ຊາວກັມພູຊາຮຽນຮູ້ປະຊາ ທິປະໄຕ

ສົມເນ
2015.05.11
F-Cambodia ຊາວກັມພູຊາປະທ້ວງທາງການ ທີ່ນໍາເອົາ Mam Sonando ເຈົ້າຂອງສະຖານີວິທຍຸ ຂຶ້ນສານ ໃນຂໍ້ຫາ ຕໍ່ຕ້ານຣັຖບານ
RFA

ຢູ່ ປະເທດ ກັມພູຊາ ປະຊາຊົນ ໃຊ້ ສິດທິ ຂອງຕົນ ຕາມ ກົດ ຣັຖທັມມະນູນ ບົ່ງໄວ້ ເຖິງວ່າ ຈະຖືກ ນາບຂູ່ ຈາກ ອໍານາດ ມືດ ກໍຕາມ ຊຶ່ງ ແຕກຕ່າງ ກັບ ຢູ່ໃນ ສປປ ລາວ.

ໃນ ຫລາຍປີ ມານີ້ ຊາວ ກໍາພູຊາ ພາກັນ ຕໍ່ສູ້ ເພື່ອ ໃຊ້ ສິດ ປະຊາ ທິປະໄຕ ຂອງຕົນ ຕາມທີ່ ກົດໝາຍ ຣັຖທັມນູນ ໄດ້ ບົ່ງໄວ້. ການໃຊ້ ປະຊາ ທິປະຕັຍ ໃນ ກັມພູຊາ ໄດ້ ສະແດງ ອອກ ຢູ່ ບ່ອນວ່າ ເມື່ອ ປະຊາຊົນ ຖືກ ຣັຖບານ ຍຶດ ເອົາ ທີ່ດິນ ຫລືວ່າ ປະຊາຊົນ ຜູ້ຫາເຊົ້າ ກິນຄໍ່າ ໃນ ເມືອງໃຫຽ່ ຖືກ ໄລ່ໜີ ອອກຈາກ ທີ່ ດິນຣັຖ ໂດຍ ບໍ່ໄດ້ ຮັບການ ຊ່ວຍເຫລືອ, ຫລື ບໍ່ໄດ້ ຮັບຄ່າ ຊົດເຊີຍ, ຫລືວ່າ ຄົນງານ ຕາມ ໂຮງຈັກ ໂຮງງານ ທີ່ ບໍ່ໄດ້ ເງິນ ເດືອນ ສົມເຫດ ສົມຜົນ ຫລື ຖືກ ນາຍຈ້າງ ປະຕິບັດ ແບບ ບໍ່ເປັນ ທັມຕໍ່ ພວກຕົນ ທັງໝົດ ທີ່ ກ່າວ ມານີ້ ຊາວ ກໍາພູຊາ ໃຊ້ ສິດທິ ປະຊາ ທິປະຕັຍ ຂອງຕົນ ພາກັນ ອອກມາ ຕໍ່ສູ້ ເອົາ ສິດທິ ຂອງ ເຂົາເຈົ້າ ສະເໜີ ເຖິງ ແມ່ນວ່າ ເຂົາເຈົ້າ ຈະ ປະສົບ ກັບການ ຖືກ ນາບຂູ່ ຂອງ ເຈົ້າໜ້າທີ່ ຮັກສາ ກົດໝາຍ ໃນບາງ ຄັ້ງບາງ ໂອກາດ ກໍດີ.

