ລາວນອກຈະປະທ້ວງ ສປປລ ຢູ່ ເຈນີວາ

ຈໍາປາທອງ
2015.12.01
F-alliance ໃນວັນທີ 2 ທັນວາ 2015 ພັນທະມິດ ເພື່ອ ປະຊາທິປະwຕ ໃນລາວ ຈະປະຊຸມ ແລະ ປະທ້ວງ ຣັຖບານ ສປປ ລາວ
Alliance for Democracy in Laos

ກອງປະຊຸມ ແລະ ການປະທ້ວງ ວັນ ສ້າງຕັ້ງ ສປປ ລາວ ທີ 2 ທັນວາ ຄົບຮອບ 40 ປີ ຊຶ່ງ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ແລະ ອົງການ ຈັດຕັ້ງ ເພື່ອ ສິດທິ ມະນຸດ ຂອງລາວ ຫຼາຍ ອົງການ ຮ່ວມກັນ ຈັດຂຶ້ນ ຢູ່ ນະຄອນ ເຈນີວາ ປະເທສ ສະວິສແລນ ໃນ ວັນທີ 2 ແລະ ທີ 3 ທັນວາ 2015 ແມ່ນ ເພື່ອຄວາມເປັນ ເອກກະຣາດ ແຫ່ງຊາດ ແລະ ທວງໃຫ້ ທາງການ ລາວ ປະຕິບັດ ສິດທິ ມະນຸດ.

ໃນ ວັນທີ 2 ແລະ ທີ 3 ທັນວາ 2015 ນີ້ ຈະມີ ກອງປະຊຸມ ແລະ ການຊຸມນຸມ ປະທ້ວງ ວັນທີ 2 ທັນວາ ຊຶ່ງ ເປັນ ວັນສ້າງຕັ້ງ ສປປລາວ ຄົບຮອບ 40 ປີ ທີ່ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ແລະ ອົງການ ຈັດຕັ້ງ ເພື່ອ ສິດທິມະນຸດ ຂອງລາວ ຫຼາຍ ອົງການ ຮ່ວມກັນ ຈັດຂຶ້ນ ຢູ່ ນະຄອນ ເຈນີວາ ປະເທສ ສະວິສແລນ ເພື່ອ ຄວາມເປັນ ເອກກະຣາດ ຂອງຊາດ ແລະ ທວງໃຫ້ ທາງການ ລາວ ປະຕິບັດ ສິດທິ ມະນຸດ ຢ່າງ ແທ້ຈິງ.

ກ່ຽວກັບ ກອງປະຊຸມ ແລະ ການຊຸມນຸມ ປະທ້ວງ ທີ່ ວ່ານີ້ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ແລະ ມີສາຂາຢູ່ ຫລາຍປະເທສ ໃນໂລກ ໃຫ້ ສຳພາດ ເອເຊັຽເສຣີ ໃນ ວັນທີ 30 ພຶສຈິກາ 2015 ນີ້ ຊຶ່ງ ເບື້ອງຕົ້ນ ໄດ້ກ່າວເຖິງ ເປົ້າໝາຍ ຂອງ ກອງປະຊຸມ ນັ້ນວ່າ: … ສຽງ…

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.