ທຶນການສຶກສາຈາກອອສເຕຣເລັຽ

ຈໍາປາທອງ
2014.02.26
f-students ທຶນການສຶກສາ ສໍາລັບນັກຮຽນ ທີ່ດ້ອຍໂອກາດ ຢູ່ ສປປ ລາວ
Mek/fb

 

ທຶນການສຶກສາສໍາລັບນັກຮຽນດ້ອຍໂອກາດຢູ່ ສປປລາວ ມີຄວາມສໍາຄັນຕໍ່ຜູ້ທີ່ທຸກຍາກຊຶ່ງສ່ວນໃຫຍ່ກໍແມ່ນຢູ່ເຂດພູດອຍແລະຊົນນະບົດ ຈໍານວນ 70 ທຶນ ທີ່ຣັຖບາລ ອອສເຕຣເລັຽ ໃຫ້ນັ້ນ ເຮັດໃຫ້ນັກຮຽນໄດ້ ຮັບການສຶກສາຂັ້ນສູງ.

ໃນແຕ່ລະປີ ອົງການເພື່ອການພັທນາສາກົນ ອອສເຕຣເລັຽ ໄດ້ໃຫ້ທືນການສຶກສາ 70 ທຶນ.ແກ່ນັກຮຽນລາວຜູ້ທີ່ດອ້ຍໂອກາດຢູ່ແຂວງ ຕ່າງໆຊຶ່ງສ່ວນໃຫ່ຍແມ່ນຊົນເຜົ່າສ່ວນໜ້ອຍແລະຢູ່ເຂດຊົນນະບົດຫ່າງໄກບ່ອນທີ່ການສຶກສາເຂົ້າໄປບໍ່ເຖິງແລະບໍ່ໄດ້ ສຶກສາຂັ້ນມະຫາ ວິທຍາລັຍ,ຖ້າຫາກບໍ່ມີການຊ່ວຍເຫລືອຂອງອອສເຕຣເລັຍ.

ຈໍານວນ 70 ທືນທີ່ວ່ານີ້ຊ່ວຍນັກຮຽນດ້ອຍໂອກາດໄດ້ສຶກສາຕໍ່ທີ່ມະຫາວິທຍາລັຍແຫ່ງຊາດລາວຢູ່ນະຄອນຫລວງວຽງຈັນ.ໂຄງການໃຫ້ ທືນການສຶກສາແຫ່ງຊາດລາວ-ອອສເຕເຣັຽຊ່ວຍຈ່າຍຄ່າຮໍ່າຮຽນ,ບ່ອນຢູ່ອາສັຍ,ຄ່າເດີນທາງກັບບ້ານ,ຄ່າອຸປກອນການຮຽນຮ່ວມທັງຄ່າ ຮຽນພາສາອັງກິດແລະການຝຶກອົບຮົມວິຊາຊີບ.

ນັກສຶກສາທີ່ໄດ້ຮັບທືນຈາກໂຄງການນີ້ມີຕາຕະລາງຮຽນເລັ່ງລັດຊຶ່ງໄດ້ຮຽນທັງຕອນເຊົ້າແລະຕອນບ່າຍແຕ່ວັນຈັນເຖິງວັນສຸກແລະໄດ້ ຮຽນພາສາອັງກິດເພີ່ມໃນຕອນເຊົ້າຂອງວັນເສົາແລະວັນອາທິດ ຕ່າງຈາກນັກສຶກສາມະຫາວິທຍາລັຍທົ່ວໄປ.

ຄວາມມຸ້ງໝັ້ນຂອງພວກນັກສຶກສາເພື່ອໃຫ້ບັນລຸຜົລສໍາເຣັດນັ້ນເປັນສັນຍານທີ່ໂດດເດັ່ນແລະສິ່ງຕ່າງໆທີ່ໃຫ້ໄວ້ກໍຈະເຂົ້າມາລາວ. ອອສເຕຣເລັຍປະຕິບັດໂຄງການການສຶກສາແບບຍືນຍົງຢູ່ປະເທສລາວໂດຍໃຫ້ການສຶກສາແລະໂອກາດພັທນາອາຊີບທີ່ຈະເປັນຜູ້ນໍາ ໃນອະນາຄົດ.ເປົ້າໝາຍຂອງອອສເຕຣເລັຍໃນການຊ່ວຍເຫລືອ ທີ່ວ່ານັ້ນແມ່ນເພື່ອສົ່ງເສີມໃຫ້ນັກ ສຶກສາກ້າວເປັນຜູ້ນໍາ,ໃຫ້ຄວາມ ຮູ້ແລະວິຊາເທັກນິກແກ່ເຈົ້າໜ້າທີ່ຊຶ່ງເປັນພາກສ່ວນນຶ່ງຂອງຣັຖບາລລາວ ທີ່ມີຄວາມສໍາຄັນ ໃນການພັທນາປະເທສ.

