ສະຫະຣັຖອະເມຣິກາ ຣະຣຶກ ເຖິງ 11 ກັນຍາ

ມະນີຈັນ
2014.09.12
f-9-11 ສະຫະຣັຖ ອະເມຣິກາ ຣະຣຶກເຖິງ ວັນທີ 11 ກັນຍາ ປີທີ 13
Photo credited:National September 11 Memorial & Museum

 

ວັນທີ 11 ກັນຍາ 2014 ຊາວ ອະເມຣິກັນ ທັງມວນ ແລະ ຊາວໂລກ ພາກັນ ຣະລຶກ ເຖິງວັນ ໂສກນາຕກັມ ປີທີ 13 ທີ່ພວກ ກໍ່ການຮ້າຍ ອານຄາຍດາ ໂຈມຕີ ຢ່າງ ໂຫດຫ້ຽມ ທີ່ສຸດ ໃນ ປວັດສາດ ຂອງ ສະຫະຣັດ ເຮັດໃຫ້ ຊາວ ອະເມຣິກັນ ແລະ ຄົນຊາດ ອື່ນໆ ໃນໂລກ ເສັຽຊີວິດ 2992 ຄົນ ຮວມທັງ ຜູ້ ໂດຍສານ ພະນັກງານ ການບິນ ແລະ ພວກກໍ່ ການຮ້າຍ ທີ່ຈີ້ ເຮືອບິນ ນໍາດ້ວຍ.

ຢູ່ສູນກາງ ການຄ້າ ໂລກ World Trade Center ທີ່ ນະຄອນ New York ມີຜູ້ເສັຽ ຊີວິດ 2759 ຄົນ. ຢູ່ຕຶກ ກະຊວງ ປ້ອງກັນ ປະເທດ The Pentagon 189 ຄົນ. ຢູ່ ເມືອງ Shanksville ຣັດ Pensylvania 44 ຄົນ.

ໃນ ຄຳຖແລງການ ຂອງ ປະທານາທິບໍດີ ສະຫະຣັດ ທ່ານ ບາຣັກ ໂອບາມາ ເມື່ອວັນທີ 10 ກັນຍາ ໄດ້ ຣະບຸ ໃຫ້ ວັນທີ 11 ກັນຍາ 2014 ນີ້ ເປັນ ວັນຮັກຊາດ ແລະ ວັນຊາດ ທີ່ ມີການຈັດ ພິທີ ໄວ້ອາລັຍ ຣະລຶກເຖິງ.

ທ່ານໃຫ້ ທຸກກະຊວງ ສຳນັກງານ ອົງການ ແລະ ທຸກ ສະຖາບັນ ຂອງ ສະຫະຣັຖ ອະເມຣິກາ ຊັກ ທຸງລົງ ເຄິ່ງເສົາ ເພື່ອ ເປັນກຽດ ແກ່ບຸກຄົນ ທີ່ໄດ້ ເສັຽຊີວິດ ໃນເຫດ ການ 11 ກັນຍາ ປີ 2001. ທ່ານ ຮຽກຮ້ອງ ໃຫ້ ຊາວ ອະເມຣິກັນ ເຂົ້າຮ່ວມ ໃນພິທີ ຂອງ ຊຸມຊົນ ເພື່ອ ຣະລຶກເຖິງ ບຸກຄົນ ທີ່ ປະເທດ ໄດ້ ສູນເສັຽໄປ, ໃຫ້ ຈັດພິທີ ແລະ ກິຈກັມ ຢ່າງ ສົມກຽດ ຮວມທັງ ການສງົບງຽບ 1 ນາທີ ໂດຍເລີ່ມ ໃນຕອນ ເຊົ້າເວລາ 8 ໂມງ 46 ນາທີ ເພື່ອ ຣະລຶກເຖິງ ຜູ້ ເຄາະຮ້າຍ ທີ່ໄດ້ ເສັຽຊີວິດ ໄປ ໃນເຫດການ ຂອງ ວັນທີ 11 ກັນຍາ ປີ 2001.

