ອົງການສາກົລສືບຕໍ່ ທວງຖາມ ການສືບທາວຫາ ທ່ານ ສົມບັດ ສົມພອນ
2021.05.29

ເມື່ອວັນທີ 17 ຫາວັນທີ 24 ພຶສພາ 2021 ນີ້, ໄດ້ມີກອງປະຊຸມທາງໄກ ເອີ້ນວ່າ ກອງປະຊຸມພາກປະຊາຊົນ ເອເຊັຽ-ຢຸໂຣປ ຄັ້ງທີ 13. ທາງຄະນະຜູ້ຈັດກອງປະຊຸມ ກໍໄດ້ໃຫ້ຍານາງ ອຶ້ງ ຊຸ່ຍ-ເມັ້ງ, ພັລຍາ ທ່ານ ສົມບັດ ສົມພອນ ຂຶ້ນກ່າວຄຳປາໃສ ພາຍໃຕ້ຫົວຂໍ້ ທີ່ວ່າ “ຣຳລຶກເຖິງທ່ານ ສົມບັດ ສົມພອນ” ໃນຖານະທີ່ທ່ານ ສົມບັດ ສົມພອນ ເຄີຍເປັນປະທານຮ່ວມກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢຸໂຣປ ຄັ້ງທີ 9 ທີ່ນະຄອນຫຼວງວຽງຈັນ ເມື່ອ 8 ປີກ່ອນ ດັ່ງຍານາງ ອຶ້ງ ຊຸ່ຍ-ເມັ້ງ ໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພາ 2021 ນີ້ວ່າ:
“ເວົ້າວ່າມັນ AEPF ເວົ້າແທ້ກະໃຫ້ກ່າວຄຳປາໃສ ກະໝາຍຄວາມວ່າ ເຂົາຍັງໃຫ້ຄວາມນັບຖືລຸງເນາະ. ນັບຖືລຸງກະເພາະວ່າເຫດຜົລ ທີ່ເກີດຂຶ້ນມາ ກະບາງທີກະກ່ຽວກັບ AEPF ເນາະ ຢູ່ວຽງຈັນ. ຈັ່ງຊັ້ນແຫຼະ ເຂົາເຈົ້າກະໃຫ້ວ່າ ນັບຖືລຸງ ຢາກໃຫ້ທຸກເທື່ອ ເມື່ອມີ AEPF ກະບໍ່ໃຫ້ຜູ້ທີ່ວ່າເຂົ້າຮ່ວມລືມເນາະ. ເຂົາເຈົ້າສະແດງຄວາມສາມັກຄີ ຄວາມຮັກແພງ ຄວາມນັບຖື ເພາະວ່າເຂົາເຈົ້າເອີ້ນ ການເປີດງານວ່າ ຣຳລຶກເຖິງທ່ານ ສົມບັດ ສົມພອນ ເພື່ອໃຫ້ຈື່ເພິ່ນ ຣຳລຶກເຖິງເພິ່ນ.”
