ສິດທິມະນຸດ vs ຜູ້ນໍາລາວ
2015.12.18

"ນົກອີ່ອ້ຽງ ກິນໝາພໂພໄຮ ແຊວໆສຽງ ບໍ່ມີໂຕຮ້ອງ ແຊວໆຮ້ອງ ໂຕດຽວ ໝົດໝູ່"
ອັນນີ້ແມ່ນ ປະໂຍກ ນຶ່ງ ໃນ ວັນນະຄະດີ ລາວ ນິທານ ສຽວສະຫວາດ ຊຶ່ງ ຫລາຍຄົນ ອາດລືມໄປແລ້ວ ຄໍາວ່າ "ແຊວງໆສຽງ ບໍ່ມີໂຕຮ້ອງ" ຫລາຍຄົນ ຕີຄວາມໝາຍ ໃສ່ ສະພາບການ ໃນລາວ ໃນ ປັດຈຸບັນ ວ່າ; ປະຊາຊົນ ພາກັນຈົ່ມ ພາກັນ ຕໍານິຕິຕຽນ ການ ປະຕິບັດ ວຽກງານ ຂອງພັກ ຂອງຣັຖ ແຕ່ ບໍ່ມີຜູ້ໃດ ກ້າ ອອກປາກ ອອກສຽງ ຢ່າງ ເປີດເຜີຍ.
ບັດນີ້ ຄໍາວ່າ "ແຊວງໆຮ້ອງ ໂຕດຽວ ໝົດໝູ່" ໝາຍຄວາມວ່າ ມີແຕ່ ພັກ-ຣັຖ ຜູ້ດຽວ ເທົ່ານັ້ນ ທີ່ອອກສຽງ ຕາງໜ້າ ປະຊາຊົນ. ຖ້າ ປະຊາຊົນ ຜູ້ໃດ ກຸ່ມໃດ ອອກມາ ຕໍ່ວ່າ ຕໍ່ຂານ ຂໍ ຄວາມເປັນທັມ ຈະວ່າ ດ້ວຍການ ສແດງອອກ ທາງປາກເວົ້າ, ການຂີດຂຽນ ຂໍ້ຄວາມ ແລະ ການອອກມາ ໂຮມຊຸມນຸມ ແມ່ນມີຜົນ ບໍ່ດີຕາມມາ ໂລດ ບາງ ກໍຣະນີ ຖືກຈັບ ໃສ່ໂທດ ຫຼື ຖືກດັບ ຊີວິດ ແບບບໍ່ມີ ຜູ້ໃດຮູ້ນໍາ ດັ່ງ ທີ່ເປັນມາ ແລ້ວ.
ທາງສາກົນ ວ່າ ການຣະເມີດ ສິດທິມະນຸດ ໃນລາວ ຍັງມີ ຢູ່ຕໍ່ເນື່ອງ ແລະ ການຣະເມີດ ສິດທິມະນຸດ ຂອງ ທາງການລາວ ນັ້ນ, ໃນຫຼາຍປີ ມານີ້ ໄດ້ຕິດຕາມ ຫຼອກຫຼອນ ລົບກວນ ປະສາດ ຄນະຜູ້ນໍາ ຂອງພັກ ແລະຣັຖ ມາຕລອດ ຈົນ ພັກແລະຣັຖ ອອກປາກ ເວົ້າວ່າ ຜູ້ທີ່ຕໍານິ ຕິຕຽນ ວ່າ ພັກ-ຣັດ ຣະເມີດ ສິດທິມະນຸດ ນັ້ນ ກາຍເປັນ ສັຕຣູ ຂອງຊາຕ ໄປໝົດ.
ຄໍາຖາມ ມີຢູ່ວ່າ ແມ່ນໃຜ ເປັນສັຕຣູ ຂອງຊາດແທ້ ແລະ ເປັນໄດ້ ແບບໃດ? ເອເຊັຽເສຣີ ໄດ້ມີໂອກາດ ຖາມຊາວລາວ ທ່ານນຶ່ງ ຢູ່ ນະຄອນຫຼວງ ວຽງຈັນ... ເຊີນທ່ານ ຮັບຟັງ ໄດ້.