ການທີ່ ຊາວ ກໍາພູຊາ ສາມາດ ໃຊ້ ສິດ ປະຊາ ທິປະຕັຍ ຂອງຕົນ ໄດ້ ອັນນຶ່ງ ແມ່ນຍ້ອນ ມີ ອົງການ ຈັດຕັ້ງ ທາງສັງຄົມ ອິສຣະ ເປັນ ແຮງ ສນັບສນູນ ແລະ ເປັນ ຜູ້ຊ່ວຍ ປົກປ້ອງ ສິດທິ ແລະ ຄວາມ ປອດໄພ ຂອງ ເຂົາເຈົ້າ. ອົງການ ຈັດຕັ້ງ ທາງ ສັງຄົມ ໃນ ແຕ່ລະ ຂະແໜງ ການ ຕັ້ງໜ້າ ສຶກສາ ອົບຮົມ ສິດທິ ທາງ ກົດໝາຍ ໃຫ້ ປະຊາຊົນ ທຸກ ຊົນຊັ້ນ ອາຊີພ ວຽກງານ, ໃຫ້ ຄວາມຮູ້ ແກ່ ປະຊາຊົນ ກ່ຽວກັບ ຜົນ ປະໂຍດ ຂອງ ປະຊາຊົນ ຕລອດຮອດ ຜົນປໂຍດ ຂອງ ຊາຕ. ຍົກ ໂຕຢ່າງ ເວັບໄຊ ຂອງ ຊາວຫນຸ່ມ ກໍາພູຊາ ໄດ້ ຍົກເອົາ ບັນຫາ ຄວາມ ໝັ້ນຄົງ ຂອງຊາຕ ມາ ເຜີຍແພ່ ໂດຍສະເພາະ ການແພ່ ຂຍາຍ ອໍານາດ ແລະ ອານາເຂດ ຂອງ ວຽດນາມ ເຂົ້າມາ ໄປ ກໍາພູຊາ ແລະ ສປປ ລາວ ເພື່ອ ເປັນການ ເຕືອນ ສະຕິ ປະຊາຊົນ ເຖິງ ພັຍ ອັນຕຣາຍ ທີ່ ມີຕໍ່ ປະເທດ. ບົດຄວາມ ເຣື້ອງ ການແພ່ ຂຍາຍ ອໍານາດ ຂອງ ວຽດນາມ ໃນ ລາວ ແລະ ກໍາພູຊາ ແມ່ນ ຂຽນ ໂດຍ ນັກ ຄົ້ນຄວ້າ ຊາວ ອະເມຣິກັນ ຊື່ວ່າ ທ່ານ Benge Mike ມີ ຊື່ວ່າ ການແຜ່ ຂຍາຍ ອິດທິພົນ ແລະ ອານາເຂດ ພາຍໃຕ້ ນະໂຍບາຍ ຕາຍຕຽນ ຂອງ ວຽດນາມ ເຂົ້າມາ ໃນ ກໍາພູຊາ ແລະ ລາວ.

ບົດ ຄົ້ນຄວ້າ ເຣື້ອງ ນີ້ ທ່ານ Benge Mike ໄດ້ ສະເໜີ ຕໍ່ ກອງປະຊຸມ ແຫ່ງຊາຕ ທີ່ ນະຄອນ ຫລວງ ວໍຊິງຕັນ ດີ ຊີ ເມື່ອ ປີ 2007 ເພື່ອ ເປັນ ທີ່ຣະລຶກ ການ ປະເມີນ ຜົນການ ສັນຍາ ຂໍ້ ຕົກລົງ ສັນຕິພາບ ສົງຄາມ ວຽດນາມ ເມື່ອ ເດືອນ ຕຸລາ ປີ 1991 ຊຶ່ງ ສັນຍາ ຍຸຕິ ສົງຄາມ ວຽດນາມ ຣະຫ່ວາງ ສະຫະຣັຖ ກັບ ວຽດນາມ ເໜືຶອ ມີຂຶ້ນ ຢູ່ ນະຄອນ ຫລວງ ປາຣີ ເມື່ອ ວັນທີ່ 27 ມົກກະຣາ ປີ 1973.

ບົດຄວາມ ກ່າວ ຕໍ່ໄປ ວ່າ ນະໂຍບາຍ ຕາຍຕຽນ ໃນການ ຂຍາ ຍອິດທິພົນ ແລະ ອານາເຂດ ຂອງ ວຽດນາມ ທີ່ ວ່ານີ້ ມີ ຄໍາແປ ວ່າ ເຄື່ອນຍ້າຍ ໄປ ທາງ ທິດ ຕະເວັນຕົກ, ເປັນການ ປະຕິບັດ ນະໂຍບາຍ ຂອງ ທ່ານ ມື້ລາງ ປະທານ ໂຮ່ຈິມິນ ນັບແຕ່ ປີ 1930 ເປັນຕົ້ນ ມາ ກ່ຽວກັບ ການເຂົ້າ ຄອບຄອງ ກໍາພູຊາ ແລະ ລາວ ແບບ ໃໝ່ ຊຶ່ງ ຝ່າຍ ຊ້າຍ ບໍ່ຄ່ອຍ ເປີດເຜີຍ ໃຫ້ ປະຊາຊົນ ຮູ້ ພໍເທົ່າໃດ. ຫລັງຈາກ ສົງຄາມ ວຽດນາມ ສິ້ນສຸດ ລົງ ແລ້ວ ແຜນການ ເຄື່ອນຍ້າຍ ໄປ ທາງ ຕະເວັນຕົກ ທີ່ວ່າ ນີ້ ກໍປະສົບ ຜົນສໍາເຣັດ, ຄືວ່າ ວຽດນາມ ເຂົ້າໄປ ມີ ອິດທິພົນ ໃນ ກໍາພູຊາ ແລະ ລາວ ຢ່າງ ສິ້ນເຊີງ.

