ເດັກນ້ອຍລາວຫຼາຍແສນຄົນ ບໍ່ໄດ້ ເຂົ້າໂຮງຮຽນ

ມະນີຈັນ
2018.04.16
f-school2 ໂຮງຮຽນແຫ່ງນຶ່ງ ໃນ ສປປລາວ
RFA/PN

ປັດຈຸບັນ ວັຍລຸ້ນລາວ ຮວມທັງເດັກນ້ອຍຫລາຍເຖິງ 3 ແສນ 8 ໝື່ນຄົນໃນເຂດແຂວງຕ່າງໆ ທົ່ວປະເທດລາວ ທີ່ຍັງບໍ່ໄດ້ເຂົ້າໂຮງຮຽນ ຍ້ອນຄອບຄົົວ ທຸກຍາກຂາດເຂີນ. ຕາມຣາຍງານຂອງທາງ RFA ເອງ, ໂດຍອີງຕາມການສໍາຣວດ ຂອງກະຊວງ ສຶກສາທິການແລະກິລາ ໃນຣະຍະ 3 ປີຜ່ານມາ ເມື່ອວັນທີ 2 ກຸມພາ 2018 ນີ້.

ກະຊວງ ສຶກສາທິການແລະກິລາ ແຈ້ງວ່າສາເຫດນຶ່ງ ທີ່ເຮັດໃຫ້ປະຊາຊົນ ບໍ່ສາມາດສົ່ງລູກຫລານ ໄປເຂົ້າໂຮງຮຽນນັ້ນ ແມ່ນບ້ອນວ່າ ບ້ານເຮືອນ ຕັ້ງຢູ່ເຂດ ຊົນນະບົດ ເຂດພູດອຍ ຖນົນຫົນທາງບໍ່ດີ ການສັນຈອນໄປມາ ກໍລໍາບາກແລະຢູ່ໄກຈາກ ໂຮງຮຽນ, ຫາກຢາກໃຫ້ ລູກຫລານ ໄດ້ຮຽນໜັງສືກໍຕ້ອງ ໄດ້ໃຫ້ໄປໂຮງຮຽນ ຢູ່ໃນເມືອງ ແຕ່ກໍມີຄວາມຫຍູ້ງຍາກ ໃນການຢູ່ການກິນ ແລະອຸປກອນການຮຽນ ຢູ່ຄືເກົ່າ ອັນເຮັດໃຫ້ຜູ້ມີໂອກາດ ໄດ້ເຂົ້າໂຮງຮຽນແລ້ວ ກໍຕ້ອງໄດ້ອອກກໍມີ. ດັ່ງປະຊາຊົນ ໃນແຂວງຫລວງນໍ້າທາ ທ່ານນຶ່ງທີ່ຂໍສງວນ ຊື່ກ່າວຕໍ່ RFA ວ່າ:

"ການສັນຈອນຢູ່ບ້ານນອກ ມີບາງຄົນ ເຂົາລົງໄປໃນເມືອງ ເຂົ້າໂຮງຮຽນ ຍາມພັກກັບມາວັນເສົາ-ທິດ ກັບມາກໍຝົນຕົກ ເຂົາກໍບໍ່ຊ່າງໄປ ໂຮງຮຽນ ເປັນນຶ່ງອາທິດ ສອງອາທິດ ກໍມີ ໄປມາມັນລໍາບາກ ການຂີ່ຣົດໄປມາ ທາງບໍ່ດີແດ່ລະກະມີ ບາງຄົນເຂົ້າ ກາງປີ ອອກມາພໍ່ແມ່ ມີບັນຫາ ເຣື່ອງເງິນທອງ ບໍ່ມີເງິນບໍ່ມີຄໍາ ໄດ້ອອກມາກະມີ."

