ບົດຣາຍງານປະຈຳປີ ອົງການ ຂ່າວ ບໍ່ມີ ພົມແດນ
2018.04.27
ບົດຣາຍງານປະຈຳປີ ຂອງອົງການຂ່າວບໍ່ມີພົມແດນ ໃນປີນີ້ ຣະບຸວ່າ ສິດທິຂ່າວສານ ແລະສິດທິປະຊາທິປະໄຕ ໃນຂົງເຂດ ເອເຊັຽ- ປາຊີຟີກ ມີການສັ່ນຄອນ ແລະນາບຂູ່ ຍ້ອນຫລາຍປະເທດ ເອົາແບບຢ່າງຂອງຈີນມາໃຊ້ ໃນການຄວບຄຸມອົງການ ຂ່າວສານໃນປະເທດ ຂອງຕົນ.
ແບບຢ່າງຫລືກົດຣະບຽບການຄວບຄຸມ ນັກຂ່າວຕໍ່ອົງການຂ່າວໃນຈີນ ຖືກ copy ມາໃຊ້ໃນຫຼາຍປະເທດ ໃນຂົງເຂດອາຊຽນ ໂດຍສະເພາະ ທີ່ວຽດນາມ ກຳພູຊາ ແລະບາງປະເທດ ໃນຂົງເຂດ ເຮັດໃຫ້ສະຖານະພາບ ທາງດ້ານປະຊາທິປະໄຕ ແລະ ສິດທິຂ່າວສານ ມີການສັ່ນຄອນ ແລະຖືກນາບຂູ່ຈາກກົດຣະບຽບດັ່ງກ່າວ.
ບັນດາປະເທດເອເຊັຽກາງ ແລະເອເຊັຽເຫນືອ ຢູ່ໃນທ່າອ່ຽງ ໃນການໃຊ້ກົດຣະບຽບດັ່ງກ່າວ ຫຼາຍຂຶ້ນ, ດັ່ງນັ້ນຈຶ່ງມີເຫດການຄວາມຮຸ່ນແຮງ ເກີດຂຶ້ນກັບນັກຂ່າວ ໃນຫລາຍປະເທດ ເປັນຕົ້ນທີ່ອັຟການີສຖານ, ອີນເດັຽ ປາກິສຖານ ຟີລິປປີນ ກຳພູຊາ ແລະວຽດນາມ.
ຣາຍງານວ່າ ຂົງເຂດ ເອເຊັຽ- ປາຊີຟີກ ຍັງເປັນຂົງເຂດທີ່ຝ່າຝຶນສິດທິ ນັກຂ່າວຫລາຍຢູ່ ຮ້າຍກວ່າຫມູ່ແມ່ນ ເກົາຫລີເຫນືອ ຊຶ່ງຕົກຢູ່ໃນ ອັນດັບ ທີ 180 ຫລືອັນດັບສຸດທ້າຍ ໃນການລະເມີດສິດທິ ນັກຂ່າວລາຍໃຫຍ່ໃນໂລກ. ສຳນັກຂ່າວສານ KCNA ຊຶ່ງ ເປັນປາກກະບອກ ສຽງ ຂອງພັກຄອມມຸນີດ ເກົາຫລີເຫນືອ ຈະເປັນແຫລ່ງຂ່າວດຽວ ທີ່ປະຊາຊົນ ຈະໄດ້ຟັງແລະຮັບຮູ້ ແຫລ່ງຂ່າວອຶ່ນໆ ພຽງແຕ່ COPY ແລະອ່ານຕາມຂໍ້ຄວາມ ທີ່ທາງການສົ່ງໃຫ້ເທົ່ານັ້ນ ການຮັບຟັງຂ່າວຈາກຕ່າງປະເທດ ຖືວ່າຜິດກົດຫມາຍ ຈະຖືກສົ່ງໄປສູນອອກແຮງງານ ໄດ້.
ຈີນ ຕົກຢູ່ໃນອັນດັບທີ 176 ໃນບັນດາ 180 ປະເທດບໍ່ມີການປ່ຽນແປງຫຍັງຫມົດ ມີການຄວບຄຸມນັກຂ່າວຢ່າງເຄັ່ງຄັດ ດ້ວຍການຈັບກຸມ ລົງໂທດ ແລະສົ່ງໄປສູນສຳມະນາ ຖ້າຜູ້ໃດຝ່າຝຶນ ຂໍ້ຫ້າມຂອງຣັຖບານ ໃນການອອກຂ່າວ ຫລືລົງຂໍ້ຄວາມ ໃນເຄື່ອຄຂ່າຍອີນເຕີແນດ.
