ພັນທະມິດໄປອອສເຕຣເລັຽ ແລະ ນິວຊີແລັນ

ຈໍາປາທອງ
2017.02.22
f-alliance ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ
alliance for democracy in Laos

ຄນະຜູ້ແທນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ນຳໂດຍ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ຜູ້ເປັນປະທານ ເດີນທາງໄປ ເຄື່ອນ- ໄຫວ ວຽກງານການເມືອງ ຢູ່ ປະເທສ ອອສເຕຣເລັຽ ແລະ ນິວຊີແລັນ ແຕ່ວັນທີ 14 ເຖິງວັນທີ 26 ກຸມພາ 2017 ນີ້.

ທ່ານ ກາດ ດິດທະວົງ ຮອງປະທານ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ປະຈໍາປະເທສ ອອສເຕຣເລັຽ ໃຫ້ສຳພາດ ວິທຍຸ ເອເຊັຽ ເສຣີ ທາງ ໂທຣະຊັບ ໃນວັນທີ 21 ກຸມພາ ໃນຂນະທີ່ ດຣ. ບຸນທອນ ພ້ອມດ້ວຍ ຄນະເຄື່ອນໄຫວ ຢູ່ປະເທສ ນິວຊີແລັນ ເຖິງກິຈການ ເຄື່ອນໄຫວ ທັງກັບຊຸມຊົນ ຊາວລາວ, ກັບທາງການ ອອສເຕຣເລັຽ ແລະກັບອົງການ ຈັດຕັ້ງ ທີ່ບໍ່ຂຶ້ນກັບຣັຖບາລ ຢູ່ສອງປະເທສ ດັ່ງກ່າວ ວ່າ ຄນະຜູ້ແທນ ຖືກຕ້ອນຮັບ ເປັນຢ່າງດີ: ສຽງ...

ທ່ານກ່າວວ່າ ໃນການມາເຄື່ອນໄຫວ ວຽກງານການເມືອງ ຂອງ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ພ້ອມດ້ວຍ ຄນະພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ຄັ້ງນີ້ ເປັນເທື່ອທຳອິດ ທີ່ໄດ້ພົບພໍ້ ກັບ ເຈົ້າໜ້າທີ່ ສຳນັກງານ ນາຍົກ ຣັຖມົນຕຣີ ອອສເຕຣເລັຽ ຊຶ່ງ ທ່ານຖືວ່າ ມີຄວາມສຳຄັນຫຼາຍ: ສຽງ…

ພ້ອມກັນນັ້ນ ທ່ານ ກາດ ດິດທະວົງ ກໍໄດ້ເວົ້າເຖິງ ຄວາມຮູ້ສຶກ ຂອງຊຸມຊົນຊາວລາວ ທີ່ປະເທສ ອອສເຕຣເລັຽ ແລະ ນິວຊີແລັນ ທີ່ມີຕໍ່ ຄນະຜູ້ແທນ, ຕໍ່ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ວ່າ ພໍໃຈທີ່ສຸດ: ສຽງ...

ທ່ານກ່າວມ້ວນທ້າຍວ່າ ສິ່ງສໍາຄັນ ແມ່ນເຫັນວ່າ ພວກຊາວໜຸ່ມສົນໃຈ ແລະ ສມັກເຂົ້າເປັນ ສະມາຊິກ ອົງການ ພັນທະມິດ ເພື່ອ ປະຊາ- ທິປະຕັຍ ໃນລາວ ພວກທີ່ມີ ຄວາມສາມາດ, ດ້ານພາສາ, ຮູ້ຈັກໃຊ້ ຄອມພິວເຕີ ເຂົ້າມາຊ່ວຍ ໃນການເຄື່ອນໄຫວ ວຽກງານ ການເມືອງ ນໍາທ່ານຕື່ມອີກ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.