ນັ້ນກໍເປັນສາເຫດນຶ່ງ ທີ່ເຮັດໃຫ້ຄົນໃນເຂດຊົນນະບົດ ຫ່າງໄກມັກດ້ອຍການສຶກສາ ຫາກທຽບໃສ່ຄົນໃນເມືອງ; ຖ້າຫາກບໍ່ໄດ້ ເຂົ້າໂຮງຮຽນ ບໍ່ມີຄວາມຮູ້ ແລະຄວາມດ້ອຍໂອກາດ ໃນຊີວິດກໍຕາມມາ ອັນມີຮວມທັງໂອກາດ ທີ່ຈະໄດ້ວຽກເຮັດງານທໍາ ມີຣາຍໄດ້ດີນໍາດ້ວຍ. ກ່ຽວກັບ ເຣື່ອງນີ້ ຊາວລາວແຂວງສວັນນະເຂດໄດ້ກ່າວຕໍ່ RFA ເຖິງຄວາມສໍາຄັນ ຂອງການສຶກສາ ຫາກບໍ່ໄດ້ເຂົ້າໂຮງຮຽນ ອ່ານບໍ່ໄດ້ຂຽນບໍ່ເປັນ ຫລືໄດ້ຮຽນເຄິ່ງໆກາງໆ ຮຽນບໍ່ຈົບຊັ້ນ ບໍ່ມີວິຊາຊີບ, ບໍ່ມີວິຊາສະເພາະ ກໍຍາກທີ່ ຈະມີທາງເລືອກ ໃນການຊອກຫາ ວຽກເຮັດງານທໍາ:

"ບໍ່ມີການສຶກສາ ກໍຫາງານເຮັດຍາກ ກໍໄດ້ເປັນກັມກອນແຄ່ນັ້ນແຫລະ."

ນັ້ນເປັນຄວາມດ້ອຍໂອກາດ ຂອງຊາວໜຸ່ມ ຍິງສາວລາວ ເປັນຕົ້ນສໍາລັບຜູ້ຢູ່ເຂດ ຊົນນະບົດຫ່າງໄກ ໃນເຂດແຂວງຕ່າງໆຂອງລາວ. ແລະຫາກເວົ້າເຖິງໂຮງຮຽນ ແລະຄຣູໃນເຂດ ຊົນນະບົດທີ່ມີພຽງ ແຕ່ຊັ້ນປະຖົມ ກໍຍິ່ງທຽບບໍ່ໄດ້ເລີຍ ກັບຜູ້ຢູ່ໃນເມືອງ.

ເວົ້າສະເພາະເມືອງ ພີນ ແຂວງສວັນນະເຂດ ກໍມີຫລາຍບ້ານເປັນຕົ້ນ ບ້ານປ່າຕອງ ບ້ານອາເປັຽ ບ້ານໄຜ່ແລະບ້ານປ່າໂອກ ຊຶ່ງເປັນບ້ານ ທຸກຍາກ ຢູ່ເຂດພູດອຍ ທີ່ມີພໍ່ແມ່ ຜູ້ປົກຄອງກໍຕ້ອງການ ໂຮງຮຽນປະຖົມເພື່ອ ໃຫ້ລູກຫລານໃນແຕ່ລະບ້ານໄດ້ມີ ໂອກາດຮຽນໜັງສື ໃນ ບ້ານຂອງຕົນເອງ ເພາະປັດຈຸບັນ ມີເດັກນ້ອຍຈໍານວນນຶ່ງ ທີ່ຍ່າງໄປຮຽນໂຮງຮຽນບ້ານໃກ້ຄຽງ ແລະໂຮງຮຽນປະຖົມເມືອງພີນ ຊຶ່ງເປັນ ໂຮງຮຽນກະຕູບ ສອນໂດຍຄຣູອາສາສມັກ.

ມີບ້ານຈໍານວນນຶ່ງ ຄັນວ່າມີໂຮງຮຽນແລ້ວ ພັດບໍ່ມີຄຣູສອນ ຫລືບໍ່ກໍບໍ່ມີທັງໂຮງຮຽນ ແລະຄຣູເຮັດໃຫ້ເດັກນ້ອຍ ຕ້ອງໄດ້ຍ່າງໄປຮຽນໜັງສື ຢູ່ໂຮງຮຽນປະຖົມສົມບູນ ເມືອງພີນ ທີ່ຢູ່ໄກຕັ້ງຫຼາຍ ກິໂລແມັຕ. ດັ່ງເຈົ້າໜ້າທີ່ສຶກສາແຂວງສວັນນະເຂດ ກ່າວຕໍ່ RFA ເມື່ອຜ່ານມາວ່າ:

"ໃຫ້ພຽງພໍກໍບໍ່ພຽງພໍ ຕົວຢ່າງໂຮງຮຽນ ແມ່ນເຮົາກໍຍັງບໍ່ໄດ້ຄົບໝົດ ເພາະວ່າຢູ່ບ້ານເຂົາ ບໍ່ມີໂຮງຮຽນເນາະ ແຕ່ວ່າເອົາໂຮງຮຽນ ໃຫ້ລະເພິ່ນ ບໍ່ມີຄຣູ ທາງສຶກສາຄືວ່າເພິ່ນ ຕອບສນອງຄຣູ ໃຫ້ບໍ່ໄດ້ ຄືບ້ານໄຜ່ນີ້ເຂົາ ກໍຢາກໄດ້ ແຕ່ວ່າທາງສຶກສາ ຕອບສນອງຄຣູໃຫ້ບໍ່ໄດ້ ກໍເລີຍໄດ້ ເລື່ອນໄປ ອີງຕາມວ່າເພິ່ນມີໂຮງຮຽນ ເກົ່າແລ້ວຢູ່ບ້ານ ໂຮງຮຽນນ້ອຍໂຮງຮຽນ ຊົນນະບົດ ຫັ້ນເດ໊ ຄານໍາແຕ່ຄຣູຢ່າງດຽວ ຖືວ່າຫລາຍບ້ານ ມີໂຮງຮຽນແຕ່ວ່າ ບໍ່ມີຄຣູສອນ."

ແລະເມື່ອປີ 2016-2017 ກອງທຶນຫລຸດຜ່ອນ ຄວາມທຸກຍາກກໍໄດ້ລົງກວດກາ ແລະສ້ອມແປງໂຮງຮຽນປະຖົມ ໃຫ້ບ້ານຈໍານວນນຶ່ງ ໂດຍຫວັງວ່າຈະໄດ້ເປີດໂອກາດ ໃຫ້ພວກເດັກນ້ອຍ ໄດ້ຮຽນໜັງສືໃນເຂດບ້ານ ຂອງຕົນແລະສເນີໃຫ້ ຜແນກສຶກສາທິການ ແລະກິລາ ແຂວງສວັນນະເຂດ ພິຈາຣະນາຮັບເອົາ ພະນັກງານຄຣູ ຫລື ຄຣູອາສາສມັກເຂົ້າມາສອນ. ເມືອງ ພີນ ປັດຈຸບັນມີຄຣູພະນັກງານປະມານ 500 ຄົນ. ໃນນັ້ນປະມານ 100 ຄົນເປັນພະນັກງານ ວິຊາການ ແລະການເງິນ ແລະ ຄຣູອາສາສມັກ ອີກ 140 ຄົນ ຂນະທີ່ມີນັກຮຽນເຖິງ 9400 ປາຍຄົນ ອັນເຮັດໃຫ້ຄຣູ ບໍ່ພຽງພໍກັບຄວາມຕ້ອງການ.

ນອກຈາກນັ້ນຄວາມດ້ອຍໂອກາດ ຂອງເດັກນ້ອຍ ໃນເຂດຊົນນະບົດຫ່າງໄກ ນີ້ຍັງມີເຣື່ອງການອອກ ໂຮງຮຽນນໍາອີກ ຍ້ອນຄວາມທຸກຍາກ ຂາດເຂີນ ຊຶ່ງກໍເປັນດ້ານນຶ່ງທີ່ຕ່າງປະເທດ ແລະທາງພາກຣັຖ ພຍາຍາມຊ່ວຍເຫຼືອເພື່ອຫຼຸດຜ່ອນຫຼືຈໍາກັດ ອັດຕຣາເດັກນ້ອຍທີ່ຈໍາຕ້ອງໄດ້ ຖິ້ມການຮຽນໃຫ້ຢູ່ຣະຫວ່າງ 10ຫາ15 ເປີເຊັນພາຍໃນປີ 2020. ດັ່ງຮອງຫົວໜ້າກົມການສຶກສານອກໂຮງຮຽນ ກະຊວງສຶກສາທິການ ແລະກິລາ ກ່າວວ່າ:

"ຢ່າງໜ້ອຍກໍໃຫ້ຂະເຈົ້າ ໄດ້ຮູ່ໄລ່ເລກເປັນ ອ່ານເປັນຂຽນໜັງສືເປັນ ແລ້ວຈາກນັ້ນຂະເຈົ້າ ກໍຢາກສືບຕໍ່ໄປຮຽນເອງ ເລີຍພາກັນຊ່ອຍກັນ ເຮັດແນວໃດ ໃຫ້ທຸກຄົນປີ 2020 ໃຫ້ມັນໄດ້ຮຽນຊັ້ນປະຖົມ ເບິດທຸກຄົນ ເຫດຜົລຫລັກໆ ທີ່ອົງການ UNESCO ມາເຮັດແລະເຮົາຈະບໍ່ມີ ໂຮງຮຽນ ເຮົາກໍເລີຍ ເປັນສູນຮຽນຮູ້ຊຸມຊົນ ສອນຕາມນັ້ນ ບ່ອນໃດທີ່ມີໂຮງຮຽນ ກໍສອນ ຢູ່ໃນໂຮງຮຽນ ຖ້າວ່າບ່ອນໃດ ທີ່ວ່ານັກຮຽນ ບໍ່ໄປໂຮງຮຽນ ເຮົາກໍເອົາ ຄຣູໄປສອນກັບທີ່ເລີຍ."

ຢ່າງໃດກໍຕາມ ຂະນະນີ້ປາກົດວ່າທາງການລາວ ກຳລັງພິຈາຣະນາຫລຸດຜ່ອນ ຄຣູອາສາສມັກ ແລະຫັນຄຣູຣັຖ ຢູ່ໃນເມືອງໄປສອນຢູ່ເຂດ ຊົນນະບົດແທນ ພາຍຫຼັງການສຳຣວດພົບວ່າ ຈຳນວນຄຣູອາສາສມັກ ທີ່ໄດ້ຖືກບັນຈຸເຂົ້າເປັນຣັຖກອນແລ້ວ ມາພາກັນອັ່ງອໍຢູ່ແຕ່ໃນເມືອງ ຂະນະທີ່ເຂດຊົນນະບົດ ມີແຕ່ຄຣູອາສາສມັກ ທີ່ກຳລັງລໍຖ້າບັນຈຸ ເຂົ້າເປັນຣັຖກອນ ທີ່ວ່າມີ 10 ພັນ ປາຍຄົນ. ດຣ. ກອງສີ ແສງມະນີ ຮອງຣັຖມົນຕຣີກະຊວງສຶກສາທິການ ແລະກິລາ ໄດ້ກ່າວຕໍ່ສື່ມວນຊົນ ທາງການລາວ ວ່າດຽວນີ້ກໍາລັງ ສໍາຣວດຄຣູ ທົ່ວປະເທດ:

"ແລະມັນປະກົດເຫັນຄຣູເຫຼືອຢູ່ ໃນເມືອງ ຄຣູບໍ່ພໍຢູ່ບ້ານນອກນີ້ຈຳນວນຫຼາຍ. ອາສາສມັກຂະເຈົ້າ ຜູ້ທີ່ຮັບຜິດຊອບ ກະເຫັນວ່າມີອາສາສມັກ ປະມານໝື່ນກວ່າ ດຽວນີ້ທີ່ກຳລັງປະຕິບັດໜ້າທີ່ຢູ່ ຖ້າວ່າອາສາສມັກຊຸມນັ້ນຫາກພັກຫາກເຊົາບໍ່ຮັບ ຂະເຈົ້າອີກກະແມ່ນໂຮງຮຽນກະປິດ."

ແລະກ່ອນໜ້ານີ້ ຄືຢູ່ກອງປະຊຸມ ຜູ້ບໍຣິຫານການສຶກສາແລະກິລາ ທົ່ວປະເທດ ເມື່ອທ້າຍປີ 2017 ຜ່ານມານາຍົກຣັຖມົນຕຣີ ທອງລຸນ ສີສຸລິດ ກໍໄດ້ກ່າວ ໂດຍເນັ້ນໃຫ້ຂແນງການສຶກສາ ເອົາໃຈໃສ່ແກ້ໄຂຊ່ອງຫວ່າງການສຶກສາ ຣະຫວ່າງຕົວເມືອງ ແລະຊົນນະບົດ ບັນຫາ ຄຣູເຫລືອບໍ່ພໍ, ການຂາດຄຣູສອນ, ໃຫ້ມີຄຣູໄປສອນຢູ່ ເຂດຊົນນະບົດ ຫ່າງໄກ-ສອກຫລີກ ຫລາຍຂຶ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.