ພາຍໃຕ້ການປົກຄອງ ຂອງ ທ່ານ ຊີຊີງປີງ ສປຈີນ ເລີ້ມຫຍັບເຂົ້າເປັນປະເທດຜະເດັດການ ໃນທຸກມື້ ຍ້ອນການໃຊ້ ນະໂຍບາຍກີດກັ້ນ ການອອກຂ່າວແບບເສຣີ ແລະສື່ມວນຊົນເອກຣາດ ໃນຈີນ ເຮັດໃຫ້ອົງການຂ່າວ ຕ່າງຊາດ ຍາກໃນການເຮັດວຽກ ໃນຈີນ ປະຊາຊົນຈີນ ຫລາຍຄົນຖືກຈັບກຸມ ແລະໃສ່ຄຸກ ຍ້ອນໃຫ້ຂໍ້ມູນ ແລະສົນທະນາກັບ ນັກຂ່າວ ຫລືອອກຄວາມເຫັນ ໃນເຄືອຂ່າຍອີນເຕີແນດ.
ນັກວິຊາການຈີນ ແລະກຸ່ມນັກຂ່າວ ຮ່ວມທັງຜູ້ລົງຂໍ້ຄວາມໃນເຄື່ອຂ່າຍອີນເຕີແນດ ກວ່າ 50 ຄົນ ຖືກຈັບແລະຖືກໃສ່ຄຸກໃນ ວ່າງຫລັງໆ ມານີ້ ຫລາຍຄົນຖືກ ທໍຣະມານ ແລະຖືກກົດຂີ່ຫົ່ມເຫັງ ໃນທີ່ກັກຂັງ ໃນນັ້ນ ຮ່ວມດ້ວຍ ນັກເຄື່ອນໄຫວ ທາງດ້ານ ປະຊາທິປະໄຕ. ທ່ານ ລຸຍຊາວໂບ ຜູ້ທີ່ໄດ້ຮັບລາງວັນ ໂນແບວ ແລະ ທ່ານ ຢາງ ຕົງກັນ ຜູ້ລົງຂໍ້ຄວາໃນເຄື່ອຂ່າຍ ອິນເຕີແນດ ຕໍ່ຕ້ານພັກຣັດ ທັງສອງ ເສັຽຊີວິດ ໃນຄຸກຍ້ອນຂາດການເບີ່ງແຍງ ທາງດ້ານສາທາຣະນະສຸກ ໃນຍາມເຈັບໄຂ້.
ນະໂຍບາຍແລະແຜນການໂດຍທົ່ວໄປ ຂອງຣັຖບານຈີນ ໃນການປະຕິບັດຕໍ່ນັກຂ່າວ ຫຼືການອອກຂ່າວສານສຳລັບຂົງເຂດ ແລະທົ່ວໂລກ ຈີນພຍາຍາມ ສ້າງຕັ້ງ ມາຕຖານການ ອອກຂ່າວແລະຄວບຄຸມ ອົງການຂ່າວ ແບບສະບັບ ຂອງຈີນ ເປັນຕົ້ນ ການສິ້ງຊອມນັກຂ່າວ ການໃຊ້ເຄື່ອງມື ໃນການສິ້ງຊອມ ຊຶ່ງແບບສະບັບດັ່ງກ່າວ ຖືກນຳໄປໃຊ້ ໃນຫລາຍປະເທດ ທີ່ຈີນ ເຊື່ອມອິດທິພົນ ທາງດ້ານເສຖກິດ ແລະການເມືອງ ໃນປັດຈຸບັນ ກໍແມ່ນ ວຽດນາມ ແລະກຳພູຊາ ຮ່ວມດ້ວຍ ຫລາຍປະເທດ ໃນຂົງເຂດ ດັ່ງຟິລີປີນ ແລະ ສປປລາວ.
