ພັນທະມິດພົບປະຊາວລາວ ທີ່ ອອສເຕຣເລັຽ
2017.02.27
ກອງປະຊຸມຣາຍງານ ຜົລສໍາເຮັດ ຂອງການເຄື່ຶອນໄຫວ ວຽກງານການເມືອງ ຢູ່ປະເທສ ອອສເຕຣເລັຽ ແລະ ນິວຊິແລັນ ຂອງຄນະຜູ້ ແທນພັນທະມິດ ເພື່ອ ປະຊາທິປະຕັຍໃນລາວ ນໍາໂດຍ ດຣ.ບຸນທອນ ຈັນທະລາວົງ-ວີເຊີ ຜູ້ເປັນປະທານ ຖືກຈັດຂຶ້ນ ຢູ່ ເມືອງແມນເບີນ ອອສເຕຣເລັຽ ໃນວັນທີ 26 ກຸມພາ 2017 ນີ້.
ໃນນັ້ນໄດ້ເວົ້າເຖິງ ຫຼາຍບັນຫາສຳຄັນ ຂອງລາວ ຮວມທັງການຂາດ ສິດເສຣີພາບ ແລະ ປະຊາທິປະຕັຍ ຂອງ ປະຊາຊົນລາວ, ການ ສໍ້ຣາສບັງຫຼວງ, ການຟຸມເຟືອຍ ແລະ ການຂາດຄວາມ ເປັນເອກກະຣາດ ຂອງ ສປປລາວ ຊຶ່ງ ດຣ.ບຸນທອນ ໄດ້ໃຫ້ ສຳພາດ ວິທຍຸ ເອເຊັຽເສຣີ ໃນວັນທີ 26 ກຸມພາ ກ່ຽວກັບເນື້ອໃນ ສໍາຄັນ ບາງຕອນ ຂອງການເຄື່ອນໄຫວ ໂດຍເນັ້ນໃສ່ ເວລາຢູ່ ອອສເຕຣເລັຽວ່າ:
"ຄນະຜູ້ແທນ ພັນທະມິດ ພວກເຮົາ ໄດ້ເຂົ້າພົບ ກະຊວງ ການຕ່າງປະເທສ ອອສຕຣາລີ ແລະ ສໍານັກງານ ນາຍົກ ອົສຕຣາລີ ເຂົ້າພົບ ສະຖາບັນກົດໝາຍ ອໍານວຍການຂັ້ນສູງ ຂອງອົງການ ບໍ່ຂຶ້ນກັບຣັຖບາລ ຂອງອາຊີ-ປາຊິຝິກ ຟໍຣັມ ແລະ ອົງການ ບໍ່ຂຶ້ນກັບຣັຖບາລ ອື່ນໆ ໃນ ປະເທສ ອອສຕຣາລີ ທີ່ມີສ່ວນກ່ຽວຂ້ອງ ກັບບັນຫາ ສິດທິມະນຸດ ໃນລາວ".
ພ້ອມກັນນັ້ນ ດຣ.ບຸນທອນ ແລະຄນະກໍໄດ້ ຂໍໃຫ້ສອງປະເທສ ດັ່ງກ່າວ ຊ່ວຍແກ້ໄຂບັນຫາໃນລາວ ທີ່ີມີການຣະເມີດ ສິດທິມະນຸດ ແລະ ບໍ່ມີ ປະຊທິປະຕັຍ ຮວມທັງບັນຫາ ວຽດນາມ ຄອບຄອງລາວ ຢູ່ໃນ ປັດຈຸບັນ. ທ່ານ ຄໍາແຜວ ລັດທະມະນີ ຮອງ ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ສາຂາ ປະເທສ ອອສເຕຣເລັຽ ແລະ ທັງເປັນ ປະທານ ພັນທະມິດ ສາຂາ ເມືອງແມນເບິນ ທີ່ ເປັນເຈົ້າພາບ ກອງປະຊຸມ ໄດ້ກ່າວເຖິງ ຄວາມສໍາຄັນ ຕົ້ນຕໍ ຂອງ ກອງປະຊຸມ ນັ້ນວ່າ:
"ຄວາມສໍາຄັນ ກະໝາຍຄວາມວ່າ ເຮົາຢາກໃຫ້ ຄົນລາວ ເຮົານີ້ ຮູ້ຈັກກັນ ຕໍ່ສູ້ເພື່ອບ້ານ ເພື່ອເມືອງເຮົາ ຮູ້ຈັກກິຈກັມ ຂອງ ພັນທະມິດ ທີ່ໄດ້ປະຕິບັດ ຜ່ານມາ ທາງສາກົນ ແລະມວນຊົນ ໃຫ້ພີ່ນ້ອງ ຄົນລາວເຮົາ ຢູ່ໃນ ອົສຕຣາລີ ໄດ້ຊາບ".
ແລະ ຍານາງ ຄໍາໃສ ສຸວັນນະສິງ ທີ່ຢູ່ເມືອງແມນເບິນ ມາໄດ້ເກືອບ 30 ປີ ກໍໄດ້ກ່າວເຖິງ ຄວາມຮູ້ສຶກ ຂອງຕົນ ທີ່ໄດ້ມາເຂົ້າຮ່ວມ ກອງປະຊຸມ ນັ້ນວ່າ:
"ດີໃຈນໍາທີ່່ ຄັນສິເວົ້ານໍ ອັນນີ້ກະເປັນ ຄົນທີ່ວ່າ ບໍ່ມີຊື່ບໍ່ມີສຽງ ແຕ່ວ່າໄດ້ມີໂອກາດ ປະກອບສ່ວນ ຢາກໃຫ້ປະເທດເຮົານີ້ ມີການປ່ຽນແປງ ໃຫ້ເປັນ ປະຊາທິປະຕັຍ ຮູ້ສຶກດີໃຈນໍ ທີ່ວ່າໄດ້ມີ ສ່ວນຮ່ວມ ໃນຄັ້ງນີ້ ຢ່າງນ້ອຍ ກະໄດ້ເຂົ້າມາຮ່ວມ ສນັບສນູນ ຕາມກໍາລັງແຮງ ທີ່ມີນີ້ ແລະ ພາກພູມໃຈ ທີ່ວ່າໄດ້ມາຮ່ວມ".
ພາຍຫລັງ ກອງປະຊຸມແລ້ວ ໃນຕອນແລງ ຂອງວັນດຽວກັນນັ້ນ ກໍມີການງານ ຣາຕຣີ ສະໂມສອນ ຕ້ອນຮັບເປັນກຽດແກ່ ຄນະຜູ້ແທນ ພັນທະມິດ ນໍາດ້ວຍ. ຄນະຜູ້ແທນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ນຳໂດຍ ດຣ.ບຸນທອນ ຈັນທະລາວົງ ວີເຊີ ເຄື່ອນໄຫວ ວຽກງານການເມືອງ ຢູ່ປະເທສ ອອສເຕຣເລັຽ ແລະ ນິວຊິແລັນ ແຕ່ວັນທີ 14 ເຖິງ ວັນທີ 26 ກຸມພາ 2017 ນີ້ ໄດ້ຮັບການ ສນັບສນູນ ຈາກ ຊຸມຊົນຊາວລາວ ເປັນຢ່າງດີ.