ລາວນອກຮຽກຮ້ອງສິດທິເພື່ອ ລາວໃນ
ອົງການ ພັນທະມິດ ເພື່ອ ປະຊາ ທິປະຕັຍ ໃນລາວ ໂຮມກັນ ປະທ້ວງ ຢູ່ ສະຖານທູດ ລາວ ແລະ ວຽດນາມ ທີ່ ນະຄອນ ຫລວງ ວໍຊິງຕັນ ດີ ຊີ ໃນ ວັນທີ 8 ພຶສຈິກາ 2014.
-
ຈໍາປາທອງ
2014-11-11 -
-
-
Your browser doesn’t support HTML5 audio
ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ທີ່ ມີສູນກາງ ຢູ່ ປະເທສ ເຢັຽຣະມັນ ມີສາຂາ ຢູ່ ສະຫະຣັດ ອະເມຣິກາ ການາດາ ຝຣັ່ງ ອອສເຕຣເລັຍ ນິວຊີແລັນ ຍີ່ປຸນ ໄທ ແລະ ໃນ ປະເທສ ລາວ ໄດ້ຊຸມນຸມ ປະທ້ວງ ຢູ່ ຕໍ່ໜ້າ ສະຖານທູດ ລາວ ແລະ ສະຖານທູດ ສສວຽດນາມ ທີ່ ນະຄອນ ຫລວງ ວໍຊິງຕັນ ດີຊີ ສະຫະຣັດ ອະເມຣິກາ ໃນ ວັນທີ 8 ພຶສຈິກາ 2014 ເພື່ອ ທວງໃຫ້ ມີການ ປ່ຽນແປງ ໃນລາວ ໄປສູ່ ຣະບອບ ການ ປົກຄອງ ແບບ ປະຊາ ທິປະຕັຍ ແລະ ໃຫ້ມີ ຫຼາຍພັກ ການເມືອງ. ໃຫ້ມີ ການ ເລືອຕັ້ງ ຢ່າງເສຣີ ທີ່ ເປັນທັມ ໂດຍ ມີການ ດູແລ ຈາກ ສະຫະ ປະຊາຊາດ, ທວງໃຫ້ ຍົກເລີກ ສົນທິ ສັນຍາ ມິຕພາບ ແລະ ການຮ່ວມມື ລາວ ວຽດນາມ ປີ 1977.
ມີການ ທວງໃຫ້ ຖອນ ກອງທັບ ວຽດນາມ ທັງໃນ ເຄື່ອງແບບ ແລະ ນອກ ເຄື່ອງແບບ ແລະ ທີ່ປຶກສາ ຊ່ຽວຊານ ວຽດນາມ ທີ່ ຄວບຄຸມ ທຸກຂັ້ນ ການປົກຄອງ ທີ່ ສໍາຄັນ ໃນລາວ ອອກຈາກ ລາວ ຢ່າງ ຮີບດ່ວນ ເພື່ອ ປ່ອຍໃຫ້ ຄົນລາວ ປົກຄອງ ປະເທສ ຢ່າງມີ ເອກຣາດ ອັນສົມບູນ ແລະ ມີ ປະຊາ ທິປະຕັຍ ຢ່າງ ແທ້ຈິງ ແລະ ທວງ ໃຫ້ ແກ້ໄຂ ບັນຫາ ອື່ນໆອີກ ຫລາຍຢ່ງ ດັ່ງທີ່ໄດ້ ບົ່ງໄວ້ ຢູ່ໃນສານ ປະທ້ວງ ທີ່ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ໄດ້ອ່ານຢູ່ ຕໍ່ໜ້າ ສະຖານທູດ ລາວ ແລະ ວຽດນາມ ທີ່ ເວົ້າເຖິງ ຄວາມ ເປັນຫ່ວງ ນໍາການ ສຶກສາ ຂອງ ຊາວ ໜຸ່ມລາວ ແລະ ເປັນຫ່ວງ ນໍາຜົລ ກະທົບ ອັນບໍ່ດີ ຂອງ ຢາເສບຕິດ ຢູ່ລາວ. ຜູ້ ເຂົ້າຮ່ວມ ການ ຊຸມນຸມ ປະທ້ວງ ອັນມີ ທັງ ຍານາງ ບົວລຽນ ຈາກຣັຖ ຟີລາແດວເຟັຍ ກ່າວວ່າ ຢາກໄດ້ ບ້ານ ໄດ້ ເມືອງ ຄືນມາ:
"ເຮົາຢາກໄດ້ ບ້ານ ຢາກໄດ້ ເມືອງ ຄືນແຫລະ ເຂົາ ປົກຄອງ ມາແລ້ວ ມັນ ເສັຽບ້ານ ເສັຽເມືອງ".
