ສັມພາດອາຈານສົມລິດ ວິຣີວົງ
ສົມເນ
2014.06.10
2014.06.10

RFA
ທ່ານ ອາຈານ ສົມລິດ ວິຣີວົງ ຜູ້ ອໍານວຍການ ໂຮງຮຽນ ເທັກນິກ ລາວ-ເຢັຍຣະມັນ ຊຶ່ງ ເປັນ ໂຮງຮຽນ ເກົ່າແກ່ ແຫ່ງນຶ່ງ ໃນ ນະຄອນ ຫລວງ ວຽງຈັນ ບອກວ່າ ໃນ ຣະຍະນີ້ ການຜລິດ ນາຍຊ່າງ ສີມື ແຮງງານ ຍັງຢູ່ ໃນ ຈໍານວນ ຈໍາກັດ ຍ້ອນ ສະຖານທີ່ ຂອງ ໂຮງຮຽນ ກໍ ຄັບແຄບ, ແຕ່ກະວ່າ ບໍ່ພໍເທົ່າໃດ ປີ ຕໍ່ໜ້ານີ້ ໂຮງຮຽນ ເທັກນິກ ແຫ່ງນີ້ ຈະກາຍເປັນ ໂຮງຮຽນ ທີ່ ທັນສມັຍ ທີ່ສຸດ ເມື່ອໃດ ການປັບປຸງ ໂຄງຮ່າງ ພື້ນຖານ ແລະ ການ ຕິດຕັ້ງ ອຸປກອນ ເທັກນິກ ຕ່າງໆ ສໍາລັບໃຊ້ ໃນ ການສອນ ສໍາເຣັດ ລົງ.