ແລະ ໃນກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢຸໂຣປປີນີ້, ອົງການຈັດຕັ້ງສາກົລ ຫຼາຍອົງການ ກໍໄດ້ຮຽກຮ້ອງ ໃຫ້ຣັຖບານລາວ ໃຫ້ຄຳຕອບທີ່ຈະແຈ້ງ ເຖິງຊະຕາກັມ ຂອງທ່ານ ສົມບັດ ສົມພອນ. ໃນນັ້ນ, ກໍມີທ່ານ ຣູ່ດີ້ ຣູ່ເທີ້ຝອດ, ນຶ່ງໃນຄະນະກັມມະການ ຈັດກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢຸໂຣປ ແລະ ທັງເປັນບຸກຄົນນຶ່ງ ທີ່ສືບຕໍ່ ທວງຖາມຫາທ່ານ ດຣ. ສົມບັດ ສົມພອນ ຕລອດມາ. ດັ່ງທ່ານ ໄດ້ກ່າວໃນກອງປະຊຸມ ຜ່ານຣະບົບ ກອງປະຊຸມທາງໄກ ໃນຕອນນຶ່ງວ່າ:
"ຂ້າພະເຈົ້າເປັນຜູ້ນຶ່ງໃນໂລກ ທີ່ຍັງມີຄຳຖາມ ສີ່ຄຳຖາມ ຄື ສົມບັດ ສົມພອນ ເຈົ້າຢູ່ໃສ? ເຈົ້າສະບາຍດີບໍ່? ໃຜຮັບຜິດຊອບຕໍ່ການ ຫາຍສາບສູນຂອງເຈົ້າ? ແລະ ເຈົ້າສາມາດກັບຄືນມາຫາຄອບຄົວໄດ້ບໍ່? ພວກເຮົາ ກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢູໂຣປ ແລະ ອົງການສິດມະນຸດສາກົນ ໄດ້ຖາມຄຳຖາມເຫຼົ່ານີ້ ກັບຣັຖບານຂອງເຈົ້າ ຕລອດເວລາ."
ຂະນະດຽວກັນ, ດຣ. ບຸນທອນ ຈັນທະລາວົງ ວີ່ເຊີ່, ປະທານ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ທີ່ໄດ້ເຂົ້າຮ່ວມ ກອງປະຊຸມດັ່ງກ່າວ ກໍໄດ້ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 27 ພຶສພານີ້ວ່າ:
“ໃນກອງປະຊຸມ ຂອງເອເຊັຽ-ຢຸໂຣປ ພາກປະຊາຊົນ ຄັ້ງທີ 13 ຄັ້ງນີ້, ພວກເຮົາ ອົງການພັນທະມິຕ ເພື່ອປະຊາທິປະຕັຍໃນລາວ ກໍໄດ້ຍົກເອົາບັນຫາ ການບັງຄັບໃຫ້ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຂຶ້ນມາກ່າວ. ອັນສຳຄັນທີ່ສຸດ, ແມ່ນວິທີການ ແກ້ໄຂບັນຫາ ກະຄືພວກເຮົາ ຮຽກຮ້ອງໃຫ້ມີການຜັກດັນ ໃນເວທີສາກົລ ກໍຄືໃຫ້ທາງການ ສປປລາວ ຕ້ອງຍອມຮັບເອົາ ກັມມະການສາກົລ ເຂົ້າໄປກວດກາ, ຄົ້ນຄວ້າຫາ ບັນຫາການເຮັດໃຫ້ຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັ້ນ.”
ດຣ. ບຸນທອນ ຍັງກ່າວຕື່ມວ່າ ການແກ້ໄຂບັນຫາ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຈະບໍ່ສາມາດແກ້ໄຂໄດ້ ຫາກຣັຖບານລາວ ຍັງປະຕິເສດ ທີ່ຈະຍອມຮັບເອົາ ການຊ່ອຍເຫຼືອ ຈາກສາກົລ ໃນການແກ້ໄຂບັນຫາ ດັ່ງກ່າວ.