ການຊ່ວຍເຫຼືອພາຍໃຕ້ໂຄງການໃຫ້ທຶນການສຶກສາແຫ່ງຊາດ ລາວ-ອອສເຕຣເລັຍນັ້ນມີຮວມທັງການສນັບສູນນັກສຶກສາທີ່ມີເບື້ອງ ຫລັງດ້ອຍໂອກາດໃຫ້ຮຽນຈົບຂັ້ນສູງໄດ້ປະຣິນຍາຢູ່ມະຫາວິທຍາລັຍແຫ່ງຣັຖຂອງລາວ.

ເພື່ອຂໍຣາຍຣະອຽດຕື່ມເອເຊັຍເສຣີ ໄດ້ຕິດຕໍ່ໄປຍັງພາກສ່ວນທີ່ກ່ຽວຂ້ອງຂອງກະຊວງສຶກສາທິການແລະກິລາທີ່ນະຄອນຫລວງວຽງຈັນ ໃນວັນທີ 24 ກຸມພາ 2014 ນີ້ ແລະໄດ້ຄໍາຕອບ ຈາກເຈົ້າໜ້າຂັ້ນສູງທ່ານນຶ່ງວ່າ:

"ນັກຮຽນດ້ອຍໂອກາດທີ່ວ່ານັ້ນເປັນນັກຮຽນ ທຸກຍາກຈາກບັນດາເມືອງເປົ້າໝາຍປີນຶ່ງ 70 ທຶນ.ເມື່ອຫລາຍປີກ່ອນອອສເຕຣເລັຍຊ່ວຽ ທຶນການສຶກສາ ຣະຍະ 2 ປີ. ແຕ່ດຽວນີ້ໃຫ້ທຶນ ຈົນຮຽນຈົບຊັ້ນ. ນັກຮຽນສ່ວນຫລາຍຮຽນໄດ້ດີ, ບຸກໜ້າບືນຕົວຮໍ່າຮຽນ, ມີຜູ້ຮຽນເກັ່ງ, ຜູ້ຮຽນປານກາງ ແລະກໍມີນັກສຶກສາບາງຄົນ ທີ່ເຈັບປ່ວຽລາຮຽນ.ເວົ້າເຖິງຣະດັບການສຶກສາ ຢູ່ໃນ ຕົວເມືອງ ແລະຊົນນະບົດ ທ່ານວ່າ ຄືຮູ້ກັນນັ້ນແຫຼະ ມັນແຕກຕ່າງກັນ, ໃນເມືອງ ຣະດັບການສຶກສາສູງກວ່າ.ນັກສຶກສາຮຽນ ຕອນເຊົ້າ 4ຊົ່ວໂມງແລະຕອນແລງ 2ຫລື3 ຊົ່ວໂມງ ແລະຮຽນພາສາອັງກິດ ໃນວັນເສົາແລະວັນທິດ".

ນັ້ນກໍເປັນສ່ວນນຶ່ງຂອງການຊ່ວຍເຫຼືອດ້ານການສຶກສາທີ່ອອສເຕຣເລັຍຊ່ວຍຢູ່ໃນລາວ.ຖ້າເວົ້າຢູ່ອອສເຕຣເລັຍໃນ 20 ກວ່າປີມານີ້ ກໍຊ່ວຍທຶນນັກສຶກສາແລະເຈົ້າໜ້າທີ່ລາວຫລາຍກວ່າ 1000 ຄົນໄປສຶກສາຢູ່ປະເທສອອສເຕຣເລັຍແລະໄດ້ກັບຄືນມາລາວພ້ອມກັບ ວິຊາໃໝ່ຂອງພວກເຂົາເຈົ້າໃນການພັທນາປະເທສ.

ການສຶກສາແມ່ນຂແນງການສໍາຄັນຕົ້ນຕໍທີ່ຣັຖບາລປະເທສຕ່າງໆໃນໂລກເອົາໃຈໃສ່ສົ່ງເສີມຢ່າງຂຍັນຂັນແຂງ,ມີທັງແຜນງານ,ແຜນ ຄົນແລະທຸ້ມງົບປະມານໃສ່ບໍ່ໜ້ອຍໃນການຈັດຕັ້ງປະຕິບັດແຜນພັທນາການສຶກສາໃຫ້ປາກົດເປັນຈິງ,ບໍ່ແມ່ນວ່າຈະມີຢູ່ແຕ່ໃນແຜນ ການ,ຢູ່ໃນໂຄງການພັທນາທີ່ນໍາອອກເຜີຍແຜ່ໂຄສະນາເພື່ອສະແດງໃຫ້ພົລເມືອງຂອງຕົນເຫັນພຽງແຕ່ວ່າມີນະໂຍບາຍພັທນາ ເທົ່ານັ້ນແຕ່ລົງທຶນເຂົ້າໃສ່ບໍ່ພໍເທົ່າໃດ.

