ຂ່າວຄືບໜ້າຊາວຄຣິສຕຽນ ຖືກກັກ ຢູ່ ມ.ສິງ

ໄຊຍາ
2019.04.16
F-Kang-Mai ບ້ານກາງໃໝ່ ບ່ອນທີ່ ທັງ 3 ຄົນ ຖືກເຈົ້າໜ້າທີ່ຕໍາຣວດຈັບ ຖ່າຍໂດຍ RFA ວັນທີ 16 ເມສາ 2019
RFA/VD

ຊາວຄຣິສຕຽນອະເມຣິກັນ 3 ຄົນ ທີ່ຖືກເຈົ້າໜ້າທີ່ ຕໍາຣວດ ເມືອງສິງ ແຂວງຫລວງນ້ຳທາ ຈັບແລະກັກຕົວ ຢູ່ບ້ານກາງໃໝ່ ໃນວັນທີ 8 ເມສາ ຜ່ານມາ ຍ້ອນເຂົາເຈົ້າ ເຂົ້າມາເຜີຍແຜ່ສາສນາ ໂດຍບໍ່ໄດ້ຮັບອະນຸຍາດ ຈາກທາງການ. ດັ່ງເຈົ້າໜ້າທີ່ຕໍາຣວດ ທ້ອງຖິ່ນທ່ານນຶ່ງ ໄດ້ກ່າວຕໍ່ເອເຊັຍເສຣີ ໃນ ວັນທີ 15 ເມສາ ວ່່າ:

“ເຂົາເຈົ້າມາແບບບໍ່ໄດ້ຜ່ານທາງພາກສ່ວນກ່ຽວຂ້ອງ ເວົ້າເລື່ອງການເຜີຍແຜ່ສາສນາ ນີ້ກະຖືວ່າມີຄວາມຜິດຫັ້ນ ແລະ ອີກຢ່າງກະຜິດ ຮິດຄອງປະເພນີ ຂອງບ້ານເຮົາ ທັມມະດາການທີ່ຈະເຂົ້າມາແບບນີ້ ມັນກະຕ້ອງໄດ້ຜ່ານຫລາຍຂັ້ນຕອນ ບໍ່ແມ່ນວ່າ ເຈົ້າຊິມາເຮັດຕາມໃຈ ມັນເປັນໄປບໍ່ໄດ້.”

ຊາວບ້ານກາງໃໝ່ຜູ້ເຫັນເຫດການໄດ້ກ່າວຕໍ່ວິທຍຸເອເຊັຽເສຣີ ໃນວັນທີ 16 ເມສາ ວ່າ: ຕົນເອງເຫັນຄົນຕ່າງປະເທສ 3 ຄົນ ນັ້ນມາແຈກ ເອກກະສານ ໃຫ້ຊາວບ້ານແຕ່ບໍ່ຮູ້ວ່າ ເປັນເອກກະສານຫຍັງ ແລະ ຫລັງຈາກນັ້ນບໍ່ດົນ ເຈົ້າໜ້າທີ່ຕໍາຣວດ ເມືອງສິງ ປະມານ 5 ຄົນ ກໍ່ມາຈັບພວກເຂົາເຈົ້າ ຂຶ້ນໃສ່ລົດໄປ.

ພາຍຫລັງທີ່ເຈົ້າໜ້າທີ່ຕໍາຣວດເມືອງ ຈັບຕົວຄົນຕ່າງປະເທສທັງ 3 ແລ້ວ ກໍ່ໄດ້ສືບສວນສອບສວນ ຢູ່ທີ່ຫ້ອງການປ້ອງກັນ ຄວາມສງົບ ເມືອງສິງ ແລະ ຫລັງຈາກນັ້ນ ເວລາປະມານ 13 ໂມງ ຂອງວັນດຽວກັນ ເຂົາເຈົ້າກໍ່ຖືກສົ່ງໄປ ກອງບັນຊາ ປກສ ແຂວງ ຫລວງນໍ້າທາ. ອີງຕາມຂໍ້ມູນຈາກເຈົ້າໜ້າທີ້່ ຕໍາຣວດທ້ອງຖິ່ນ. ແຕ່ປັດຈຸບັນ ບໍ່ມີການຢືນຢັນວ່າ ພວກເຂົາຍັງຖືກກັກໂຕ ປກສ ແຂວງ ຫລືປ່ອຍໂຕໄປຢູ່ ບ້ານພັກຄືນແລ້ວ.

ໃນການດໍາເນີນການຕ່າງໆ ກ່ຽວກັບເຣື້ອງນີ້ຈະມີຂຶ້ນຫຼັງຈາກປີໃໝ່ລາວ, ດັ່ງ ເຈົ້າໜ້າທີ່ຕໍາຣວດທ້ອງຖິ່ນທ່ານນີ້ ໄດ້ກ່າວຕໍ່ເອເຊັຽເສຣີ ອີກວ່າ:

“ຫລັງຈາກສອບສວນແລ້ວ ກະສົ່ງໃຫ້ແຂວງຕໍ່ເພາະວ່າຄະດີ ນີ້ມັນເປັນຄະດີໃຫຍ່ ຄິດວ່າຄືຊິແລ້ວ ບຸນປີໄໝ່ພຸ້ນຕິຈຶ່ງຊິຮູ້”

ປະຊາຊົນບ້ານກາງໃໝ່ສ່ວນຫລາຍ ເປັນຊົນເຜົ່າມົ້ງ ແລະ ອີກສ່ວນນຶ່ງເປັນເຜົ່າອາຂາ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.