ເກີດຂະບວນການໂຄສະນາ ຮັບແລ່ນເອກກະສານ ຂໍສັນຊາຕລາວ

ມີກຸ່ມຄົນໂຄສະນາ ທາງເຟສບຸກຄ໌ ອ້າງວ່າຮັບຈ້າງແລ່ນເອກກະສານ ເອົາສັນຊາຕລາວ ແລະເອກກະສານຣັຖການຕ່າງໆ ໃຫ້ຄົນຕ່າງປະເທດຢູ່ລາວ ແລະສາມາດແລ່ນໃຫ້ໄດ້ ພາຍໃນ 2 ອາທິດ ຫລືຊ້າສຸດບໍ່ເກີນ 2 ເດືອນ.

ການທຳມາຫາກິນ ຂອງຄົນວຽດນາມໃນລາວ. RFA

ຄົນລາວກຸ່ມນຶ່ງ ປະກາດຜ່ານເຟສບຸກຄ໌ ຮັບຈ້າງປະກອບເອກກະສານ ຂໍສັນຊາຕລາວ, ເຮັດສໍາມະໂນຄົວ, ບັດປະຈໍາຕົວ ແລະພາສປອດ ໃຫ້ຄົນຕ່າງປະເທດ ເປັນຕົ້ນຄົນຈີນ ແລະຄົນວຽດນາມ ໂດຍຈະໃຊ້ເວລາປະມານ 2 ອາທິດ ຫລືຊ້າສຸດບໍ່ເກີນ 2 ເດືອນ. ກ່ຽວກັບເຣື່ອງນີ້ ເຈົ້າໜ້າທີ່ຜແນກຕິດຕາມ ກວດກາ ວຽກງານຍຸຕິທັມ ປະຈໍາສະ ພາແຫ່ງຊາຕລາວ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກັນຍານີ້ວ່າ ການກະທໍາຄືດັ່ງກ່າວ ຖືວ່າເປັນເຣື່ອງຜິດກົດ ໝາຍຮ້າຍແຮງ ເພາະການຂໍສັນຊາຕ ແລະເອກກະສານ ທາງຣັຖການ ຕ້ອງມີເງື່ອນໄຂ ແລະເຮັດໄປຕາມຂັ້ນຕອນຂອງກົດໝາຍ ຢ່າງເຂັ້ມງວດ.

ໂຕນີ້ເຮົາກະບໍ່ຮູ້ໄດ໋ ຄັນເວົ້າການໃຫ້ສັນຊາຕ ແກ່ຄົນຕ່າງປະເທດນ່າ 1. ເຂົາຕ້ອງມາຢຸ່ລາວເຮົາກ່ອນ ຢ່າງໜ້ອຍຕ້ອງແມ່ນ 10 ປີຂຶ້ນເມືອ ຕ້ອງມີທີ່ຢູ່ຖາວອນ ມີອາຊີບທີ່ໝັ້ນຄົງ ການຢັ້ງຢືນຂອງກະຊວງການຕ່າງປະເທດເນາະ ສ່ວນຫລ່າຍດຽວນີ້ຈີນເຂົ້າມາຫລາຍ ເພາະວ່າຈີນຢາກໄດ້ສັນຊາຕເຮົາ ແຕ່ວ່າໃນການຕໍ່ ແລ່ນໂຕນີ້ຍັງບໍ່ຮູ້ວ່າ ທີ່ອໍານວຍໃຫ້ຂະເຈົ້ານີ້ ຊິອໍານວຍແນວໃດເນາະ.”