ຢ່າງໃດກໍຕາມເມື່ອບໍ່ດົນມານີ້ກະຊວງແຜນການແລະການລົງທຶນຂອງລາວກໍໄດ້ຣາຍງານຕໍ່ສະພາແຫ່ງຊາດວ່າ 6 ເດືອນຕົ້ນສົກປີ 2012-2013ສໍາເຣັດການປະມູນກໍ່ສ້າງສ້ອມແປງ ໂຮງຮຽນເຕັກນິກວິຊາຊີບ ໃນໂຄງການສ້າງ ຄວາມເຂັ້ມແຂງ ໃຫ້ວຽກງານ ອາຊີວະສຶກສາ ຊຶ່ງໄດ້ເລີ່ມລົງມືຢູ່ 3 ແຂວງພາກໃຕ້:ສາລະວັນ,ເຊກອງແລະອັດຕະປື;ໄດ້ກໍ່ສ້າງຫໍພັກໃຫ້ ໂຮງຮຽນກິນນອນ ສາມັນຊົນເຜົ່າ ແລະໂຮງຮຽນມັທຍົມຕອນປາຍຫລາຍແຫ່ງ.

ແລະໃນແຜນການພັທນາການສຶກສາສົກປີ 2013-2014 ນີ້ກໍວ່າໂຄງການປະຕິຮູບການສຶກສາກໍພວມຈັດຕັ້ງປະຕິບັດຢ່າງຂຸ້ນຂ້ຽວ ເພື່ອເຮັດໃຫ້ຣະບົບການສຶກສາມີຄຸນນະພາບແລະມາຕຖານສູງ. ພ້ອມກັນນັ້ນກໍວ່າຈະເຮັດໃຫ້ມີຄວາມກໍ້າເກິ່ງໃນການເຂົ້າຮຽນ ຣະຫວ່າງກຸ່ມຄົນທີ່ມີຖານະເສຖກິດແຕກຕ່າງກັນອັນອາດໝາຍເຖິງຣະຫວ່າງຄົນຮັ່ງມີກັບຜູ້ທຸກຍາກແລະທັງວ່າຈະປັບປຸງການເຂົ້າ ເຖິງຫລືວ່າການໄດ້ຮຽນໄດ້ສຶກສາຊັ້ນສູງໃຫ້ເທົ່າທຽມກັນ ສໍາລັບນັກຮຽນຈາກທຸກໆແຂວງ ທີ່ສ້າງນັກຮຽນຈົບມັທຍົມ 7, ຈະສູ້ຊົນ ລົບລ້າງການເກັບຄ່າທໍານຽມການລົງທະບຽນໃນການສຶກສາ, ເພີ່ມການເຂົ້າຮຽນຂອງນັກຮຽນທີ່ທຸກຍາກແລະດ້ອຍໂອກາດໂດຍ ຂຍາຍແຜນການສນອງທຶນອຸດໜູນການສຶກສາສໍາລັບນັກຮຽນຊັ້ນປະຖົມ,ມັທຍົມຕອນຕົ້ນແລະຕອນປາຍໃຫ້ຫລາຍຂຶ້ນ.

ແຕ່ຈົນມາເຖິງປັດຈຸບັນກໍຍັງມີການວິພາກວິຈານກັນວ່າເວົ້າເຖິງໂອກາດທີ່ຈະໄດ້ເຂົ້າຮຽນຊັ້ນສູງຢູ່ ສປປລາວເປັນຕົ້ນຂັ້ນມະຫາ ວິທຍາລັຍຜູ້ທີ່ມີເງື່ອນໄຂໄດ້ຮຽນກ່ອນອື່ນໝົດກໍແມ່ນເປັນລູກຜູ້ມີສິດ,ມີອໍານາດຢູ່ໃນຖັນແຖວຂອງການນໍາພັກປະຊາຊົນປະຕະວັດ ລາວແລະຣັຖສປປລາວ,ເປັນລູກຂອງຜູ້ຮັ່ງຄົນມີທີ່ມີເງື່ອນໄຂທຸກຢ່າງທັງທຶນຮອນແລະກໍາລັງໃຈຈຶ່ງມີໂອກາດໄດ້ຮຽນຢ່າງສະດວກ ສະບາຍ,ບໍ່ຫວ່ງນໍາເຣື່ອງເຄື່ອງນຸ່ງຂອງຖື,ອຸປກອນການຮຽນ,ການກິນ,ການຢູ່,ການໄປການມາ,ເງິນຄໍາກໍຍູທ່າງໃຊ້ຈ່າຽ.

