ພັນທະມິດເຂົ້າພົບອົງການ ສາກົນ

ຈໍາປາທອງ
2016.01.27
F-Bounthone ດຣ. ບຸນທອນ ຈັນມະລາວົງ-ວີເຊີ (ຊ້າຍ) ປະທານ ອົງການ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ພ້ອມດ້ວຍ ຄນະຜູ້ຕາງໜ້າ ມາຢ້ຽມຢາມ ວິທຍຸ ເອເຊັຽເສຣີ ທີ່ ກຸງ ວໍຊິງຕັນ ດີຊິ ໃນວັນທີ 21 ມົກກະຣາ 2016
RFA

ຄນະ ຜູ້ຕາງໜ້າ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ນຳໂດຍ ດຣ. ບຸນທອນ ຈັນມະລາວົງ ວີເຊີ ໄດ້ເດີນທາງ ໄປ ປະເທສ ອັງກິດ, ເພື່ອເຂົ້າພົບ ອົງການ ນິຣະໂທດກັມ ສາກົນ ແລະ ພາກສ່ວນ ຮັບຜິດຊອບ ບັນຫາ ໃນລາວ ຂອງ ກະຊວງ ການຕ່າງ ປະທສ ອັງກິດ ທີ່ມີຫຼາຍ ບັນຫາ ກ່ຽວກັບ ການຣະເມີດ ສິດທິ ມະນຸດ ແລະ ການຂາດຄວາມ ເປັນ ເອກກະຣາດ ຂອງ ສປປລາວ ທີ່ ກຸງ ລອນດອນ ໃນ ວັນທີ 19 ມົກກະຣາ 2016. ໃນຣະຫວ່າງ ພົບພໍ້ກັນ ນັ້ນ ຝ່າຍ ພັນທະມິດ ເພື່ອ ປະຊາທິປະຕັຍ ໄດ້ແຈ້ງ ໃຫ້ ຄູ່ຮ່ວມ ສົນທະນາ ຮູ້ເຖິງ ການຣະເມີດ ສິດທິ ມະນຸດ ຢ່າງ ຮ້າຍແຮງ ຢູ່ ສປປລາວ. ດັ່ງ ດຣ. ບຸນທອນ ຈັນມະລາວົງ ວີເຊີ ໄດ້ກ່າວ ໃນ ຕອນນຶ່ງວ່າ:

"ພວກເຮົາ ໄດ້ມີການ ໂອ້ລົມ ສົນທະນາ ກັບ ພວກເພິ່ນ ບັນຫາ ຣະເມີດ ສິດທິ ມະນຸດ ໃນລາວ ບັນຫາ ທີ່ ປະຊາຊົນ ລາວ ຖືກກົດຂີ່ ແລະ ບັນຫາ ທີ່ວ່າ ປະເທສລາວ ບໍ່ມີ ເອກກະຣາດ ທີ່ແທ້ຈິງ ໂດຍ ທີ່ມີ ປະທສ ອ້ອມຂ້າງ ຍັງມີ ອິດທິພົນ ຢຽບຍໍ່າ ສິດທິ ຂອງ ປະຊາຊົນ ລາວ ໂດຍສະເພາະ ບັນຫາ ທີ່ ວຽດນາມ ຄອບຄອງ ລາວ ແລະ ອິດທິພົນ ເຖສກິດ ຂອງຈີນ ອັນນີ້ ກະເປັນເຣຶ່ອງ ສໍາຄັນ ທີ່ ໄດ້ມີການ ໂອ້ລົມກັນ".

ຫລັງຈາກ ເຄື່ອນໄຫວ ວຽກງານ ຢູ່ ປະເທສ ອັງກິດ ເປັນເວລາ 3 ມື້ແລ້ວ ຄນະ ຜູ້ແທນ ພັນທະມິດ ເພື່ອ ປະຊາທິປະຕັຍ ໃນລາວ ກໍໄດ້ເດີນທາງ ໄປ ສະຫະຣັຖ ອະເມຣິກາ ໃນວັນທີ 20 ເຖິງ 23 ມົກກະຣາ. ດຣ. ບຸນທອນ ຈັນທະລາວົງ ວີເຊີ ພ້ອມດ້ວຍ ຄນະ ໄດ້ພົບພໍ້ ສົນທະນາ ກັບ ອົງການ ນີຣະໂທດກັມ ສາກົນ ປະຈຳ ສະຫະຣັຖ ອະເມຣິກາ ແລະ ປຶກສາ ຫາລື ກັບຜູ້ ຮັບຜິດຊອບ ບັນຫາ ລາວ ຂອງ ກະຊວງ ການຕ່າງ ປະເທສ ສະຫະຣັຖ ຊຶ່ງ ໃນນັ້ນ ຄູ່ ສົນທະນາ ມີຄວາມສົນໃຈ ຫຼາຍ ໃນບັນຫາ ການ ຣະເມີດ ສິດທິ ມະນຸດ ຢູ່ລາວ. ດັ່ງທີ່ ດຣ. ບຸນທອນ ຈັນທະລາວົງ ວີເຊີ ໄດ້ກ່າວອີກ ໃນຕອນນຶ່ງ ວ່າ:

"ໄດ້ມີການ ປຶກສາ ຫາລືກັນ ກ່ຽວກັບ ສະພາບ ການຣະເມີດ ສິດທິມະນຸດ ໃນລາວ ໂດຍສະເພາະ ການ ຈໍາກັດ ສິດທິ ທາງດ້ານ ຂ່າວສານ ທາງດ້ານ ອິນເຕິເນັດ ທີ່ວ່າມີ ຫຼາຍຄົນ ໄດ້ຖືກ ຈັບກຸມໄປ ບັນຫາ ການຣະເມີດ ສິດທິ ດ້ານອື່ນໆ ບັນຫາ ການຍຶດ ດິນດອນ ຕ່ອນຫຍ້າ ຂອງ ປະຊາຊົນ ບັນຫາ ການສໍ້ໂກງ ການ ຄ້າມະນຸດ ການ ຕັດໄມ້ ທໍາລາຍ ປ່າ".

ໃນໂອກາດ ການຢ້ຽມຢາມ ສະຫະຣັຖ ຄັ້ງນີ້ ດຣ. ບຸນທອນ ຈັນທະລາວົງ ວີເຊີ ປະທານ ພັນທະມິດ ເພື່ອ ປະຊາທິປະຕັນ ໃນລາວ ກໍໄດ້ຢື່ນ ໜັງສື ເຖິງ ທ່ານ ບາຣັກ ໂອບາມາ ປະທານາທິບໍດີ ສະຫະຣັຖ ອະເມຣິກາ ກ່ຽວກັບ ສະພາບ ການຣະເມີດ ສິດທິ ມະນຸດ ຢູ່ລາວ ໃນວັນທີ 21 ມົກກະຣາ 2016. ໃນນັ້ນ ຂຽນວ່າ ພວກ ຂ້າພະເຈົ້າ ສນັບສນູນ ຢ່າງເຕັມສ່ວນ ການເປັນ ຄູ່ຮ່ວມ ຂ້າມ ປາຊີຟິກ ແລະ ການຈະໄປ ຢ້ຽມຢາມ ສປປລາວ ຂອງ ທ່ານ. ພ້ອມກັນນັ້ນ ກໍຂໍໃຫ້ ທ່ານ ເອົາໃຈໃສ່ ໃນບັນຫາ ທີ່ ຊາວໂລກ  ມີຄວາມກັງວົນ ກ່ຽວກັບ ການຣະເມີດ ສິດທິ ມະນຸດ ຢູ່ລາວ.

ອອກຄວາມເຫັນ

ອອກຄວາມ​ເຫັນຂອງ​ທ່ານ​ດ້ວຍ​ການ​ເຕີມ​ຂໍ້​ມູນ​ໃສ່​ໃນ​ຟອມຣ໌ຢູ່​ດ້ານ​ລຸ່ມ​ນີ້. ວາມ​ເຫັນ​ທັງໝົດ ຕ້ອງ​ໄດ້​ຖືກ ​ອະນຸມັດ ຈາກຜູ້ ກວດກາ ເພື່ອຄວາມ​ເໝາະສົມ​ ຈຶ່ງ​ນໍາ​ມາ​ອອກ​ໄດ້ ທັງ​ໃຫ້ສອດຄ່ອງ ກັບ ເງື່ອນໄຂ ການນຳໃຊ້ ຂອງ ​ວິທຍຸ​ເອ​ເຊັຍ​ເສຣີ. ຄວາມ​ເຫັນ​ທັງໝົດ ຈະ​ບໍ່ປາກົດອອກ ໃຫ້​ເຫັນ​ພ້ອມ​ບາດ​ໂລດ. ວິທຍຸ​ເອ​ເຊັຍ​ເສຣີ ບໍ່ມີສ່ວນຮູ້ເຫັນ ຫຼືຮັບຜິດຊອບ ​​ໃນ​​ຂໍ້​ມູນ​ເນື້ອ​ຄວາມ ທີ່ນໍາມາອອກ.