ຍັງບໍ່ ເທົ່ານັ້ນ ເວັບໄຊ ຊາວ ຫນຸ່ມ ກໍາພູຊາ ຍັງ ນໍາເອົາ ນະໂຍບາຍ ພາກສອງ ແລະ ພາກສາມ ຂອງ ວຽດນາມ ໃນການ ແພ່ ອິດທິພົນ ແລະ ຂຍາຍ ອານາເຂດ ໃນ ກໍາພູຊາ ແລະ ລາວ ແບບ ງຽບໆ ມາເຜີຍແພ່ ຕື່ມ. ນະໂຍບາຍ ນີ້ ເອີ້ນວ່າ ດອນດຽນ ແລະ ດອຍມອຍ. ບົດຄວາມ ໃນ ເວັບໄຊ ວ່າ ການ ຈັດຕັ້ງ ປະຕິບັດ ນະໂຍບາຍ ດອນດຽນ ແລະ ດອຍມອຍ ນີ້ ແມ່ນ ແຊກຊ້ອນ ຢູ່ກັບ ແຜນການ ທີ່ ເປີດເຜີຍ. ນະໂຍບາຍ ດອນດຽນ ມີຄໍາ ອະທິບາຍ ວ່າ: ແມ່ນ ການ ສົ່ງ ທະຫານ ແລະ ນັກສືບ ສອດແນມ ເຂົ້າໄປ ແຊກຊ້ອນ ຢູ່ ພາຍໃນ ກົງຈັກ ຂອງ ຣັຖ. ອັນນຶ່ງ ອີກ ການສົ່ງ ຊາວ ວຽດນາມ ເຂົ້າໄປ ຢູ່ໃນ ສອງ ປະເທດ ທີ່ ມີຫລາຍ ຮູບການ ນີ້ ກໍນອນ ຢູ່ໃນ ນະໂຍບາຍ ລະຍະ ຍາວ ຂອງ ວຽດນາມ ເພື່ອໃຫ້ ມີສຽງ ປ່ອນບັດ ເລືອກຕັ້ງ ລື່ນ ຜູ້ ປ່ອນບັດ ເລືອກຕັ້ງ ຊາວ ກໍາພູຊາ ແລະ ຊາວລາວ.

