູດ ເອົານັກລົງທຶນ ທັງ ພາຍໃນ ແລະ ຕ່າງປະເທດ ໃຫ້ລາຍຂຶ້ນ.

ແລະ ອີກບັນຫາ ການສໍ້ຣາສ ບັງຫຼວງ ຣັຖບານ ກໍມີ ນະໂຍບາຍ ແລະ ມາດຕະການ ຄົບຊຸດ ເວົ້າງ່າຍໆ ກໍຄືມີ ນິຕິກັມ ວ່າດ້ວຍການ ຕ້ານການ ສໍ້ຣາສ ບັງຫຼວງ, ແຕ່ຕໍ່ໄປ ຕ້ອງມີການ ປະຕິບັດ ແລະ ຕ້ອງໃຊ້ ເວລາ ເພື່ອເຮັດໃຫ້ ເປັນໄປຕາມ ບາດກ້າວ ພ້ອມທັງ ສຶກສາ ອົບຮົມ ພະນັກງານ ໃຫ້ຮູ້ວ່າ ການສໍ້ຣາສ ບັງຫຼວງ ເປັນພັຍ ຕໍ່ສັງຄົມ ຕໍ່ ປະເທດຊາດ ແລະ ການພັທນາ ປະເທດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.