ລົມເຣື້ອງຂ່າວ 01-25-2015

ອຸ່ນແກ້ວ ສຸກສະຫວັນ ແລະ ສິດນີ
2015.01.25
F-talk-show2 ການສົນທະນາ ເຖິງເຫດການ ທີ່ເກີດຂຶ້ນ ໃນແຕ່ລະມື້ ທີ່ມີຜົນກະທົບ ຕໍ່ຊີວິດປະຈໍາວັນ ຂອງຊາວລາວ ທົ່ວປະເທດ ທີ່ ປະຊາສັງຄົມ ເຫັນວ່າ ຂາດຄວາມເປັນທັມ.
RFA

 

ຫົວຂໍ້ ທີ່ ພວກເຮົາ ຈະລົມກັນ ໃນ ມື້ນີ້ ແມ່ນ: ສິດ ເສຣີພາບ ຂອງ ສື່ມວນຊົນ ລາວ ແລະ ການ ຄວບຄຸມ ສື່ສັງຄົມ ອອນລາຍ.

ໃນ ເຫດການ ທີ່ ມີຄົນ ວຽດນາມ ເຂົ້າມາເອົາ ພຣະພຸດທະຮູບ ຢູ່ ວັດອົງຕື້ ມະຫາ ວິຫາ ໃນ ວັນທີ 9 ມົກກະຣາ ທີ່ ຜ່ານມາ ແຕ່ ຈົນ ເຖິງ ປັດຈຸບັນ ນີ້ ກໍຍັງ ບໍ່ມີ ສື່ມວນຊົນ ລາວ ອອກມາ ຣາຍງານ ກ່ຽວກັບ ບັນຫາ ດັ່ງກ່າວ. ອັນນີ້ ກໍເປັນ ບັນຫາ ມີຄົນ ຕັ້ງ ຄຳຖາມ ຂຶ້ນ ກ່ຽວກັບ ສິດ ໃນການ ສະເໜີ ຂ່າວ ຂອງ ສື່ມວນຊົນ ລາວ. ເຖິງວ່າ ຈະ ມີ ກົດໝາຍ ວ່າດ້ວຍ ສື່ມວນຊົນ ນັບແຕ່ ປີ 2008 ທີ່ ໄດ້ຣະບຸ ພາລະ ບົດບາດ ແລະ ໜ້າທີ່ ຂອງ ສື່ມວນຊົນ ໃນການ ເກັບກຳ ຂ່າວ ແລະ ເອົາຂ່າວ ກໍຕາມ, ແຕ່ ໃນພາກ ປະຕິບັດ ຕົວຈິງ ກໍເຫັນວ່າ ຍັງຖືກ ຈຳກັດ ຫລາຍ ຈົນເຮັດໃຫ້ ສາກົນ ສະແດງ ຄວາມ ເປັນຫ່ວງ ກ່ຽວກັບ ເຣື້ອງນີ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.