ສ່ວນ ນະໂຍບາຍ ທີ່ ມີຊື່ວ່າ ດອຍມອຍ ນັ້ນ ບົດຄວາມ ເວົ້າວ່າ ເປັນ ນະໂຍບາຍ ໃໝ່ ຂອງ ທ່ານ ມື້ລາງ ປະທານ ໂຮ່ຈິມິນ ທີ່ ຈັດຕັ້ງ ປະຕິບັດ ໃນ ຍຸກສໄມ ທີ່ ມີຄວາມ ຈະເຣີນ ຊຶ່ງ ເນັ້ນໃສ່ ການ ພັທນາ ເສຖກິດ ສັງຄົມ. ນະໂຍບາຍ ນີ້ ແມ່ນ ໃຊ້ເງິນ ເປັນ ເຄື່ອງມື ເພື່ອ ກືນເອົາ ອານາເຂດ ຂອງ ສອງ ປະເທດ ນີ້. ບົດຄວາມ ວ່າ ວຽດນາມ ສາມາດ ຊື້ຈ້າງ ບັນດາ ຜູ້ນໍາ ໃນ ຣັຖບານ ຫລື ພາກຣັຖ ຂອງ ສອງ ປະເທດ ນີ້ ໄດ້  ຫລື ໃຫ້ການ ອຸດໜູນ ແກ່ ປະຊາຊົນ ໃນ ທ້ອງຖິ່ນ. ເຂົາ ຍົກໂຕ ຢ່າງວ່າ ການ ພັທນາ ຕາມ ເຂດ ຊາຍແດນ ແລະ ການ ລົງທຶນ ຂອງ ນັກ ທຸຣະກິດ ໃຫຽ່ ຂອງ ວຽດນາມ ໃນ ສອງ ປະເທດ ນີ້ ບໍ່ ພຽງແຕ່ ຢາກໄດ້ ຜົນ ກໍາໄຣ ແບບ ດຽວກັນ ກັບການ ລົງທຶນ ຂອງ ປະເທດ ອື່ນໆ ແຕ່ ເຂົາ ມີ ຈຸດປະສົງ ເຊື່ອງ ຊ້ອນໄວ້ ເພື່ອ ຍຶດຄອງ ອານາເຂດ ໃນ ລະຍະ ຍາວ ພາຍໃຕ້ ນະໂຍບາຍ ດອຍມອຍ ທີ່ ວ່ານີ້. ບົດຄວາມ ໃນ ເວັບໄຊ ວ່າ ການ ປະຕິບັດ ນະໂຍບາຍ ດອນດຽນ ຂອງ ວຽດນາມ ສໍາລັບ ຢູ່ ລາວ ນັ້ນ ທໍາອິດ ແມ່ນ ເອົາ ທະຫານ ເຂົ້າມາ ຍຶດຄອງ ພື້ນທີ່ ພາຍໃຕ້ ສັນຍາ ການ ສູ້ຮົບ ສັຕຣູ ໂຕດຽວ ເສັຽກ່ອນ, ແລ້ວ ຕໍ່ມາ ກໍນໍາເອົາ ຄອບຄົວ ຂອງ ເຂົາເຈົ້າ ເຂົ້າມາ ຢູ່ນໍາ ແລ້ວ ທະຫານ ເລົ່ານີ້ ກໍປ່ຽນ ຈາກ ເຄື່ອງແບບ ເປັນເຄື່ອງ ນຸ່ງ ພົລເຮືອນ ແລະ ກໍ ກາຍເປັນ ທະຫານ ສໍາຮອງ ຊຶ່ງ ເມື່ອໃດ ຖືກ ຕ້ອງການ ເຂົາເຈົ້າ ກໍ ຕຽມພ້ອມ ໃນ ທັນທີ ໂລດ.

ບົດຄວາມ ວ່າ ໃນປີ 1982 ນັບແຕ່ ວຽດນາມ ໄດ້ ສົ່ງ ທະຫານ ແລະ ຄອບຄົວ ຂອງ ເຂົາເຈົ້າ ເຂົ້າມາ ຢູ່ ໃນ ດິນແດນ ຂອງ ກໍາພູຊາ, ເພື່ອ ບໍ່ໃຫ້ ມີການ ວິວາດ ຜິດຖຽງ ກັບ ປະຊາຊົນ ໃນ ທ້ອງຖິ່ນ, ວຽດນາມ ໄດ້ ຂໍໃຫ້ ກໍາພູຊາ ມອບດິນ ແດນ ຢູ່ຕາມ ເຂດແດນ ໃຫ້ ວຽດນາມ ແລະ ອານຸມັດ ສັນຊາຕ ໃຫ້ ທະຫານ ສໍາຮອງ ວຽດນາມ ແລະ ສະມາຊິກ ຄອບຄົວ ຂອງ ເຂົາເຈົ້າ ເຖິງ 5 ແສນ ຄົນ.

ຕົກມາ ຮອດປີ 1989 ຊາວ ວຽດນາມ ທີ່ ເຂົ້າມາ ຕັ້ງ ຖິ່ນຖານ ຢູ່ໃນ ກໍາພູຊາ ມີເຖິງ 1 ລ້ານ 2 ແສນ 5 ໝື່ນ ຄົນ. ໂຕເລກ ທີ່ ບໍ່ເປັນ ທາງການ ປະເມີນ ວ່າ ໃນ ປັດຈຸບັນ ຈໍານວນ ຊາວ ວຽດນາມ ທີ່ ມາຕັ້ງ ຖິ່ນຖານ ຢູ່ ກໍາພຊາ ມີເຖິງ 4 ລ້ານ ຄົນ.