ໃນວັນທີ 11 ກັນຍາ 2014 ນີ້ ຢູ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ປະທານາທິບໍດີ Barack Obama ພ້ອມ ພັລຍາ Michelle ແລະ ຮອງ ປະທານາທິບໍດີ Joe Biden ແລະ ເຈົ້າໜ້າທີ່ ຣັຖບານ ຄົນສຳຄັນ ໄດ້ພາກັນ ໄປເຕົ້າໂຮມ ຢູ່ເດີ່ນ ຂອງ ທຳນຽບຂາວ ແລະ ພາກັນ ຢືນສງົບ ກົ້ມຫົວ ໄວ້ອາລັຍ ເວລາ 8 ໂມງ 46 ນາທີ ຕອນເຊົ້າ ຕາມເວລາ ວໍຊິງຕັນ ດີຊີ ຊຶ່ງ ກົງກັບ ເວລາ ທີ່ ເຮືອບິນ ໂດຍສານ ລຳທຳອິດ ຖືກພວກ ກໍ່ການຮ້າຍ ຈີ້ໃຫ້ບິນ ໄປຕຳ ຕຶກແຝດ ຫລັງທຳອິດ ຂອງ ສູນກາງ ການຄ້າ ໂລກ ທີ່ ນະຄອນ ນິວຢັອກ ໃນວັນທີ 11 ກັນຍາ ປີ 2001.

ໃນພິທີ ຢູ່ກະຊວງ ປ້ອງກັນ ປະເທດ ຢູ່ ອານຸສາວະຣີ ສຳລັບ ພະນັກງານ ຂອງ ກະຊວງ ຜູ້ໂດຍສານ ແລະ ພະນັກງານ ເຮືອບິນ ທີ່ ເສັຽຊີວິດ ປະທານາທິບໍດີ ກໍໄດ້ ກ່າວວ່າ:

"ພວກເຮົາ ຕ້ອງເດີນໜ້າ ຕໍ່ໄປ ເພາະເຮົາ ຄືຄົນ ອະເມຣິກັນ ພວກເຮົາ ບໍ່ເຄີຍຢູ່ ກັບ ຄວາມຢ້ານ. 13 ປີ ພາຍຫລັງ ກຸ່ມຄົນ ທີ່ມີແນວຄິດ ກຽດຊັງ ຮ່ວມຫົວກັນ ຈະທັບມ້າງ ພວກເຮົາ. ອາເມຣິກາ ຈະຢືນຢັດ ຢ່າງສງ່າ ແລະ ພູມໃຈ".

ເຫດການ ກໍ່ ວິນາສກັມ ຂອງ ພວກ ກໍ່ການຮ້າຍ ວັນທີ 11 ກັນຍາ 2001 ຢູ່ ສະຫະຣັດ ອະເມຣິກາ ເປັນ ເຫດການ ທີ່ ຊາວ ອະເມຣິກັນ ຍັງຈື່ຈໍາ ໄດ້ດີ ຄືກັບວ່າ ເກີດຂຶ້ນ ມື້ວານນີ້ ເຖິງວ່າເວລາ ຈະລ່ວງເລີຍ ມາ 13 ປີ ແລ້ວ. ທ່ານ ຈັນ ຈັນທະວົງ ຢູ່ຣັດ Connecticut ທີ່ ຢູ່ໃກ້ຄຽງ ນະຄອນ ນິວຢັອກ ເວົ້າວ່າ ເປັນເຫດການ ທີ່ ທ່ານ ບໍ່ມີວັນ ຈະລືມໄດ້:

"ຮູບຕອນນັ້ນ ເຫັນຈື່ຈຳ ໄດ້ດີ ມັນສຍອງ ຂວັນ ແບບວ່າ ບໍ່ເຄີຍເຫັນ ມາກ່ອນ ໃນຊີວິດ ລະກະ ຫລັງຈາກ ເຫັນຍົນຕຳ ລະ ຕໍ່ມາບໍ່ຮອດ 2 ນາທີ ກະມີ ຍົນລຳທີ 2 ເຂົ້າ ມາຕຳອີກ ຕຶກທີ 2 ບໍ່ດົນ ກໍເຫັນຕຶກ ຖລົ່ມລົງມາ ລະກະ ໃນມື້ນັ້ນ ກະແມ່ນ ອາກາດດີ oh so beautiful ອາກາດດີ ແດດດີ".