ທ່ານກ່າວຕື່ມວ່າ ກົດໝາຍວ່າດ້ວຍສັນຊາຕລາວ ມາດຕຣາ 18 ລະບຸວ່າ ພົລເມືອງຕ່າງປະເທດ, ຄົນບໍ່ມີສັນຊາຕ ອາດໄດ້ສັນຊາຕລາວ ຕາມຄໍາຮ້ອງຂໍຂອງຜູ້ກ່ຽວ ຖ້າຫາກວ່າມີເງື່ອນໄຂຄົບຖ້ວນ ເປັນຕົ້ນມີອາຍຸຄົບ 18 ປີຂຶ້ນໄປ, ເຄົາຣົບກົດໝາຍ,  ແລະຣັຖທັມມະນູນຂອງລາວ, ຮູ້ເວົ້າ, ອ່ານ ແລະຂຽນພາສາລາວໄດ້ໃນລະດັບທີ່ແນ່ນອນ, ບໍ່ຖືກຕັດສິນລົງໂທດຮ້າຍແຮງ ຫລືບໍ່ພົວພັນກັບຢາເສບຕິດ, ໄດ້ປະກອບສ່ວນໃນການພັທນາ ສ້າງສາປະເທດຊາຕ, ໄດ້ປະສັນຊາຕເດີມຂອງຕົນ, ອາໄສຢູ່ໃນລາວ 10 ປີຂຶ້ນໄປ ແລະມີອາຊີບທີ່ໝັ້ນຄົງ.

ຄົນຕ່າງປະເທດ ທີ່ຕ້ອງການສັນຊາຕລາວ ຕ້ອງມາຮ້ອງຂໍດ້ວຍຕົນເອງ ໂດຍຜ່ານອໍານາດການປົກຄອງບ້ານ, ເມືອງ ແລະແຂວງ, ຄະນະສະມາຊິກສະພາແຫ່ງຊາຕ ປະຈໍາເຂດເລືອກຕັ້ງ, ກະຊວງປ້ອງກັນຄວາມສງົບ ແລະກະຊວງຍຸຕິທັມ ຕາມຂັ້ນຕອນ ເພື່ອກວດກາ.

ເຣື່ອງການຂໍສັນຊາຕລາວ ເຈົ້າໜ້າທີ່ຜແນກພົວພັນຕ່າງປະເທດ ແຂວງບໍ່ແກ້ວ ເວົ້າວ່າ ຕ້ອງດໍາເນີນການ ໄປຕາມຣະບຽບ ຕາມຂັ້ນຕອນຂອງກົດໝາຍເທົ່ານັ້ນ, ບໍ່ສາມາດເຮັດແບບເລັ່ງດ່ວນໄດ້ ຄືດັ່ງທີ່ຄົນລາວກຸ່ມນຶ່ງ ກ່າວອ້າງທາງເຟສບຸກນັ້ນ.

ເຖິງບໍ່ມີການຢັ້ງຢືນວ່າ ມີການຮັບຈ້າງແລ່ນເອກກະສານຂໍສັນຊາຕ ແລະເອກກະສານທາງຣັຖການຕ່າງໆ ແທ້ ຫລືບໍ່, ແຕ່ປັດຈຸບັນ ກໍມີຄົນຈີນຈໍານວນນຶ່ງ ທີ່ເຂົ້າມາເຮັດວຽກເປັນກັມມະກອນ ແລະປະກອບທຸຣະກິຈ ຢູ່ແຂວງບໍ່ແກ້ວນີ້ ມາຮ້ອງຂໍຈົດທະບຽນແຕ່ງດອງ ກັບແມ່ຍິງລາວ, ຫລັງຈາກນັ້ນ ກໍຈະສາມາດຊື້-ຂາຍອະສັງຫະຣິມະຊັພ ຢູ່ລາວໄດ້ ໂດຍອອກຊື່ຂອງຜູ້ເປັນເມັຍ.

ດັ່ງທີ່ທ່ານ ກ່າວໃນມື້ດຽວກັນນີ້ວ່າ:

ເຄີຍເຫັນຂ່າວອິຫຍັງຢູ່ເນາະວ່າ ມີຄົນຮັບແລ່ນແຕ່ວ່າ ຕາມເບິ່ງໂຕຈິງຢູ່ແຂວງ ເຮົານີ້ກະບໍ່ຄ່ອຍເຫັນ ເຈົ້າ ພວກທີ່ໂພສຕ໌ນີ້ເປັນພະນັກງານຫລືວ່າ ເປັນປະຊາຊົນທັມມະດາກະບໍ່ຮູ້ເນາະ ບໍ່ຄ່ອຍແນ່ໃຈປານໃດ ເອກສານຂໍແຕ່ງດອງຈັ່ງຊີ້ ໂອ້ ອັນນີ້ເຫັນຫລາຍຢູ່.

