ສິດ ເສຣີພາບ ຂອງ ພົລເມືອງ ຢູ່ ສປປລາວ ທີ່ ຖືກ ກໍານົດໄວ້ ຢູ່ໃນ ຣັຖທັມນູນ ນັ້ນ ບໍ່ພຽງແຕ່ ບໍ່ໄດ້ຮັບ ການຈັດຕັ້ງ ປະຕິບັດ ພໍເທົ່າໃດ ແຕ່ຫາກ ຍັງຖືກ ລ່ວງຣະເມີດ ຕື່ມອີກ ຍ້ອນມີ ພັກດຽວ ຄືພັກ ປະຊາຊົນ ປະຕິວັດ ລາວ ຜູກຂາດ ອໍານາດ ຊຶ່ງຊາວລາວ ຮຽກຮ້ອງ ໃຫ້ມີການ ປ່ຽນແປງ ຣະບອບ ການ ປົກຄອງ ປະເທສ.
ໃນບົດນີ້ ຊາວລາວ ອາວຸໂສ ຄົນເກົ່າ ທີ່ເມືອງ Springfield ຣັຖ ເວີຈິເນັຽ ສະຫະຣັຖ ອະເມຣິກາ ໄດ້ເວົ້າເຖິງ ບັນຫາ ສາສນາ ຢູ່ ປະເທສ ລາວ ຊຶ່ງພັກ ກໍາ ອໍານາດ ທີ່ວ່າ ຍຶດໝັ້ນ ທິສດີ ມາກ-ເລນິນ ຊຶ່ງເປັນ ທິສດີ ທີ່ຖືວ່າ ສາສນາ ເປັນ ຢາຝິ່ນ ສໍາລັບ ເບື່ອເມົາ ປະຊາຊົນ, ສາສນາ ເປັນ ສັດຕຣູ ຂອງ ຣັດທິ ຄອມມິວນິສ: ..ສຽງ..
ທີ່ວ່າມາ ນັ້ນ ຄືຄໍາເຫັນ ຂອງທ່ານ ອາວຸໂສ ທີ່ ເມືອງ Springfield ຣັຖ ເວີຈິເນັຽ ສະຫະຣັຖ ອະເມຣິກາ ຊຶ່ງ ປາກົດວ່າ ສອດຄ່ອງ ກັບຄໍາເຫັນ ຂອງຊາວ ລາວ ຫລາຍໆ ຄົນ ທີ່ສົນໃຈ ໃນບັນຫາ ສາສນາ ແລະ ເປັນຫ່ວງນໍາ ຊີວິດ ການເປັນ ຢູ່ ແລະ ຊາຕາກັມ ຂອງ ປະຊາຊົນ ລາວ ເປັນຕົ້ນ ກໍແມ່ນ ເດັກນ້ອຍ ແມ່ຍິງ ຈໍານວນ ບໍ່ໜ້ອຍ ທີ່ຖືກ ຫລອກລວງ ໄປຄ້າ ແຮງງານ ຮວມທັງ ເປັນ ໂສເພນີ ຢູ່ ປະເທສໄທ. ການສໍາພາດ ມີຂຶ້ນ ໃນທ້າຍ ເດືອນ ເມສາ ປີ 2014 ນີ້.