ເຫດ ທີ່ເກີດຂຶ້ນ ກັບຕຶກແຝດ ສູງ ສູນກາງ ການຄ້າໂລກ ຊຶ່ງ ຜູ້ຄົນ ທັງຫລາຍ ຈື່ບໍ່ລືມ ທ່ານ ຈັນ ວ່າ ຫລັງທຳອິດ ຖືກຍົນຕຳ ຕໍ່ມາ ຕຶກຫລັງ ທີ 2 ກໍຖືກຍົນຕຳ ເຮັດໃຫ້ ຕຶກ ຫລັງໜຶ່ງ ຍຸບຕົວລົງ ແລະ ອີກຫລັງ ໜຶ່ງ ກໍຍຸບລົງ ໃນເວລາ ເກືອບວ່າ ຕິດໆກັນ ເຮັດໃຫ້ ຜູ້ຄົນ ທີ່ໄດ້ເຫັນ ຮູ້ສຶກ ຕົກສະທ້ານ ແບບ ອະທິບາຍ ໄດ້ຍາກ ຈົນເທົ່າ ຮອດມື້ນີ້ ເວົ້າມາ ຍາມໃດ ກໍ ຕົກສະທ້ານ ເສົ້າໂສກ ຈົນ ຂົນໜາວ ລຸກ ຍາມນັ້ນ:

"ເວົ້າມາລະ ຂົນໜາວ ຍັງອອກ ລະກະ ສະເທືອນ ຂວັນ ຈົນຮອດ ປັຈຈຸບັນ ນີ້ ຄັນເວົ້າເຖິງ ຮູບພາບ ໂຕນັ້ນ ຫັ້ນນະ".

ນັ້ນເປັນ ເຫດການ ທີ່ ສຽບແທງ ຫົວໃຈ ຂອງ ຊາວ ອາເມຣິກັນ ທົ່ວ ທັງປະເທດ. ໃນ ສະພາບ ທີ່ ຜູ້ຄົນ ຍັງສັບສົນ ອົລວົນ ກັນຢູ່ນັ້ນ ໃນເວລາ 9 ໂມງ 37 ນາທີ ເຮືອ ບິນ ອີກລຳໜຶ່ງ ທີ່ຖືກຈີ້ ຄືກັນນັ້ນ ກໍໄດ້ບິນ ໄປຕຳ ຕຶກ ກະຊວງ ປ້ອງກັນ ປະເທດ The Pentagon ຢູ່ແປະ ນະຄອນ ຫລວງ Washington DC. ທັງໝົດ ນັ້ນເປັນ ພາບ ທີ່ ສເທືອນໃຈ ຂອງຜູ້ຄົນ ທົ່ວທັງໂລກ ທີ່ ຕິດຕາມເບິ່ງ ຢູ່ຕລອດ.

ທ່ານ ຈັນ ຜູ້ຮູ້ເຫັນ ເຫດການ ທີ່ເກີດຂຶ້ນ ຜ່ານ ທາງ ໂທຣະທັດ ຂນະທີ່ ຢູ່ໃນຊ່ວງ ພັກ ກິນກາເຟ ຢູ່ ຫ້ອງການ ກັບ ໝູ່ເພື່ອນ ຮ່ວມງານ 10 ກວ່າຄົນ ນັ້ນ ທົບທວນ ເຫດ ການ ສູ່ຟັງຕື່ມວ່າ:

