ສາກົນຊຸກຍູ້ໃຫ້ປ່ອຍຄົນ ງານລາວ

ສິດນີ
2016.08.12
F-Amnesty ອົງການນິຣະໂທດກັມສາກົນ ຮຽກຮ້ອງທາງການລາວ ຂໍຄວາມຄືບໜ້າ ການສືບຫາ ທ່ານ ສົມບັດ.
Amnesty International

ອົງການນິຣະໂທດກັມ ສາກົນ ໄດ້ຊັກຊວນ ໃຫ້ຄົນລາວ ທົ່ວປະເທດ ແລະ ຊາວຕ່າງຊາດ ໃນທົ່ວໂລກ ຂຽນຫນັງສື ຫາ ຣັຖບານລາວ ຈະເປັນ ພາສາລາວ ຫລື ພາສາ ປະເທດ ຂອງຕົນ ກໍໄດ້ຄື:

ນຶ່ງ- ຮຽກຮ້ອງໃຫ້ປ່ອຍ ນັກເຄື່ອນໄຫວ ແຮງງານລາວ ສາມຄົນ ຈາກ ປະເທດໄທ ທ້າວ ສຸກັນ ໃຈທັສ, ນາງ ຫລອດຄຳ ທັມມະວົງ ແລະ ທ້າວ ສົມພອນ ພິມມະສອນ ທີ່ຖືກກັກຂັງ ໃນລາວ ໃຫ້ເປັນ ອິສຣະ. ໂທດຂອງ ພວກຂະເຈົ້າ ທີ່ ຖືກຈັບກຸມ ແລະ ຖືກຄຸກ ໃນລາວ ບໍ່ມີຫຍັງ ຫຼາຍ ນອກຈາກ ການໃຊ້ ສີດທິ ໃນການ ປາກເວົ້າ, ການຊຸມນຸມ ແລະ ການສະແດງອອກ ແບບຊອບທັມ ຂອງພວກ ຂະເຈົ້າ ເທົ່ານັ້ນ ຊື່ງ ເປັນສິດທິ ຂັ້ນພື້ນຖານ ຂອງມະນຸດ ຕາມກົດຫມາຍ ສາກົນ ແລ້ວ ບໍ່ເປັນຄວາມຜິດ ເລີຍ.

ສອງ- ຮຽກຮ້ອງ ໃຫ້ ເຈົ້າຫນ້າທີ່ ລາວ ແຈ້ງຂໍ້ກ່າວຫາ ຕໍ່ພວກຂະເຈົ້າ ໃຫ້ ປະຊາຊົນ ລາວ ຮູ້ ຮ່ວມດ້ວຍ ບ່ອນກັກຂັງ ແລະ ການເປັນຢູ່ ຂອງ ພວກຂະເຈົ້າ ໃນຄຸກ.

ແລະສາມ- ຮຽກຮ້ອງ ໃຫ້ຣັຖບານລາວ ຍຸຕິ ການບັງຄັບ ການຫາຍສາບສູນ ຂອງ ປະຊາຊົນ ໃນລາວ ແລະ ຄ້ຳປະກັນ ການຈັບກຸມ ຄຸມຂັງ ແບບຖືກຕ້ອງ ບົນພື້ນຖານ ກົດຫມາຍ ສາກົນ ທີ່ ປະກອບດ້ວຍ ທະນາຍຄວາມ ທີ່ ຄອບຄົວ ຂອງ ຜູ້ຕ້ອງຫາ ຈ້າງມາວ່າຄວາມ ໃຫ້ໃນສານ ແບບມາຕຖາ ສາກົນ.

ສປປລາວໄດ້ລົງນາມ ໃນສົນທິສັນຍາ ວ່າດ້ວຍ ການຕ້ານ ການບີບບັງຄັບ ຄົນ ຫາຍສາບສູນ ສະຫະປະຊາຊາດ ໃນປີ 2008 ແຕ່ຍັງບໍ່ໃຫ້ ສັດຕະຍາບັນ ເທື່ອ ຜູ້ທີ່ຖືກ ບີບບັງຄັບ ໃຫ້ ຫາຍສາບສູນ ຄົນສຳຄັນ ໃນລາວ ກໍແມ່ນ ທ່ານ ສົມບັດ ສົມພອນ ໃນປີ 2012 ເທົ່າເຖີງ ປັດຈຸບັນ ຍັງບໍ່ຮູ້ ຊາຕາກັມ ຂອງ ທ່ານ ແຕ່ຢ່າງໃດ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.