ເມື່ອ ປີ 2014 ຜ່ານມາ ພັກ ການເມືອງ ຝ່າຍຄ້ານ ຂອງ ກໍາພູຊາ ໂຈມຕີ ນາຍົກ ຣັຖມົນຕຣີ ຮຸນເຊນ ວ່າ ກໍາພູຊາ ສູນເສັຽ ດິນແດນ ໃຫ້ ວຽດນາມ ຫລາຍໂພດ, ແຕ່ ການ ປົກຄອງ ຂອງ ທ່ານ ຮຸນເຊນ ກໍ ປະຕິເສດ ວ່າ ບໍ່ມີ ຄວາມຈິງ. ບົດ ຄວາມ ວ່າ ຈະມີ ຄວາມຈິງ ນ້ອຍຫລາຍ ປານໃດ ນັ້ນ ກໍແມ່ນ ປະຊາຊົນ ເປັນ ຜູ້ເບິ່ງ ເອົາເອງ.

ເຖິງຢ່າງໃດ ກໍດີ ການທີ່ ພັກ ຝ່າຍຄ້ານ ສາມາດ ທັກທວງ ການ ກະທໍາ ທີ່ ບໍ່ຖືກຕ້ອງ ຂອງ ຣັຖບານ ຫລື ປະຊາຊົນ ຊາວໄຮ່ ຊາວນາ ລຸກຂຶ້ນ ຕໍ່ຕ້ານ ການຍຶດ ທີ່ດິນ ຫລື ການ ປະທ້ວງ ຂອງ ປະຊາຊົນ ຜູ້ ທຸກຍາກ ທີ່ຖືກ ທາງການ ສັ່ງໃຫ້ ໂຍກຍ້າຍ ອອກຈາກ ທີ່ດິນ ທີ່ ເຂົາເຈົ້າ ໃຊ້ ຢູ່ ອາສັຍ ແລະ ທໍາມາ ຫາກິນ ເປັນ ເວລາ ຫລາຍ ຊົ່ວຄົນ ແລ້ວ ນັ້ນ ມັນກໍເປັນ ສິ່ງ ຢືນຍັນ ວ່າ ປະຊາຊົນ ຊາວ ກໍາພູຊາ ກໍາລັງ ໃຊ້ ສິດທິ ປະຊາ ທິປະຕັຍ ຂອງຕົນ ເພື່ອ ຮຽກຮ້ອງ ເອົາຄວາມ ເປັນທັມ ຕາມທີ່ ກົດໝາຍ ຣັຖທັມນູນ ບົ່ງໄວ້.

ສ່ວນ ຢູ່ ໃນລາວ ນັ້ນ ຫລາຍໆ ອົງການ ຈັດຕັ້ງ ສາກົນ ກໍມັກ ອອກ ຣາຍງານ ຢູ່ ເປັນ ປະຈໍາ ວ່າ ປະຊາຊົນ ລາວ ສ່ວນຫລາຍ ຮ່ວມທັງ ຢູ່ ຊົນນະບົດ ນັ້ນ ຍັງຂາດ ຂໍ້ມູນ ຫລາຍຢ່າງ ວ່າ ມີຫຍັງ ເກີດຂຶ້ນ ອ້ອມໆ ຕົວ, ບໍ່ຮູ້ ສິດທິ ປະຊາ ທິປະຕັຍ ແລະ ບໍ່ໄດ້ ໃຊ້ ສິດທິ ຂອງຕົນ ຕລອດ ມາ. ອີກ ຢ່າງນຶ່ງ ອົງການ ຈັດຕັ້ງ ທາງ ສັງຄົມ ໃນລາວ ຍັງເປັນ ອົງການ ຂຶ້ນ ກັບ ນະໂຍບາຍ ຂອງ ຣັຖບານ ຢູ່, ບໍ່ມີ ສິດ ມີສຽງ ເປັນ ຂອງ ຕົນເອງ, ການໃຊ້ ປະຊາ ທິປະຕັຍ ເພື່ອ ຜົນປໂຍດ ຂອງ ສັງຄົມ ແລະ ຂອງຊາຕ ຈຶ່ງ ບໍ່ເປັນໄປ ຕາມ ຣັຖທັມນູນ ໄດ້ ບົ່ງໄວ້.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.