ເຫັນວ່າ ການ ປົກຄອງ ຂອງ ຣັຖບາລ ລາວ ປັດຈຸບັນ ເປັນແນວໃດ ນໍ?
"ມັນກະບໍ່ດີ ແຫລະ ມັນ ຂູດຮີດ ປະຊາຊົນ ຫລາຍ ມັນກະ ຂົ່ມເຫັງ ປະຊາຊົນ ເຮົາ ກໍບໍ່ມັກ ຖ້າມັນ ປົກຄອງ ບໍ່ດີ ກະໃຫ້ ຜູ້ໃໝ່ ຂຶ້ນແທນ ຜູ້ໃດດີ ຜູ້ໃດ ບໍ່ດີ ຂຶ້ນກັບ ປະຊາຊົນ".
ແລະ ທ່ານ ວິສະນຸ ຈາກຣັຖ ອາລາບາມາ ກໍໄດ້ກ່າວ ໃນຕອນ ນຶ່ງວ່າ ຢາກໃຫ້ ປະຊາຊົນ ລາວ ໄດ້ຮັບ ຄວາມ ຍຸຕິທັມ:
"ຂ້າພະເຈົ້າ ມີຄວາມ ພາກພູມໃຈ ຫລາຍ ທີ່ເຫັນ ປະຊາຊົນ ຄົນລາວ ຫລວງຫລາຍ ທີ່ວ່າມາ ຮຽກຮ້ອງ ຂໍຄວາມ ເປັນທັມ ຂໍຄວາມ ຍຸຕິທັມ ໃຫ້ແກ່ ພົລເມືອງ ທີ່ຢູ່ ເມືອງ ລາວ ຄິດເຫັນ ຄົນລາວເຮົາ ທີ່ີຢູ່ໃນ ຄວາມທີ່ວ່າ ທຸກຍາກ ປາກໝອງ ແລະ ບໍ່ມີ ສິດທິ ພວກເຮົາ ຂໍຮຽກຮ້ອງ ໃຫ້ມີ ສິດທິ ມະນຸດ ຢູ່ໃນ ເມືອງ ລາວ ຂອງເຮົາ".
ການຊຸມນຸມ ປະທ້ວງ ຄັ້ງນີ້ ຮ່ວມກັບ ພັນທະມິດ ເພື່ອ ປະຊາທິ ປະຕັຍ ໃນລາວ ກໍມີທັງ ອົງການ ສູນກາງ ລາວ ຮ່ວມ ພາຣະກິດຊາດ, ອົງການ ລາວ ເພື່ອ ມະນຸສທັມ ແລະ ປະຊາ ທິປະຕັຍ ອົງການ ມະນຸສທັມ ຕູບີ ລີຟຸງ ທີ່ ສະຫະຣັຖ ອະເມຣິກາ ປະຊາຄົມ ລາວ ອະເມຣິກັນ ຣັຖ ມັສສາຈູເສັດ ທີ່ ສະຫະຣັຖ ຂະບວນ ການ ເພື່ອ ສິດທິ ມະນຸດ ແລະ ປະຊາທິ ປະຕັຍ ທີ່ ອອສເຕຣເລັຍ ແລະ ພັກ ປະຊາຊົນ ລາວ ລ້ານຊ້າງ ຢູ່ ປະເທສ ການາດາ ເຂົ້າ ຮ່ວມ.