ເປົ້າໝາຍການພັທນາຢ່າງ ຍືນຍົງ

ຄະນະຜູ້ແທນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ເຂົ້າຮ່ວມກອງປະຊຸມ ສະຫະປະຊາຊາດ 2 ມື້ ເຣຶ່ອງ ”ເປົ້າໝາຍການພັທນາ” ແລະ ”ສັນຕິພາບທີ່ຍືນຍົງ” ທີ່ນະຄອນນິວຢ໊ອກ ສະຫະຣັຖ ອະເມຣິກາ.
ຄະນະຜູ້ແທນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ເຂົ້າຮ່ວມກອງປະຊຸມ ສະຫະປະຊາຊາດ 2 ມື້ ເຣຶ່ອງ ”ເປົ້າໝາຍການພັທນາ” ແລະ ”ສັນຕິພາບທີ່ຍືນຍົງ” ທີ່ນະຄອນນິວຢ໊ອກ ສະຫະຣັຖ ອະເມຣິກາ. (ADL)

0:00 / 0:00

ຄະນະຜູ້ແທນພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ 6 ທ່່ານ ນໍາໂດຍ ທ່່ານ ເຮຣິກ ແກ້ວອຸດົມ ນັກວິຊາການລາວໜຸ່ມ ທີ່ ຣັຖຟລໍຣິດາ ເຂົ້າຮ່ວມກອງປະຊຸມ ສະຫະປະຊາຊາດ ທີ່ນະຄອນນິວຢ໊ອກ ສະຫະຣັຖ ອະເມຣິກາ 2 ມື້; ຄືມື້ທໍາອິດ ວັນທີ 21 ກັນຍາ 2017 ເຣຶ່ອງ “ເປົ້າໝາຍການພັທນາ ຂອງສະຫະປະຊາຊາດ” ແລະ ມື້ຕໍ່ມາເຣຶ່ອງ “ສັນຕິພາບ ທີ່ຍືນຍົງ”. ໃນກອງປະຊຸມ ທີ່ມີຜູ້ຕາງໜ້າຈາກ 193 ປະເທສ ແລະບັນດາອົງການຈັດຕັ້ງ ທີ່ບໍ່ຂຶ້ນກັບ ຣັຖບາລ ຫລື NGO ຈາກທົ່ວໂລກ ເຂົ້າຮ່ວມ.