ຢູ່ນະຄອນຫລວງວຽງຈັນ ເຈົ້າໜ້າທີ່ທ່ານນຶ່ງເວົ້າວ່າ ການຮັບຈ້າງປະກອບເອກກະສານ ທີ່ວ່ານັ້ນ ຍັງບໍ່ເຄີຍເຫັນເທື່ອ ຫລືອາຈມີຂະບວນການນັ້ນແທ້ ແຕ່ບໍ່ວ່າ ຈະເປັນຮູບແບບໃດກໍຕາມ ກໍບໍ່ສົມຄວນ ແລະບໍ່ເໝາະສົມ. ໃນສະພາບປັດຈຸ ບັນ ເກີດມີຂະບວນຄົນຕ່າງປະເທດ ເຂົ້າມາແຕ່ງດອງກັບແມ່ຍິງລາວຫລາຍຂຶ້ນ ແລ້ວກໍມີການຊື້-ຂາຍທີ່ດິນ ເພື່ອເຮັດທຸຣະກິຈ ເກັງກໍາໄຣ ຊຶ່ງຣັຖບານຄວນຈະເຂັ້ມງວດໃນເຣື່ອງນີ້.

ດັ່ງທີ່ທ່ານກ່າວຕໍ່ ວິທຍຸເອເຊັຽ ເສຣີໃນມື້ດຽວກັນນີ້ວ່າ:

ສ່ວນຫລາຍກະແມ່ນຂະເຈົ້າເອົາເມັຽ ຄົນລາວແລ້ວກະຊື້ດິນຊື້ດອນ ກະອອກຊື່ເມັຽ ຂະເຈົ້າຈະເຮັດແນວນັ້ນ ຖືວ່າ ຍັງມີບາງອັນທີ່ກົດໝາຍ ຍັງບໍ່ຮັດກຸມ ຜ່ານມາໄທເຮົາທັງຢາກສົ່ງເສີມ ການລົງທຶນຫັ້ນແຫລະ ແຕ່ກະມີຫລາຍອັນທີ່ວ່າ ລາວເຮົາ ກະຍັງເສັຽປຽບ.

ຢູ່ແຂວງຈໍາປາສັກ ປະຊາຊົົນຜູ້ນຶ່ງເວົ້າວ່າ ການຂໍສັນຊາຕລາວ ແລະເອກກະສານອື່ນໆ ຂອງທາງຣັຖການ ຄວນຈະເຮັດຕາມຂັ້ນຕອນ ຂອງລະບຽບກົດໝາຍ ແລະຣັຖບານກໍຄວນຕິດຕາມ ກວດກາກຸ່ມຄົນ ທີ່ປະກາດຮັບຈ້າງເຮັດໃຫ້ນັ້ນ, ຖ້າກວດພົບກໍຄວນລົງໂທດ ບໍ່ຄວນປະໄວ້.

ຕ້ອງເຮັດໃຫ້ມັນຖືກຕ້ອງແລ້ວ ເຮັດບໍ່ຖືກເຮົາກະບໍ່ໃຫ້ເຮັດຫັ້ນແລ້ວ ກົດໝາຍມັນລະບຸໄວ້ ພໍແຮງແລ້ວ ມັນຖືກບໍ໋ ເຮົານີ້ວ່າບໍ່ຖືກແລ້ວ ຄັນເຮົາເຮັດຈັ່ງຊັ້ນ ຄັນໃຜມີເງິນກະຄືສະບາຍ ບໍ່ແມ່ນແຕ່ຊິເຮັດເພື່ອແຕ່ຕົນເອງໄດ໋.