“ຂພຈ ເຫັນວ່າ ການແກ້ໄຂບັນຫາທ່ານ ສົມບັດ ສົມພອນ ນີ້, ຕາບໃດຫາກທາງການ ສປປລາວ ຍັງບໍ່ຍອມຮັບເອົາ ກັມມະການ ຂອງສາກົລ ຫຼືເອີ້ນວ່າ ກັມມະການ ເອກະຣາດ ເຂົ້າໄປກວດກາສືບສວນ ດ້ວຍພວກເພິ່ນເອງນັ້ນ, ການແກ້ໄຂບັນນີ້ ຈະຍັງບໍ່ໄດ້ ຄຳຕອບ. ສະນັ້ນ, ມັນມີຄວາມຈຳເປັນ ທີ່ທາງການ ສປປລາວ ຕ້ອງຍອມຮັບເອົາ ຄຳສເນີ ຂອງທາງເວທີສາກົລ”
ທາງດ້ານທ່ານ ຟີວລ໌ ໂຣ່ເບີດສັນ, ຮອງຜູ້ອຳນວຍການ ອົງການສິ້ງຊອມ ດ້ານສິດທິມະນຸດ ປະຈຳພາກພື້ນ ເອເຊັຽປາຊິຟິກ ກໍໄດ້ ກ່າວຕໍ່ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ໃນວັນທີ 28 ພຶສພາ ນີ້ວ່າ ຖືເປັນເຣື່ອງ ທີ່ເໝາະສົມທີ່ສຸດ ທີ່ກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢຸໂຣປ ຄັ້ງທີ 13 ນີ້ ໄດ້ກ່າວເຖິງທ່ານ ສົມບັດ ສົມພອນ ເນື່ອງຈາກວ່າ ເມື່ອ 8 ປີກ່ອນ ທ່ານ ສົມບັດ ກໍເຄີຍມີສ່ວນສຳຄັນ ໃນການຈັດກອງປະຊຸມ ທີ່ມີຄວາມໝາຍນີ້ ແລະ ທາງສະຫະພາບຢຸໂຣປ ກໍຄວນເຮັດທຸກຢ່າງ ເພື່ອໃຫ້ທາງການລາວ ໃຫ້ຄຳຕອບ ແກ່ຄອບຄົວທ່ານ ສົມບັດ.
“ມັນສົມຄວນ ເພາະວ່າ ເຫດຜົລທີ່ທ່ານ ສົມບັດ ສົມພອນ ທີ່ຫາຍສາບສູນໄປ ຈາກປະເທດລາວ ສ່ວນນຶ່ງ ມັນກໍກ່ຽວຂ້ອງ ກັບການປະຊຸມ ອີຢູ-ເອເຊັຽ ທີ່ເກີດຂຶ້ນໃນວຽງຈັນ ເມື່ອ 8 ປີທີ່ແລ້ວນ່າ. ໃນຄວາມເປັນຈິງແລ້ວ ອີຢູ ຄວນຈະຜັກດັນເຕັມທີ່ ໃຫ້ຣັຖບານລາວ ເປີດເຜີຍວ່າ ທ່ານ ສົມບັດ ຢູ່ໃສ?”
ທ່ານ ຟີວລ໌ ຍັງກ່າວຕື່ມວ່າ ຕາມທີ່ທ່ານສັງເກດ ມາໄດ້ຫຼາຍປີ, ຣັຖບານລາວ ມີຄວາມພະຍາຍາມຕລອດ ທີ່ຈະເຮັດໃຫ້ ການເວົ້າເຖິງທ່ານ ດຣ. ສົມບັດ ສົມພອນ ງຽບຫາຍໄປ ບໍ່ວ່າຈະເປັນການເຈຣະຈາ ຣະຫວ່າງ ສະຫະພາບຢຸໂຣປ ແລະ ຣັຖບານລາວ ຫຼືຣັຖບານລາວ ກັບປະເທດອື່ນໆ.
“ທາງຣັຖບານລາວ ກໍມີກົລຍຸທ ມີແນວຄິດ ທີ່ຈະໃຫ້ເຣື່ອງນີ້ ສາບສູນຫາຍໄປ ຈາກການເວົ້າຈາ ຣະຫວ່າງ ສະຫະພາບຢຸໂຣປ ແລະ ລາວ, ແລ້ວຣະຫວ່າງ ລາວ ແລະ ປະເທດອື່ນໆດ້ວຍ. ເພາະວ່າເຂົາ ບໍ່ມີຄຳຕອບ ທີ່ຈະອະທິບາຍໄດ້ວ່າ ເຂົາໄດ້ເຮັດຫຍັງກັບທ່ານ ສົມບັດ.”
