ອົງການລາວເສຣີປະທ້ວງ ຣັຖບານ ລາວ
2016.05.11

ອົງການລາວເສຣີ ຫລື Free Laos campaign ແລະ ອົງການ ສິດທິມະນຸດ ລາວ ສາກົນ ຫລື Lao Human Rights International ເປັນອົງການ ຈັດຕັ້ງ ຂອງຊາວ ລາວ-ອາເມຣິກັນ ລຸ້ນໃໝ່ ທີ່ເຄື່ອນໄຫວ ຕໍ່ສູ້ເພື່ອ ສິດ ເສຣີພາບ ແລະ ປະຊາທິປະຕັຍ ໃນລາວ ຮ່ວມກັນ ຈັດ ກອງປະຊຸມ ຣາຍງານ ກ່ຽວກັບ ການຣະເມີດ ສິດທິມະນຸດ ຢູ່ ສປປລາວ ແລະ ການຍຶດຄອງ ລາວ ຂອງວຽດນາມ ທີ່ຕຶກ ຂອງ ຣັຖສະພາ ສະຫະຣັຖ ຢູ່ກຸງ ວໍຊິງຕັນ ດີຊີ ສະຫະຣັຖ ອະເມຣິກາ ໃນຕອນເຊົ້າ ຂອງວັນ ທີ 9 ພຶສພາ 2016 ນີ້.
ໃນພິທີເປີດ ກອງປະຊຸມ ຣາຍງານ, ໃນນາມ ປະທານ ກອງປະຊຸມ ທ່ານ ໂຈ ຣັດຕະນະຄົມ ປະທານ ອົງການ ລາວເສຣີ ໄດ້ກ່າວເຖິງ ຫຼາຍບັນຫາ ໃນລາວ ເພື່ອສເນີໃຫ້ ຣັຖສະພາ ສະຫະຣັຖ ຊ່ວຍ ພິຈະຣະນາ ແກ້ໄຂ ຊຶ່ງ ທ່ານໄດ້ກ່າວ ໃນ ຕອນນຶ່ງວ່າ:
"ພາຍຫລັງ 40 ປາຍປີ ທີ່ຜູ້ນໍາພວກ ຄອມມິວນິສ ປົກຄອງ ສປປລາວ ກໍຍັງເປັນ ປະເທສລົ້ມແຫລວ ຢູ່ ຂະນະທີ່ ຣັຖບານ ສປປລາວ ຣະເມີດ ສິດທິມະນຸດ ເຖິງແມ່ນ ສປປລາວ ຈະເປັນ ປະເທສ ສະມາຊິກ ຂອງ ຖແລງການ ສາກົນ ວ່າດ້ວຍ ສິດທິມະນຸດ ກໍຕາມ ສປປລາວ ກ່ຽວຂ້ອງ ກັບບັນຫາ ຢາເສບຕິດ ການຕັດໄມ້ ຜິດກົດໝາຍ ການ ຄ້າມະນຸດ ແລະ ບັນຫາອື່ນໆ ນໍາດ້ວຍ".
ໃນຣະຍະ ດໍາເນີນ ກອງປະຊຸມ, ຍານາງ ແອນນາ ຄນະນໍາ ຂອງອົງການ ລາວເສຣີ ຊຶ່ງ ເປັນຜູ້ນຶ່ງ ໃນຈໍານວນ 7 ທ່ານ ທີ່ໄດ້ ຣາຍງານ ບັນຫາຕ່າງໆ ຕໍ່ ກອງປະຊຸມ ໂດຍທີ່ ຍານາງ ໄດ້ຣາຍງານ ກ່ຽວກັບ ການຣະເມີດ ສິດທິມະນຸດ, ການສໍ້ຣາສ ບັງຫລວງ, ຢາເສບຕິດ ແລະ ບັນຫາອື່ນໆ ທີ່ ມີຜົລກະທົບ ຕໍ່ ປະເທສຊາດ ແລະ ປະຊາຊົນ ລາວ ດັ່ງມີເນື້ອ ໃນຕອນນຶ່ງ ວ່າ: ເຊີນຕິດຕາມ ຟັງສຽງຕໍ່ໄປ....