ສຳລັບວຽດນາມ ບົດລາຍງານ ຣະບຸວ່າ ວຽດນາມ ຖືກຈັດຢູ່ອັນດັບທີ 175 ຫລຸດຈາກຈີນ 1 ອັນດັບ ທີ່ເປັນປະເທດຄວບຄຸມຂ່າວສານ ຣາຍໃຫຍ່ໃນໂລກ ຣັຖບານວຽດນາມ ໄດ້ປາບປາມ ກຸ່ມນັກຂ່າວ ຢ່າງເຄັ່ງຄັດ ໂດຍບໍ່ໄວ້ຫນ້າ ຮ່ວມທັງການປາບປາມ ປະຊາຊົນ ຜູ້ທີ່ລົງຂໍ້ຄວາມ ໃນເຄື່ອຂ່າຍ ອີນເຕີແນດ ຫລາຍຄົນຖືກຈັບກຸມ ແລະໃສ່ຄຸກເປັນເວລາຫລາຍປີ ແມ້ແຕ່ການລົງຂ່າວ ກ່ຽວກັບຜົລກະທົບ ຕໍ່ສິ່ງແວດລ້ອມ ກໍຖືກຄຸກເປັນເວລາ 15 ປີ.
ທີ່ກຳພຸຊາ ຊຶ່ງເປັນປະເທດ ທີ່ຢູ່ອັນດັບທີ 142 ຫລຸດລົງ 10 ອັນດັບ ໄດ້ຮັບອິດທິພົນ ຈາກຈີນຫລາຍກວ່າຫມູ່ ໃນຂົງເຂດ ນອກຈາກ ສປປລາວ ຣັຖບານຂອງ ທ່ານ ຮຸນເຊນ ໃຊ້ມາຕການຄວບຄຸມ ແລະປາບປາມນັກຂ່າວ ແລະອົງການຂ່າວຢ່າງຮຸ່ນແຮງ ໃຊ້ແບບດຽວ ຫລື MODEL ທີ່ຈີນໃຊ້ໃນຈີນ. ທ່ານ ຮຸນເຊນ ໄດ້ອອກ ມາຕການປາບປາມກຸ່ມນັກຂ່າວ ແລະອົງການຂ່າວຢ່າງແຮງ ໃນປີ 2017 ດ້ວຍການ ປິດຫ້ອງການ ອົງການຂ່າວ ທີ່ເປັນເອກຣາດກວ່າ 30 ແຫ່ງ ໃນກຳພູຊາ ແລະລົງໂທດ ກຸ່ມນັກຂ່າວອິສຣະ ຫລາຍຄົນ.
ການຄວບຄຸມອົງການຂ່າວ ທີ່ບໍ່ເຫັນພ້ອມກັບຣັຖບານ ໃນກຳພູຊາ ແມ່ນໄດ້ຮັບການສນັບສນູນ ຈາກຈີນ ໃນການໃຊ້ອຸປກອນເຄື່ອງມື ແລະວິທີທາງການຄວບຄຸມ ຮ່ວມທັງເງິນສນັບສນູນ ອົງການຂ່າວ ທີ່ເຫັນພ້ອມກັບຣັຖບານ ໃຫ້ອອກຂ່າວ ທີ່ເປັນປໂຍດ ຕໍ່ທາງການ. ການເຊື່ອມອິດທິພົນ ກ່ຽວກັບການຄວບຄຸມ ອົງການຂ່າວ ແບບສະບັບຂອງຈີນ ກຳລັງຈະເຂົ້າໄປໃນໄທ ທີ່ຢູ່ໃນອັນດັບ ທີ 140 ມາເລເຊັຽ ທີ 145 ແລະ ສິງກະໂປ ທີ 151 ແລະ ໃນຫລາຍປະເທດ. ແມ້ແຕ່ ພະມ້າ ຊຶ່ງເປັນ ປະເທດ ທີ່ຕົກຢູ່ໃນອັນດັບ ທີ 137 ຣັຖບານຂອງ ຍານາງ ອອງຊານຊູຈີ ກໍຖືກປະນາມ ຈາກການຄວບຄຸມ ນັກຂ່າວບໍ່ໃຫ້ເຂົ້າໄປ ເອົາຂ່າວ ຫລືລາຍງານຂ່າວ ກ່ຽວກັບການປາບປາມ ຊາວໂຣຮີນຢາ ໃນແຄ້ວນຣາຄີນ ພາກເຫນືອ ຂອງພະມ້າ.
