ສາກົນຕ້ອງການຄໍາຕອບຊັດເຈນ ຈາກ ຜູ້ນໍາ ລາວ
2015.02.26
ອົງການ ນິຣະໂທດກັມ ສາກົນ ຫລື Amnesty International ຍັງ ລໍຖ້າ ຄຳຕອບ ກ່ຽວກັບ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ຈາກ ຣັຖບານ ສປປ ລາວ ຢູ່.
ເມື່ອ ວັນພຸດ ອົງການ ນິຣະໂທດກັມ ສາກົນ ຖແລງວ່າ ການ ຫາຍສາບສູນ ຂອງ ທ່ານ ສົມບັດ ສົມພອນ ນັກ ພັທນາ ສັງຄົມ ດີເດັ່ນ ຂອງ ລາວ ໄດ້ກາຍ ເປັນ ການລ່ວງຣະເມີດ ສິດທິ ມະນຸດ ທີ່ ໂດດເດັ່ນ ໃນ ລາວ ແລະ ທາງ ອົງການ ນິຣະໂທດກັມ ສາກົນ ໄດ້ ຮຽກຮ້ອງ ໃຫ້ ທາງການ ລາວ ຟ້າວ ສືບສວນ ຊອກຫາ ທ່ານ ສົມບັດ ສົມພອນ ຕລອດມາ ແຕ່ກໍຍັງ ບໍ່ໄດ້ ຮັບ ຄຳຕອບ ແລະ ບໍ່ມີ ຄວາມ ກ້າວໜ້າ ແຕ່ ຢ່າງໃດ.
ຍານາງ ປະຣິນຍາ ບຸນຣິຣຶໄທກຸນ ຜູ້ ອຳນວຍການ ອົງການ ນິຣະໂທດກັມ ສາກົນ ປະຈຳ ປະເທດ ໄທ ກ່າວ ກ່ຽວກັບ ເຣື່ອງນີ້ ກັບ ນັກຂ່າວ ວິທຍຸ ເອເຊັຽ ເສຣີ ຂອງ ພວກເຮົາ ວ່າ:
"ຍານາງ ເວົ້າ ວ່າ“ ພວກເຮົາ ໄດ້ ຮຽກຮ້ອງ ໃຫ້ ທາງການ ລາວ ສືບສວນ ສອບສວນ ເຣື່ອງນີ້ ພຍາຍາມໃຫ້ ມີຄວາມ ຄືບໜ້າ ພວກ ເຮົາເອງ ກໍຕິດຕາມ ຢູ່ ແລະ ກໍເຂົ້າໃຈ ວ່າ ທ່ານ ສົມບັດ ສົມພອນ ຖືກ ບັງຄັບ ໃຫ້ ຫາຍສາບສູນ ເປັນເວລາ ດົນນານ ຕໍ່ໄປເລື້ອຍໆ; ພວກເຮົາ ຮຽກຮ້ອງ ຣັຖບານ ລາວ ຕລອດມາ ໃຫ້ເພິ່ນ ເປີດເຜີຍ ຂໍ້ມູນ ການສືບສວນ ຫາ ຄວາມຈິງ ແລະ ນຳມາ ຖແລງການ ຕໍ່ ປະຊາຊົນ ໃຫ້ໄວ ເທົ່າທີ່ ຈະໄວໄດ້".
ຍານາງ ປະຣິນຍາ ອະທິບາຍ ວ່າ ຜ່ານມາ ທາງ ອົງການ ນິຣະໂທດກັມ ສາກົນ ກໍໄດ້ ເຂົ້າຮ່ວມ ກອງ ປະຊຸມ ອາຊຽນ ຊຶ່ງ ມີຜູ້ ຕາງ ໜ້າ ຣັຖບານ ລາວ ເຂົ້າຮ່ວມ ນຳ; ແຕ່ ເຈົ້າໜ້າທີ່ ທາງການ ລາວ ກ່າວ ພຽງແຕ່ ວ່າ ທາງການ ລາວ ກຳລັງ ຕິດຕາມ ຊອກຫາ ທ່ານ ສົມບັດ ສົມພອນ ຢູ່ ແລະ ຂໍເວລາ ໃນການ ສອບສວນ ແລະ ສືບສວນ ຕື່ມ. ຈົນເຖິງ ປັດຈຸບັນ ທ່ານ ສົມບັດ ສົມພອນ ໄດ້ ຖືກລັກ ພາຕົວໄປ ເປັນ ເວລາ 800 ກວ່າມື້ ແລ້ວ.