"ເວລາເຮັດການ ຕອນເຊົ້າ ພັກຜ່ອນ ກິນກາເຟ ບັງເອີນໄດ້ ເຫັນຍົນ ບິນເຂົ້າ ຕຳຕຶກ ບໍ່ຄິດວ່າ ແມ່ນ ເຣື່ອງຈິງ ແຕ່ກໍເປັນ ຄວາມຈິງ ແລ້ວມັນ ກໍເປັນ ຄວາມຈິງ ເນາະ ກໍບໍ່ເຄີຍ ເຫັນ ຮູບພາບ ແບບນີ້ ມາກ່ອນ ມີຄວາມ ຮູ້ສຶກວ່າ ມັນເປັນ ອຸບັດຕິເຫດ ທີ່ວ່າ ບໍ່ໜ້າເກີດ ຂຶ້ນຫັ້ນນະ ບໍ່ມີໃຜ ຄາດຝັນ ມາກ່ອນເລີຍ ຫັ້ນນະ ເຫັນຮູບພາບ ຄວັນຂຶ້ນ ໄຟໃໝ້ ປົກຄຸມ ທ້ອງຟ້າ ທຸກຄົນ ທີ່ຢູ່ ໃນຫ້ອງ ພັກຜ່ອນ ປົກຕິ ນຳກັນ 10 ກວ່າຄົນ ທຸກຄົນ ກໍພາກັນ ງຽບມິດ ຕິດຕາມ ເບິ່ງຢູ່ໜ້າຈໍ ທີວີ ລະກະ ກຽມພ້ອມ ກັບບ້ານ ເພາະເປັນຫ່ວງ ເຫັນທຳອິດ ຮູ້ວ່າເປັນການ ກໍ່ການຮ້າຍ ຕອນນັ້ນ ຍັງບໍ່ຮູ້ ຄິດວ່າ".

ທ່ານ ຈັນ ກ່າວເນັ້ນ ໃນ ຕອນທ້າຍ ເຖິງ ນິໄສ ໃຈຄໍ ຂອງຄົນ ອະເມຣິກັນ ສັງຄົມ ອະເມຣິກັນ ທີ່ ເຂັ້ມແຂງ ມີເຫດ ມີຜົລ ມີສິນທັມ ໃຈກວ້າງ ພ້ອມທີ່ ຈະເຂົ້າໃຈ ໃຫ້ ໂອກາດ ໃຫ້ ການຊ່ວຍ ເຫລືອ ທຸກຄົນ ເຖິງແມ່ນວ່າ ຈະໄດ້ ກະທຳ ຄວາມຜິດ ຫາກ ຮູ້ສຶກ ຕົວ ຍອມຮັບ ກໍອະພັຍ ໃຫ້ໄດ້.

ພິທີຣະຣຶກ ເຖິງວັນທີ 11 ກັນຍາ ປີທີ 13 ນີ້ ມີຮວມທັງ ຈັດຂຶ້ນ ຢູ່ ອານຸສາວະຣີ ແລະ ຫໍພິພິຕພັນ 11 ກັນຍາ ທີ່ ເຄີຍເປັນ ທີ່ຕັ້ງ ຂອງ ຕຶກແຝດ ສູນກາງ ການຄ້າໂລກ  ແລະ ເປີດເມື່ອ ເດືອນ ພຶສພາ ຜ່ານມານີ້. ໃນ ພິທີ ຍາດພີ່ນ້ອງ ຂອງ ຜູ້ເຄາະຮ້າຍ ເຂົ້າຮ່ວມ ແລະ ມີທັງການ ອ່ານຊື່ ຂອງ ບຸກຄົນ ທີ່ ເສັຽຊີວິດ ໄປໃນ ເຫດການ ໂຈມຕີ ສູນກາງ ການຄ້ານັ້ນ. ພິທີຣະລຶກ ແບບດຽວ ກັນນີ້ ກໍຖືກ ຈັດຂຶ້ນ ເຊັ່ນກັນ ຢູ່ເມືອງ Shanksvill ບ່ອນທີ່ ເຮືອບິນ ຖືກ ພວກ ກໍ່ການຮ້າຍ ຈີ້ຄືກັນ ນັ້ນ ເກີດ ອຸບັດຕິເຫດ ຕົກກ່ອນ ຈະໄປຮອດ ເປົ້າໝາຍ ຂອງ ພວກເຂົາ ທີ່ຕັ້ງໃຈວ່າ ຈະຈີ້ ໄປຕຳ ທຳນຽບຂາວ ຫລື ຕຶກ ຣັຖສະພາ The Capitol ຢູ່ກຸງ ວໍຊິງຕັນ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.