ສັນຍາ ລາວ-ວຽດນາມ ຖືກ ປະນາມ
2017.07.16
ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ໄດ້ອອກຖແລງການ ປະນາມ ສັນຍາພິເສດ ລາວ-ວຽດນາມ ໃນວັນຄອບຮອບ 40 ປີ. ຖແລງການ ດັ່ງກ່າວ ຣະບຸວ່າ ສັນຍາພິເສດ ລາວ-ວຽດນາມ ທີ່ໄດ້ເຊັນກັນ ໃນມື້ວັນທີ 18 ກໍຣະກະດາ ປີ 1977 ຣະຫວ່າງ ຟາມວັນດົງ ກັບ ໄກສອນ ພົມວິຫານ ນັ້ນ ເປັນສັນຍາ ທີ່ວຽດນາມ ສາມາດຄອບຄອງລາວໄດ້ ໃນທຸກດ້ານ ແລະ ເປັນສັນຍາ ທີ່ຝ່າຍລາວ ເປັນຜູ້ເສັຽປຽບ ອັນໃຫຍ່ຫລວງ ຝ່າຍດຽວ. ດັ່ງ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ອົງການ ດັ່ງກ່າວ ກ່າວວ່າ:
“ພວກເຮົາ ອົງການພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ໄດ້ອອກຖແລງການ ປະນາມ ຄົບຮອບວັນທີ່ ເຊັນສັນຍາ ຄວາມຮ່ວມມື ລາວ-ວຽດນາມ ວັນທີ 18 ກໍຣະກະດາ ປີ 1977 ກໍຍ້ອນວ່າສັນຍານີ້ ເປັນສັນຍາ ເຮັດໃຫ້ວຽດນາມ ຄອບຄອງລາວ ໃນທຸກດ້ານ ເຮັດໃຫ້ ຝ່າຍລາວ ເສັຽປຽບ ຢ່າງໃຫຍ່ຫລວງ ພຽງຝ່າຍດຽວ ແລະ ຍ້ອນສັນຍານີ້ແລ້ວ ຈຶ່ງເຮັດໃຫ້ ວຽດນາມ ເຂົ້າມາຄອບຄອງລາວ ໄດ້ຕາມໃຈ ຢຽບຢ່ຳສິດທິ ຂອງຄົນລາວ ໃນຫຼາຍດ້ານ ທາງດ້ານການທະຫານ ການເມືອງ ວັທນະທັມ ການສຶກສາ ເສຖກິດ ການຍຶດເອົາ ດິນດອນ ຕ່ອນຫຍ້າ ຂອງລາວ ໃນຫຼາຍແຂວງ ຫຼາຍແຫ່ງ ຕາມຊາຍແດນ ຂອງລາວ ແລະ ບັນຫາ ທີ່ສຳຄັນ ທີ່ສຸດ ໃນສະພາບ ປັດຈຸບັນກໍຄື ວຽດນາມ ມິສິດເໜືອກວ່າ ຄົນລາວ, ກໍຄືປ່ອຍໃຫ້ ຄົນວຽດນາມ ມາຢູ່ລາວຫລາຍ ແລະ ທາງການວຽດນາມ ຍັງບີບບັງຄັບ ໃຫ້ຣັຖບານ ສປປລາວ ມອບສັນຊາດ ໃຫ້ແກ່ຄົນວຽດນາມ ມາຢູ່ລາວ ແລະກໍບີບໃຫ້ ທາງການລາວ ໃຫ້ເງື່ອນໄຂສະດວກ ຕໍ່ນັກທຸຣະກິດ ວຽດນາມອີກ ອັນນີ້ເປັນເຫດຜົລ ທີ່ເຮັດໃຫ້ ພວກເຮົາ ບໍ່ຍອມຮັບຮູ້ ສັນຍາ ມີດຕະພາບ ລາວ-ວຽດນາມ ທີ່ເພີ່ນເຊັນກັນ ທີ່ຈະຄົບຮອບ 40 ປີ ພວກເຮົາ ຈຶ່ງໄດ້ ອອກຖແລງການນີ້. ຕໍ່ການສັນຍາ ລາວ-ວຽດນາມ ຄົບຮອບ 40 ປີ ທີ່ຈະມາເຖິງນີ້.
ພວກເຮົາອົງການພັນທະມິດ ເພື່ອປະຊາທິປະຕັຍ ໃນລາວ ກໍຄືປະຊາຊົນລາວ ທຸກທົ່ວຫນ້າ ທີ່ມີຄວາມຮັກຊາດ ທວງທາງການ ວຽດນາມ ໃຫ້ຍົກເລີກ ສັນຍາພິເສດ ລາວ-ວຽດນາມ ພວກເຮົາຄົນລາວ ບໍ່ຕ້ອງການສັນຍານີ້ ຄົນລາວສາມາດ ປົກຄອງ ດ້ວຍຄົນລາວເອງ ສາມາດ ພັທນາ ປະເທດລາວເອງ ແລະ ຄົນລາວຕ້ອງການ ໃຫ້ມີການປ່ຽນແປງ ໃນລາວ ໄປສູ່ ປະຊາທິປະຕັຍ ພວກເຮົາທວງໃຫ້ ສສ ວຽດນາມ ຈົ່ງຍຸຕິການ ເຂົ້າມາ ບີບບັງຄັບ ຄົນລາວໃຫ້ຍອມ ເພື່ອຮັບໃຊ້ ວຽດນາມ ປ່ອຍໃຫ້ ການປົກຄອງ ໃນລາວ ໄປສູ່ ປະຊາທິປະຕັຍ.”
