ສາເຫດເຮລິຄອບເຕີຕົກຍັງ ມິດງຽບ

ຍົນ ເຮລິກອບເຕີ MI-17 1B
ຍົນ ເຮລິກອບເຕີ MI-17 1B (Citizen Journalist)

0:00 / 0:00

ເຫດການ ເຮືອບິນ MI-17 ຂອງ ກອງທັບ ອາກາດ ລາວ, ຕົກ ຢູ່ ແຂວງ ໄຊສົມບູນ ໃນ ວັນທີ 27 ກໍຣະກະດາ ທີ່ ຜ່ານມາ, ເຮັດໃຫ້ມີ ຜູ້ ເສັຽຊີວິດ 23 ຄົນ ໃນ ຣະຫວ່າງ ບິນ ປະຕິບັດ ໜ້າທີ່ ນໍາສົ່ງ ຄົນເຈັບ, ຊຶ່ງເປັນ ນາຍທະຫານ ຊັ້ນສູງ ຢູ່ ແຂວງ ຫົວພັນ ພາກເໜືອ ຂອງ ລາວ.

ແຫລ່ງຂ່າວ ທີ່ ໃກ້ຊິດ ເຈົ້າໜ້າທີ່ ລະດັບສູງ ກະຊວງ ປ້ອງກັນ ປະເທດ ໄດ້ ກ່າວຕໍ່ ເອເຊັຽ ເສຣີ ວ່າ: ໃນການ ກວດສອບ ເຖິງສາເຫດ ຂອງ ເຮືອບິນ ຕົກ ຄັ້ງນີ້, ທາງການ ລາວ ໄດ້ສົ່ງ ກັບດໍາ ໄປ ກວດສອບ ຢູ່ ປະເທດ ວຽດນາມ, ແລະ ກໍຍາກ ທີ່ ຈະມີການ ເປີດເຜີຍ ເຖິງສາເຫດ, ເພາະ ອາຈເຫັນວ່າ ມັນ ກ່ຽວພັນ ກັບຄວາມ ໝັ້ນຄົງ ທາງ ທະຫານ, ແລະ ກໍຄົງຈະ ບໍ່ມີການ ເປີດເຜີຍ ເຖິງ ສາເຫດ ເຊັ່ນດຽວ ກັບ ເຫດການ ເຮືອບິນ ຂອງ ກອງທັບ ອາກາດ ລາວ ຕົກ ໃນ ເດືອນ ພຶສພາ 2014, ຊຶ່ງ ມີຜູ້ນໍາ ຄົນ ສໍາຄັນ ຂອງ ລາວ 4 ຄົນ ເສັຽ ຊີວິດ.

ແຕ່ວ່າ ເຫດການ ເຮືອບິນ MI-17 ຂອງ ກອງທັບ ອາກາດ ລາວ ຕົກ ໃນຄັ້ງນີ້, ກໍມີ ເຈົ້າໜ້າທີ່ ຜູ້ໃກ້ຊິດ ກັບ ຄອບຄົວ ຂອງ ນັກບິນ ຜູ້ທີ່ ບໍ່ປະສົງ ອອກຊື່ ໄດ້ກ່າວຕໍ່ ເອເຊັຽ ເສຣີ ວ່າ: ຣະບົບ ເຣດາ ຢູ່ໃນ ເຮືອບິນ ລໍາ ດັ່ງກ່າວ ມັກ ມີບັນຫາ, ແຕ່ ຍ້ອນວ່າ ນັກບິນ ມີຄວາມ ຊິນເຄີຍ ກັບເຮືອບິນ ລໍາ ນັ້ນ ແລະ ກໍຂັບ ເປັນປະຈໍາ.

ນອກຈາກ ນັ້ນ ຫຼາຍຄົນ ກໍຄິດວ່າ ເປັນຍ້ອນ ສະພາບ ດິນຟ້າ ອາກາດ ບໍ່ດີ, ຍ້ອນວ່າ ໃນ ວັນ ດັ່ງກ່າວ ຝົນ ຕົກ ໝົດ ມື້. ນັກຂ່າວ ເອເຊັຽ ເສຣີ ໄດ້ຕິດຕໍ່ ສອບຖາມ ໄປຍັງ ເຈົ້າໜ້າທີ່ ກອງຄວບຄຸມ ການສັນຈອນ ທາງ ອາກາດ, ແຕ່ ເຈົ້າໜ້າທີ່ ກໍ ປະຕິເສດ ທີ່ ຈະໃຫ້ ຂໍ້ມູນໃດໆ ເພີ້ມເຕີມ.