ສະມາຊິກ ພັນທະມິຕ ເພື່ອປະຊາທິປະໄຕ ໃນລາວ ສນັບສນູນ ແລະເຫັນດີ ເຫັນພ້ອມ ນຳບົດຣາຍງານ ຂອງທ່ານ Philip Alston ຜູ້ຣາຍງານພິເສດ ສະຫະປະຊາຊາດ ທີ່ໄປຢ້ຽມຢາມລາວ ເມື່ອທ້າຍເດືອນທີ່ແລ້ວ ແລະຣາຍງານວ່າ ເຖິງເສຖກິຈຂອງລາວ ຂຍາຍຕົວ, ແຕ່ປະຊາຊົນລາວຫຼາຍຄົນ ຍັງທຸກຍາກຂາດເຂີນ ແລະຍັງບໍ່ມີສິດມີສຽງເທົ່າທີ່ຄວນ.
ທ່ານ ຄຳແຜ່ວ ລັດທະມະນີ ຮອງປະທານ ພັນທະມິດ ເພື່ອ ປະຊາທິປະໄຕໃນລາວ ໄດ້ກ່າວສນັບສນູນ ແລະເຫັນດີເຫັນພ້ອມ ກັບບົດ ຣາຍງານນັ້ນ ຜ່ານວິທຍຸເອເຊັຍເສຣີ ເມື່ອວັນທີ່ 8 ເມສາ 2019 ນີ້ວ່າ:
“ສິ່ງທີ່ເພິ່ນເວົ້າຫັ່ນນະ ຖືກໝົດ ຖືກໝົດເດີອັນນີ້ເດີ; ອັນນີ້ ແມ່ນສນັບສນູນ ແລະກໍຂອບອົກຂອບໃຈກັບເພິ່ນ; ເພິ່ນລົງໄປພື້ນທີ່ ເພິ່ນເຫັນ ກັບຫູກັບຕາ ເພິ່ນກໍເວົ້າຄວາມຈິງ ກໍເຫັນສະພາບຄວາມທຸກຍາກປາກໝອງ ຂອງພໍ່ແມ່ພີ່ນ້ອງຄົນລາວເຮົາ; ໂຮງຮຽນຍັງຝາໄມ້ເຮັ້ຍຢູ່ນະ ເຮັດຈັງໃດ; ໂຮງໝໍກໍຄືກັນເດີ ຄົນເຈັບຄົນບໍ່ສະບາຍ ຍັງເອົາໄປປົວຢູ່ເມືອງໄທຢູ່ ໄປປົວຢູ່ອຸດອນ ຂອນແກ່ນ.”
ທາງດ້ານ ດຣ. ບຸນທອນ ຈັນທະລາວົງ-ວີເຊີ ປະທານພັນທະມິຕ ເພື່ອ ປະຊາທິປະໄຕໃນລາວ ກໍໄດ້ອອກຖແລງການ ເມື່ອວັນທີ່ 31 ເດືອນມິນາ ທີ່ຜ່ານມາວ່າ ພວກເຮົາອົງການພັນທະມິຕ ເພື່ອປະຊາທິປະໄຕໃນລາວ ພ້ອມກັບປະຊາຊົນລາວ ທັງໃນ ແລະນອກປະເທດ ຂໍສະແດງຄວາມສັນລະເສີນ ຕໍ່ບົດຣາຍງານ ຂອງທ່ານ Philip Alston ທີ່ໄດ້ໄປຢ້ຽມຢາມປະເທດລາວ ເມື່ອຣະຫວ່າງວັນທີ່ 18 ແລະ ວັນທີ່ 28 ມິນາ ທີ່ຜ່ານມາ ແລະທີ່ໄດ້ຣາຍງານ ເປີດເຜີຍຄວາມຈິງວ່າ ປະຊາຊົນລາວໃນປະເທດ ຍັງໄດ້ຮັບຄວາມເດືອດຮ້ອນຢ່າງໜັກ ຖືກກົດຂີ່ຂົ່ມເຫັງ ບໍ່ມີສິດທິພື້ນຖານ ແລະກໍຍັງທຸກຂາກຂາດເຂີນ. ສາເຫດ ກໍແມ່ນຍ້ອນນະໂຍບາຍ ປົກຄອງທີ່ບໍ່ຖືກຕ້ອງ ບໍ່ເປັນທັມ ຂອງຣັຖບານ ສປປລາວ.
ໃນຕອນທ້າຍ ຂອງຖແລງການດັ່ງກ່າວ ພັນທະມິຕເພື່ອປະຊາທິປະໄຕ ຍັງຫວັງວ່າ ຜູ້ຣາຍງານພິເສດ ສະຫະປະຊາຊາດ ແລະສະພາ ສິດທິມະນຸດ ສະຫະປະຊາຊາດ ຈະກົດດັນ ໃຫ້ຣັຖບານ ສປປລາວ ນັບຖືສິດທິມະນຸດ ແລະປັບປຸງ ຊີວິດການເປັນຢູ່ ຂອງປະຊາຊົນລາວ ໃຫ້ດີຂຶ້ນ. ຕໍ່ຄໍາເຫັນ ຂອງທ່ານ Philip Alston ພາຍຫຼັງການຢ້ຽມຢາມນັ້ນ ເຈົ້າໜ້າທີ່ ກະຊວງການຕ່າງປະເທດລາວ ທ່ານ ເພັດວັນໄຊ ຄູສະກູນ ກ່າວຕໍ່ອົງການຂ່າວ AP ວ່າ ຂໍ້ມູນຈໍານວນນຶ່ງ ທີ່ທ່ານໄດ້ຮັບນັ້ນ ອາດເປັນການລໍາອຽງ.