ກ່ຽວກັບເຣື່ອງທີ່ວ່ານີ້ ເຈົ້າໜ້າທີ່ກະຊວງຍຸຕິທັມ ເວົ້າຕໍ່ວິທຍຸເອເຊັຽເສຣີ ໃນມື້ວັນທີ 12 ກັນຍບານີ້ວ່າ ຣັຖບານໃຫ້ໂອກາດ ຄົນຕ່າງປະເທດທຸກຄົນ ທຸກສັນຊາຕ ທີ່ຢາກໄດ້ສັນຊາຕລາວ ແຕ່ຕ້ອງດໍາເນີນການຕາມຂັ້ນຕອນ ຂອງຣະບຽບກົດໝາຍລາວ ຢ່າງເຂັ້ມງວດ, ບໍ່ມີສິດທິພິເສດແນວໃດ ທີ່ຈະໄດ້ສັນຊາຕລາວ ແບບເລັ່ງດ່ວນ.

ຜ່ານມານີ້ເດ໋ ກະເຫັນຢູ່ຄົນສັນຊາຕອື່ນເຂົາກະມາ ເອກກະພາບໝົດ ທຸກປະເທດ ເຮົາກະຄົ້ນຄວ້າໄປຕາມຂາເຂົ້າຫັ້ນ. ຄັນເຂົາມາຂໍກະຄົ້ນຄວ້າ ຜູ້ໃດມີເງື່ອນໄຂກະຄົ້ນຄ້ວາ ຫັ້ນນ່າ.

ທາງການລາວ ໄດ້ມອບສັນຊາຕລາວ ໃຫ້ຄົນວຽດນາມ 119 ຄົນ ເມື່ອຕົ້ນປີກາຍ ທີ່ເຂົ້າມາຕັ້ງຖິ່ນຖານຢູ່ລາວຫລາຍປີ, ເວົ້າ ແລະຂຽນພາສາລາວໄດ້ ຄືກັນກັບຄົນລາວ, ສ້າງຄອບຄົວແບບບໍ່ຖືກຕ້ອງຕາມລະບຽບການ ຢູ່ຕາມຊາຍແດນ ໃນເມືອງແອດ ແຂວງຫົວພັນ ແລະໃນປີ 2021 ທາງການແຂວງຈໍາປາສັກ ກໍໄດ້ມອບສັນຊາຕລາວ ໃຫ້ຄົນວຽດນາມ 2 ຄົນ ທີ່ມາຢູ່ ແລະສ້າງຄອບຄົວ ຢູ່ນະຄອນປາກເຊ ນານກວ່າ 10 ປີ.

ພົນເອກ ວິໄລ ຫລ້າຄໍາຟອງ ຮອງນາຍົກຣັຖມົນຕຣີ ຣັຖມົນຕຣີກະຊວງປ້ອງກັນ ຄວາມສງົບ ໄດ້ຣາຍງານຕໍ່ກອງປະຊຸມ ສໄມສາມັນເທື່ອທີ 8 ຂອງສະພາແຫ່ງຊາຕຊຸດທີ 8 ວ່າ ໄດ້ອະນຸມັດ ຮັບເອົາຄົນວຽດນາມ ເກືອບ 2,000 ຄົນ ເຂົ້າເປັນພົລເມືອງລາວ ຈາກທັງໝົດ 6,400 ປາຍຄົນ ທີ່ຍື່ນເອກກະສານຂໍສັນຊາຕ. ຈໍານວນທີ່ເຫລືຶອ ຢູ່ໃນຣະຫວ່າງການພິຈາຣະນາ ອະນຸມັດ. ສ່ວນຄົນຕ່າງປະເທດອື່ນໆ ເປັນຕົ້ນຄົນຈີນ ຍັງບໍ່ມີຣາຍງານ ຈາກທາງການລາວເທື່ອ.

ສໍາລັບກໍຣະນີອື່ນ ທີ່ຄົນຕ່າງປະເທດ ມາຂໍສັນຊາຕ ແລະໄດ້ຮັບສັນຊາຕລາວ ແລ້ວນັ້ນ ກໍຍັງບໍ່ມີຣາຍງານວ່າ ມີໜ້ອຍຫລາຍເທົ່າໃດ.

2025 M Street NW
Washington, DC 20036
+1 (202) 530-4900
lao@rfa.org