ສຳລັບ ສປປລາວແລ້ວ ຊຶ່ງເປັນປະເທດທີ່ຖືກຈັດຢູ່ໃນອັນ ດັບທີ 170 ໃນບັນດາ 180 ປະເທດ ທີ່ມີການຄວບຄຸມ ອົງການຂ່າວສານ ລາຍໃຫຍ່ໃນໂລກ ແຮ່ງມີການຄວບຄຸມ ແລະກິດກັ້ນການອອກຂ່າວ ແບບເສຣີ ແລະ ອົງການຂ່າວສານ ຕ່າງປະເທດ ໃນການເຂົ້າໄປ ຣາຍງານຂ່າວ ໃນລາວ ແຕ່ບໍ່ໄດ້ເອີ່ຍ ໃນບົດລາຍງານນີ້, ການອອກຂ່າວໃນລາວ ຕ້ອງເປັນແບບຕົ້ນສະບັບ ດຽວກັນ ກັບຂອງພັກຣັດ ທີ່ພິມສົ່ງມາໃຫ້ອອກ ຈະບໍ່ມີການດັດແປງ ແລະຕັດຕໍ່ຕົ້ນສະບັບ ສຳນັກຂ່າວສານ ປະເທດລາວ ເປັນ ແຫລ່ງຂ່າວດຽວ ພາຍໃນປະເທດ ແຫລ່ງຂ່າວອຶ່ນ ຈະບໍ່ອະນຸຍາດໃຫ້ ເຂົ້າມາຕັ້ງຫ້ອງການ ໃນລາວ ຍົກເວັ້ນ ຈີນແລະວຽດນາມ ຊຶ່ງເປັນປະເທດ ຄອມມຸນິດ ແລະພັນທະມິດ ອັນໃກ້ຊິດກັບລາວ.
ສປປລາວ ເອົາຕົ້ນແບບແລະຕົວຢ່າງການຄວບຄຸມນັກຂ່າວ ແລະອົງການຂ່າວໃນລາວ ມາຈາກຈີນ ເປັນແບບດຽວກັນກັບ ກຳພູຊາ ແລະວຽດນາມ ຜູ້ທີ່ຣະເມີດຂໍ້ຫ້າມ ໃນການລົງຂໍ້ຄວາມ ໃນເຄື່ອຂ່າຍອີນເຕີແນດ ຕ້ານຣັຖບານລາວ ຖືກລົງໂທດ ສາມຄົນ ແລ້ວ, ດັ່ງ ຄົນງານລາ ວຈາກໄທ ແລະອີກນື່ງຄົນ ຄື ທ້າວ ບຸນທັນ ທັມມະວົງ ຄົນເຊຶ້ອຊາດລາວ ສັນຊາວໂປແລນ ທັງຫມົດຖືກຄຸກ ເປັນເວລາ ຫລາຍປີ.
ກ່ຽວກັບການສິດທິຂ່າວສານໃນລາວ ທ່ານ DANIEL BASTARD ຫົວຫນ້າ ອົງການຂ່າວ ບໍ່ມີພົມແດນ ປະຈຳຂົງເຂດ ເອເຊັຽ-ປາຊີຟີກ ກ່າວວ່າ:
ທ່ານວ່າ ພວກເຮົາຍັງບໍ່ເຫັນການປ່ຽນແປງ ກ່ຽວກັບສິດທິການອອກຂ່າວ ແບບເສຣີໃນລາວ ເພາະການອອກຂ່າວແບບເສຣີ ເປັນທີ່ມາຂອງ ຣະບອບປະຊາທິປະຕັຍ ພວກເຮົາຍັງບໍ່ເຫັນ ເຫດການດັ່ງກ່າວ ໃນລາວ ມາເປັນເວລາດົນນານ.