ກ່ຽວກັບການຫາບສາບສູນ ຂອງທ່ານ ສົມບັດ ສົມພອນ ເປັນເວລາ 8 ປີແລ້ວ ແລະ ໃນວາຣະກອງປະຊຸມ ພາກປະຊາຊົນ ເອເຊັຽ-ຢຸໂຣປ ຄັ້ງທີ 13 ແລະ ໃນທ້າຍສັປດາ ຂອງເດືອນພຶສພາ 2021 ກໍຖືເປັນສັປດາສາກົລ ຂອງບຸກຄົນ ທີ່ຖືກບັງຄັບ ໃຫ້ຫາຍສາບສູນນີ້, ຜູ້ສື່ຂ່າວ ວິທຍຸເອເຊັຽເສຣີ ກໍໄດ້ຕິດຕໍ່ໄປຍັງ ສະຫະພາບຢຸໂຣປ ປະຈຳປະເທດລາວ ທີ່ນະຄອນຫຼວງວຽງຈັນ ແລະ ໄດ້ຮັບຄຳຕອບ ຜ່ານທາງອີເມລ ໃນຕອນບ່າຍ ຂອງວັນທີ 28 ພຶສພາ 2021 ນີ້ວ່າ:
“ຄະນະຜູ້ແທນ ສະຫະພາບຢຸໂຣປ ປະຈຳປະເທດລາວ ໄດ້ສືບຕໍ່ຕິດຕາມ ກໍຣະນີການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ຕລອດມາ ແລະ ໄດ້ຮຽກຮ້ອງຕລອດວ່າ ຢາກໃຫ້ມີ ການສືບສວນສອບສວນ ຢ່າງໂປ່ງໃສ ແລະ ສເມີຕົ້ນສເມີປາຍ ກ່ຽວກັບກໍຣະນີ ດັ່ງກ່າວ. ນອກຈາກນີ້, ກໍຍັງທວງໃຫ້ຣັຖບານລາວ ເປີດເຜີຍຂໍ້ມູນ ການສືບສວນ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ນັ້ນ. ເປັນທີ່ໜ້າເສັຽດາຍວ່າ ຜ່ານມາ, ເອກອັຄຣັຖທູຕວິສາມັນ ຜູ້ມີອຳນາດເຕັມ ແຫ່ງສະຫະພາບຢຸໂຣປ ປະຈຳປະເທດລາວ ໄດ້ຍົກບັນຫາ ການຫາຍສາບສູນ ຂອງທ່ານ ສົມບັດ ສົມພອນ ມາເວົ້າ, ແຕ່ຜົລ ຂອງການສືບສວນສອບສວນ ກໍບໍ່ມີຄວາມຄືບໜ້າແນວໃດເລີຍ."
ທ່ານ ສົມບັດ ສົມພອນ, ນັກພັທນາສັງຄົມ ໃນລາວ ໄດ້ຮັບຣາງວັນແມັກໄຊໆ ສາຂາຜູ້ນຳຊຸມຊົນ ດ້ານການພັທນາ ປີ 2005, ຖືກເຈົ້າໜ້າທີ່ຕຳຣວດ ກັກໂຕ ແລ້ວກໍຖືກລັກພາໂຕ ຂຶ້ນຣົດກະບະໄປ ຢູ່ຕໍ່ໜ້າໂຮງຮຽນ ວິທຍາລັຍເຕັກນິກ-ການຊ່າງ ລາວ-ເຢັຽຣະມັນ ຖນົນທ່າເດື່ອ, ເມືອງສີສັຕນາຄ ໃຈກາງນະຄອນຫຼວງວຽງຈັນ ແລ້ວກໍຫາຍສາບສູນໄປເລີຍ ນັບຕັ້ງແຕ່ຄ່ຳຄືນ ຂອງວັນທີ 15 ທັນວາ ປີ 2012. ເຖິງວ່າຈະມີຫຼັກຖານ ຢ່າງຈະແຈ້ງ ຈາກວີດິໂອ ກ້ອງວົງຈອນປິດກໍຕາມ, ແຕ່ການສືບສວນສອບສວນ ກໍບໍ່ມີຄວາມຄືບໜ້າ ແຕ່ຢ່າງໃດເລີຍ.