ຖແລງການ ຍັງຣະບຸຕໍ່ໄປວ່າ ເທົ່າເຖິງປັດຈຸບັນ ວຽດນາມ ຍັງສືບຕໍ່ ການກືນກິນລາວ ໃນຫລາຍຮູບແບບ ເປັນຕົ້ນ ໃນທຸກຂັ້ນຕອນ ອຳນາດການປົກຄອງ ໃນລາວ ຈະມີ ທີ່ປຶກສາ ຫລື ນັກຊ່ຽວຊານ ຈາກວຽດນາມ ເຂົ້າມາ ຄວບຄຸມ ສັ່ງການ ຢ່າງເຄັ່ງຄັດ. ນອກຈາກນັ້ນ ຍັງມີ ກອງທະຫານວຽດນາມ ບໍ່ວ່າໃນເຄື່ອງແບບ ຫລື ນອກເຄື່ອງແບບ ເຂົ້າມາສັງກັດ ຢູ່ໃນ ແຕ່ລະທ້ອງຖິ່ນ, ແຂວງຕ່າງໆ ໃນລາວ ເພື່ອບັງຄັບຂົ່ມຄູ່ ຄົນລາວ ບໍ່ໃຫ້ມີປາກສຽງ ໃນການປົກຄອງ ປະເທດຊາດ ດ້ວຍຄົນລາວເອງ. ອົງການດັ່ງກ່າວໄດ້ຮຽກຮ້ອງໃຫ້ ທາງການລາວ ຍົກເລີກສັນຍານີ້ ກັບວຽດນາມ ໃຫ້ຄົນລາວ ປົກຄອງກັນເອງ ແບບປະຊາທິປະຕັຍ ປາສຈາກ ວຽດນາມ ເຂົ້າມາຫຍຸ້ງກ່ຽວ. ດຣ. ບຸນທອນ ກ່າວເພີ້ມວ່າ:
"ພວກເຮົາທວງໃຫ້ ທາງການ ສປປລາວ ກໍແມ່ນຝ່າຍນຶ່ງ ທີ່ຮ່ວມເຊັນສັນຍາ ມິດຕະພາບພິເສດ ລາວ-ວຽດນາມ ນີ້ໃຫ້ຍຸບເລີກ ສັນຍາ ພິເສດ ທີ່ເຊັນກັນ ໃນມື້ວັນທີ 18 ກໍຣະກະດາ ປີ 1977 ເພາະໃນສັນຍານີ້ ໄດ້ບົ່ງໃວ້ວ່າ ສັນຍານີ້ ຈະຖືກຍົກເລີກໄດ້ ຖ້າຣັຖບານ ຝ່າຍໃດນຶ່ງ ສເນີຢາກໃຫ້ ຍົກເລີກ ສະນັ້ນ ມັນມີຄວາມຈຳເປັນແລ້ວ ທີ່ຝ່າຍລາວ ຕ້ອງສເນີໃຫ້ ຍົກເລີກ ຢ່າງບໍ່ມີ ເງື່ອນໄຂ".
ຖແລງການ ຣະບຸເພີ້ມວ່າ ວຽດນາມ ນອກຈາກ ຄວບຄຸມລາວແລ້ວ ຍັງໄດ້ຂົນເອົາ ຊັບສິນ ອັນມີຄ່າ ຂອງລາວ ໄປວຽດນາມ ຢ່າງມະຫາສານ ເປັນຕົ້ນການຕັດໄມ້ ແລະ ຂົນໄມ້ທ່ອນ ອອກຈາກລາວ ໄປວຽດນາມ ໂດຍແມ່ນ ກອງທັບວຽດນາມ ເປັນຜູ້ຄວບຄຸມ. ນອກຈາກນັ້ນ ກໍຍັງມີ ການຂຸດຄົ້ນ ເອົາແຮ່ທາດ ອັນລ້ຳຄ່າ ແລະ ຊັພຍາກອນ ທັມມະຊາດ ປະເພດອື່ນໆ ຂອງລາວ ໄປວຽດນາມ.
ວຽດນາມຍັງໄດ້ທຳລາຍ ວັທນະທັມ ແລະ ຂນົບທຳນຽມຂອງລາວ ໃນຫລາຍເຂດ ແລະ ຫລາຍຫົວເມືອງ ແລະ ບັງຄັບ ໃຫ້ພະນັກງານຣັດ ຮຽນພາສາວຽດນາມ ຕາມໂຮງຮຽນ ແລະ ສະຖາບັນຫລາຍແຫ່ງ. ໃນລາວ ກໍສອນ ແລະ ໃຊ້ພາສາວຽດນາມ ດັ່ງໂຮງຮຽນ ມິດຕະພາບ ວຽງຈັນ-ໂຮ່ຈີມີນ ທີ່ປ່ຽນຊື່ ຈາກໂຮງຮຽນ ສີໂຄດຕະບອງ, ວຽດນາມ ພຍາຍາມ ປ່ຽນປວັດສາດລາວ.
ວຽດນາມຍັງໄດ້ຍຶດເອົາ ດິນດອນຕ່ອນຫຍ້າຂອງລາວ ໃນຫລາຍແຂວງ ຕາມແນວຊາຍແດນ ເປັນຕົ້ນທີ່ແຂວງຊຽງຂວາງ, ຄຳມ່ວນ ແລະ ຫລາຍແຂວງ ໃນເຂດພາກໃຕ້, ບາງແຂວງກວມເອົາ ດິນລາວເຖິງ 15 ກິໂລແມັດ.