ເຣື່ອງທີ່ວ່າຢາກຮຽນຂແນງໃດທີ່ຄົນນິຍົມຢູ່ໃນສັງຄົມລາວຫລືວ່າຮຽນຈົບແລ້ວຢາກເຮັດວຽກເຮັດການຢູ່ບ່ອນໃດ,ຢູ່ກະຊວງໃດນັ້ນ ກໍແມ່ນບໍ່ມີບັນຫາຫຍັງໝົດຂະນະທີ່ຄົນທັມດາສາມັນ ຕ້ອງໄດ້ຈ້າງເຂົ້າຮຽນ,ຈ້າງເຂົ້າເຮັດວຽກເຮັດການຢູ່ນັ້ນ.  

ກົງກັນຂ້າມຜູ້ທີ່ເກີດມາໃນຄອບຄົວທຸກຍາກກ່ອນຈະໄດ້ຮຽນຮອດຂັ້ນມະຫາວິທຍາລັຍພໍ່ແມ່ກໍຕ້ອງໄດ້ເຂາະຂອດໃສ່,ບາງຄອບຄົວ ຕ້ອງໄດ້ຂາຍຮອດຄວາຍໄຖນາພໍໄດ້ເງິນໃຫ້ລູກຮຽນ.ຖ້າບໍ່ມີພີ່ນ້ອງຫລືໝູ່ຄູ່ຮັກແພງ ພໍເພິ່ງຂໍຝາກລູກຢູ່ນໍາກໍໄດ້ໄປຂໍເພີ່ງຄຣູບາອາ ຈານຢູ່ວັດຢູ່ວາພໍໄດ້ສຶກສາຮໍ່າຮຽນ,ຈໍານວນນີ້ກໍມີບໍ່ໜ້ອຍ.

ບໍ່ເວົ້າເຖິງຄອບຄົວທີ່ຂາດເຂີນ ເຂົ້າຂາດແລງ ແກງຂາດໝໍ້ ເປັນຕົ້ນກໍ ແມ່ນຢູ່ຕາມເຂດພູດອຍ, ຕາມຊົນນະບົດຮ່າງໄກ ທີ່ບໍ່ມີທັງ ເງື່ອນໄຂແລະບໍ່ມີທັັງໂອກາດຍິ່ງເປັນໜ້າສັງເວດ.ເຖິງໄດ້ຮຽນຈົບປະຖົມຫລືຮຽນມັທຍົມ ກໍໄດ້ຮຽນແບບບໍ່ເປັນປົກກະຕິ.ອັນທີ່ວ່າ ລູກເຕົ້າຈະໄດ້ຮຽນຕໍ່ຂັນສູງ,ຂັ້ນວິທຍາລັຍ,ຂັ້ນມະຫາວິທຍາລັຍນັ້ນແມ່ນມີແຕ່ຢູ່ໃນຄວາມຝັນ.ຖ້າບຸນບໍ່ລົ່ນທັບຄືເພີ່ນວ່າຫັ້ນແຫລະ ໂອກາດດັ່ງກ່າວຄົງຈະບໍ່ປາກົດຂຶ້ນມາເປັນຈິງໄດ້.

ຢ່າງໃດກໍຕາມກໍຍັງມີນັກຮຽນດ້ອຍໂອກາດຈໍານວນນຶ່ງ ທີ່ໂຊກດີໄດ້ຮັບການສນັບສນູນຊ່ວຍເຫລືອໃນຮູບແບບຕ່າງໆຈາກຕ່າງປະ ເທສທີ່ມີໃຈບຸນເອື້ອເຟື້ອເພື່ອແພ່,ເຫັນອົກເຫັນໃຈເພື່ອນມະນຸດດ້ວຍກັນ ຊຶ່ງໃນນັ້ນຮວມທັງ ຣັຖບາລປະເທສອອສເຕຣເລັຍທີ່ໃຫ້ ທຶນການສຶກສາສໍາລັບນັກຮຽນດ້ອຍໂອກາດຢູ່ສ.ປ.ປລາວໃນແຕ່ລະປີ 70 ທຶນດັ່ງທີ່ໄດ້ເວົ້າມາຂ້າງເທິງນັ້ນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.