ທ່ານຍັງບອກ ອີກວ່າ ເປັນການຍາກທີ່ຈະໄດ້ຂ່າວ ຢ່າງແທ້ຈິງໃນລາວ ຍ້ອນວ່າ ສປປລາວ ປິດປະຕູ ຕໍ່ອົງການຂ່າວ ຕ່າງຊາດ ແລະ ອົງການສາກົນ ໃນບັນຫາເຣຶ້ອງຂ່າວ ດັ່ງນັ້ນຈຶ່ງເປັນ ສາເຫດທີ່ວ່າ ລາວຖືກຈັດຢູ່ໃນຣະດັບຕ່ຳກວ່າ ຫລາຍປະເທດ ໃນຂົງເຂດ:
ທ່ານວ່າ ຣັຖບານລາວຄວບຄຸມການອອກຂ່າວ ຢ່າງເຄັ່ງຄັດ ອົງການຂ່າວຕ່າງຊາດ ທີ່ຈະເຂົ້າໄປເອົາຂ່າວໃນລາວ ກ່ອນຈະອອກ ຫລື ຣາຍງານຂ່າວຕ້ອງໄດ້ສົ່ງ ເນື້ອຫາ ສາຣະ ເຣື້ອງຂ່າວ ໄປໃຫ້ຣັຖບານລາວ ກວດກອ່ນ ຈຶ່ງຈະອອກໄດ້:
ທ່ານຫວັງວ່າ ໃນອະນາຄົດ ສປປລາວ ຄວນມີການປ່ຽນແປງ ດ້ວຍການອະນຸຍາດ ໃຫ້ອົງການຂ່າວສານ ທີ່ເປັນອິສຣະ ເຂົ້າໄປຕັ້ງ ຫ້ອງການ ຣາຍງານຂ່າວໃນລາວ ໂດຍປາສຈາກການຄວບຄຸມຈາກຣັຖບານ. ຊຶ່ງເປັນຄວາມຫວັງທີ່ຫລາຍຄົນ ຕ້ອງການ ເປັນຕົ້ນປະຊາຊົນລາວ ແລະອົງການຂ່າວສານສາກົນ.
ແຕ່ເຖິງຢ່າງໃດກໍຕາມ ນັກວິຊ່ຽວຊານກ່ຽວກັບ ການອອກຂ່າວໃນຂົງເຂດ ທ່ານນຶ່ງເວົ້າວ່າ ການປະຕິບັດຕໍ່ ນັກຂ່າວແບບສະບັບຂອງຈີນ ໃນຫລາຍປະເທດ ໃນຂົງເຂດເອເຊັຽ ໃນປັດຈຸບັນ ນອກຈາກການທຳຮ້າຍ ຮ່າງກາຍ ການຈັບກຸມແລະ ລົງໂທດ ໃຫ້ຖືກຄຸກເປັນເວລາ ຫລາຍປີແລ້ວ ຍັງສ້າງຄວາມວຸ່ນວາຍ ໃຫ້ແກ່ຄອບຄົວ ແລະຍາດພີ່ນ້ອງ ຂອງນັກຂ່າວນຳອີກ ດ້ວຍການນາບຂູ່ຕ່າງໆນານາ, ນັກຂ່າວ ບາງຄົນຖືກຄາຕກັມ.
ຣັຖບານໃນບາງປະເທດສ້າງຄວາມກຽດຊັງ ຕໍ່ອົງການຂ່າວເອກຣາດ, ຫ້ອງການຂ່າວຖືກທຳລາຍ ແລະຖືກປິດໃນຫລາຍປະເທດ ດັ່ງທີ່ ກຳພູຊາ ອີນເດັຽ ອັຟການິສຖານ ແລະບັງຄຣາເທດ ໃນບາງເຂດ.
ທ່ານວ່າ ສິດເສຣີພາບໃນການອອກຂ່າວ ອິສຣະໃນໂລກໃນທຸກມຶ້ື້ນີ້ ມີການເຊື່ອມໂຊມຫລາຍ ບໍ່ວ່າ ຈະຢູ່ໃນປະເທດ ຜະເດັດການ ຫລື ປະເທດທີ່ກ້າວຫນ້າ ທັງຫລາຍ ດັ່ງສະຫະຣັດ ກໍຕົກຢູ່ໃນອັນດັບທີ 45 ໃນຣັຖບານຂອງທ່ານ ດາໂນ ທຣັມ ແລະ ຫລາຍປະເທດ ໃນຢູໂຣບ ກໍຫລຸດລົງ.
ປະເທດທີ່ໄດ້ອັນດັບນື່ງໃນປີນີ້ ກໍແມ່ນ ປະເທດນໍເວ ທີສອງ ສວີເດນ ທີສາມ ເນເທີແລນ ສີ່-ຟີນແລນແລະຫ້າ-ສວີດສແລນ ແລະປະເທດ ທີ່ຂີ້ຮ້າຍອັນດັ່ງນຶ່ງ ແມ່ນເກົາຫລີເຫນືອ ລອງລົງມາແມ່ນ ຄິວບາ ຈີນ ວຽດນາມ ກຳພູຊາ ແລະ ສປປລາວ.