ມາຟັງນໍາກັນ 07/19/20
ໄຊຍາ ແລະ ໄມຊູລີ
2020.07.19
2020.07.19

ສະບາຍດີທ່ານຜູ້ຟັງ ຣາຍການມາຟັງນຳກັນ ສັປດານີ້ ມີປະເດັນ ທີ່ສຳຄັນມາຣາຍງານ ໃຫ້ທ່ານໄດ້ຮັບຊາບ ໄດ້ເຊັ່ນ:ໄລຍະທີ 1 ເດືອນ ມິຖຸນາ ທົ່ວ ປະເທດລາວ ເສັຽຊີວິດ ຍ້ອນ ອຸບັດຕິເຫດ ເຖີງ 100 ຄົນ ແລະ ເລັ່ງປຸກເຮືອນ ຖາວອນ ໃຫ້ຜູ້ປະສົບພັຍ ເຂື່ອນແຕກ ເມືອງສນາມໄຊ ແຂວງ ອັດຕະປື.
ໄລຍະເຈາະເລິກ ມາຕິດຕາມ ເຣື່ອງ ພັຍທັມມະຊາດ ໃນລາວ ພັຍນໍ້າຖ້ວມ ແລະ ພັຍແລ້ງ ຍັງຄຸກຄາມຊີວິດ ຄົນລາວ. ທ່ານຜູ້ຟັງ ພວກເຮົາ ຂໍຢໍ້າອີກວ່າ ຖ້າທ່ານໃດ ຕ້ອງການຢາກມີ ສ່ວນຮ່ວມໃນຣາຍການ ຂອງ ພວກເຮົາ ເຊັ່ນວ່າ ສົ່ງເຣື່ອງຂອງ ທ່ານ ມາທີ່ ຄອມເມັ້ນ ເຟສບຸກ RFA ດີແທ້ ໃຫ້ສົ່ງເບີ ໂທລະສັບ ມາພ້ອມຈະ ປັນການດີ.